ຫວຽດນາມ ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດ

(VOVWORLD) -ໃນລະບົບບັນດາຄຸນຄ່າຊື່ງມະນຸດໄດ້ສ້າງຂຶ້ນ, ສິດທິມະນຸດມີທີ່ຕັ້ງສຳຄັນ ທັງແມ່ນເປົ້າໝາຍ, ກຳລັງຫນູນ, ທັງແມ່ນເງື່ອນໄຂຊຸກຍູ້ການພັດທະນາຂອງບັນດາຄຸນຄ່າທີ່ຍັງເຫລືອ. ເຄົາລົບ ແລະ ຊຸກຍູ້ເລື່ອງຮັບປະກັນສິດທິມະນຸດໄດ້ກາຍເປັນທ່າອ່ຽງທີ່ແນ່ນອນມີລັກສະນະທົ່ວໂລກ, ຕາມນັ້ນແລ້ວ ການສຶກສາສິດທິມະນຸດ ກໍ່ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ມີລັກສະນະຂອງຍຸກສະໄຫມ. ຄືກັບທຸກປະເທດ, ການສຶກສາສິດທິມະນຸດມີບົດບາດສຳຄັນໃນຍຸດທະສາດມະນຸດຂອງພັກ ແລະ ລັດຫວຽດນາມ.

ການສຶກສາສິດທິມະນຸດແມ່ນການເຄື່ອນໄຫວໂດຍມີການກຳນົດທິດ, ມີການຈັດຕັ້ງ, ມີຈຸດປະສົງຂອງອົງການສຶກສາທີ່ໄດ້ສົ່ງຜົນກະທົບໃສ່ເປົ້າໝາຍສຶກສາເພື່ອແນໃສ່ເຮັດໃຫ້ເຂົາເຈົ້າມີສະຕິປັນຍາກ່ຽວກັບສິດທິມະນຸດ ເພື່ອຮູ້ຈັກປົກປ້ອງສິດຂອງຕົນເອງແລະ ເຄົາລົບສິດຂອງຜູ້ອື່ນ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງບັນດາມາດຖານໃນກົດໝາຍສາກົນ ແລະກົດໝາຍແຫ່ງຊາດກ່ຽວກັບສິດທິມະນຸດ. ຖະແຫລງການໂລກກ່ຽວກັບສິດທິມະນຸດປີ 1948 ໄດ້ຕັ້ງພື້ນຖານໃຫ້ແກ່ການເຄື່ອນໄຫວສຶກສາສິດທິມະນຸດໃນທົ່ວໂລກ, ໃນນັ້ນ ມີຫວຽດນາມ.

ຫວຽດນາມ ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດ - ảnh 1 ກອງປະຊຸມຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 34 ຂອງ ນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າຫຼັກສູດການສຶກສາ (ພາບ: TTXVN)

ສະພາບການຕົວຈິງການສຶກສາສິດທິມະນຸດຢູ່ ຫວຽດນາມ

        ຫວຽດນາມ ບັນລຸໄດ້ບັນດາຜົນງານດີພໍສົມຄວນໃນຂົງເຂດການສຶກສາສິດທິມະນຸດ, ສິດພົນລະເມືອງ; ພິເສດແມ່ນວຽກງານການສຶກສາສິດທິເດັກ ຕາມເນື້ອໃນສົນທິສັນຍາສະຫະປະຊາຊາດ ກ່ຽວກັບສິດທິເດັກ (CRC), ສຶກສາສິດທິແມ່ຍິງ ຕາມເນື້ອໃນສົນທິສັນຍາສະຫະປະຊາຊາດ ກ່ຽວກັບການລົບລ້າງທຸກຮູບການຈຳແນກປະພຶດຕໍ່ແມ່ຍິງ. ຕາມນັ້ນແລ້ວ, ພັກ, ລັດ ໄດ້ວາງອອກແຜນນະໂຍບາຍ, ນະໂຍບາຍ ແລະ ມີຄວາມເອົາໃຈໃສ່ຊີ້ນຳປະຕິບັດການເຄື່ອນໄຫວດ້ານການສຶກສາສິດທິມະນຸດ, ສິດພົນລະເມືອງ ຢູ່ຫວຽດນາມ, ພິເສດແມ່ນເອົາໃຈໃສ່ການຊີ້ນຳ ໃນການເຄື່ອນໄຫວ ດ້ານການສຶກສາສິດທິເດັກ, ສິດທິແມ່ຍິງ. ໃຫ້ຄວາມເອົາໃຈໃສ່ໃນຊີ້ນຳນີ້ຂອງພັກ, ລັດໄດ້ສະແດງອອກຢ່າງລະອຽດໃນວຽກງານສ້າງຕັ້ງບັນດາອົງການສະເພາະກິດຂອງລັດ ກ່ຽວກັບການຄົ້ົ້ນຄວ້າສິດທິມະນຸດ, ບັນດາອົງການສະເພາະກິດ ກ່ຽວກັບສິດທິແມ່ຍິງ, ສິດທິເດັກ; ບຳລຸງສ້າງຖັນແຖວກ່ຽວກັບແກ່ນສານບັນຫານີ້; ຊີ້ນຳກໍ່ສ້າງບັນດາໂຄງການດຳເນີນງານແຫ່ງຊາດກ່ຽວກັບ ສິດທິແມ່ຍິງ, ສິດທິເດັກ. ໝາກຜົນຕ່າງໆທີ່ບັນລຸໄດ້ໃນວຽກງານສຶກສາສິດທິແມ່ຍິງ, ສິດທິເດັກ ຢູ່ຫວຽດນາມ ໄດ້ນຳເອົາມຸມມອງໃໝ່ຂອງໂລກ ແລະ ພາກພື້ນມາໃຫ້ ຫວຽດນາມ, ຈາກນັ້ນ, ສ້າງຄວາມສາມາດສະດວກກວ່າເກົ່າ ໃຫ້ແກ່ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.

ຫວຽດນາມ ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດ - ảnh 2(ພາບປະກອບ: VOV)

        ການເຄື່ອນໄຫວສຶກສາສິດທິມະນຸດ, ສິດທິພົນລະເມືອງ ຢູ່ຫວຽດນາມ ໃນໄລຍະຜ່ານມາໄດ້ປະກອບສ່ວນຍົກສູງຄວາມຮັບຮູ້, ສະຕິກ່ຽວກັບຄຸນຄ່າຂອງການເຄື່ອນໄຫວນີ້ ໃນວຽກງານສ້າງບຸກຄະລິກະພາບຂອງຄົນຫວຽດນາມ ໃນຂະບວນການສ້າງສາສັງຄົມນິຍົມ ແລະ ຄວາມຈຳເປັນຕ້ອງເພີ່ມທະວີການເຄື່ອນໄຫວໃນໄລຍະທີ່ຈະມາເຖິງ. ພ້ອມກັນນັ້ນ, ວຽກງານສຶກສາສິດທິມະນຸດ, ສິດທິພົນລະເມືອງ ກໍ່ໄດ້ເພີ່ມຄວາມຕ້ອງການກໍ່ສ້າງລະບົບກົດໝາຍ ຂອງຫວຽດນາມ ໃຫ້ສອດຄ່ອງກັບບັນດາຂໍ້ກຳນົດຂອງສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ

ຊຸກຍູ້ການສຶກສາສິດທິມະນຸດຢູ່ ຫວຽດນາມ

ເພື່ອຊຸກຍູ້ການສຶກສາສິດທິມະນຸດ, ຫວຽດນາມມຸ່ງໄປເຖິງການຮຽບຮຽງຫລັກສູດ, ປື້ມ ແລະ ເອກະສານການສຶກສາກ່ຽວກັບສິດທິມະນຸດໃຫ້ແກ່ແຕ່ລະກຸ່ມເປົ້າໝາຍລະອຽດ, ຮັບປະກັນ ເນື້ອໃນການສຶກສາສິດທິມະນຸດຕິດພັນກັບເນື້ອໃນການສຶກສາສິດພົນລະເມືອງ. ຫວຽດນາມ ກໍ່ມຸ່ງໄປເຖິງເລື່ອງນຳເອົາຫລັກສູດການສຶກສາກ່ຽວກັບສິດທິມະນຸດ, ສິດພົນລະເມືອງເຂົ້າໃນລະບົບການສຶກສາຂອງລັດນັບແຕ່ຊັ້ນອະນຸບານຕະຫລອດຮອດມັດທະຍົມຕອນປ່າຍ ແລະ ມະຫາວິທະຍາໄລ. ຫວຽດນາມ ກໍ່ໄດ້ນຳເອົາວິຊາກ່ຽວກັບສິດທິມະນຸດເຂົ້າສິດສອນໃນມະຫາວິທະຍາໄລບາງແຫ່ງ.

ສຳລັບລະບົບການບຳລຸງສ້າງພະນັກງານ, ຄຸ້ມຄອງ, ຫວຽດນາມສືບຕໍ່ສະຫນອງທັດສະນະຂອງລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ທັດສະນະຂອງພັກ, ລັດ ຫວຽດນາມກ່ຽວກັບສິດທິມະນຸດ, ສະຫນອງວິທີການ ; ບັນດາທັດສະນາແຕກຕ່າງກັນກ່ຽວກັບສິດທິມະນຸດໃນປະຫວັດສາດ ແລະຍຸກປະຈຸບັນ, ມາດຖານສິດທິມະນຸດສາກົນໃນການປຽບທຽບ ຢ່າງລະອຽດ ດ້ວຍບັນດາຂໍ້ກຳນົດຂອງກົດໝາຍຂອງລັດ ຫວຽດນາມ.

ຫວຽດນາມກໍ່ມຸ່ງໄປເຖິງການສ້າງບັນດາຮູບການ, ວິທີການສຶກສາສະເພາະ, ເໝາະສົມກັບເງື່ອນໄຂ, ຄວາມສາມາດຂອງແຕ່ລະເປົ້າໝາຍ ເພື່ອຊ່ວຍໃຫ້ເລື່ອງເຜີຍແຜ່ເນື້ອໃນການສຶກສາກ່ຽວກັບສິດທິມະນຸດຢ່າງມີຊີວິດຊີວາ, ເໝາະສົມ, ເຂົ້າໃຈງ່າຍ, ຈື່ງ່າຍ, ໝູນໃຊ້ງ່າຍ. ພ້ອມກັນນັ້ນ ແມ່ນສ້າງຖັນແຖວພະນັກງານຫລັກແຫລ່ງ, ຄູອາຈານສະເພາະກິດກ່ຽວກັບສິດທິມະນຸດຢູ່ທຸກຂັ້ນ, ທຸກໂຮງຮຽນໃນລະບົບການສຶກສາຂອງລັດ.

ການສຶກສາສິດທິມະນຸດຢູ່ ຫວຽດນາມ ມີບົດບາດສຳຄັນພິເສດ, ມີຄວາມໝາຍຍຸດທະສາດສຳລັບພາລະກິດການສຶກສາ - ບຳລຸງສ້າງລຸ້ນຫນຸ່ມ. ສຳລັບພາລະກິດສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ. ນີ້ແມ່ນພື້ນຖານເພື່ອໃຫ້ມະຫາຊົນສ້າງຄວາມຮັບຮູ້ອັນຖືກຕ້ອງກ່ຽວກັບສິດທິມະນຸດ, ປັບປຸງຄວາມເຊື່ອໝັ້ນຂອງມະຫາຊົນທີ່ມີຕໍ່ພັກ, ລັດ; ຕ້ານຄືນການເຄື່ອນໄຫວສວຍໃຊ້ບັນຫາ “ສິດທິມະນຸດ”ຂອງ ປະເທດຝ່າຍຕາເວັນຕົກຈຳນວນຫນຶ່ງ ແລະບັນດາອິດທິກຳລັງປະຕິການ, ເປັນປໍລະປັກຕ້ານຄືນພາລະກິດແຫ່ງການສ້າງສັງຄົມນິຍົມ ຢູ່ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ