ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກຂອງ ສປຊ (ESCAP) ນັບແຕ່ວັນທີ 22 - 23 ພຶດສະພາ ຢູ່ສຳນັກງານຂອງ ອົງການນີ້ຢູ່ນະຄອນຫຼວງ ບັງກອກ, ປະເທດໄທ. ເລື່ອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 78 ຂອງ ESCAP ສະແດງໃຫ້ເຫັນວ່າ ລັດຖະບານ ຫວຽດນາມ ຕີລາຄາສູງການຮ່ວມມືກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະຢ່າງມີປະສິດທິຜົນໃນຕະຫຼອດໄລຍະ 45 ປີຜ່ານມາ, ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ນຳການພົວພັນກັບ ສປຊ ແລະ ESCAP ເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາເກົ່າໃນໄລຍະຈະມາເຖິງ.
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ - ảnh 1ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກຂອງ ສປຊ (ESCAP)

ກອງປະຊຸມປະຈຳປີ ESCAP ຄັ້ງທີ 78 ແມ່ນກອງປະຊຸມໃຫຍ່ທີ່ສຸດພາກພື້ນ ອາຊີ - ປາຊີຟິກ ເພື່ອແນໃສ່ພິຈາລະນາ ແລະ ປຶກສາຫາລືບັນຫາ ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຮ່ວມມືພາກພື້ນ, ຍູ້ແຮງວິວັດທະນາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຢູ່ແຕ່ລະປະເທດສະມາຊິກ ແລະ ໃນຂອບເຂດທົ່ວພາກພື້ນ.

        ດ້ວຍຫົວຂໍ້ “ໂຄງການດຳເນີນງານລວມ ເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງຢູ່ອາຊີ - ປາຊີຟິກ”, ກອງປະຊຸມຄັ້ງທີ 78 ຂອງ ESCAP ສຸມໃສ່ປຶກສາຫາລືບັນດາຂົງເຂດຫຼັກແຫຼ່ງໃນປັດຈຸບັນຂອງພາກພື້ນ ຄື ຟື້ນຟູ ແລະ ເຕີບໂຕຢ່າງແຮງ ແລະ ຍືນຍົງ, ຊຸກຍູ້ການຄ້າ, ການລົງທຶນ, ຮັບປະກັນການເຊື່ອມຕໍ່ ແລະ ລະບົບການສະໜອງແບບຍືນຍົງ, ຍູ້ແຮງການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຍາດແຍ່ງກາລະໂອກາດຈາກເຕັກໂນໂລຢີດີຈີຕອນ, ຫັນຄຳໝັ້ນສັນຍາຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະກົດຜົນເປັນຈິງ…

ການໜູນຊ່ວຍຂອງ ESCAP ໃຫ້ແກ່ ຫວຽດນາມ

ໄລຍະຜ່ານມາ, ການເຄື່ອນໄຫວຂອງ ESCAP ເປັນຕົ້ນແມ່ນການໜູນຊ່ວຍລັດຖະບານບັນດາປະເທດກ່ຽວກັບເຕັກນິກ, ໃຫ້ຄຳປຶກສາດ້ານນະໂຍບາຍ, ຄົ້ນຄ້ວາ ແລະ ໄຈ້ແຍກຕີລາຄາສະພາບການເສດຖະກິດ - ສັງຄົມຢູ່ພາກພື້ນ ແລະ ບັນດາປະເທດສະມາຊິກ, ບຳລຸງກໍ່ສ້າງ ແລະ ຝືກອົບຮົມນັກຊ່ຽວຊານ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ບົດຮຽນປະສົບການພັດທະນາ. ຢູ່ ຫວຽດນາມ, ESCAP ມີຫຼາຍການໜູນຊ່ວຍທີ່ຕັ້ງໜ້າ ແລະ ແທດຈິງ ໃນສອງແງ່ມູມຫຼັກນັ້ນແມ່ນ ວາງກຳນົດນະໂຍບາຍ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງກຳລັງຄວາມສາມາດຂອງພະນັກງານຜ່ານບັນດາຊຸດຝຶກອົບຮົບ, ກອງປະຊຸມສຳມະນາຫົວເລື່ອງສະເພາະ ໂດຍ ESCAP ຈັດຕັ້ງໃນຫຼາຍຂົງເຂດຄືນະໂຍບາຍເສດຖະກິດມະຫາພາກ, ບັນຫາສັງຄົມ, ການພັດທະນາກະສິກຳ, ການຄົມມະນາຄົມ ແລະ ຂົນສົ່ງ, ຖະແຫຼງຂ່າວ - ການສື່ສານ, ສະຖິຕິ, ການປ້ອງກັນ, ຕ້ານໄພທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ…

ມີຫຼາຍໂຄງການຮ່ວມມືກັບ ESCAP ມີຄວາມໝາຍສຳຄັນ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ວິວັດທະນາການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນ ການສ້າງລະບົບຂໍ້ມູນ ແລະ ສະຖິຕິກ່ຽວກັບສະພາບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງລະດັບຊາດ.

ການປະກອບສ່ວນຂອງ ຫວຽດນາມ ໃນການເຄື່ອນໄຫວຂອງ ESCAP

        ໄລຍະຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າ, ແທດຈິງ, ເປັນຫຼາຍຮູບແບບ ແລະ ມີຄວາມຮັບຜິດຊອບໃນທຸກການເຄື່ອນໄຫວ ແລະ ກົນໄກຂອງ ຄະນະກຳມະການ, ບໍ່ພຽງແຕ່ມີການປະກອບສ່ວນ, ສ້າງເອກະສານ ແລະ ກຳນົດທິດການຮ່ວມມືຂອງ ESCAP ເທົ່ານັ້ນ ຫາກຍັງຍົກອອກຫຼາຍຂໍ້ສະເໜີ, ວິທີການແກ້ໄຂທີ່ມີລັກສະນະສັງລວມ ແລະ ຍາວນານຕໍ່ບັນຫາຮີບດ່ວນໃນການພັດທະນາແບບຍືນຍົງ ຢູ່ພາກພື້ນ ໃນປັດຈຸບັນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຢູ່ພາກພື້ນ.

        ຫວຽດນາມ ແລະ ESCAP ຮັກສາການສົນທະນາຂັ້ນສູງເປັນປະຈຳ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມປະຈຳປີ ເຄີຍມີການນຳກະຊວງການຕ່າງປະເທດເປັນຫົວໜ້າຄະນະ. ປີ 2021, ຢູ່ກອງປະຊຸມຄັ້ງທີ 77 ຂອງ ESCAP, ທ່ານຮອງນາຍົກບັດຖະມົນຕີ ຟ້າມບິ່ງມິງ ໄດ້ສົ່ງສານຄຼິບວີດີໂອ ໄປຍັງກອງປະຊຸມ. ການນຳ ແລະ ຜູ້ຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີ/ເວທີປາໄສຂັ້ນສູງລົງເລິກຂະແໜງ ໂດຍ ESCAP ຈັດຕັ້ງເປັນປະຈຳ.

        ເລື່ອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນ ກອງປະຊຸມຂັ້ນສູງສຸດຂອງ ຫວຽດນາມ ໃນຫຼາຍປີມານີ້, ມີຄວາມໝາຍສຳຄັນ ສຳລັບທັງສອງຝ່າຍໃນສະພາບການປີນີ້ ບໍ່ພຽງແຕ່ແມ່ນປີ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ESCAP ເທົ່ານັ້ນ ຫາກຍັງແມ່ນການສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າ ເປັນສະມາຊິກ ສປຊ ອີກດ້ວຍ. ນີ້ແມ່ນສານສຳຄັນຂອງ ລັດຖະບານ ຫວຽດນາມ ຕີລາຄາສູງການຮ່ວມມືກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະຢ່າງມີປະສິດທິຜົນໃນຕະຫຼອດໄລຍະ 45 ປີຜ່ານມາ, ພ້ອມທັງສະແດງຄຳໝັ້ນສັນຍາຢ່າງແຮງນຳການພົວພັນກັບ ສປຊ ແລະ ESCAP ເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາເກົ່າໃນໄລຍະຈະມາເຖິງ. ຈາກນັ້ນ, ຍູ້ແຮງວິວັດທະນາການສົນທະນາ, ຮ່ວມມືກັບບັນດາປະເທດສະມາຊິກ, ເສີມຂະຫຍາຍປະສິດທິຜົນການໜູນຊ່ວຍຂອງ ESCAP ເພື່ອປະຕິບັດບັນດາຍຸດທະສາດ, ເປົ້າໝາຍພັດທະນາຂອງ ຫວຽດນາມ, ເປັນຕົ້ນແມ່ນວິວັດການຟື້ນຟູ ແລະ ພັດທະນາແບບຍືນຍົງພາຍຫຼັງໂຄວິດ - 19, ກໍ່ຄືຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26).

        ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ ESCAP ຢັ້ງຢືນຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນບັນດາລະບອບລະບຽບການ, ກົນໄກຫຼາຍຝ່າຍ, ພິເສດແມ່ນ ສປຊ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ກໍ່ຄືປະກອບສ່ວນເຂົ້າການຊຸກຍູ້ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ