ຫວຽດນາມ ເປັນເຈົ້າການກ້າວເຂົ້າສູ່ໄລຍະຟື້ນຟູລະບົບຊີວະພາບ

(VOVWORLD) -ໂດຍແມ່ນປະເທດຖືກຜົນກະທົບຫຼາຍຢ່າງຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ພວມຕັ້ງໜ້າດຳເນີນບັນດາການກະທຳຢ່າງແທດຈິງເພື່ອປົກປັກຮັກສາລະບົບຊີວະພາບ
ຫວຽດນາມ ເປັນເຈົ້າການກ້າວເຂົ້າສູ່ໄລຍະຟື້ນຟູລະບົບຊີວະພາບ - ảnh 1ສິ່ງທີ່ມີຊີວິດທີ່ຫາຍາກຫຼາຍປະເພດອື່ນກໍ່ພວມຖືກຫຼຸດລົງຢ່າງຮ້າຍແຮງ
(ພາບປະກອບ: Vietnam+)

ປົກປັກຮັກສາ ແລະ ຟື້ນຟູບັນດາລະບົບຊີວະພາບ, ເພື່ອຜົນປະໂຫຍດຂອງມະນຸດ ແລະ ທຳມະຊາດ. ນີ້ແມ່ນສານ ແລະ ກໍ່ແມ່ນຄວາມຕັດສິນໃຈຢ່າງແຮງຂອງສະຫະປະຊາຊາດ ກໍຄືຂອງຫຼາຍປະເທດໃນປະຈຸບັນໃນການປ້ອງກັນ, ສະກັດກັ້ນການທຳລາຍທຳມະຊາດ. ໂດຍແມ່ນປະເທດຖືກຜົນກະທົບຫຼາຍຢ່າງຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ພວມຕັ້ງໜ້າດຳເນີນບັນດາການກະທຳຢ່າງແທດຈິງເພື່ອປົກປັກຮັກສາລະບົບຊີວະພາບ, ທຳອິດແມ່ນເປັນເຈົ້າການປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍລວມຂອງໂລກກ່ຽວກັບການອະນຸລັກຮັກສາຊີວະນາໆພັນ.

ຕາມບົດລາຍງານຫຼ້າສຸດຂອງໂຄງການສິ່ງແວດລ້ອມສະຫະປະຊາຊາດ, ອົງການກະສິກຳ, ປ່າໄມ້ສະຫະປະຊາຊາດແລ້ວ, ລະບົບຊີວະພາບໃນໂລກພວມປະເຊີນໜ້າກັບໄພນາບຂູູ່່ໃຫຍ່ຫຼວງທີ່ສຸດຄື: ປ່າຖືກທຳລາຍ, ແມ່ນ້ຳ, ໜອງຖືກມົນລະຜິດ, ມະຫາສະມຸດຖືກຊຸດໂຊມ ແລະ ຖືກຂຸດຄົ້ນຫຼາຍເກີນໄປ…

ເປັນເຈົ້າການປະຕິບັດບັນດາເປົ້າໝາຍລວມຂອງໂລກ

ຢູ່ຫວຽດນາມ, ຕາມບົດລາຍງານຂອງກົມອະນຸລັກຮັກສາທຳມະຊາດ ແລະ ຊີວະນາໆພັນ, ກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ແລ້ວ, ພ້ອມກັບເນື້ອທີ່ປ່າດົງດິບຖືກຮັດແຄບລົງແລ້ວ, ສິ່ງທີ່ມີຊີວິດທີ່ຫາຍາກຫຼາຍປະເພດອື່ນກໍ່ພວມຖືກຫຼຸດລົງຢ່າງຮ້າຍແຮງ.

ຕໍ່ໜ້າສະພາບການດັ່ງກ່າວ, ໂດຍກຳນົດວ່າວຽກງານອະນຸລັກນັກສາຊີວະນາໆພັນບໍ່ພຽງແຕ່ຢູ່ໃນຂອບເຂດສະເພາະຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງຢູ່ໃນຂອບເຂດທົ່ວໂລກອີກດ້ວຍ, ຫວຽດນາມ ໄດ້ເປັນເຈົ້າການປະຕິບັດບັນດາເປົ້າໝາຍລວມຂອງສາກົນກ່ຽວກັບການອະນຸລັກຮັກສາຊີວະນາໆພັນ. ຄວາມເປັນເຈົ້າການດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານການສ້າງບັນດາກົນໄກນະໂຍບາຍໃໝ່, ຜັນຂະຫຍາຍການປະຕິບັດບັນດາຍຸດທະສາດ, ແຜນການ, ໂຄງການ, ແຜນຮ່າງກ່ຽວກັບການອະນຸລັກຮັກສາ, ຟື້ນຟູບັນດາລະບົບຊີວະພາບປ່າ, ທະເລ… ທ່ານປະລິນຍາເອກ ຫງວຽນວັນຕ່າຍ, ຫົວໜ້າກົມໃຫຍ່ສິ່ງແວດລ້ອມ ຫວຽດນາມ ຖືວ່າ:

“ຊີວະນາໆພັນຂອງຫວຽດນາມ ແມ່ນສ່ວນໜຶ່ງໃນຊີວະນາໆພັນໃນໂລກ. ເປັນອັນທີຕ້ອງມີການສົມທົບກັນລະຫວ່າງບັນດາປະເທດ, ໃນນັ້ນມີຫວຽດນາມ ແລະ ບັນດາປະເທດໃນໂລກ ເພື່ອອະນຸລັກຮັກສາຊີວະນາໆພັນ. ທີ 2 ແມ່ນຕ້ອງມີການຮ່ວມແຮງຮ່ວມໃຈຂອງບັນດາຝ່າຍ, ນັບທັງອົງການຈັດຕັ້ງສາກົນ, ປະຊາຄົມ, ປະຊາຊົນ, ອຳນາດການປົກຄອງ, ບັນດານັກວິທະຍາສາດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ກໍ່ຕ້ອງມີການສົມທົບຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ນັບທັງປະຊາຄົມ, ບັນດາອົງການການເມືອງສັງຄົມ”.

ຫວຽດນາມ ເປັນເຈົ້າການກ້າວເຂົ້າສູ່ໄລຍະຟື້ນຟູລະບົບຊີວະພາບ - ảnh 2ຫວຽດນາມ ໄດ້ກໍ່ສ້າງລະບົບບັນດາອົງການຄຸ້ມຄອງ, ກອບນະໂຍບາຍ ແລະ ກົດໝາຍກ່ຽວກັບຊີວະນາໆພັນ
(ພາບປະກອບ: nhandan.vn)

ເລີ່ມດຳເນີນທົດສະວັດຟື້ນຟູລະບົບຊີວະພາບ

ໃນໄຍະຜ່ານມາ, ບົນພື້ນຖານບັນດາການກຳນົດທິດຂອງສົນທິສັນຍາຊີວະນາໆພັນເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ, ຫວຽດນາມ ໄດ້ກໍ່ສ້າງລະບົບບັນດາອົງການຄຸ້ມຄອງ, ກອບນະໂຍບາຍ ແລະ ກົດໝາຍກ່ຽວກັບຊີວະນາໆພັນ; ລະບົບບັນດາເຂດອະນຸລັກຮັກສາຊີວະພາບ; ລະບົບບັນດາເຂດອະນຸລັກຮັກສາໄດ້ຮັບການສ້າງຕັ້ງຂຶ້ນ; ບັນດາສັດ, ພຶກສາຊາດຫາຍາກຫຼາຍປະເພດມີຄວາມສ່ຽງຖືກສູນພັນກໍ່ໄດ້ຮັບການປົກປັກຮັກສາດ້ວຍກົດໝາຍ ແລະ ຮັບຮອງເອົາບັນດາໂຄງການກະທຳ… ພ້ອມກັນນັ້ນ, ຄວາມຮັບຮູ້ກ່ຽວກັບຄວາມສຳຄັນ ແລະ ບົດບາດຂອງຊີວະນາໆພັນສຳລັບການດຳລົງຊີວິດ ແລະ ການພັດທະນາປະເທດຊາດແບບຍືນຍົງກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ປີ 2021 ໄດ້ເປັນຂີດໝາຍການເລີ່ມດຳເນີນທົດສະວັດຟື້ນຟູລະບົບຊີວະພາບ (2021-2030) ຂອງສະຫະປະຊາຊາດ, ກໍ່ແມ່ນກຳນົດເວລາສຸດທ້າຍຂອງບັນດາເປົ້າໝາຍປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ. ຕອບສະໜອງເປົ້າໝາຍດັ່ງກ່າວຂອງສະຫະປະຊາຊາດ, ຫວຽດນາມ ໄດ້ສ້າງຍຸດທະສາດແຫ່ງຊາດກ່ຽວກັບຊີວະນາໆພັນຮອດປີ 2030 ແລະ ກຳນົດທິດຮອດປີ 2040, ໃນນັ້ນມີເນື້ອໃນສ້າງລະບົບນະໂຍບາຍ ແລະ ກົດໝາຍຢ່າງຄົບຊຸດໃຫ້ແກ່ການອະນຸລັກຮັກສາທຳມະຊາດ ແລະ ຊີວະນາໆພັນ. ທ່ານນາງ ຮ່ວາງທິແທັງຍ່ານ, ຮອງຫົວໜ້າກົມອະນຸລັກຮັກສາທຳມະຊາດ ແລະ ຊີວະນາໆພັນ, ກົມໃຫຍ່ສິ່ງແວດລ້ອມ, ໃຫ້ຮູ້ວ່າ:

“ໃນວິວັດການກະກຽມດັ່ງກ່າວ ແມ່ນຈະພິຈາລະນາບັນດາຄວາມຮຽກຮ້ອງຕ້ອງການຂອງກອບທົ່ວໂລກກ່ຽວກັບຊີວະນາໆພັນ 2030 ເພື່ອຫັນບັນດາບຸລິມະສິດ, ບັນດາການກະທຳເປັນລະອຽດ, ແທດເໝາະກັບເງື່ອນໄຂຂອງຫວຽດນາມ. ຜ່ານນັ້ນ, ນອກຈາກການອະນຸລັກຮັກສາຊີວະນາໆພັນແລ້ວ, ບັນດາຄຸນຄ່າຂອງທຳມະຊາດຫວຽດນາມ ກໍຈະປະກອບສ່ວນເຂົ້າໃນການປະຕິບັດການອະນຸລັກຮັກສາຊີວະນາໆພັນໃນທົ່ວໂລກ”.

ອາດເວົ້າໄດ້ວ່າ, ຊີວະນາໆພັນຂອງບັນດາລະບົບຊີວະພາບໄດ້ນຳມາເຊິ່ງບັນດາຜົນປະໂຫຍດໃຫ້ແກ່ມະນຸດໂດຍກົງ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ. ໃນນັ້ນ, ຫວຽດນາມ ພວມມານະພະຍາຍາມຄຸ້ມຄອງ, ຕິດຕາມກວດກາເພື່ອນຳໃຊ້ຢ່າງມິປະສິດທິຜົນ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ