ຫວຽດນາມ - ໂຮນລັງ: ຈາກການພົວພັນດ້ານການຄ້າຈົນເຖິງການຮ່ວມມືມິດຕະພາບ

(vovworld)- ທ່ານ​ນາຍົກລັດຖະມົນຕີ ​ແຫ່ງລາຊະ​ອານາຈັກ ​ໂຮ​ນລັງ Mark Rutte  ພວມ​ຢ້ຽມຢາມ​ຫວຽດນາມ ຢ່າ​ງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​​ແນ​ໃສ່​ຮັດ​ແຫນ້ນ​ສາຍ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ ລະຫວ່າງ​ຫວຽດນາມ ​ແລະ ​ໂຮ​ນລັງ. ​

ຫວຽດນາມ - ໂຮນລັງ: ຈາກການພົວພັນດ້ານການຄ້າຈົນເຖິງການຮ່ວມມືມິດຕະພາບ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte  ແລະ ທ່ານນາຍົກ
ລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ

ພາບ:TTXVN

        ການ​ພົວພັນ​ດ້ານ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ຫວຽດນາມ ​ແລະ ​ໂຮ​ນລັງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນ​ນີ້ 41 ປີ, ​ແຕ່ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ແມ່ນ​ດຳ​ເນີນ​ໃນ​ຫລາຍ​ປີ​ກ່ອນ​ນັ້ນ. ​ປີ 1633, ກຳ​ປັ່ນ ລຳ​ທຳ​ອິດ​ຂອງ​ໂຮ​ນລັງ ​ໄດ້​ເດີນທາງ​ມາ​ຫວຽດນາມ ​ເພ່ືອ​ຊື້​ເຂົ້າສານ, ​ແພ​ໄຫມ, ​ເຄື່ອງ​ປັ້ນດິນ​ເຜົາ.. ​ເລີ່​ມຕົ້ນ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ໂຮ​ນລັງ ​ໄດ້​ຜ່ານ​ຫລາຍ​ໄລຍະ​ແຫ່ງ​ການ​ພັດທະນາ ​ແລະ ຢູ່​ໃນ​ຫລາຍ​ຂົງ​ເຂດ. ຄຽງ​ຄູ່​ກັນ​ນັ້ນ ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ ​ແລະ ​ເປັນ​ປະຈຳ ລະຫວ່າງ​ໂຮ​ນລັງ ​ແລະ ຫວຽດນາມ ​ແມ່ນ​ຢັ້ງຢືນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ອັນ​ດີ​ງາມ ລະຫວ່າງ​ສອງ​ປະ​ເທດ. ປີ 2011, ​ອົງ​ມົງກຸດ​ລາຊະ​ກຸມມານ ​ແລະ ລາຊະ​ທິດາ Maxima ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ​ໄດ້​ໄປ​ຢ້ຽມຢາມ ​ໂຮ​ນລັງ. ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ໂຮ​ນລັງ ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຫລາຍຢ່າງ​ ຢູ່ ​ໂຮ​ນລັງ ​ແລະ ຫວຽດນາມ ​ໃນ​ປີ 2013.

 ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ ​ແລະ ຄູ່​ຮ່ວມ​ມື​ໃນ​ຂົງ​ເຂ​ດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວົງ​ເງິນ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ​ໂຮ​ນລັງ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ​ໃນ​ນັ້ນ ຍາ​ມ​ໃດ​ຫວຽດນາມ ກໍສົ່ງ​ອອກ​ເກີນ​ດຸນ. ​ປະຈຸ​ບັນ, ໂຮ​ນລັງ​ແມ່ນຕະຫລາດ​ສົ່ງ​ອອກ​ໃຫຍ່​ແຫ່ງ​ທີ 3 ຂອງ​ຫວຽດນາມ ຢູ່ ​ເອີ​ລົບ. ປີ 2013, ວົງ​ເງິນ​​ແລກປ່ຽນ​ດ້ານ​ການ​ຄ້າ ສອງ​ສົ້ນ ລະຫວ່າງ ຫວຽດນາມ ​ແລະ ​ໂຮ​ນລັງ ບັນລຸ 3,6 ຕື້ USD. ​ໄລ່​ຮອດ​ປີ 2013, ​ໂຮ​ນລັງ ຖືກ​ຈັດ​ອັນ​ດັບ​ທີ 11 ​ໃນ​ຈຳນວນ 96 ປະ​ເທດ ​ແລະ ​ເຂດ​ແຄ​້ວນລົງທຶນ​ເຂົ້າ​ຫວຽດນາມ, ດ້ວຍ ຈຳນວນ​ເງິນ 6,29 ຕື້ USD ​ແລະ 192 ​ໂຄງການ. ມີ​ບາງ​​ໂຄງການ​ຈຸດ​ສຸມ​ຂອງ ​ໂຮ​ນລັງ ຢູ່ ຫວຽດນາມ ນັ້ນ​ແມ່ນ ​ໂຮງງານ​ໄຟຟ້າ ມົງ​ເຢືອງ ລວມມູນ​ຄ່າ 2,1 ຕື້ USD, ​ໂຮງງານ​ໄຟຟ້າ ຟູ​ໝີ 3 ລວມມູນ​ຄ່າ 410 ລ້ານ USD​.

ໃນ​ຊຸມ​ປີຜ່ານມາ, ຫວຽດນາ​ມ ​​ໄດ້ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ໂຮ​ນລັງ. ດ້ວຍ​ຈຸດ​​ຄ້າຍຄື​ກັນຫຼາຍ​ຢ່າງ, ສອງ​ປະ​ເທດກາຍ​ເປັນ​ຄູ່​ຮ່ວມ​ມື​ ​ແລະ ​ເພື່ອນ​ມິດ​ໃນ​ຫຼາຍ​ຂົງ​ເຂດ. ກ່ອນ​ອື່ນ​ໝົດ, ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ເຂດ​ທົ່ງພຽງ​ອັນ​ກ້ວາງ​ໃຫ່ຍ ​ແລະ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຍ້ອນ​ນ້ຳທະ​ເລ​ຂຶ້ນ​ສູງ ​ແລະ ປະລິ​ມານນ້ຳຝົນ​ຫຼາຍ. ທີ​ສອງ​​ແມ່ນ, ຍ້ອນ​ວ່າ​ລ້ວນ​ແຕ່​ແມ່ນ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ມີ​ທີ່​ຕັ້ງຍຸດ​ທະ​ສາດ​ໃນ​ພາກ​ພື້ນ, ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ການ​ເດີນ​ທະ​ເລ, ຂົນ​ສົ່ງ ​ແລະ ພະລາທິການ. ​ໂຮງ​ລັງ ​ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ການ​ຮ່ວມ​ມື​ນີ້​ໄດ້​ຮັບ​ຢັ້ງຢືນ​ໃນ​ສັນຍາຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (SPA) ລະຫວ່າງ​ສອງ​ປະ​ເທດ ​ໂດຍ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​​ເຕິ​ນຢູງ ​ແລະ ອະ​ດີດນາຍົກລັດຖະມົນຕີ Jan Peter Balkenendein ລົງ​ນາມ​ເມື່ອ​ເດື່ອ​ນ 10/2010. ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຄັ້ງຕ່າງໆ​ກ່ຽວ​ກັບ​ບັນຫາ​ນີ້​ໄດ້​ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ​ປີ​ເພື່ອ​ຜັນ​ຂະຫຍາຍ​ແຜນການ​ເຂດ​ທົ່ງພຽງ​ແມ່ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ, ສ້າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເຂດ​ນີ້​ເພື່ອ​ກາຍ​ເປັນ​ເຂດ​ເສດຖະກິດ​ພັດທະນາ ​ແລະ ປອດ​ໄພ​ໃຫ້​ແກ່​ລຸ້ນຫຼັງ. ການ​ຮ່ວມ​ມື​​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ສະ​ແດງ​ອອກ​ຜ່ານ​ເລື່ອງ​ນະຄອນ Rotterdam ​ແລະ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຮ່ວມມືກັນ​ໃນ​ໂຄງການ “ນະຄອນ​ໂຮ່ຈິ​ມິນ ມຸ່ງ​ໄປ​ສູ່​ທະ​ເລ“. ນອກຈາກ​ນັ້ນ​ແລ້ວ, ​ໂຄງການ “ການ​ບໍລິການ​ນ້ຳ ​ແລະ ດິນ​ຟ້າ​ອາກາດ​ສຳລັບ​ການ​ຄຸ້ມ​ຄອງ​ນ້ຳຂ້ຜ່ານ​ຊາຍ​ແດນ“ ຂອງ 30 ອົງການ​ຈັດຕັ້ງຂອງ​ໂຮນລັງ ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ກ່ຽວ​ກັບ​ການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ດາວ​ທຽມ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ນ້ຳກໍ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ.

 ການ​ຮ່ວມ​ມື​ດ້ານ​ການ​ສື​ກສາ, ສາທາລະນະ​ສຸກ ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ

        ການ​ສຶກສາ​ມະຫາວິທະຍາ​ໄລ​​ແມ່ນ​ສວມ​ບົດບາດ​ສຳຄັນ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ​ຫວຽດນາມ - ​ໂຮ​ນລັງ. ​ແຕ່​ກາງປີ 1970, ​ໂຮ​ນລັງ ​ໄດ້​ສະໜອງ​ບັນດາ​​ໂຄງການທຶນ​ສຶກສາ​ໃຫ້​ແກ່​ຫວຽດນາມ, ຜ່ານ​ບັນດາ​​ໂຄງການ​ທຶນ​ສຶກສາ​​ໂຮນລັງ (NFP). ຜ່ານ​ຂໍ້​ລິ​ເລີ່​ມ​ໂຮ​ນລັງ​ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ສຶກສາ​ມະຫາວິທະຍາ​ໄລ (NICHE), ຈຳນວນກວ່າ 10 ລ້ານ ​ເອີ​ໂຣ ​​ໄດ້​ຮັບ​ການ​ລົງທຶນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສຶກສາ​ຫຼັງ​ມັດທະຍົມ​ຕອນ​ປາຍ​ຂອງ​ຫວຽດນາມ. ​ໂຄງການ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ສຶກສາ​ມະຫາວິທະຍາ​ໄລ​ຂອງ​ຫວຽດນາມ, ຊື່​ງ​ແມ່ນ​ສະຖານ​ທີ່​ມີ​ຄວາມ​ຕ້ອງການ​​ກ່ຽວ​ກັບ​ດ້ານ​ວິຊາ​ສະ​ເພາະ​ຂອງ​ໂຮ​ນລັງ ຢ່າງ​ໃຫຍ່​ຫຼວງ​ຄື: ກະສິກຳ, ຄຸ້ມ​ຄອງ​ແຫຼ່ງນ້ຳ​ສັງ​ລວມ, ການ​​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ສອນວິ​ສາຊີບ​ໃຫ້​ການ​ສຶກສາຂັ້ນສູງ​ກວ່າ. ​ໂຮ​ນລັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ອຸປະຖຳ 2 ຝ່າຍ​ໃນ​ການ​ຊ່ວຍ​ເຫຼືອ​ຫວຽດນາມ ຕ້ານ​ພະຍາດ​ວັນ​ລະ​ໂລກ ​ແລະ HIV/AIDS ຢ່າງ​ຕັ້ງໜ້າ. ຄະນະ​ກຳມະການ​ສາທາລະນະ​ສຸກ​ໂຮ​ນລັງ - ຫວຽດນາມ (MCNV) ​ໄດ້​​ເຄື່ອນ​ໄຫວຢູ່​ຫວຽດນາມ ​ເປັນ​ເວລາ 45 ປີ, ​​ເຊິ່ງແມ່ນ​ຕົວ​ຢາງ​ທີ່ຈະ​ແຈ້ງ​ກ່ຽວກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາທາລະນະ​ສຸກລະຫວ່າງ 2 ປະ​ເທດ.

        ​ເລີ່​ມ​ແຕ່​ການ​ພົວພັນ​ຄ້າຂາຍ​ໃນ​ປະຫວັດສາດ, ມາ​ຮອດ​ປະຈຸ​ບັນ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໂຮ​ນລັງ ​ບັນລຸໄດ້​ບັນດາ​ໝາກຜົນ​ອັນ​ດີງາມ. ການ​ຢ້ຽມຢາມຫວຽດນາມ ຂອງ​ທ່ານ​ນາຍົກລັດຖະ​ມົນຕີ​ໂຮ​ນລັງ ຄັ້ງ​ນີ້ ​ໄດ້​ຮັບ​ຖື​ວ່າ​​ເປັນ​ຂີດ​ໝາຍ​ເປີດ​ສັງກາດ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ​ໂຮນລັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ