ຫວຽດນາມ ແລະ ອາເມລິກາຈະສຳເລັດການເຈລະຈາສັນຍາ TPP ໂດຍໄວ

ບັນ​ດາ​ບັນ​ຫາ​ທີ່​ໄດ້​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແຕ່​ວັນ​ທີ 6-10/7/2015, ຈະ​ສ້າງທ່ວງທ່າ​ທີ່​ສະ​ດວກ​ໃຫ້​ທັງ 2 ຝ່າຍ​ເພື່ອ​ພ້ອມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ TPP.

 

ຫວຽດນາມ ແລະ ອາເມລິກາຈະສຳເລັດການເຈລະຈາສັນຍາ TPP ໂດຍໄວ - ảnh 1
​ການ​ພົບ​ປະ​ລະ​ຫວ​່າງທ່ານເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ  ແລະ ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ລິ​ກາ Obama

    ສັນ​ຍາ TPP ໄດ້​ເລີ່ມ​ປະ​ຕ​ິບ​ັດ​ແຕ່​ເດືອນ 3/2010, ໄດ້​ຜ່ານ​ເກືອບ 5 ປີ​ແຫ່ງ​ການ​ເຈ​ລະ​ຈາ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 12 ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ​ຢູ່​ພາກ​ພື້ນ​ອາ​ຊີ-​ປາ​ຊີ​ຟິກ. ໄລ​ຮອດ​ທ້າຍ​ປີ 2014, ການ​ເຈ​ລະ​ຈາ ສັນ​ຍາ TPP ໄດ້​ຜ່ານກອງ​ປະ​ຊຸມ, ການ​ເຈ​ລະ​ຈາ​ຂັ້ນ​ຫົວ​ໜ້າ​ຄະ​ນະ, ລັດ​ຖະ​ມົນ​ຕີ 19 ຄັ້ງ ແລະ ການ​ພົບ​ປະ​ຂັ້ນ​ສູງ​ບາງ​ຄັ້ງ. ບັນ​ດາ​ເນື້ອ​ໃນ​ຄື: ການ​ຮ່ວມ​ມື ແລະ ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ເພື່ອ​ການ​ພັດ​ທະ​ນາ, ພາ​ສີ, ໂທ​ລະ​ຄົມ, ຫຼັກ​ອະ​ນາ​ໄມ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ ແລະ ການກວດ​ພະ​ຍາດ​ພືດ ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮຽບ​ຮ້ອຍ.

  ສຳ​ເລັດ​ການ​ເຈ​ລະ​ຈາສັນ​ຍາ TPP ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາໂດຍ​ໄວ

   ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ເພີ່ມ​ກຳ​ລັງ​ໜູນ​ເພື່ອ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ TPP ອາດ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ປີນີ້​ ຄື​ດັ່ງ​ຄວາມ​ຫວັງ​ຂອງ​ທັງ 2 ຝ່າຍຫວຽດ​ນາມ ແລະ ອາ​ເມ​ລິ​ກາ

     ດັ່ງ​ນັ້ນ, ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ TPP ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ທີ່​ໄດ້​ເຕື້ອງ​ເຖິງຫຼາຍ​ໃນ​ບັນ​ດາ​ການ​ພົບ​ປະ​ລະ​ຫວ​່າງທ່ານເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ  ແລະ ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ລິ​ກາ Obama, ການ​ນຳ​ບາງ​ອົງ​ການ​ສຳ​ນັກ​ງານ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ… ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ວູ້​ຮີ​ຮ່​ວາງ, ສະ​ມາ​ຊິກ​ໃນ​ຄະ​ນະ​ຕິດ​ຕາມ​​ທ່ານເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ ໃຫ້​ຮູ້​ວ່າ ຍ້ອນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ຂອງ​ສັນ​ຍາ, ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ ແລະ ສ້າງ​ສັນ, ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ແລະ ກັນ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພ້ອມ​ກັນ​ເປັນ​ເອ​ກະ​ພາບ​ໃນ​ຖະ​ແຫຼງ​ການ​ຮ່ວມ ແມ່ນຈະສົມ​ທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ, ເພື່ອສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ TPP ໂດຍ​ໄວ. 2 ຝ່າຍ​ເປັນ​ເອ​ກະ​ພາບ​ກັນ ພ້ອມ​ກັນ​ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ ແລະ ຮອບ​ດ້ານ​ຂອງສັນ​ຍາ TPP. ບັນ​ດາ​ບັນ​ຫາ​ທີ່​ໄດ​້​ເປັນ​ເອ​ກະ​ພາບ​ໃນ​ຄັ້ງ​ນີ້ ຈະ​ສ້າງ​ທ່ວງ​ທ່າ​ສະ​ດວກ​ໃຫ້ 2 ຝ່າຍ ພ້ອມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ TPP ໂດຍ​ໄວ, ເປີດ​ກາ​ລະໂອ​ກາດ​ຮ່ວມ​ມືໃໝ່ໃນ​ການ​ພົວ​ພັນຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

     ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າຫວຽດ​ນາມ ແລະ ອາ​ເມ​ລິ​ກາຈະໄດ້​ຮັບ​ການ​ເປີດກວ້​າງ .

       ຖ້າ​ຫາກຫວຽດ​ນາມ ແລະ ອາ​ເມ​ລິ​ກາສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ TPP, ສິ່ງ​ທີ່​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ, ນັ້ນ​ແມ່ນ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ວູ້​ຮີ​ຮ່​ວາງ ໃຫ້​ຮູ້​ວ່າ ໃນ​ຈຸດ​ເວ​ລາ​ທ້າຍປີ 2014, ວົງ​ເງິນ​ການ​ຄ້າຫວຽດ​ນາມ-ອາ​ເມ​ລິ​ກາບັນ​ລຸ​ກ່​ວາ 36 ຕື້ USD . ອາ​ເມ​ລິ​ກາໃນ​ປະ​ຈຸ​ບັນ, ຢືນ​ອັນດັບ​ທີ 7 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ​ໂດຍ​ກົງ. ສັນ​ຍາ TPP ພ້ອມ​ກັບ​ບັນ​ດາ​ສັນ​ຍາ 2 ຝ່າຍ​ລະ​ຫວ່າງຫວຽດ​ນາມ-ອາ​ເມ​ລິ​ກາ ຈະ​ສ້າງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ຕື່ມ​ອີກ​ໃຫ້​ແກ່​ການ     ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ມີ​ຂອບ​ຂະ​ໜາດ​ໃຫຍ່ກວ່າ ແລະ ມີ​ຄຸນ​ນະ​ພາບ​ດີກວ່າ.

    ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ວູ້​ຮີ​ຮ່​ວາງ ມີ​ຄວາມ​ປາດ​ຖະ​ໜາ​ຢ່າງຍິ່ງວ່າ ພາຍຫຼັງ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ຫວຽດ​ນາມ​ຈະ​ມີຫຼາຍ​ມາດ​ຕະ​ການ​ສົ່ງເສີມ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ພ້ອມ​ກັບສັນ​ຍາ TPP, ແນ່ນອນ​ວ່າ ການພົວ​ພັນ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ຈະ​ຮັບ​ການ​ເປີດ​ກ້​ວາງ.

      ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ປະ​ເທດ​ອື່ນ​ໆ

    ແຕ່​ເດືອນ 1/2015 ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາສັນ​ຍາ TPP ພວມ​ຮີບ​ຮ້ອນ​ກຳ​ນົດ​ທິດ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ, ໂດຍ​ມີ​ການ​ເຂົ້​າ​ຮ່ວມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ, ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການສຳ​ເລັດ​ການ​ເຈ​ລະ​ຈາ​ໃນ​ປີນີ້. ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສິ້ນ​ສຸດ​ລົງ​ໃນ​ປີນີ້ ແລະ ສັນ​ຍາ TPP ທີ່​ຮັບການ​ລົງ​ນາມ, ຈະ​ສົ່ງ​ຜົນ​ກະ​ທົບ​ຕັ້ງ​ໜ໊າ​ເຖິງຫຼາຍ​ຂົງ​ເຂດ​ຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ. ສັນ​ຍາ TPP ຈະ​ຊ່ວຍ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ເຕີບ​ໂຕ​ສູງ, ຫວຽດ​ນາມ​ຈະ​ສ້າງ​ໂຄງ​ປະ​ກອບ​ຕະຫຼາດຄືນ​ໃໝ່​ເພື່ອ​ດຸນ​ດ່ຽງການ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ຕະຫຼາດ​ອື່ນໆ.

    ອາ​ເມ​ລິ​ກາ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ TPP. ດັ່ງ​ນັ້ນ, ເລື່ອງຫວຽດ​ນາມ ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ TPP ກັບ ອາ​ເມ​ລິ​ກາ, ຈະ​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ບໍ່​ພຽງ​ແຕ່​ລະ​ຫວ່າງ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍTPP ໄປ​ສູ່​ໄລ​ຍະ​ສຸດ​ທ້າຍ, ທັງເປັນ​ການ​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ທົ່ວ​ໂລກ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ