ຫວຽດ​ນາມ ຮ່ວມເປ​ົ້າ​ໝາຍ​ກ່ຽວ​ກັບ​ການ​ແບ່ງ​ປັນ, ຮ່ວມ​ມື ເພື່ອ​​ໂລກ​ແຫ່ງ​ສັນ​ຕິ​ພາບ

(VOVWORLD) -ປີ 2021, ໄປຄຽງຄູ່ກັບຜົນສຳເລັດລວມຂອງວຽກງານການຕ່າງປະເທດ, ການພົວພັນຕ່າງປະເທດຫຼາຍຝ່າຍສືບຕໍ່ຢັ້ງຢືນໄດ້ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ. ບໍ່ພຽງແຕ່ເຂົ້າຮ່ວມໂດຍກົງ, ປະກອບຄຳເຫັນ, ຍົກອອກຂໍ້ລິເລີ່ມ, ໃຫ້ຄຳໝັ້ນສັນຍາຢູ່ເວທີປາໄສໃນພາກພື້ນ ແລະ ທົ່ວໂລກເທົ່ານັ້ນ, ຫວຽດນາມ ຍັງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ມີຄວາມປາດຖະໜາຢາກແບ່ງປັນ, ຮ່ວມມື ເພື່ອເປົ້າໝາຍສ້າງໂ ລກແຫ່ງສັນຕິພາບ.



ຫວຽດ​ນາມ ຮ່ວມເປ​ົ້າ​ໝາຍ​ກ່ຽວ​ກັບ​ການ​ແບ່ງ​ປັນ, ຮ່ວມ​ມື ເພື່ອ​​ໂລກ​ແຫ່ງ​ສັນ​ຕິ​ພາບ - ảnh 1ທ່ານອະດີດຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ (ພາບ: danviet.vn)

ເຖິງວ່າໂລກລະບາດໂຄວິດ - 19 ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ໄດ້ກໍ່ຜົນກະທົບຕໍ່ຫຼາຍດ້ານໃນການດຳລົງຊີວິດ ແລະ ການພົວພັນສາກົນກໍ່ຕາມແຕ່ປີ 2021, ຫວຽດນາມ ຍັງສືບຕໍ່ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນ, ເຂົ້າຮ່ວມການບໍລິຫານ ແລະ ນຳພາບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ຜ່ານຜ່າສິ່ງທ້າທາຍ.

ດຳລົງຫຼາຍຕຳແໜ່ງທີ່ສຳຄັນໃນບັນດາກົນໄກທົ່ວໂລກ

ໃນປີ 2021, ຫວຽດນາມ ໄດ້ມີຂ່າວດີຂ່າວມ່ວນຫຼາຍຢ່າງກ່ຽວກັບການພົວພັນຕ່າງປະເທດຫຼາຍຝ່າຍ. ນັ້ນແມ່ນໄປຄຽງຄູ່ກັບການສືບຕໍ່ດຳລົງຕຳແໜ່ງກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ແລ້ວ, ຫວຽດນາມ ຍັງໄດ້ຮັບການເລືອກຕັ້ງ, ບົ່ງຕົວໃຫ້ເຂົ້າຮ່ວມຫຼາຍກົນໄກ, ເວທີປາໄສຂອງ ສປຊ ຄືໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງຄະນະກຳມະການກົດໝາຍສາກົນ ຂອງ ສປຊ ໃນອາຍຸການ 2023 – 2027 ຄືນໃໝ່, ໄດ້ຮັບການເລືອກຕັ້ງເຂົ້າສະພາບໍລິຫານງານ UNESCO ອາຍຸການ 2021 – 2025 ຄືນໃໝ່ ແລະໄດ້ຮັບການເລືອກຕັ້ງເຂົ້າສະພາຜູ້ວ່າການອົງການພະລັງງານປະລາມານູສາກົນ (IAEA)…

ນັ້ນແມ່ນບັນດາຂີດໝາຍສຳຄັນ, ຢັ້ງຢືນທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ ຢູ່ເວທີສາກົນ. ທ່ານອະດີດຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ໃຫ້ຂໍ້ສັງເກດວ່າ:

ພວກເຮົາໄດ້ກ້າວເດີນເທື່ອລະກ້າວ, ນັບແຕ່ຕອນເລີ່ມຕົ້ນແຜນນະໂຍບາຍພວກເຮົາກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າແລ້ວ, ຈາກນັ້ນແມ່ນເຂົ້າຮ່ວມຢ່າງເປັນເຈົ້າການ  ແລະ ຕັ້ງໜ້າ ແລະ ມາຮອດປັດຈຸບັນແມ່ນ ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ຫວຽດນາມ ມີຄວາມຮັບຜິດຊອບແຕ່ພ້ອມກັນນັ້ນກໍ່ມີກຳລັງຄວາມສາມາດ ແລະ ມີມະໂນພາບ ເພື່ອປະກອບສ່ວນເຂົ້າການເຄື່ອນໄຫວການພົວພັນຕ່າງປະເທດຫຼາຍຝ່າຍ. ໃນສະພາບການຫຍຸ້ງຍາກທີ່ສຸດ, ນັບທັງຢູ່ພາກພື້ນ ແລະ ໂລກ ກໍ່ຄືໄລຍະເກີດໂລກລະບາດ, ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນການເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ມີຄວາມຮັບຜິດຊອບທີ່ສຸດຂອງ ຫວຽດນາມ.

ປີ 2021 ແມ່ນປີທີ 2 ຂອງຫວຽດນາມທີ່ ຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ໃນນັ້ນໄດ້ດຳລົງຕຳແໜ່ງເປັນປະທານ 1 ເດືອນ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນຂົວເຊື່ອມຕໍ່ຊ່ວຍໂລກ ແກ້ໄຂຄວາມບໍ່ລົງລອຍກັນ, ສ້າງຄວາມກົມກຽວລະຫວ່າງບັນດາປະເທດໃຫຍ່ຢ່າງແທ້ຈິງ. ບັນດາເນື້ອໃນປຶກສາຫາລື ແລະ ເອກະສານຮັບຮອງເອົາໂດຍ ຫວຽດນາມນຳພາລ້ວນແຕ່ມຸ່ງໄປເຖິງເປົ້າໝາຍແກ້ໄຂຄວາມບໍ່ລົງລອຍກັນ, ຮັກສາສັນຕິພາບ, ຖືເອົາປະຊາຊົນເປັນໃຈກາງປົກປ້ອງບັນດາການປະທະກັນທີ່ມີການປະກອບອາວຸດ.

ຫວຽດນາມ ຍັງຊຸກຍູ້ການເຊື່ອມຕໍ່ ລະຫວ່າງ ອາຊຽນ ແລະ ສປຊ, ຍົກອອກເນື້ອໃນໃນການແກ້ໄຂສິ່ງທ້າທາຍຢູ່ພາກພື້ນ, ພົ້ນເດັ່ນຂຶ້ນແມ່ນຖະແຫຼງການເຫັນດີເຫັນພ້ອມ 5 ຂໍ້ ກ່ຽວກັບ ມຽນມາ, ຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນ ໃນການແກ້ໄຂສະພາບຂາດສະຖຽນລະພາບຢູ່ພາກພື້ນ. ທ່ານ Saadi Salami ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ຖືວ່າ:

        ໃນຕົວຈິງ, ຍາມໃດຫວຽດນາມ ກໍ່ແມ່ນປະເທດທີ່ມີພື້ນຖານຢ່າງໝັ້ນແກ່ນເພື່ອແກ້ໄຂທຸກບັນຫາ. ຂ້າພະເຈົ້າເຫັນວ່າ ຫຼັກໝັ້ນຂອງ ຫວຽດນາມ ຕໍ່ບັນດາບັນຫາໃນພາກພື້ນ ແລະ ສາກົນ ແມ່ນຫຼັກໝັ້ນທີ່ຕັ້ງໜ້າ ແລະ ສ້າງສັນ. ຂ້າພະເຈົ້າຄິດວ່າ ຖ້າມີຫຼັກໝັ້ນຄືແນວນັ້ນ ຈະຊ່ວຍໃຫ້ບັນດາຝ່າຍຊອກຫາໄດ້ວິທີການແກ້ໄຂບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສະມາຊິກມີຄວາມຮັບຜິດຊອບ, ການປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

ປີ 2021 ກໍ່ແມ່ນປີທີ 3 ທີ່ຫວຽດນາມຈັດສົ່ງ ກຳລັງໂຮງໝໍກາງສະໜາມໄປເຂົ້າຮ່ວມກຳລັງຮັກສາສັນຕິພາບສາກົນ ຢູ່ຊູດັງໃຕ້. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ປະກອບເງິນຈຳນວນ 500.000 USD ໃຫ້ກົນໄກ COVAX, ໄດ້ຮອງຮັບ ແລະ ປິ່ນປົວໃຫ້ພະນັກງານສປຊ ທີ່ຕິດເຊື້ອໄວຣັດໂຄວິດ - 19 ຫາຍດີເປັນປົກກະຕິ ຕາມກົນໄກ MEDEVAC (ກຸ່ມປະຕິບັດການອົບພະຍົບຫຼົບໄພທາງການແພດທົ່ວໂລກ ຂອງ ສປຊ), ຈັດສົ່ງກຳລັງສາທາລະນະສຸກ, ກຳລັງໂຮງໝໍໄປໜູນຊ່ວຍລາວໃນການປ້ອງກັນຕ້ານໂລກລະບາດ, ມອບວັດຖຸອຸປະກອນການແພດໃຫ້ຫຼາຍປະເທດ…ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມພ້ອມແລ້ວທີ່ຈະໜູນຊ່ວຍບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19 ໄດ້ຢ່າງທັນການ ໃນຄວາມສາມາດຂອງຕົນ, ເຖິງວ່າແຫຼ່ງກຳລັງຍັງຈຳກັດກໍ່ຕາມ. ທ່ານອະດີດຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ຢັ້ງຢືນວ່າ:

        ຫວຽດນາມໄດ້ສະແດງໃຫ້ເຫັນຈິດໃຈຮັກແພງ ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ ຢ່າງໃຫຍ່ຫຼວງທີ່ສຸດ. ສິ່ງນີ້ກໍ່ສະແດງໃຫ້ເຫັນວ່າ ທຸກສິ່ງທຸກຢ່າງຕ້ອງມີກຳລັງຄວາມສາມາດຈຶ່ງສາມາດປະຕິບັດໄດ້ຄືການເຂົ້າຮ່ວມກຳລັງຮັກສາສັນຕິພາບ, ຫຼືເລື່ອງລາວກ່ຽວກັບການຊ່ວຍເຫຼືອບັນດາປະເທດດ້ານການແພດ ແລະ ການປ້ອງກັນ, ຕ້ານພະຍາດໂຄວິດ - 19 ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນໄລຍະໂລກລະບາດຫາກໍ່ເກີດໃໝ່.  ຫວຽດນາມ ມີຄວາມຫຍຸ້ງຍາກທີ່ຕ້ອງແກ້ໄຂຢ່າງຮີບດ່ວນ ແຕ່ຍັງແບ່ງປັນກັບບັນດາປະເທດ. ສິ່ງນີ້ທັງສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຍ້ອນສິ່ງດັ່ງກ່າວນັ້ນໄດ້ສ້າງອິດທິພົນຊື່ສຽງໃໝ່ໃຫ້ແກ່ ຫວຽດນາມ, ຍົກຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມຂຶ້ນສູ່ລະດັບສູງໃໝ່.

ຕໍ່ໜ້າສິ່ງທ້າທາຍການປ່ຽນແປງຂອງດິນຟ້າອາກາດ ທີ່ນາບຂູ່ຕໍ່ຊີວິດອິນຊີ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນນັບຕື້ຄົນຢູ່ໃນໂລກນັ້ນໃນກອງປະຊຸມບັນດາຝ່າຍເຂົ້າຮ່ວມສັນຍາແມ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຄັ້ງທີ 26 (COP26), ຫວຽດນາມ ກໍ່ແມ່ນປະເທດນຳໜ້າໃນການປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050, ມານະພະຍາຍາມປະກອບສ່ວນເພື່ອໜ່ວຍໂລກຂຽວ ແລະ ປອດໄພ. ທ່ານນາງ Caitlin Wiesen, ຫົວໜ້າອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ ສະແດງວ່າ:

        ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການຍົກສູງຄວາມບູກບືນຂຶ້ນ ແລະ ເຂົ້າຮ່ວມບັນດາຄວາມມານະພະຍາຍາມໃນທົ່ວໂລກ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຖິງວ່າຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ. ຫວຽດນາມ ຍາມໃດກໍ່ແມ່ນປະເທດນຳໜ້າໃນການຮ່ວມມືຫຼາຍຝ່າຍ, ນຳໜ້າໃນແຜນນະໂຍບາຍຖືປະຊາຊົນເປັນໃຈກາງ, ການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນທົ່ວໂລກ.

ບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍທີ່ມີຊີວິດຊີວາໃນປີ 2021 ບໍ່ພຽງແຕ່ຍົກສູງອິດທິພົນຊື່ສຽງ, ຖານະບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ເທົ່ານັ້ນ, ແຕ່ພ້ອມກັນນັ້ນກໍ່ນຳມາເຊິ່ງແຫຼ່ງກຳລັງ, ເປັນພື້ນຖານເພື່ອຍົກສູງປະສົບການ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢູ່ພາຍໃນປະເທດໃນໄລຍະໃໝ່, ຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດທີ່ມີບົດບາດຫຼັກແຫຼ່ງໃນໂລກ ກໍ່ຄືໃນພາກພື້ນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ພັດທະນາລວມຂອງ ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ