ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ວັນທີ 17 ກໍລະກົດ, ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ ປະເທດ ອາເມລິກາ, ຫວຽດນາມ ໄດ້ສະເໜີບົດລາຍງານ VNR ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs).

ດ້ວຍບົດບາດເປັນສະມາຊິກຂອງສະພາເສດຖະກິດສັງຄົມອາຍຸການ 2016 2018, ທີ່ເວທີປາໄສນີ້, ຫວຽດນາມ ສືບຕໍ່ຢືນຢັນທັດສະນະ: ການພັດທະນາແບບຍືນຍົງໄດ້ຮັບການປະສານສົມທົບສອດຫ້ອຍເຂົ້າໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແມ່ນບຸລິມະສິດແຖວໜ້າ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນເທ໊ເຟືອງ (ພາບ: cadn.com.vn)

        ເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງຂອງສະພາເສດຖະກິດ - ສັງຄົມສະຫະປະຊາຊາດປີນີ້ ໄດ້ເຕົ້າໂຮມຜູ້ແທນກ່ວາ 2.500 ທ່ານທີ່ມາຈາກ 193 ປະເທດສະມາຊິກສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ວົງການນັກຮຽນຮູ້ສາກົນ. ດ້ວຍຫົວຂໍ້ວ່າ: “ການຫັນປ່ຽນມຸ່ງໄປເຖິງສັງຄົມຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ເວທີປາໄສປີນີ້ ໄດ້ກວດກາຄືນການປະຕິບັດ 6/17 ເປົ້າໝາຍພັດທະນາແບບຍືນຍົງ ແລະ ພິຈາລະນາບົດລາຍງານຂອງ 47 ປະເທດ.

ຜົນງານທີ່ເປັນໜ້າຊື່ນຊົມ

        ໃນບົດລາຍງານຂອງຕົນ, ຜູ້ຕາງໜ້າ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນເທ໊ເຟືອງ ໄດ້ຍົກອອກບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດ 17 ເປົ້າໝາຍ SDGs, ພ້ອມທັງຢັ້ງຢືນທັດສະນະການພັດທະນາແບບຍືນຍົງເຊິ່ງ ຫວຽດນາມ ໄດ້ປະສານສົມທົບສອດຫ້ອຍເຂົ້າໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ໄດ້ຫັນເປັນລະອຽດໃນແຜນການດຳເນີນງານລະດັບຊາດໃນການປະຕິບັດໂຄງການດຳເນີນງານ 2030 ດ້ວຍ 115 ເປົ້າໝາຍລະອຽດ.

        ຕາມສະພາບການຕົວຈິງແລ້ວ, ໃນໄລຍະຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານຫລາຍຢ່າງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ໄດ້ພິສູດໃຫ້ເຫັນດ້ວຍບັນດາຕົວເລກສະຖິຕິທີ່ເປັນໜ້າປະທັບໃຈ. ການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ປີ 2015 ບັນລຸ 6,7%, ປີ 2016 ແມ່ນ 6,2% ແລະ ປີ 2017 ແມ່ນ 6,8%; ໃນຂະນະທີ່ອັດຕາສ່ວນຄວາມທຸກຍາກຫລາຍສົ້ນໄດ້ຫລຸດຈາກ 9,9% ປີ 2015 ລົງເຫຼືອພຽງຕ່ຳກ່ວາ 7% ປີ 2017.

        ປີ 2016, ອັດຕາສ່ວນຄອບຄົວໄດ້ນຳໃຊ້ແຫຼ່ງນ້ຳສະອາດບັນລຸ 93,4% ແລະ ອັດຕາສ່ວນຄອບຄົວໄດຊົມໃຊ້ໄຟຟ້າແມ່ນ 99%. ອັດຕາສ່ວນພົນລະເມືອງນຳໃຊ້ ອິນເຕີແນັດແມ່ນ 54,2% ປີ 2017. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນອັດຕາສ່ວນການເຂົ້າຮ່ວມການປະກັນສຸຂະພາບບັນລຸໄດ້ 86,4% ປີ 2017 ແລະ ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງເປົ້າໝາຍປະກັນສຸຂະພາບທົ່ວປວງຊົນໃນປີ 2020. ທີ່ເວທີປາໄສ APEC ທ້າຍປີ 2017, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶ໊ກດາມ ໄດ້ເນັ້ນໜັກວ່າ:

        “ເຮັດແນວໃດ ເພື່ອມີລະບົບນະໂຍບາຍຮັບປະກັນການປະກັນໄພຮັບໃຊ້ທົ່ວປວງຊົນຢ່າງທົ່ວເຖິງ ດ້ວຍບັນດາການບໍລິການທີ່ແຕກຕ່າງກັນ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຫລາຍຮູບຫລາຍແບບຂອງປະຊາຊົນທັງໝົດ. ພ້ອມກັນນັ້ນ, ເຮັດແນວໃດ ເພື່ອສົ່ງເສີມບັນດາພາກສ່ວນເສດຖະກິດລົງທຶນເຂົ້າໃນການພັດທະນາບັນດາຮາກຖານສົ່ງເສີມສຸຂະພາບໃຫ້ທຸກຄົນ, ພິເສດແມ່ນບັນດາຮາກຖານເບິ່ງແຍງລ້ຽງດູຜູ້ອາຍຸສູງ. ບັນດາສິ່ງດັ່ງກ່າວທັງໝົດນັ້ນ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ດ້ານສາທາລະນະສຸກຢ່າງແຮງ

        ເພື່ອແນໃສ່ຜັນຂະຫຍາຍຢ່າງແຮງຄຳຊີ້ນຳດັ່ງກ່າວຂອງລັດຖະບານ ຫວຽດນາມ, ຫວ່າງແລ້ວນີ້, ວັນທີ 15 ກໍລະກົດ, ກະຊວງສາທາລະນະສຸກ ໄດ້ປັບປຸງ 88 ການບໍລິການສາທາລະນະສຸກຕາມທິດຫລຸດຜ່ອນ, ແນໃສ່ຮັບປະກັນໃຫ້ປະຊາຊົນມີສິດໄດ້ຮັບການເບິ່ງແຍງດູແລສຸຂະພາບຢ່າງດີທີ່ສຸດ. ທ່ານນາງ ເຈິ່ນທິຢ໊າງເຮືອງ ຫົວໜ້າກົມຮ່ວມມືສາກົນ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

        “ຫວຽດນາມ ມີຄຳໝັ້ນສັນຍາຢ່າງແຮງ, ການນຳພາຂອງລັດຖະບານແມ່ນຂ້ຽວຂາດທີ່ສຸດ ແລະ ຄວາມມານະພະຍາຍາມຂອງທັງລະບົບການເມືອງ, ພິເສດແມ່ນຂອງຂະແໜງສາທາລະນະສຸກໃນການເພີ່ມທະວີການຮັບໃຊ້ທາງດ້ານປະກັນສຸຂະພາບໃຫ້ປະຊາຊົນຢ່າງທົ່ວເຖິງ. ເມື່ອປະຊາຊົນໄດ້ຖືກຮັບປະກັນ ໂດຍການປະກັນສຸຂະພາບນັ້ນ ເມື່ອເກີດບັນຫາກ່ຽວກັບສຸຂະພາບ ກໍ່ມີອົງການປະກັນສຸຂະພາບຈ່າຍໃຫ້”.

        ພ້ອມກັນນັ້ນ, ຫວຽດນາມ ກໍ່ມີບັນດາບາດກ້າວໃນການເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ; ຫລຸດຜ່ອນການຂາດຄວາມສະເໝີພາບ ແລະ ປັບປຸງການສຳພັດກັບຂໍ້ມູນຂ່າວສານ ແລະ ກົດໝາຍໃຫ້ປະຊາຊົນ; ເອົາໃຈໃສ່ເຖິງບັນດາກຸ່ມຄົນດ້ອຍໂອກາດໃນສັງຄົມຄື: ຄົນທຸກຍາກ, ຄົນພິການ, ຊາວເຜົ່າສ່ວນໜ້ອຍ…ໂດຍຜ່ານການປະຕິບັດບັນດານະໂຍບາຍ.

ຄວາມມານະພະຍາຍາມເພື່ອບໍ່ປະໃຫ້ຜູ້ໃດຖືກຢູ່ທາງຫລັງ

        ໃນວິວັດການປະຕິບັດ, ຫວຽດນາມ ຍັງປະສົບກັບສິ່ງທ້າທາຍຫລາຍຢ່າງກ່ຽວກັບສັງຄົມ, ສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມຫຍຸ້ງຍາກກ່ຽວກັບແຫຼ່ງການເງິນ…ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມປະຕິບັດແຜນການດຳເນີນງານ, ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ ໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ, ຍຸຕິທຳໃນສັງຄົມ ແລະ ຮັບປະກັນສິ່ງແວດລ້ອມຊີວະພາບ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ເລື່ອງ ຫວຽດນາມ ສະເໜີບົດລາຍງານແຫ່ງຊາດດ້ວຍຄວາມສະໝັກໃຈກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດເປັນການຢືນຢັນຄືນໃໝ່ເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເສີມຂະຫຍາຍເລື່ອງເປັນສະມາຊິກມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນຄວາມມານະພະຍາຍາມເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ເຂົ້າຮ່ວມ ແລະ ໄດ້ຊົມໃຊ້ໝາກຜົນຂອງການພັດທະນາຢ່າງສະເໝີພາບ./.

ຕອບກັບ

ຂ່າວ/ບົດ​ອື່ນ