ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ

(VOVWORLD) - ວັນທີ 4 ພະຈິກ 2022, ເຊິ່ງເປັນວັນບັນດາປະເທດໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ລົງນາມໃນຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 8 ຈັດຂຶ້ນຢູ່ ກຳປູເຈຍ (ເດືອນພະຈິກ 11 ປີ 2002) ຄົບຮອບ 20 ປີເຕັມ.

ໃນຕະຫຼອດໄລຍະຜ່ານມາ, ຫວຽດນາມ ໄດ້ປະຕິບັດ DOC ຢ່າງເຂັ້ມງວດ, ຄົບຖ້ວນ, ມານະພະຍາຍາມຊຸກຍູ້ການຮ່ວມມືທະເລ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.

        ໂດຍເປັນເອກະສານສະບັບທຳອິດທີ່ ອາຊຽນ ແລະ ຈີນ ບັນລຸໄດ້ໃນບັນຫາທະເລຕາເວັນອອກ, DOC ແມ່ນພື້ນຖານເພື່ອໄຈ້ແຍກ, ຕີລືາຄາລັກສະນະຖືກຕ້ອງຕາມກົດໝາຍ, ເປັນທຳໃນການປະພຶດຂອງບັນດາຝ່າຍທີ່ກ່ຽວຂ້ອງເຖິງບັນດາຄຳໝັ້ນສັນຍາຂອງຕົນ. ພ້ອມນັ້ນ, DOC ກໍ່ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືທາງທະເລລະຫວ່າງ ອາຊຽນ - ຈີນ.

ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1ທະຫານເຮືອ ຫວຽດນາມ ໃນເກາະ Nui Le, ເມືອງ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ
(ພາບ:Duy Tiến/ baodaklak.vn)

ເຄົາລົບບັນດາຄຳໝັ້ນສັນຍາຂອງ DOC

        ໃນຖະແຫຼງການ DOC, ເນື້ອໃນທີ່ໄດ້ເຕື້ອງເຖິງທຳອິດນັ້ນແມ່ນບັນດາຝ່າຍຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບເປົ້າໝາຍ ແລະ ບັນດາຫຼັກການຂອງກົດບັດ ສປຊ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສົນທິສັນຍາວ່າດ້ວຍຄວາມສະໜິດສະໜົມ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້, 5 ຫຼັກການພ້ອມກັນຄົງຕົວໃນສັນຕິພາບ ແລະ ບັນດາຫຼັກການອື່ນໆອີກຂອງກົດໝາຍສາກົນ, ແມ່ນບັນດາຫຼັກຖານພື້ນຖານທີ່ປັບປຸງການພົວພັນລະຫວ່າງບັນດາປະເທດ. ຄຳໝັ້ນສັນຍານີ້ມີລັກສະນະແກ່ນສານ.

        ດ້ວຍແຜນນະໂຍບາຍການຕ່າງປະເທດສັນຕິພາບ, ນັບແຕ່ເມື່ອຖະແຫຼງການ DOC ໄດ້ລົງນາມມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ເຄົາລົບບັນດາຄຳໝັ້ນສັນຍາໃນ DOC, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດກ່ຽວຂ້ອງປະຕິບັດບັນດາຄຳໝັ້ນສັນຍານີ້ຢ່າງຖືກຕ້ອງ. ໃນວິວັດການປະຕິບັດ DOC, ຫວຽດນາມ ໄດ້ຢຶດໝັ້ນແຜນນະໂຍບາຍແກ້ໄຂທຸກໆຄວາມຂັດແຍ້ງກັນກ່ຽວຂ້ອງເຖິງທະເລຕາເວັນອອກໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982, ຊຸກຍູ້ການປະຕິບັດ DOC ຢ່າງຄົບຖ້ວນ, ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

        ກ່າວຄຳເຫັນທີ່ບັນດາເວທີປາໄສຫຼາຍຝ່າຍ, ສອງຝ່າຍ ຫຼື ການພົບປະຂັ້ນສູງຄັ້ງຕ່າງໆ, ການນຳ ຫວຽດນາມ ໄດ້ຢັ້ງຢືນຫຼາຍເທື່ອທັດສະນະສະເໝີຕົ້ນສະເໝີປາຍແມ່ນບຸລິມະສິດແກ້ໄຂທຸກໆຄວາມຂັດແຍ້ງກັນ, ຄວາມແຕກຕ່າງກັນໂດຍສັນຕິ ແລະ ບົນພື້ນຖານກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

        ບັນດາການເຄື່ອນໄຫວຮ່ວມມືທາງທະເລເຊິ່ງຖະແຫຼງການ DOC ເວົ້າເຖິງຄື: ການປົກປັກຮັກສາສິ່ງແວດລ້ອມທາງທະເລ, ການຄົ້ນຄ້ວາວິທະຍາສາດທະເລ, ການຊອກຫາກູ້ໄພກູ້ຊີບ… ກໍ່ແມ່ນບັນຫາທີ່ ຫວຽດນາມ ເຄົາລົບ. ຫວຽດນາມ ໄດ້ລົງນາມໃນສັນຍາຮ່ວມມືຫຼາຍສະບັບກັບບັນດາປະເທດທີ່ກ່ຽວຂ້ອງໃນການແກ້ໄຂບັນດາບໍລິເວນອທະເລແຊກຊ້ອນ. ໃນການຄົ້ນຄ້ວາວິທະຍາສາດ ແລະ ປົກປັກຮັກສາສິ່ງແວດລ້ອມທະເລ, ຫວຽດນາມ ແລະ ຟີລິບປິນ ພ້ອມກັນລິເລີ່ມ ແລະ ດຳເນີນບັນດາການສຳຫຼວດຄົ້ນຄ້ວາວິທະຍາສາດທະເລ ແລະ ມະຫາສະໝຸດວິທະຍາລວມຢູທະເລຕາເວັນອອກ (JOMSRE-SCS). ການຮ່ວມມືທາງທະເລລະຫວ່າງ ຫວຽດນາມ ແລະ ຟີລິບປິນ ຍັງໄດ້ເປີດກ້ວາງໃນຫຼາຍຂົງເຂດອື່ນໆຄື ການປົກປັກຮັກສາສິ່ງແວດລ້ອມທາງທະເລ, ອຸຕຸນິຍົມອຸທົກກະສາດ, ຄົມມະນາຄົມຂົນສົ່ງທາງທະເລ, ຊອກຫາກູ້ໄຟກູ້ຊີບ…

        ໃນການຮ່ວມມືທາງທະເລກັບຈີນ, ບົນພື້ນຖານສອດຄ່ອງກັບກົດໝາຍສາກົນ ແລະ ແຫຼ່ງກຳລັງຂອງແຕ່ລະຝ່າຍ, ສອງປະເທດກໍ່ມີຫຼາຍໂຄງການໃນບັນດາຂົງເຂດຄົ້ນຄ້ວາຕະກອນ, ຊຸກຍູ້ບາງໂຄງການຮ່ວມມືໃໝ່ໃນຂົງເຂດປົກປັກຮັກສາສິ່ງແວດລ້ອມທະເລ.       ໝາກຜົນຂອງການຜັນຂະຫຍາຍຮ່ວມມືສາກົນກ່ຽວກັບທະເລໃນໄລຍະຜ່ານມາໄດ້ຢັ້ງຢືນລັກສະນະຖືກຕ້ອງຂອງແຜນນະໂຍບາຍ ແລະ ປະສິດທິຜົນແທດຈິງຂອງການເຄື່ອນໄຫວຮ່ວມມື; ຢັ້ງຢືນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກແມ່ນຈະແຈ້ງ ແລະ ມີຄວາມສະເໝີຕົ້ນສະເໝີປາຍ.

ຄວາມເຫັນດີເຫັນພ້ອມຈາກຫາງສຽງສາກົນ

        ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ ໄດ້ຮັບການສະໜັບສະໜູນຢ່າງແຮງຈາກປະຊາຄົມສາກົນ.

        ບົດຂຽນຂອງສື່ເອເລັກໂຕນິກ Infox.ru (ຂອງລັດເຊຍ) ດ້ວຍຫົວຂໍ້ “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ”, ຂອງທ່ານ Grigory Trofimchuk, ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະ ລັກສະນະສ້າງສັນຂອງ ຫວຽດນາມ ໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບໃນທົ່ວພາກພື້ນ, ເຊິ່ງລວມມີທະເລຕາເວັນອອກ, ແມ່ນປັດໄຈສຳຄັນຊ່ວຍ ຫວຽດນາມ ປັບຕົວກັບສະພາບການພຸມສາດການເມືອງທັນສະໄໝ.

        ເມື່ອແບ່ງປັນທັດສະນະນີ້, ນັກຊ່ຽວຊານ Valeria Vershinina ຂອງມະຫາວິທະຍາໄລການພົວພັນສາກົນ ມົດສະກູ (MGIMO), ກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງບົດບາດຂອງ ຫວຽດນາມ ໃນການຊຸກຍູ້ໂຄງການດຳເນີນງານເພື່ອຊອກຫາມາດຕະການໃຫ້ແກ່ການຂັດແຍ້ງກັນຢູ່ທະເລຕາເວັນອອກ.

        ເມື່ອເນັ້ນໜັກຄວາມສຳຄັນພິເສດຂອງບັນດາເອກະສານນິຕິກຳສາກົນ, ນັກຊ່ຽວຊານ Anton Viktorovich Bredikhin, ປອ ປະຫວັດສາດ, ຂຶ້ນກັບສະຖານບັນດິດວິທະຍາສາດ ລັດເຊຍ ໄດ້ຕີລາຄາສູງນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນຄວາມມານະພະຍາຍາມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາເສດຖະກິດ - ສັງຄົມ, ເຊິ່ງລວມມີເສດຖະກິດທະເລ, ພິເສດແມ່ນຢູ່ທະເລຕາເວັນອອກ, ດ້ວຍທິດນຳວ່າ “ສັນຕິພາບ - ມິດຕະພາບ, ການຮ່ວມມື - ພັດທະນາ”.

        20 ປີຜ່ານມາ, ນັບແຕ່ເວລາ ອາຊຽນ ແລະ ຈີນ ລົງນາມ DOC ນັ້ນ, ຫວຽດນາມ ຍາມໃດກໍ່ເຄົາລົບບັນດາເນື້ອໃນທີ່ໄດ້ໃຫ້ຄຳໝັ້ນສັນຍາ, ປາດຖະໜາຢາກພ້ອມກັບບັນດາປະເທດຮ່ວມມື, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ວິທີການສຳຜັດເໝາະສົມ, ບັນດາຄວາມມານະພະຍາຍາມຕັ້ງໜ້າຂອງ ຫວຽດນາມໃນການຊຸກຍູ້ການປະຕິບັດ DOC ຢ່າງຮອບດ້ານ ໄດ້ປະກອບສ່ວນຍົກສູງບົດບາດ ແລະ ຄວາມໝາຍຂອງ DOC ກ່ວາອີກ, ປະກອບສ່ວນເໝາະສົມເຂົ້າໃນຄວາມມານະພະຍາຍາມລວມຂອງ ອາຊຽນ, ຂອງປະຊາຄົມສາກົນ ເພື່ອທະເລຕາເວັນອອກແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື./.

ຕອບກັບ

ຂ່າວ/ບົດ​ອື່ນ