ຫວຽດ​ນາມ ແລະ ວິ​ວັດທະ​ນາ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ລູກ​ລະ​ເບີດບໍ່​ທັນ​ແຕກ

(VOVWORLD) - ວັນທີ 4 ເມສາ - ວັນສາກົນ ຮັບຮູ້ກ່ຽວກັບ ລະເບີດບໍ່ທັນແຕກ ແລະ ໜູນຊ່ວຍການກະທຳ ແກ້ໄຂລູກລະເບີດບໍ່ທັນແຕກ ໂດຍ ສປຊ ຈັດຂຶ້ນໃນທຸກປີ, ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງມະນຸດກ່ຽວກັບໂລກ ບໍ່ມີໄພນາບຂູ່ຄວາມສ່ຽງກ່ຽວກັບລູກລະເບີດ, ວັດຖຸລະເບີດບໍ່ທັນແຕກ ຍັງຕົກຄ້າງຫຼັງສົງຄາມ. ດ້ວຍເປົ້າໝາຍກາຍເປັນປະເທດ ບໍ່ມີຜົນກະທົບຈາກລູກລະບີດບໍ່ທັນແຕກ, ຫວຽດນາມ ໄດ້ ແລະ ພວມທະວີຄູນຄວາມມານະພະຍາຍາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ຊຸກຍູ້ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

ຫວຽດ​ນາມ ແລະ ວິ​ວັດທະ​ນາ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ລູກ​ລະ​ເບີດບໍ່​ທັນ​ແຕກ - ảnh 1ທະຫານແກ້ໄຂລູກລະເບີດບໍ່ທັນແຕກ (ພາບ: ມິງເຍິນ)

ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ພາຍຫຼັງສົງຄາມ ໂດຍພັກ, ລັດ ກຳນົດແມ່ນໜ້າທີ່ບຸລິມະສິດແຖວໜ້າ, ເພື່ອແນໃສ່ປົກປ້ອງຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ວິວັດທະນາການເກືອບ 50 ປີນຳສີຂຽວມາ ສູ່ທີ່ດິນ

ພາຍຫຼັງ ສິ້ນສຸດສົງຄາມ, ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງໃຫຍ່ ໃຫ້ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ. ຄາດວ່າ, ຈຳນວນລູກລະເບີດ, ວັດຖຸລະເບີດບໍ່ທັນແຕກໃນປັດຈຸບັນ ໄດ້ຕົກຄ້າງຢູ່ 63 ແຂວງນະຄອນໃນທົ່ວປະເທດ ຫວຽດນາມ, ໃນນັ້ນຫຼາຍທີ່ສຸດຢູ່ບັນດາແຂວງພາກກາງ. ກ໋ວາງບິ່ງ, ກ໋ວາງຈິ ແມ່ນບັນດາແຂວງມີເນື້ອທີ່ດິນມົນລະພິດຍ້ອນລູກລະເບີດຫຼາຍທີ່ສຸດ, ມີສະຖານທີ່ຂຶ້ນເຖິງ 80% ເນື້ອທີ່ຖືກມົນລະພິດຈາກລູກລະເບີດ.

ໃນຊຸມປີຜ່ານມາ, ເປັນຕົ້ນແມ່ນນັບແຕ່ເວລາໂຄງການກະທຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ລູກລະເບີດບໍ່ທັນແຕກ (ປີ 2010), ຫວຽດນາມ ໄດ້ຍູ້ແຮງຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ຢູ່ເຂດຖືກມົນລະພິດ. ດ້ວຍເນື້ອທີ່ສົງໄສມົນລະພິດຈາກລູກລະເບີດກ່ວາ 6,1 ລ້ານແຮກຕາ, ສະເລ່ຍແຕ່ລະປີ ຫວຽດນາມຕ້ອງຄົ້ນຫາທຳລາຍ, ທຳຄວາມສະອາດດິນປະມານ 30.000 ແຮກຕາ.

ພ້ອມກັບສູນກະທຳ ລະເບີດບໍ່ທັນແຕກ ແຫ່ງຊາດ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນກ່ອນນີ້ 10 ປີ, ຫວ່າງແລ້ວນີ້ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອະນຸມັດຜ່ານ ແຜນການປະຕິບັດໂຄງການກະທຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໄລຍະ 2023 – 2025. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງເພີ່ມທະວີທຸກແຫຼ່ງກຳລັງຢ່າງສຸດຂີດ ເພື່ອຫຼຸດຜ່ອນ ແລະ ຈຳກັດຜົນສະທ້ອນຈາກລູກລະເບີດ, ວັດຖຸລະເບີດບໍ່ທັນແຕກພາຍຫຼັງສົງຄາມໂດຍພື້ນຖານເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານພົນຈັດຕະວາ ຫງວຽນແທັງດິງ, ຮອງປະທານສະມາຄົມໜູນຊ່ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ແທນແຕກ ຫວຽດນາມ ຢັ້ງຢືນວ່າ:

ພັກ ແລະ ລັດ ຫວຽດນາມ ຕັດສິນໃຈເພີ່ມທະວີແຫຼ່ງກຳລັງ, ຍູ້ແຮງ ການມ້າງທຳລາຍ ລະເບີດບໍ່ທັນແຕກ ກໍ່ຄືໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ລະດົມທຸກແຫຼ່ງກຳລັງພາຍໃນປະເທດ ແລະ ສາກົນ ເພື່ອສຸມໃສ້ຍູ້ໄວ, ແກ້ໄຂຜົນຮ້າຍຢ້ອນຫຼັງສົງຄາມ, ຊ່ວຍປະຊາຊົນມີເງືອນໄຂທຳການຜະລິດ, ມີພື້ນທີ່ດິນເພື່ອກໍ່ສ້າງບັນດາໂຄງການ.

ຫວຽດ​ນາມ ແລະ ວິ​ວັດທະ​ນາ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ລູກ​ລະ​ເບີດບໍ່​ທັນ​ແຕກ - ảnh 2ທ່ານພົນຈັດຕະວາ ຫງວຽນແທັງດິງ, ຮອງປະທານສະມາຄົມໜູນຊ່ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ແທນແຕກ ຫວຽດນາມ (ພາບ: VOV)

ພ້ອມກັບຄວາມມານພະຍາຍາມມ້າງທຳລາຍລູກລະເບີດບໍ່ທັນແຕກ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວ, ໂຄສະນາເຜີຍແຜ່ສຶກສາອົບຮົມ, ຍົກສູງຄວາມຮັບຮູ້ໃນການປ້ອງກັນຫຼີກລ້ຽງອຸບັດຕິເຫດໃຫ້ແກ່ປະຊາຊົນ. ທ່ານພັນໂທ ເດົາຟີເຈືອງ, ສູນເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ສື່ມວນຊົນ ແລະ ວຽກງານໂຄສະນາ ສື່ສານ ໄດ້ນຳໃຊ້ບັນດາລະບົບສື່ມວນຊົນຢ່າງມີປະສິດທິຜົນເພື່ອໂຄສະນາເຜີຍແຜ່ປະຊາຊົນໝົດທຸກຄົນເຂົ້າໃຈໄດ້ ຄວາມອັນຕະລາຍຂອງ ລູກລະເບີດບໍ່ທັນແຕກ. ໄປຄຽງຄູ່ກັນນັ້ນ, ການສຶກສາ ແລະ ໂຄສະນາໂດຍກົງກໍ່ໄດ້ຜັນຂະຫຍາຍເປັນຈຳນວນຫຼາຍ ຢູ່ເຂດໃຈກາງ, ເຂດຖືກມົນລະພິດຈາກລູກລະເບີດບໍ່ທັນແຕກ, ຍົກຕົວຢ່າງຄື ຈັດຕັ້ງການແຂ່ງຂັນທູດການຮຽນ ຢູ່ໂຮງຮຽນ, ຜ່ານນັ້ນ ອາດສາມາດໂຄສະນາສານໄປຍັງປະຊາຊົນເຂດຖືກມົນລະພິດ. ນອກຈາກນັ້ນ, ການໂຄສະນາຍັງໄດ້ຈັດຂຶ້ນ ໃນກອງປະຊຸມຕ່າງໆກັບປະຊາຊົນ, ການພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈຈາກຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ແທນແຕກ ຢູ່ເຂດດິນຖືກມົນລະພິດ.

ເພີ່ມທະວີການຮ່ວມມືສາກົນ, ເພື່ອໂລກມີຄວາມປອດໄພກ່ວາ

ຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ຍັງແມ່ນບັນຫາ ທີ່ເປັນຫວ່ງກັງວົນຢູ່ ຫຼາຍປະເທດ, ຫຼາຍພາກພື້ນໃນໂລກ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການຍົກສູງຄວາມຮັບຮູ້ຂອງປະຊາຄົມ ກໍ່ຄືການຍູ້ແຮງການຮ່ວມມືສາກົນ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ. ຫວຽດນາມ ໄດ້ເຂົ້າຮ່ວມ ຫຼາຍກົນໄກຮ່ວມມືສາກົນ ໃນຂົງເຂດນີ້ຄື ອະນຸສັນຍາຫ້າມ ຫຼືຈຳກັດການນຳໃຊ້ອາວຸດທົ່ວໄປເຮັດໃຫ້ມີຜູ້ຮັບບາດເຈັບຫຼາຍເກີນໄປ ຫຼື ມີຜົນກະທົບໂດຍບໍ່ຈຳແຍກ; ອະນຸສັນຍາ ຫ້າມນຳໃຊ້ ລະເບີດລູກຫວ່ານ; ຂົນຂວາຍບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ ຮັບໃຊ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ຢູ່ ຫວຽດນາມ…

ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນການເວົ້າສະເພາະ ຢູ່ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຫວຽດນາມໄດ້ກຳນົດສືບຕໍ່ຍູ້ແຮງການເຄື່ອນໄຫວຮ່ວມມືສາກົນ, ເປີດກວ້າງການພົວພັນກັບບັນດາປະເທດ, ອົງການຈັດຕັ້ງສາກົນ. ຄວາມຕັດສິນໃຈນີ້ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

ຫວຽດນາມ ຈະສືບຕໍ່ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຫຼັງສົງຄາມ, ຫວຽດນາມ ສະເໜີໃຫ້ລັດຖະບານບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ນັກອຸປະຖຳ ສືບຕໍ່ຮ່ວມເດີນທາງ, ນຳຫວຽດນາມ ຫຼຸດພົ້ນອອກຈາກຜົນສະທ້ອນຈາກລູກລະເບີດຍັງບໍ່ທັນແຕກຈາກສົງຄາມໂດຍໄວ. ພວກເຮົາຈົ່ງພ້ອມກັນສ້າງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມແຮງຮ່ວມໃຈຮັກສາສັນຕິພາບ, ເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືເພື່ອພ້ອມກັນພັດທະນາ, ນຳຄວາມປອດໄພ, ຜາສຸກມາໃຫ້ປະຊາຊົນໝົດທຸກຄົນ.

ໂດຍຕອບສະໜອງ ວັນສາກົນ ຮັບຮູ້ກ່ຽວກັບລູກລະເບີດບໍ່ທັນແຕກ ແລະ ໜູນຊ່ວຍການແກ້ໄຂ ລູກລະເບີດບໍ່ທັນແຕກຂອງ ສປຊ ຫວຽດນາມ ອີກຕັ້ງໜຶ່ງສົ່ງສານທີ່ວ່າ: ຫວຽດນາມ ມານະພະຍາຍາມກະທຳເພື່ອສະກັດກັ້ນສົງຄາມ, ການປະທະກັນໂດຍໃຊ້ອາວຸດ ເພື່ອໃຫ້ບັນດາຊົນຊາດໃນໂລກ ບໍ່ຕ້ອງຮັບຜົນຮ້າຍຢ້ອນຫຼັງຢ່າງເຈັບປວດໂດຍລູກລະເບີດບໍ່ທັນແຕກກໍ່ຂຶ້ນ, ເພື່ອໂລກແຫ່ງຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ