ຫວຽດນາມ ແລະ ສານ “ຄວາມປອງດອງໃນຫລາຍຮູບແບບ” ຢູ່ ສະພາສິດທິມະນຸດ

(VOVWORLD) -ເຂົ້າຮ່ວມກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ), ຫວຽດນາມ ໄດ້ມານະພະຍາຍາມສົ່ງສານທີ່ມີຄວາມໝາຍມຸ່ງເຖິງຄວາມຍຸຕິທຳ, ຮັບປະກັນສິດໃຫ້ປະຊາຊົນທຸກຄົນ. ນັ້ນແມ່ນບັນດາການປະກອບສ່ວນສຳຄັນຂອງຫວຽດນາມ ທີ່ກອງປະຊຸມສະພາສິດທິມະນຸດ ສປຊ ຊື່ງດຳເນີນແຕ່ວັນທີ 13 ມິຖຸນາ ຫາວັນທີ 8 ກໍລະກົດ ຢູ່ ເຊີແນວ ປະເທດສະວິດ.
ຫວຽດນາມ ແລະ ສານ “ຄວາມປອງດອງໃນຫລາຍຮູບແບບ” ຢູ່ ສະພາສິດທິມະນຸດ - ảnh 1ຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດ ສະຫະປະຊາຊາດ. (ພາບ:TTXVN)

ກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ດຳເນີນໄປໃນສະພາບການພິເສດ ເມື່ອທົ່ວໂລກພວມເປີດປະຕູຄືນໃຫມ່ ແລະ ຟື້ນຟູພາຍຫລັງໄດ້ຮັບຜົນກະທົບຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ, ບັນດາການກະທົບຂອງໂລກລະບາດຍັງສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຄວາມຫຍຸ້ງຍາກດ້ານເສດຖະກິດ ສັງຄົມ ສົ່ງຜົນກະທົບຢ່າງແຮງເຖິງການຊົມໃຊ້ສິດທິມະນຸດຂອງປະຊາຊົນໃນທົ່ວໂລກ. ໃນສະພາບການຄືແນວນັ້ນ, ບັນດາຂໍ້ລິເລິ່ມລະອຽດເພື່ອຮັບປະກັນສິດທິມະນຸດໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນດ້ານສະບຽງອາຫານ, ບັນດາບັນຫາກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ- ຊາຍ, ຈິດໃຈເຊີດຊູການພົບປະສົນທະນາ ແລະ ການຮ່ວມມືຂອງຫວຽດນາມ ຢູ່ ກອງປະຊຸມດັ່ງກ່າວແມ່ນໄດ້ຮັບຄວາມສົນໃຈຕັ້ງຫນ້າຈາກຫລາຍປະເທດ.

ໃນກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ມີຄວາມເປັນເຈົ້າການໃນການແລກປ່ຽນບົດຮຽນຂອງຫວຽດນາມ ໃນວິວັດການຮັບມືກັບໂລກລະບາດໂຄວິດ 19 ແລະ ການຟື້ນຟູເສດຖະກິດຫລັງໂລກລະບາດ ເພື່ອຮັບປະກັນສະຫວັດດີການສັງຄົມໃຫ້ດີສຸດ, ຮັບປະກັນສິດຂອງປະຊາຊົນກ່ຽວກັບດ້ານການແພດ, ເສດຖະກິດ, ສັງຄົມ ແລະ ການສຶກສາ. ຫວຽດນາມ ກໍ່ໄດ້ແບ່ງປັນປະສົບການໃນວິວັດການຫັນປ່ຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັບມື້ນັບດີກວ່າ ແລະ ທັດສະນະເຊີດຊູບົດບາດສຳຄັນຂອງແມ່ຍິງໃນວຽກງານເບິ່ງແຍງດູແລຄອບຄົວ. ຄະນະຜູ້ແທນຫວຽດນາມ ກໍ່ຢັ້ງຢືນສືບຕໍ່ບຸລິມະສິດບັນດາຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ມອບສິດໃຫ້ແມ່ຍິງ, ຈິດໃຈກຽມພ້ອມຮ່ວມມືໃນຄວາມມານະພະຍາຍາມລວມ ແລະ ແບ່ງປັນບົດຮຽນກັບບັນດາປະເທດໃນຂົງເຂດນີ້.

ພ້ອມກັບເລື່ອງແບ່ງປັນບົດຮຽນຕົວຈິງກ່ຽວກັບການຮັບປະກັນສິດທິມະນຸດ, ຄະນະຜູ້ແທນຫວຽດນາມ ໄດ້ຈັດຕັ້ງ “ງານວາງສະແດງພາບກ່ຽວກັບວົງຄະນາຍາດບັນດາເຜົ່າ ແລະ ສາດສະຫນາ ຢູ່ຫວຽດນາມ: ຄວາມປອງດອງໃນຫລາຍຮູບແບບ” ທີ່ ສຳນັກງານສປຊ ຢູ່ ເຊີແນວ ປະເທດ ສະວິດ. ງານວາງສະແດງໄດ້ແນະນຳຊີວິດທີ່ມີຄວາມປອງດອງ, ຈຸດຄວາມງາມດ້ານວັດທະນະທຳ, ມໍລະດົກທຳມະຊາດ, ຮີດຄອງປະເພນີຂອງວົງຄະນາຍາດບັນດາເຜົ່າຢູ່ ຫວຽດນາມ ກໍ່ຄືສະແດງໃຫ້ເຫັນຄວາມເສລີດ້ານສາສະຫນາ, ການເຫລື້ອມໃສເຊື່ອຖືສາສະຫນາຂອງປະຊາຊົນຫວຽດນາມ.

ຫວຽດນາມ ແລະ ສານ “ຄວາມປອງດອງໃນຫລາຍຮູບແບບ” ຢູ່ ສະພາສິດທິມະນຸດ - ảnh 2ງານວາງສະແດງພາບກ່ຽວກັບວົງຄະນາຍາດບັນດາເຜົ່າ ແລະ ສາດສະຫນາ ຢູ່ຫວຽດນາມ ທີ່ສຳນັກງານ ສປຊ. (ພາບ:TTXVN)

ງານວາງສະແດງໄດ້ສົ່ງສານກ່ຽວກັບຄວາມປອງດອງໃນຫລາຍຮູບແບບ, ມີການເຄົາລົບ ແລະ ຄວາມເຂົ້າໃຈ, ພົບປະສົນທະນາ ແລະ ການຮ່ວມມື, ຮັບປະກັນຄວາມຍຸຕິທຳ, ຮັບປະກັນສິດໃຫ້ປະຊາຊົນຫວຽດນາມ ໝົດທຸກຄົນ. ງານວາງສະແດງຍັງຊີ້ໃຫ້ເຫັນບັນດາຄຳໝັ້ນສັນຍາຂອງຫວຽດນາມ ຢ່າງມີຊີວິດຊີວາ ກໍ່ຄືບັນດາຜົນງານ, ຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃຫ້ນັບມື້ນັບດີກວ່າເກົ່າ.

ປະຈຸບັນ ຫວຽດນາມ ພວມອອກຮັບສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025. ການເຄື່ອນໄຫວຂອງ ຫວຽດນາມ ຢູ່ ກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ເປັນການສະແດງໃຫ້ເຫັນການເພີ່ມທະວີຄວາມເຂົ້າໃຈ, ເຄົາລົບເຊິ່ງກັນ ແລະກັນ, ເພີ່ມທະວີການພົບປະສົນທະນາ ແລະ ການຮ່ວມມືກໍ່ຄືຄວາມມານະພະຍາຍາມເພື່ອຮັບປະກັນສິດທິມະນຸດໃຫ້ໝົດທຸກຄົນ. ນີ້ກໍ່ແມ່ນສານຂອງຫວຽດນາມ ໃນວິວັດການອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025 ແລະ ສູງກວ່າຍັງແມ່ນທິດນຳ, ແຜນນະໂຍບາຍລຸລ່ວງຂອງຫວຽດນາມ ເມື່ອເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ເວທີປາໄສສາກົນ, ເປັນຕົ້ນແມ່ນໃນຂົງເຂດສິດທິມະນຸດ.

ເມື່ອເຂົ້າຮ່ວມງານວາສະແດງພາບດັ່ງກ່າວຂອງຫວຽດນາມ ຜູ້ຕາງຫນ້າຫລາຍປະເທດ, ອົງການຈັດຕັ້ງສາກົນ ລ້ວນແຕ່ສະແດງໃຫ້ເຫັນຄວາມສົນໃຈຕໍ່ຄວາມປອງດອງຂອງ 54 ຊົນເຜົ່າ ແລະ ປະຊາຄົມສາສະຫນາ, ການເຫລື້ອມໃສເຊື່ອຖືສາສະຫນາໃນຄອບຄົວໃຫຍ່ ຫວຽດນາມ. ເຂົາເຈົ້າຖືວ່າ ນັ້ນແມ່ນຫນຶ່ງໃນບັນດາສາຍເຫດແຖວນຫນ້າຊ່ວຍ ຫວຽດນາມ ບັນລຸໄດ້ໝາກຜົນກ່ຽວກັບການພັດທະນາເສດຖະກິດ ສັງຄົມປະຈຸບັນ. ປະຊາຄົມນັກການທູດສາກົນ ສະແດງຄວາມເຊື່ອໝັ້ນວ່າ ເມື່ອໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ສປຊ ຫວຽດນາມ ຈະປະກອບສ່ວນສ້າງສະພາສິດທິມະນຸດກໍ່ຄືປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ