ຫວຽດນາມ ແລະ ສເກົາຫລີ ພ້ອມກັນມຸ່ງໄປເຖິງ“ສັງກະລາດ ຂອງອາຊີ”

(vovworld)- ວັນ​ທີ 9/9, ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ  Park Geun Hye ​ເລີ່​ມຕົ້ນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ພາຍຫລັງ​ຮັບ​ດຳລົງ​ຕຳ​ແຫນ່​ງ​ເມື່ອ​ເດືອນ 2/2013. ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ຫນ້າ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ຢືນ​ອັນ​ດັບ 4 ຢູ່ ອາຊີ ​ແລະ ອັນ​ດັບ 15 ຢູ່​ໃນ​ໂລກ ໝັ້ນ​ໝາຍ​ຈະ​ເປີດ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃຫມ່​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ສ້າງ​ປະຖົມ​ປັດ​ໄຈ​​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ​ເກົາຫລີ ​ໃນ​ໄລຍະ​ຈະ​ມາ​ເຖິງ. ​

         ການ​ເລືອກ​ເຟັ້ນຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ ອາຊີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍາມ​ໃດ ສ​ເກົາຫລີ ກໍ​ຖື​ການ​ພົວພັນ​ກັບ​ຫວຽດນາມ​ເປັນ​ສຳຄັນ ​ແລະ ຕັດສິນ​ໃຈ​ຈະ​ນຳການ​ພົວພັນ​ຮ່ວມ​ມື​ນີ້​ໃຫ້​ພັດທະນາ​ກວ່າ​ອີກ. ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ ​ເມື່ອ​ວັນ​ທີ 8/9, ທ່ານ​ນາງ​ປະທານາທິບໍດີ ​ສ​ເກົາຫລີ Park Geun Hye ກໍ​ໄດ້​ຢືນຢັນ​ສິ່ງ​ດັ່ງກ່າວ. ທ່ານ​ນາງ Park Geun Hye ​ເນັ້ນ​ຫນັກ​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສ​ເກົາຫລີ ໄດ້​ມີການ​ພັດທະນາ​ທີ່​ເປັນ​ຫນ້າ​ສົນ​ໃຈ​ໃນ​ຕະຫລອດ 20 ປີຜ່ານມາ ​ແລະ ການ​ຢ້ຽມຢາມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ປຶກສາ​ຫາລື, ກະກຽມ​ໃຫ້​ແກ່​ອະນາຄົດ 20 ປີ​ຈະ​ມາ​ເຖິງ ​ແລະ ກ້າວ​ໄປ​ເຖິງ​ນຳ​ການ​ຮ່ວມ​ມື​ເສດຖະກິດ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ​ຂຶ້ນ​ສູ່​ລະດັບ​ສູງໃຫມ່.

ຫວຽດນາມ ແລະ ສເກົາຫລີ ພ້ອມກັນມຸ່ງໄປເຖິງ“ສັງກະລາດ ຂອງອາຊີ” - ảnh 1
ທ່ານ​ນາງ Park Geun Hye
ພາບ: internet

        ​ໃນ 20 ປີຜ່ານມາ, ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ດຳ​ເນີນ​ຢ່າງ​ລຽນຕິດ ​ໄດ້​ສ້າງ​ຄວາມ​ສະຫນິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ພຽງ​ໃນ 9 ປີ, ​ແຕ່​ປີ 2001-2009, ສອງ​ຝ່າຍ​ໄດ້​ຍົກລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ເປັນ​ 2 ຄັ້ງ, ຈາ​ກການ​ພົວພັນ​ຄູ່​ຮ່ວມ​ມື ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ສັດຕະວັດ​ທີ 21 ຫລັງ​ຈາ​ກນັ້ນ​ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ສິ່ງ​ນັ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ແຂງ​ແຮງ​​ໃນ​ທຸກ​ຂົງ​ເຂດ. ​​ໃນ​ການ​ຢ້ຽມຢາມ ສ​ເກົາຫລີ ທ້າຍ​ເດືອນ 7/2013 ຜ່ານ​ມາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຢືນຢັນ​​ໃນ​ການ​ເຈລະຈາ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ສ​ເກົາຫລີ Kang Chang hi ວ່າ:

        “ກາ​ນຮ່ວມ​ມື ສ​ເກົາຫລີ ​ແລະ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ດີງາມ, ສົດ​ໃສ. ພຽງ​ໃນ 20 ປີ ​ສອງ​ປະ​ເທດ​ປະຕິບັດ​ໄດ້​ຫລາຍ​ສິ່ງ​ຫລາຍ​ຢ່າງ, ນັບ​ທັງ​ການ​ທູດ, ​ການຮ່ວມ​ມື​ດ້ານ​ການ​ເມືອງ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ພິ​ເສດ​ແມ່ນ​ເສດຖະກິດ, ວັດທະນະທຳ,​ການ​ສຶກສາ, ທ່ອງ​ທ່ຽວ, ​ພົບ​ປະ​ແລກປ່ຽນ​ລະຫວ່າງປະຊາ​ຊົນ, ລະຫວ່າງ ລັດຖະບານສອງ​ປະ​ເທດ.”

        ​ໃນ 20 ປີຜ່ານມາ, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ 44 ​ເທົ່າ, ການ​ລົງທຶນ​ເພີ່ມ​ຂຶ້ນ 250 ​ເທົ່າ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ເພີ່ມ​ຂຶ້ນ 80 ຄັ້ງ ​ແລະ ຫວຽດນາມ ກໍ​​ແມ່ນ​ປະ​ເທດ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຫລາຍ​ສຸດ​ຈາກ ສ​ເກົາຫລີ.

        ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ນັ້ນ, ​ໃນ​ໄລຍະ​ໃຫມ່ ຕໍ່ຫນ້າການ​ຜັນ​ແປ​ຂອງ​ພາກ​ພື້ນ ​ແລະ ​ໂລກ​ ທັງ​ມີ​ຄວາມ​ສະດວກ ​ແລະ ຫຍຸ້ງຍາກ​, ສອງ​ປະ​ເທດ ຫວຽດນາມ ​ແລະ ສ​ເກົາຫລີ ພວມ​ມານ​ະພະຍາຍາມ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຊື່​ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2009, ກຳ​ໄດ້​ບັນດາ​ປັດ​ໄຈ​ສຳຄັນ​ເພື່ອ​ບັນລຸ​ຄວາມ​ວັດທະນາ​ຖາວອນ​ລວມ​ໃນ​ປີ 2015. ​ເຖິງ​ວ່າ ​ໃນ​ໄລຍະ​ຜ່ານ​ມາ ການ​ແລ​ກປ່ຽນ​ດ້ານ​ການ​ຄ້າ​ບັນລຸ​ການ​ເຕີບ​ໂຕ​ຢ່າງກະ​ໂດດ​ຂັ້ນ ຕາມ​ການ​ຕີ​ລາຄາ​ຂອງ​ຜູ້​ຊ່ຽວຊານ​ເສດຖະກິດ​ສອງ​ປະ​ເທດ​ຫລາຍ​ທ່ານ​ແລ້ວ, ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ສ​ເກົາຫລີ ມາ​ຮອດ​ປະຈຸ​ບັນ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ອຸດສາຫະກຳ​ເບົາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ພັດທະນາ​ອີກ​ບາດກ້າວ​ຫນຶ່ງ, ສອງ​ປະ​ເທດ​ຄວນ​ຂະ​ຫຍາ​ຍ​ໄປ​ຍັງ​ຂົງ​ເຂດ​ທີ່​ມີຫລາຍ​ຮູບ​ຫລາຍ​ແບບ, ມີ​ມູນ​ຄ່າ​ເພີ່ມ​ສູງ​ກວ່າ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້, ທ່ານ ຫວູຄວານ ອະດີດ​ຮອງ​ນາຍົກລັດຖະມົນຕີ, ອະດີດ​ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ຫວຽດນາມ - ສ​ເກົາຫລີ ​ເນັ້ນ​ຫນັກ​​ເຖິງ​ສິ່ງ​ດັ່ງກ່າວ.

        “ຕໍ່ຫນ້າ​ການ​ຜັນ​ແປ​ຢ່າງ​ສະດວກ​ທັງ​ຊ້ອນ​ແຝງ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຂອງ​ພາກ​ພື້ນ ອາຊີ ປາຊີ​ຝີ​ກ, ​​ເລື່ອງ​ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ຍິ່ງ​ກວ່າ​ເວລາ​​ໃດ​ໝົດ ​ເພື່ອ​ປະກອບ​ສ່ວນ​ເຂົ້າ​​ໃນພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ.”

        ​ເລື່ອງ​ເປີດ​ກວ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ໄປ​ສູ່​ຂົງ​ເຂດ​ມີ​ການ​ເຕີບ​ໂຕ​ໃຫມ່​ຄື: ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ພະລັງງານ, ຖະ​ແຫລ​ງຂ່າວ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ແບບ​ຍືນ​ຍົງ​ແລະ​ເລິກ​ເຊິ່ງກວ່າ ​ແມ່ນ​ຫນຶ່ງ​​ໃນ​ບັນດາ​ຈຸດ​ສຸມ​ທີ່​ນຳ​ມາປຶກສາ​ຫາລື​ລະຫວ່າງທ່ານ​ນາງ​ປະທານາທິບໍດີ Park Geun Hye ​ແລະ ບັນດາ​ການ​ນຳ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້. ສອງ​ຝ່າຍ​ກໍ​ປຶກສາ​ຫາລື​ສ້າງ​ກອບ​ນະ​ໂຍບາຍ​ເພື່ອ​ຮັບຮອງ​ເອົາ​ສັນຍາ​ການ​ຄ້າ​ເສລີ FTA, ສູ້​ຊົນ​ບັນລຸ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 20 ຕື້ USD ກ່ອນ​ປີ 2015 ​ແລະ 30 ຕື້ USD ​ໃນ​ຊຸມ​ປີ​ຕໍ່​ໄປ.

        ດ້ວຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫລີ Park Geun Hye ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ບໍ່​ພຽງ​ແຕ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ, ສ້າງ​ການ​ພົວພັນ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ການ​ຢ້ຽມຢາມ​ຍັງ​ເປີດ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ສ​ເກົາຫລີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ເວທີ​ປາ​ໄສ​ສາກົນ ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນຫາ​ສັນ​ຕິ​ພາບ ​ແລະ ວັດທະນາ​ຖາວອນ ຢູ່ ອາຊີ ​ແລະ ປະຊາ​ຄົມ​​ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ