ຫວຽດນາມ ແລະ ປະຊາຄົມສາກົນຮຽກຮ້ອງຈີນເຄົາລົບກົດໝາຍສາກົນ

(vovworld)- ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນອອກ​ປະຈຸ​ບັນ​ແມ່ນ​ເລີ່​ມມາ​ຈາກ​ເລ່ື່ອງຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີ​ບຂອງ​ຫວຽດນາມ ຊື່​ງຢູ່​ທີ່​ນັ້ນ ຫວຽດນາມ ​ໄດ້​ຊົມ​ໃຊ້​ບັນດາ​ສິດ​ຂອງ​ປະ​ເທດ​ແຄມ​ທະ​ເລ​ຕາມ​ການ​ກຳນົດ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ​ໃນ​ເອກະສານ​ສະ​ເຫ​ນີ​ປະກາດ​ຢ່າງ​ເປັນ​ທາງ​ການຄື​ດັ່ງ​ເອກະສານ​ທາງການຢູ່ ສປຊ ຫວ່າງ​ແລ້ວ​ນີ້, ຫວຽດນາມ ຢືນຢັນ​ຫລັກ​ໝັ້ນ​ຄັດຄ້ານ​ບັນດາ​ການ​ກະທຳ​ນີ້​ຂອງ​ຈີນ ຢ່າງ​ຈະ​ແຈ້ງ ​ແລະ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​​ໄຫລ່​ທະວີບ​ຂອງ​ຫວຽດນາມ. ສຽງ​ເວົ້າ​ເປັນ​ທຳ​ຂອງ​ຫວຽດນາມ​ກໍ່​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກປະຊາ​ຄົມ​ສາກົນ ດ້ວຍ​ບັນດາ​ການ​ກະທຳ​ລະອຽດ.

 

ຫວຽດນາມ ແລະ ປະຊາຄົມສາກົນຮຽກຮ້ອງຈີນເຄົາລົບກົດໝາຍສາກົນ - ảnh 1
ປະຊາ​ຄົມ​ສາກົນ ຮຽກຮ້ອງ​ຈີນ ​ເຄົາລົບ​ກົດໝາຍ​ສາກົນ

 

        ວັນ​ທີ 2/5/2014, ຈີນ​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ສຳ​ຫລວດຈຸດທີ່​ຕັ້ງ​ຢູ່​ຈຸດ​ພິກັດ​ເສັ້ນ​ຂະ​ຫນານ 15-29.58 ອົງສາ​ເຫນືອ, ​ເສັ້ນ​ແວງ 111-12.06 ອົງສາ​ຕາ​ເວັນ​ອອກ. ຮອດວັນ​ທີ 27/5/2014,​ ຮ້ານ​ເຈາະ​ນ້ຳມັນ​ດັ່ງກ່າວ​ຖືກ​​ເຄື່ອນຍ້າຍ​ໄປ​ເຖິງ​ທີ່​ຕັ້ງ​ ​ເສັ້ນ​ຂະຫນານ 15-33.38 ອົງ​ສາ​ເຫນືອ, ເສັ້ນ​ແວງ 111-34.62 ອົງສາ​ຕາ​ເວັນ​ອອກ. ບັນດາ​ທີ່​ຕັ້ງ​ນີ້​ລ້ວນ​ແຕ່​​ນອນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແລະ ​ຫ່າງ​ຈາກ​ຝັ່ງ​ທະ​ເລ​ຫວຽດນາມ ປະມານ 130-150 ​ໄມ​ທະ​ເລ. ນັບ​ແຕ່​ເວລາ​ນັ້ນ​ມາ​ຮອດ​ປະຈຸ​ບັນ, ຈີນ ຍັງ​ສືບ​ຕໍ່​ຮັກສາ​ຮ້ານ​ເຈາະ​ນ້ຳມັນ, ຈັດ​ວາງ​ກຳລັງ​ກຳ​ປັ່ນ​ຄຸ້ມຊູຫລາຍ​ລຳ, ຕຳ​ ​ແລະ ​ເຮັດ​ໃຫ້ບັນດາກຳ​ປັ່ນຂອງ​ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມຖືກ​ເປ່​ເພ, ຕຳ​​​ກຳ​ປັ່ນ​ຫາ​ປາຂອງ​ຫວຽດນາມ​​ໃຫ້​ຈົມ​ນ້ຳ ​ແລະ ຈັບ​ຕົວຊາວ​ປະມົງ​ຫວຽດນາມ​ເມື່ອ​ເຂົາ​ເຈົ້າ​ພວມ​ຫາ​ປາ​ຢູ່​ເຂດ​ຫາ​ປາ​ຂຶ້ນ​ກັບ ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ.

        ຫວຽດນາມ ​ໄດ້​ມານະ​ພະຍາຍາມ ​ແລະ ມີ​ເຈດ​ຕະນາ​ດີ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ

         ຢູ່​ບໍລິ​ເວນ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981, ບັນດາ​ກຳ​ປັ່ນ​ຂອງ​ຈີນ ​ໄດ້​ລ່ວງ​ລ້ຳ ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ເປັນ​ຫລາຍ​ຄັ້​ງ​ແລ້ວ ​ແລະ ດຳ​ເນີນ​ການ​ສຳ​ຫລວດດິນ​ໄຫວ 2D, 3D ​ນັບ​ແຕ່​ປີ 2005. ​ໃນ​ເຫດການ​ນັ້ນ, ຫວຽດນາມ ລ້ວນ​ແຕ່​ສົ່ງ​ກຳ​ປັ່ນ​ພົນລະ​ເຮືອນ​ປະຕິບັດ​ກົດໝາຍ​ ຮຽກຮ້ອງ​ຈີນ ບໍ່​ໄດ້​ເຄື່ອນ​ໄຫວ​ຢູ່ ເຂດ​ເສດຖະກິດ​ຈຳ​ເພາະ ​​ຂອງ​ຫວຽດນາມ ພ້ອມ​ທັງ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ທາງ​ການ​ທູດ​​ເປັນ​ຫລາຍ​ຄັ້ງ, ສົ່ງ​ຈົດໝາຍ​ການ​ທູດ ​ເດັດດ່ຽວ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ທີ່ຜິດພາດຂອງ​ຈີນ, ​ໃນ​ນັ້ນ​ລວມມີການ​ພົບ​ປະ​ເຈລະຈາ​ຫລາຍ​ຄັ້ງ​ລະຫວ່າງ​ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ກັບ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ຮ່າ​ໂນ້ຍ. ​ໃນ​ວັນ​ທີ 5/8/2010 ​ແລະ ວັນ​ທີ 8/8/2011, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຄັດຄ້ານ,​ຮຽກຮ້ອງ​ຈີນ​ຢຸດຕິ ​ແລະ ບໍ່ປະ​ໃຫ້​ເກີດ​ການ​ກະທຳ​ລະ​ເມີດ​ສິດ​ອະທິປ​ະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນັບ​ແຕ່​ເມື່ອ​ສະພາບ​ຄວາມ​ເຄັ່ງ​ຕຶງ​ເມື່ອ​ຕົ້ນ​ເດືອນ 5/2014 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ເຈລະຈາ​ກັບ​ຈີນ ດ້ວຍ​ຫລາຍຮູບ​ການ ​ແລະ ຫລາຍ​ຂັ້ນ​ແຕກ​ຕ່າງ​ກັນ ​ເພື່ອ​ຮຽກຮ້ອງ​ຈີນ ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ສິດອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ. ຫວຽດນາມ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ​ປັ່ນ​ຄຸ້ມ​ຊູ​ອອກ​ຈາກ ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສອງ​ຝ່າຍ​ເລີ່​ມຕົ້ນ​ການ​ເຈລະຈາ​ໃຫ້​ສອດຄ່ອງ​ກັບ​ກົດ​ບັດ​ສປຊ, ບັນດາ​ຂໍ້​ມາດຕາ​ທີ່​ກ່ຽວຂ້ອງ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ຂໍ້​ຕົກລົງ​ອື່ນ​ລະຫວ່າງ​ສອງ​ປະ​ເທດ. ຫວຽດນາມ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ທາງ​ການ​ທູດ​ກັບ​ບັນດາ​ອົງການ​ມີ​ສິດ​ອຳນາດ​ຂອງ​ຈີນ ​ກວ່າ 30 ຄັ້ງ, ​ໃນ​ນັ້ນ​ຄັ້ງ​ຫລ້າ​ສຸດ ​ແມ່ນ​ການ​ພົບ​ປະລະ​ຫວ່າງ​ທ່ານ ຟ້າ​ມບີ​ງມີ​ງ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ທ່ານ ຢາງ​ເຈ້ຍ​ຊື້, ກຳມະການ​ລັດຖະບານ​ຈີນ ຢູ່ ຮ່າ​ໂນ້ຍ ​ເມື່ອ​ວັນ​ທີ 18/6/2014. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,​ຈີນ ບໍ່​ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ກໍ​ຄື​ບໍ່​ດຳ​ເນີນ​ການ​ເຈລະຈາ​ທາງ​ການ​ທູດ​ເທົ່າ​ນັ້ນ ຫາກ​ຍັງສະ​ແດງ​ລັກສະນະ​ດ້ານ​ກົດໝາຍ​ແບບ​ລະ​ເມີ​ເຝ່ີຝັນ, ບໍ່​ສາມາດ​ແກ້ຄວາມ​ໃຫ້ການ​ກະທຳ​ທີ່ເກາະຜິດ​ຢາກ​ຢືດຄອງ​ທະ​ເລ​ຕາ​ເວັນອອກ.

        ຫວຽດນາມ ​ແລະ ປະຊາ​ຄົມ​ສາກົນ ຮຽກຮ້ອງ​ຈີນ ​ເຄົາລົບ​ກົດໝາຍ​ສາກົນ

        ​​ໃນ​ເອກະສານ​ສະ​ເຫ​ນີປະກາດຢ່າງ​ເປັນ​ທາງ​ການ​ທີ່​ ສປຊ ຫວ່າງ​ແລ້ວ​ນີ້, ຫວຽດນາມ ຮຽກຮ້ອງ​ຈີນ ຕ້ອງ​ເຄົາລົບ​ບັນດາ​ສິດ​ຂອງ​ຫວຽດນາມ ຊື່​ງ​ໄດ້​ກຳນົດ​​ໃນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.​ ຫວຽດນາມ ​ເດັດ​ດ່ຽວ​ຮຽກຮ້ອງ​ຈີນ ​ເຄົາ​ລົບ​ກົດໝາຍສາກົນ ​ແລະ ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ສິດ​ອະທິປະ​​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ.

        ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ບັນດາ​ການ​ຄັດຄ້ານ​ການ​ກະທຳ​ລະ​ເມີດ​ກົດໝາຍ​ຂອງ​ຈີນ, ປະ​ຊາ​ຄົມ​ສາກົນ ພວມ​ມີ​ບັນດາ​ການ​ກະທຳ​ລະອຽດ​ສະກັດ​ກັ້ນ​ຍຸດ​ທະ​ສາດ​ແຜ່​ຂະຫຍາຍ​ອານາ​ເຂດ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ພິ​ເສດ​ ​ໃນ​ທ້າຍ​ອາທິດຜ່ານ​ມາ, ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ຮັບຮ​ອງ​ເອົາ​ມະ​ຕິ​ຄັດຄ້ານ​ການ​ກະທຳ​ເກາະ​ຜິດ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕູ​ງ, ​ໃນ​ນັ້ນ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳລັງ​ຄຸ້ມ​ຊູ​ອອກ​ຈາກ ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ​ເຮັດ​ໃຫ້​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກັບ​ຄືນ​ສູ່​ສະພາບ​​ເດີມ​ຄື​ກ່ອນ​ທີ່​ວັນ​ທີ 1/5/2014. ສະພາ​ສູງ​ອາ​ເມ​ລິ​ກາ ຊີ້​ແຈ້ງ​ວ່າ:

 ບັນດາ​ການ​ກະທຳ​ທວງ​ເອົາ​ອະທິປະ​ໄຕ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຈີນ ພ້ອມ​ກັບ​ບັນດາ​ການ​ຫນູນ​ຫລັງ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນ້ຳມັນ ບໍ່ທັນ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ກົດໝາຍ​ສາກົນ,​ລວມມີ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ(UNCLOS) ​ແມ່ນ​ການ​ຄິດ​ໄລ່​ຕາມ​ລຳພັງ​ຝ່າຍ​ດຽວ ​ເພື່ອ​ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທະ​ເລ​ຕາ​ເວນ​ອອກ ດ້ວຍ​ການ​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ມີ​ສັນຍານ​ລະ​ເມີດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວນ​ອອກ ຊື່​ງຈີນ ​ໄດ້​ເຂົ້າ​ຮ່ວມ​ລົງ​ນາມ. ນອກ​ນັ້ນ, ສະພາ​ລັດຖະສະພາ​ຂອງ​ອົງການ​ໃຊ້​ພາສາ​ຝລ່ັງ ​ມີ​ມະຕິ​ກ່ຽວ​ກັບ​ຈຸດ​ຮ້ອນ​ເຮັ່ງ​ຢູ່​ບັນດາ​ປະ​ເທດ​ສະມາຊິກ​ໃຊ້​ພາສາ​​ຝລັ່ງ, ​ໃນ​ນັ້ນ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່ ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ສະພາ​ລັດຖະສະພາ​ຂອງ​ອົງການ​ໃຊ້​ພາສາ​ຝລັ່ງ ຢືນຢັນ​ການ​ສະຫນັບສະຫນູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ແລະ ປະຊາ​ຊາດ​ອື່ນ ​ເພື່ອ​ຟື້ນ​ຟູ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຮຽກຮ້ອງ​ຝ່າຍ​ຈີນ ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຮອບດ້ານ​ຄວາມ​ເຄັ່ງ​ຕຶງ​ປະຈຸ​ບັນ, ປະຕິບັດ ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ກ່ຽວ​ຂ້ອງ​ຢູ່​ທະ​ເລ​ຕາ​ເວັນອອກ(DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ລະຫວ່າງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຢູ່​ທະ​ເລ​ຕາ​ເວນ​ອອກ(COC) ​ໂດ​ຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ