ຫວຽດນາມ ແລະ ໂຮນລັງມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບ​ດ້ານ

(VOVWORLD) -ວັນທີ 26 ມີນາ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາຕ່ຳແຫ່ງລາຊະອານາຈັກໂຮນລັງ Khadija Arib, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ, ໄດ້ເລີ່ມຢ້ຽມຢາມລາຊະອານາຈັກໂຮນລັງ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 29 ມີນາ.

ຫວຽດນາມ ແລະ ໂຮນລັງມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບ​ດ້ານ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ)

ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໂຮນລັງ ກວ່າອີກ, ໃນສະພາບປີ 2018 ຫວຽດນາມ ແລະ ໂຮນລັງ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ພ້ອມທັງແມ່ນຂີດໝາຍໃໝ່ໃນການເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.

        ເດືອນ ເມສາ 1973, ໂຮນລັງ ແມ່ນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກ ທຳອິດສ້າງຕັ້ງການພົວພັນທາງການທູດກັບປະເທດສສ.ຫວຽດນາມ. ນີ້ແມ່ນຄັ້ງທຳອິດປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມໂຮນລັງ ຢ່າງເປັນທາງການ.

ບັນດາພົນງານພົ້ນເດັ່ນ

        45 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂຮນລັງ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ. 2 ປະເທດໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດໃນບາງຂົງເຂດສຳຄັນ ນັ້ນແມ່ນ: ຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງນ້ຳ (ໄດ້ຮັບການລົງນາມໃນປີ 2010) ແລະ ຄູ່ຮ່ວມມືຍຸດທະສາດກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ (ໄດ້ຮັບການລົງນາມໃນປີ 2014). ບັນດາພົນງານພົ້ນເດັ່ນໃນການພົວພັນຮ່ວມມືຂອງ 2 ປະເທດບັນລຸໄດ້ນັ້ນ ບໍ່ພຽງແຕ່ໃນໄລຍະ 45 ປີເທົ່ານັ້ນ, ຫາກຍັງແມ່ນການສືບຕໍ່ຂອງບັນດາການເຊື່ອມຕໍ່ທີ່ໄດ້ສ້າງກ່ອນນີ້ກວ່າ 400 ປີ, ເມື່ອບັນດາເຮືອຂົນສົ່ງສິນຄ້າຂອງພໍ່ຄ້າຊາວຂາຍໂຮນລັງ ໄດ້ເຂົ້າທຽບທ່າໂຮ້ຍອານ ຂອງຫວຽດນາມ, ດຳເນີນການແລກປ່ຽນການຄ້າກ່ຽວກັບເຂົ້າສານ, ໝາກພິກໄທ ໄດ້ເປັນການເລີ່ມແລກປ່ຽນການຄ້າລະຫວ່າງ 2 ປະເທດ, ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າລະຫວ່າງ 2 ທະວີບອາຊີ - ເອີລົບ. ຕີລາຄາກ່ຽວກັບການປະກອບສ່ວນຂອງບັນດາວິສາຫະກິດໂຮນລັງ ສຳລັບການແລກປ່ຽນການຄ້າ 2 ປະເທດ, ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ, ຢູ່ໂຮນລັງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຖືວ່າ.

        “ບົນຈິດໃຈຂະຫຍັນຂັນເຄື່ອນຂອງບັນດາພໍ່ຄ້າຊາວຂາຍໂຮນລັງ ໄດ້ເປັນການສືບຕໍ່ໃນສະພາບການໃໝ່, ເມື່ອໂຮນລັງ ພວມຢັ້ນຢືນທີ່ຕັ້ງແມ່ນຄູ່ຮ່ວມມືເອີລົບ ແຖວໜ້າກ່ຽວກັບການລົງທຶນ ແລະ ການຄ້າຢູ່ຫວຽດນາມ, ດ້ວຍບັນດາຊື່ສຽງທີ່ປະສົບຜົນສຳເລັດຄື: Heineken, Damen, Unilever… ພ້ອມກັບບັນດາຄູ່ຮ່ວມມືຫວຽດນາມ, ບັນດາວິສາຫະກິດໂຮນລັງ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ, ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ພ້ອມທັງປະກອບສ່ວນເຂົ້າໃນການຮ່ວມມືພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ”.

        ປະຈຸບັນ, ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ຫວຽດນາມ - ໂຮນລັງ ສືບຕໍ່ຢູ່ໃນທ່າເຕີບໂຕ. ໂຮນລັງ ໄດ້ກາຍເປັນຕະຫຼາດສົ່ງອອກແຖວໜ້າຂອງຫວຽດນາມ ຢູ່ເອີລົບ. ໄລ່ຮອດທ້າຍປີ 2017, ວົງເງິນການຄ້າສົ່ງອອກນຳເຂົ້າລະຫວ່າງ 2 ປະເທດບັນລຸເກືອບ 7,8 ຕື້ USD. ການລົງທຶນຂອງໂຮນລັງ ເຂົ້າຫວຽດນາມ ຢືນແຖວໜ້າໃນຈຳນວນບັນດາປະເທດອີຢູ ທີ່ລົງທຶນເຂົ້າຫວຽດນາມ. ຂອບຂະໜາດທຶນສະເລ່ຍຂອງໂຄງການໜຶ່ງຂອງໂຮນລັງ ແມ່ນປະມານ 27,1 ລ້ານ USD, ສູງທົບ 2 ເທົ່າເມື່ອທຽບໃສ່ລະດັບສະເລ່ຍຂອງໂຄງການລົງທຶນຕ່າງປະເທດເຂົ້າຫວຽດນາມ.

        ການພົວພັນຮ່ວມມືຍຸດທະສາດຂະແໜງລະຫວ່າງຫວຽດນາມ ແລະ ໂຮນລັງ ໄດ້ສ້າງບັນດາຂອບເຂດໃໝ່, ເປີດກວ້າງ ແລະ ເລິກເຊິ່ງ, ເປັນປະຖົມປັດໃຈເພື່ອພັດທະນາການພົວພັນຮ່ວມມືໃນທຸກຂົງເຂດທີ່ກ່ຽວຂ້ອງຄື: ເສດຖະກິດທະເລ, ພື້ນຖານໂຄງລ່າງ, ກະສິກຳ, ປ້ອງກັນຊາດ, ການສຶກສາ…

ແງ່ວັງໃນການຮ່ວມມື

        ບົນພື້ນຖານຂອງການພົວພັນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຕັດສິນໃຈລວມດ້ານການເມືອງ, ມີຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຮ່ວມມື, ມີຜົນປະໂຫຍດຄ້າຍຄືກັນ ແລະ ເສດຖະກິດໜູນຊ່ວຍເຊິ່ງກັນ ແລະ ກັນ, ການພົວພັນອັນດີງາມລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາ. ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ - ສິລະປະ, ບັນດາເວທີປາໄສສົ່ງເສີມການລົງທຶນ, ການຄ້າທີ່ໄດ້ຮັບການຈັດຕັ້ງຢູ່ໂຮນລັງ ແລະ ຫວຽດນາມ ໃນປີ 2018 ຈະປະກອບສ່ວນນຳ 2 ປະເທດຫຍັບມໍ່ໃກ້ກັນກວ່າ.

        ທີ່ບັນດາການພົບປະ 2 ຝ່າຍໃນການຢ້ຽມຢາມໂຮນລັງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ນະໂຍບາຍການຕ່າງປະເທດຂອງຫວຽດນາມ; ນະໂຍບາຍ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ຕີລາຄາ ແລະ ແລກປ່ຽນການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງນ້ຳ ແລະ ກະສິກຳ, ພະລັງງານ, ທ່າກ່ຳປັ່ນ ແລະ ການບໍລິການພະລາທິການ; ແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນ 2 ປະເທດ ເພື່ອມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາໂຮນລັງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິນເງິນ ໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາຂອງແຕ່ລະປະເທດ; ຊຸກຍູ້ການຮ່ວມມືໃນບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ເຊິ່ງສະພາແຫ່ງຊາດ 2 ປະເທດເປັນສະມາຊິກ (IPU, ASEP…)

        ການພົວພັນລະຫວ່າງຫວຽດນາມ - ໂຮນລັງ ພວມພັດທະນາຢ່າງແຮງ ແລະ ຂະຫຍັນຂັນເຄື່ອນ. ບົນພື້ນຖານນັ້ນ, ການຢ້ຽມຢາມໂຮນລັງ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະປະກອບສ່ວນຊກຍູ້ວິວັດການຍົກລະດັບໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ