ຫວຽດ​ນາມ-ກາ​ຊັກ​ສະ​ຖານ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ຄະນະຜູ້ແທນສະພາຕ່ຳ ສາທາລະນະລັດ ກາຊັກສະຖານ ໂດຍທ່ານປະທານສະພາຕ່ຳ Nurlan Nigmatulin ນຳໜ້າ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13-15 ພະຈິກ. ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດ ເພື່ອແນໃສ່ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ.
ຫວຽດ​ນາມ-ກາ​ຊັກ​ສະ​ຖານ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1

ການນຳສອງຝ່າຍພົບປະກັນຢູ່ນອກ

ກອງປະຊຸມສະມັດຊາໃຫ່ຍລັດຖະສະພາສາກົນຄັ້ງທີ 140

(ພາບ: TTXVN)

   ກາຊັກສະຖານ ແມ່ນປະເທດທີ່ກ້ວາງໃຫ່ຍຕັ້ງຢູ່ທາງທິດຕາເວັນຕົກຂອງທະວີບອາຊີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືດ້ານເສດຖະກິດ, ຂົນສົ່ງສິນຄ້າ. ຫວຽດນາມ ແລະ ກາຊັກສະຖານ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການກ່ອນນີ້ 27 ປີ, ແຕ່ໃນຕົວຈິງ, ສອງປະເທດມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ຫຼາຍກ່ວາ 70 ປີແລ້ວ, ນັບແຕ່ສະໄໝສະຫະພາບ ໂຊວຽດ ໃນເມື່ອກ່ອນ.

ຊຸກຍູ້ການພົວພັນທາງການທູດລັດຖະສະພາ

    ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ກາຊັກສະຖານ ແມ່ນຊ່ອງທາງສຳຄັນໃນການຊຸກຍູ້ການພົວພັນສອງຝ່າຍ. ໃນໄລຍະທີ່ຜ່ານມາ, ການພົວພັນດັ່ງກ່າວໄດ້ຮັບການເພີ່ມພູນຄູນສ້າງຜ່ານການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາຕ່ຳ K.Dzhakupov ເມື່ອປີ 2015, ການຢ້ຽມຢາມ ກາຊັກສະຖານ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເມື່ອປີ 2017 ກໍ່ຄືການເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ-ເອີລົບ ຄັ້ງທີ 4 ຢູ່ ກາຊັກສະຖານ ຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟອງ ເມື່ອເດືອນກັນຍາປີ 2019 ທີ່ຜ່ານມາ. ພ້ອນກັນນັ້ນ, ການນຳສະພາແຫ່ງຊາດສອງຝ່າຍ ຍັງມີການພົບປະສອງຝ່າຍຄັ້ງຕ່າງໆ ຢູ່ນອກບັນດາເຫດການສາກົນຂະໜາດໃຫ່ຍຄື: ກອງປະຊຸມສະມັດຊາໃຫ່ຍ ລັດຖະສະພາສາກົນຄັ້ງທີ 140 (ເດືອນເມສາປີ 2019); ສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງການຮ່ວມມື ຊື່ງລັດຖະບານສອງປະເທດໄດ້ລົງນາມ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຂອງລັດຖະສະພາສອງປະເທດ.

   ທ່ານປະທານສະພາຕ່ຳ Nurlan Nigmatulin ເຄີຍຢືນຢັນຫຼາຍເທື່ອແລ້ວວ່າ ກາຊັກສະຖານ ມີຄວາມເອົາໃຈໃສ່ທີ່ສຸດ ເຖິງການຊຸກຫຍູ້ການພົວພັນຮ່ວມມືລະຫວ່າງລັດຖະສະພາກັບສະພາແຫ່ງຊາດ ຫວຽດນາມ, ທ່ານຢືນຢັນວ່າ ສະພາຕ່ຳ ກາຊັກສະຖານ ຈະໜູນຊ່ວຍລັດຖະບານສອງປະເທດ ຊຸກຍູ້ການຮ່ວມມືດ້ານເສດຖະກິດຜ່ານກົນໄກຮ່ວມມືຂອງກຳມທິການລະຫວ່າງລັດຖະສະພາສອງປະເທດ, ພ້ອມທັງສະແດງຄວາມຫວັງວ່າ ສອງຝ່າຍຈະລົງນາມໃນບົດບັນທຶກຊ່ວຍຈຳ (MOU) ຫຼືຂໍ້ຕົກລົງການຮ່ວມມືສອງຝ່າຍໂດຍໄວ.

ເພີ່ມທະວີການຮ່ວມມືດ້ານເສດຖະກິດ

   ໃນໂອກາດນີ້, ການນຳ ຫວຽດນາມ ແລະ ກາຊັກສະຖານ ກໍ່ຈະເຕື້ອງເຖິງບັນດາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ. ເລື່ອງ ຫວຽດນາມ ແລະ ກາຊັກສະຖານ ລ້ວນແຕ່ແມ່ນສະມາຊິກຂອງສັນຍາການຄ້າເສລີ ກໍ່ແມ່ນເງື່ອນໄຂສະດວກເພື່ອໃຫ້ສອງປະເທດເພີ່ມທະວີການແລກປ່ຽນດ້ານການຄ້າ. ໃນການໄປຢ້ຽມຢາມ ກາຊັກສະຖານ ເມື່ອປີ 2017, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ:

   ສອງຝ່າຍຕ້ອງຍາດແຍ່ງເອົາບຸລິມະສິດດ້ານພາສີອາກອນໂດຍສັນຍາການຄ້າເສລີນຳມາໃຫ້ ເພື່ອສືບຕໍ່ຍູ້ແຮງການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດ. ຫວຽດນາມ ຕ້ອງເພີ່ມການສົ່ງອອກເຂົ້າສານ, ຢາງພາລາ, ກາເຟ, ພາຫະນະເຄື່ອງຈັກ ….ໄປຍັງ ກາຊັກສະຖານ ແລະ ນຳເຂົ້າໂລຫະ, ເຫຼັກ, ເຫຼັກກ້າ ແລະ ບັນດາປະເພດສິນຄ້າອື່ນໆຈາກ ກາຊັກສະຖານ.

      ດ້ວຍພົນລະເມືອງຫຼາຍກ່ວາ 94 ລ້ານຄົນ, ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ບັນດາຜະລິດຕະພັນກະເສດຂອງກາຊັກສະຖານ ໃນຂະນະທີ່ ຫວຽດນາມ ສາມາດສົ່ງອອກສິນໃນນ້ຳ ແລະ ໝາກໄມ້ເຂດຮ້ອນ ໄປຍັງ ກາຊັກສະຖານ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ຕະຫຼາດສອງປະເທດມີການພົວພັນຊື່ງເສີມເຕີມໃຫ້ແກ່, ແທນໃຫ້ການແກ່ງແຍ້ງ. ທ່ານ ດັ້ງຮ່ວາງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ-ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຕີລາຄາວ່າ:

   ສິນຄ້າຫວຽດນາມ ໄດ້ຮັບຄວາມນິຍົມຢູ່ຕະຫລາດອາຊີ-ເອີລົບ, ໃນນັ້ນມີ ກາຊັກສະຖານ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຕ້ອງຍູ້ແຮງການສ້າງເຄື່ອງໝາຍການຄ້າ, ຍູ້ແຮງການປຸງແຕ່ງຫຼັງການເກັບກ່ຽວ. ດ້ວຍບັນດາມາດຕະການທີ່ຄົບຊຸດ, ສິນຄ້າຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດຈະມີບ່ອນຢືນຢ່າງໝັ້ນຄົງຢູ່ຕະຫຼາດແຫ່ງນີ້.

   ຄຽງຄູ່ກັນນັ້ນ, ເສັ້ນທາງລົດໄຟ ຫວຽດນາມ-ຈີນ-ກາຊັກສະຖານ-ເອີລົບ ທີ່ນຳເຂົ້າເຄື່ອນໄຫວເມື່ອປີ 2018 ກໍ່ໄດ້ເປີດກາລະໂອກາດຫຼ!ຍຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ເວົ້າສະເພາະ ແລະ ເອີລົບເວົ້າລວມ.

   ການພົວພັນລະຫວ່າງ ຫວຽດນາມ-ກາຊັກສະຖານ ໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມເຫັນດີເຫັນພ້ອມດ້ວຍຫຼາຍບັນຫາໃຫ່ຍທີ່ມີລັກສະນະທົ່ວໂລກ ກໍ່ຄືອີງໃສ່ການຢ້ຽມຢາມຊື່ງກັນລະກັນຄັ້ງຕ່າງໆຂອງການນຳຂັ້ນສູງສອງປະເທດ. ຍ້ອນເຫດນັ້ນ, ການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານປະທານສະພາຕ່ຳ ສາທາລະນະລັດ ກາຊັກສະຖານ Nurlan Nigmatulin ແນ່ນອນວ່າຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງອົງການນິຕິບັດຍັດສອງປະເທດກ່ວາອີກ, ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.


         

ຕອບກັບ

ຂ່າວ/ບົດ​ອື່ນ