ຫວຽດນາມ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາມຸ່ງໄປສູ່ອະນາຄົດ


(vovworld)- ວັນ​ທີ 25/5, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວ​ລາ 3 ວັນ, ແຕ່​ວັນ​ທີ 23/5. ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ທຸກ​ຂົງ​ເຂດ​ຄ​ື: ການ​ເມືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ​ບຳ​ລຸ​ງ​ສ້າງ ແລະ ບັນ​ດາ​ບັນ​ຫາ​ທົ່ວ​ໂລກ, ເປີດ​ໄລ​ຍະ​ຮ່ວມ​ມື​ໃຫມ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ, ພ້ອມ​ກັນ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ.
ຫວຽດນາມ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາມຸ່ງໄປສູ່ອະນາຄົດ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ແລະ ທ່ານ​ປະ​ທານ​ປະ​ເທດ
ຫວຽດ​ນາມ ເຈີນ​ດ້າຍກວາງ

        ການຢ​້ຽມ​ຢາມ​ຂອງ​​ການນຳ​ທຳ​ນຽບ​ຂາວ ກໍ​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທີ 3 ຂອງ​ປະ​ທານາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພາ​ຍ​ຫລັງ​ສ້າງການ​ພົວ​ພັນ​ທາງການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດເປັນ​ປົກ​ກະ​ຕິ, ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ທີ່ເຄີຍ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ອະ​ດີດ​ຕະ​ການ. ການ​ຢ້ຽມ​ຢາມ ແລະ ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້ ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ ຢັ້ງຢືນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ຢູ່ໃນ​ໄລ​ຍະ​ອັນ​ດີ​ງາມ ແລະ ໝັ້ນ​ໝາຍ​ແງ່​ຫວັງ​ຫລາຍ​ຢ່າງ​ໃນ​ອະ​ນາ​ຄົດ.

        ຮັດ​ແຫນ້ນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ ຄັ້ງ​ນີ້, ຄຳ​ຕັດ​ສິນ​ທີ່ໄດ້​ຮັບ​ຄວາ​ມ​ຊົມ​ເຊີຍ​ຈາກ​ຫາງ​ສຽງ​ສອງ​ປະ​ເທດ ນັບ​ທັງ​ປະ​ຊາ​ຄົມ​ສາ​ກົນ ນັ້ນ​ແມ່ນ ເລື່ອງ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ປະ​ກາດ​ຖະ​ແຫລງ​ຍົກ​ເລີ​ກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ຫວຽດ​ນາມ. ເປັນ​ອັນ​ວ່າ ບັນ​ດາ​ຮົ້ວ​ກີດ​ຂວາງ​ສຸດ​ທ້າຍ​ຂອງ​ໄລ​ຍະ​ສົງ​ຄາມ​ເຢັນ ຖືກ​ຍົກ​ເລີກ. ເລື່ອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດັ່ງ​ກ່າວ ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຄື​ດັ່ງ​ຄຳ​ເຫັນ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ທີ່​ການ​ພົບ​ປະກັບ​ການ​ນຳ​ຂັ້ນ​ສູງຂອງ​ຫວຽດ​ນາມ, ແມ່ນ​ການ​ພັດ​ທະ​ນາ​ແບ​ບ​ທຳ​ມະ​ຊາດ. ຄຳ​ຕັດ​ສິນ​ດັ່ງ​ກ່າວ​ສະ​ແດ​ງ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ຫັນ​ເປັນ​ປົກ​ກະ​ຕິ ຖືກ​ກັບ​ຄວາມ​ໝາຍ​ຂອງ​ມັນ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ.

        ສ​ຳ​ລັບ​ຫວຽດ​ນາມ, ຄຳ​ຕັດ​ສິນນີ້ ມີ​ຄວາມ​ໝາຍ​ສຳ​ຄັນ., ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ເຖິງ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຕົນຫລາຍ​ຄັ້ງ​ວ່າ ແມ່ນສັນ​ຕິ​ພາບ,  ແລະ ມີ​ແຜນນະ​ໂຍ​ບາຍ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ການ​ທູດ ແລະ ນິ​ຕິ​ກຳ. ຈຸດ​ປະ​ສົງ​ແມ່ນ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ​້ອງ​ກັນ​ຊາດ​ແມ່ນ​ເພື່ອ​ປົກ​ປ​ັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ເລື່ອງ ອາ​ເມ​ລິ​ກາ ຕັດ​ສິນ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ຫ້າມ​ຂາຍ​ອາ​ວຸດ​ໃຫ້​ແກ່​ຫວຽດ​ນາມ ບໍ່​ພຽງ​ແຕ່​ຊ່ວຍ​ຫວຽດ​ນາມ ຫັນ​ແຫລ່ງ​ອາ​ວຸດ​, ອຸ​ປະ​ກອນ​ການ​ທະ​ຫານເປັນ​ຫລາຍຮູບ​ຫລາຍ​ແບບເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົນ​ເອງ ເຊິ່ງແມ່ນສິດ​ອັນ​ຊອບ​ທຳຂອງ​ບັນ​ດາ​ປະ​ເທດ​ໂດຍ​ກົດ​ໝາຍ​ສາ​ກົນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ. ອາ​ເມ​ລິ​ກາ ກໍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຳ​ຫລວດ​ປ້ອງ​ກັນ​ທະ​ເລ, ກູ້​ໄພ​ກູ້​ຊີບ, ບຸ​ລິ​ມະ​ສິດ​ສູງກວ່າ​ໃຫ້​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ.

        ການ​ຢ້ຽມ​ຢາມ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ກ່ຽວ​ກັບ​ດ້າ​ນ​ເສດ​ຖະ​ກິດ, ການ​ສຶກ​ສາ. ຕາມ​ຖະ​ແຫລງ​ການ​ຮ່ວມ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແລະ ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ສອງ​ຝ່າຍ​ຈະ​ສຸມ​ໃສ່​ຮ່ວມ​ມື​ຫລາຍ​ກວ່າ​ອີກໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ແຜ​ນ​ນະ​ໂຍ​ບາຍນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ດ້ວຍ​ບັນ​ດາ​ຂໍ້​ຕົກ​ລົງ​ເສດ​ຖະ​ກິດ​ໃຫຍ່ ລວມ​ມູນ​ຄ່າ​ເຖິງ 16,3 ຕື້ USD ຊື່ງ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້. ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ​ໃນ​ປີ 2016 ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຫນູນ​ຊ່ວຍ​ຫວຽດ​ນາມ​ກ່ຽວ​ກັບ​ດ້ານ​ເຕັກ​ນິກ​ເພື່ອ​ຜັນ​ຂະ​ຫຍາຍ​ສັນ​ຍາ​ສະ​ບັບ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ ໄດ້​ຮັບ​ຫນັງ​ສື​ອະ​ນຸ​ຍາດ​​ໃຫ້​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ, ດ້ວຍ​ຈຸດ​ໝາຍ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ສຶກ​ສາ​​ໃຫ້ມີ​ຄຸນ​ນະ​ພາບ​ສູງ ແລະ ບັນ​ລຸ​ມາດ​ຖານ​ສ​າ​ກົນ ຢູ່​ຫວຽດ​ນາມ. ສອງ​ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ຢູ່​ພາກ​ພື້ນ ແລະ ທົ່ວ​ໂລກ. ເປັນ​ຫນ້າ​ສົນ​ໃຈ, ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຢືນ​ຢັນ​ວ່າ​: ເຖິງວ່າອ​ຳ​ນາດ​ການ​ປົກ​ຄອງ​ໃຫມ່​ແມ່ນ​ຂຶ້ນ​ກັບ​ພັກ​ໃດ​ກໍ​ຕາມ, ນະ​ໂຍ​ບາຍ​ສຳ​ລັບ​ຫວຽດ​ນາມ​ຈະສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ໄວ້.

ມຸ່ງ​ໄປ​ສູ່​ອະ​ນາ​ຄົດ

        ໃນ​​ໄລ​ຍະ​ກ່ອນນີ້ກວ່າ 20 ປີ​ ນັບ​ແຕ່​ເມື່ອ​ ສ້າງ​ການ​ພົວ​ພັນ​​ລະ​ຫວ່າງສອງ​ປະ​ເທ​ດ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ, ມີ​ ຊາວ ອາ​ເມ​ລິ​ກາ ພຽງ ປະ​ມານກວ່າ 60.000 ຄົນ​ມາ​​ທ່ອງ​ທ່ຽວ ຫວຽດ​ນາມປະ​ຈຳ​ປີ​ເທົ່າ​ນັ້ນ. ​ແຕ່​ມາ​ຮອດປະ​ຈຸ​ບັນ, ຕົວ​ເລກນີ້​ບັນ​ລຸ​ເກືອບ​ 500.000 ຄົນ. ໄລ​ຍະ​ກ​ວ່າ 20 ປີ​ຜ່ານ​ມາ, ການ​ພົວ​ພັນ​ດ້ານ​ການ​ຄ້າ​​ສອງ​ຝ່າຍໃນ​ຂົງ​ເຂດ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ກັບ​ຫວຽດ​ນາມ ບັນ​ລຸ​ພຽງ 450 ລ້ານ  USD, ປະ​ຈຸ​ບັນ ຕົວ​ເລກນີ້​ໄດ້​ເພີ່ມ​ຂຶ້ນ​ທົບ 100 ເທົ່າ. ກ່ອນນີ້ 20 ປີ, ມີ​ນັກ​ສຶກ​ສາ​ຫວຽດ​ນາມ​ພຽງ 1.000 ຄົນ​ໄປ​ຮຽນ​ຢູ່ ອ​າ​ເມ​ລິ​ກາ ແລະ ປະ​ຈຸ​ບັນ, ອາ​ເມ​ລິ​ກາ ໄດ້​ຕ້ອນ​ຮັບ​ນັກ​ສຶກ​ສາ​ຫວຽດ​ນາມ ເກືອບ 19.000 ຄົນ​.

        ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາແມ່ນ​ໝາກ​ຜົນ​ແຫ່ງຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ອັນ​ໃຫຍ່​ຫລວງ​ຂອງ​ສອງ​ຝ່າຍ ແລະ ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ “ປະ​ອ​ະ​ດີດ​ຕະ​ການ​ໄວ້, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ, ເສີມ​ຂະ​ຫຍາຍ​ຈຸດ​ຄ້າຍ​ຄື​ກັນ, ມຸ​່ງ​ໄປ​ສູ່​ອະ​ນາ​ຄົດ” ຄື​​ຄຳ​ເຫັນ​ຂອງ ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ທີ່​ການ​ເຈ​ລະ​ຈາ​ກັບທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຢູ່​ທຳ​ນຽບ​ຂາວ​ເມື່ອ​ເດືອນ 7/2015. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອ​ງ​ ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ອີກ​ຄັ້ງ​ຫນຶ່ງ​ເປັນ​ການ​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ສອງ​ຝ່າຍ ຕາມ​ເນື້ອ​ໃນ​ຈິດ​ໃຈ​ດັ່ງ​ກ່າວ. ການ​ຢ້ຽມ​ຢາມ​ເປັນ​ຂີດ​ໝາຍ​ໃຫມ່​​ບົນ​ເສັ້ນ​ທາງ​ທີ່​ສອງ​ປະ​ເທດ​ປະ​ຕິ​ບັດ​ຖະ​ແຫລງ​ການ​ວິໄສ​ທັດຮ່ວມ​ເມື່ອ​ເດືອນ 7/2015 ໃນ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ສະ​ແດງ​ໃຫ້​ເຫັນ​ບາດ​ກ້າວ​ເດີນ​​ອັນ​ຍາວ​ໄກໃນ​ຈີນ​ຕະ​ນາ​ການ​ຂອງ​ບັນ​ດາ​ການ​ນຳ ອາ​ເມ​ລິ​ກາ ຕໍ່​ຫວຽດ​ນາມ ນັບ​ແຕ່​ເມື່ອ​ການ​ຢ້ຽມ​ຢາມ​​ຫວຽດ​ນາມໃນ​ປີ 2006 ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ G. Bush. ນັ້ນ​ແມ່ນ ​ເຄົາ​ລົບ​ລະ​ບອບ​ການ​ເມືອງ​ຂອງ​ຫວຽດ​ນາມ. ຮູບ​ພາບ ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ເອົາ​ມື​ວາງ​ໃສ່​ຫນ້າ​ເອີກ ແລະ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື້ນ​ຕັ້ນ​ໃຈ​ທີ່​ສຸດ. ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ຫົວ​ໃຈ​ຂ້າ​ພະ​ເຈົ້າ​ສັ່ນ​ສະ​ເທື່ອນ”, ນັ້ນແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ແມ່ນ​ຫັນຈາກເປັນ​ປໍ​ລະ​ປັກ​ກັນໃນ​ອະ​ດີດ​ຕະ​ການ ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ.  

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ