ຫວຽດນາມຍົກສູງຄວາມເຫັນດີເຫັນພ້ອມໃນອາຊຽນ

(VOVWORLD) -ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໄດ້ດຳເນີນໃນວັນທີ 26 ມິຖຸນາ, ເຊິ່ງໄດ້ປຶກສາຫາລືຫຼາຍເນື້ອໃນທີ່ສຳຄັນ ແລະກ່ຽວຂ້ອງເຖິງບັນດາບັນຫາ ທີ່ພາກພື້ນ ອາຊຽນພວມປະເຊີນໜ້າ ໃນ ປັດຈຸບັນກໍ່ຄືຢັ້ງຢືນການພັດທະນາ, ຄວາມສະໜິດຕິດພັນ ຂອງ ປະຊາຄົມອາຊຽນ. ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ຈາກໂລກລະບາດ Covid  19, ຫວຽດນາມ ຍັງເສີມຂະຫຍາຍບົດບາດເປັນປະທານອາຊຽນໄດ້ເປັນຢ່າງດີ ແລະ ມີບັນດາບາດກ້າວຢ່າງຖືກທິດ, ຊ່ວຍຍູ້ແຮງຄວາມສາມັກຄີ ແລະ ຄວາມເຫັນດີເປັນເອກະພາບພາຍໃນກຸ່ມ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.
ຫວຽດນາມຍົກສູງຄວາມເຫັນດີເຫັນພ້ອມໃນອາຊຽນ - ảnh 1

ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານນາງ ເລທິທູຮັ່ງ ຫົວໜ້າກົມຖະແຫຼງຂ່າວສື່ມວນຊົນກະຊວງການຕ່າງປະເທດ ໄດ້ເປັນປະທານການຖະແຫຼງຂ່າວ

ເນື້ອໃນພົ້ນເດັ່ນທີ່ໄດ້ເຕື້ອງເຖິງຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ລ້ວນແຕ່ແມ່ນບັນດາຄວາມສົນໃຈລວມຂອງບັນດາປະເທດໃນພາກພື້ນ ໃນປັດຈຸບັນ ຄື: ວິທີການສຳຜັດໄລຍະຫຼັງ Covid -19, ການພັດທະນາຊັບພະຍາກອນມະນຸດ ໃນຍຸກດີຈີຕອນ, ເພີ່ມທະວີສິດອຳນາດໃຫ້ແມ່ຍິງ…

ຍົກສູງຄວາມເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາໃນພາກພື້ນ

ໂລກລະບາດ Covid – 19 ເກີດຂຶ້ນ ແລະ ມີການຜັນແປຢ່າງສັບສົນໃນໂລກເວົ້າລວມ ແລະ ໃນພາກພື້ນ ເວົ້າສະເພາະ ໄດ້ກາຍເປັນຄວາມສົນໃຈອັນດັບ1 ຂອງບັນດາປະເທດ ສະມາຊິກອາຊຽນ. ດ້ວຍບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງອອນລາຍຫຼາຍຄັ້ງທີ່ບັນລຸໄດ້ປະສິດທິຜົນຢ່າງຕັ້ງໜ້າ, ປະກອບສ່ວນຮັກສາທ່າ ຮ່ວມມືຂອງອາຊຽນ, ໃນນັ້ນມີກອງປະຊຸມສຸດຍອດອາຊຽນພິເສດກ່ຽວກັບໂລກລະບາດ Covid – 19 (ເຊິ່ງຈັດຂຶ້ນໃນວັນທີ 14 ເມສາ), ເພື່ອຍົກອອກບັນດາມາດຕະການຢ່າງລະອຽດຄືສ້າງກອງທຶນ Covid – 19, ສາງແຮອຸປະກອນການແພດ, ຂັັ້ນຕອນມາດຕະຖານກ່ຽວກັບການຮັບມືກັບໂລກລະບາດໃນອາຊຽນ, ກ້າວໄປເຖິງການສ້າງແຜນການຟື້ນຟູໃນອາຊຽນ. ໃນ 6 ເດືອນທີ່ຜ່ານມາ, ການຮ່ວມມືອາຊຽນຕາມເນື້ອໃນຈິດໃຈສະໜິດຕິດພັນ, ເປັນເຈົ້າການ ຮັບມື, ໄດ້ຊ່ວຍໃຫ້ອາຊຽນມີຄວາມໝັ້ນຄົງ ແລະ ຮັບມືກັບໂລກລະບາດ Covid – 19 ໄດ້ເປັນຢ່າງດີ ແລະ ຢູ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36 ນີ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກ ອາຊຽນໄດ້ສືບຕໍ່ແລກປ່ຽນບັນດາວິທີການພັດທະນາໄລຍະຫຼັງ Covid – 19, ພ້ອມກັບບັນດາມາດຕະການຮີບດ່ວນເພື່ອບັນລຸໄດ້ການຟື້ນຟູໄວທີ່ສຸດໃຫ້ແກ່ອາຊຽນໃນທຸກໆຂົງເຂດ. ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແບ່ງປັນວ່າ:

ໂລກລະບາດ Covid 19 ໄດ້ເຮັດໃຫ້ທຸກສິ່ງທຸກຢ່າງທີ່ຫວຽດນາມກະກຽມໄວ້ຖືກຕ່າວປີ້ນ ເພາະສະນັ້ນພວກເຮົາຕ້ອງປ່ຽນແປງໂຄງການເຮັດແນວໃດເພື່ອໃຫ້ມີຄວາມເໝາະສົມ. ພວກເຮົາຕ້ອງສັງເກດວ່າ ບັນດາປະເທດມີຄວາມສົນໃຈຕໍ່ບັນຫາຫຍັງ ແລະ ຕ້ອງປ່ຽນແປງຈຸດສຸມຂອງອາຊຽນ. ເພາະສະນັ້ນ, ຫວຽດນາມຈົ່ງສຸມໃສ່ເປົ້າໝາຍສາມັກຄີ, ເຫັນດີເປັນເອກະພາບຂອງອາຊຽນ, ສຸມໃສ່ພູມປັນຍາ, ຊັບພະຍາກອນມະນຸດໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid 19 ກໍ່ຄືສຸມໃສ່ເຂົ້າໃນການສົມທົບລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືໃນໂລກ. ສິ່ງນັ້ນແມ່ນຖືກຕ້ອງທີ່ສຸດ ແລະໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາປະເທດອາຊຽນ.

ໂດຍອີງໃສ່ບັນດາຄວາມສົນໃຈລວມຂອງປະຊາຄົມ, ຫວຽດນາມ ໄດ້ສ້າງ, ປຶກສາຫາລືກັບບັນດາປະເທດອາຊຽນ ເພື່ອ ຮັບຮອງເອົາຖະແຫຼງການກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອໂລກແຫ່ງການປ່ຽນແປງຂອງວຽກງານ. ສິ່ງດັ່ງກ່າວເພື່ອແນໃສ່ຊ່ວຍແຫຼ່ງຊັບພະຍາກອນມະນຸດຂອງອາຊຽນ ໃຫ້ມີຄວາມສອດຄ່ອງກັບທ່າອ່ຽງພັດທະນາຂອງວິທະຍາສາດເຕັກໂນໂລຊີໃນໂລກກ່ວາ. ສ້າງທ່າແຮງການແກ່ງແຍ້ງໃຫ້ແກ່ພາກພື້ນ. ທ່ານເລກວັນ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ກອງປະຊຸມປະຊາຄົມວັດທະນະທຳສັງຄົມອາຊຽນ ຄັ້ງທີ 23 ໃຫ້ຮູ້ວ່າ:

ຕົວຈິງໃນຍຸກສະໄໝອຸດສາຫະກຳ 4.0, ໂດຍສະເພາະແມ່ນໃນສະພາບການເກີດໂລກລະບາດໂຄວິດ, ການໃຫ້ບຸລິມະສິດພັດທະນາແຫຼ່ງຊັບພະຍາກອນມະນຸດນັບມື້ນັບມີຄວາມສຳຄັນກ່ວາ ແລະ ກຳລັງຄວາມສາມາດແກ່ງແຍ້ງຂອງບັນດາປະເທດອາຊຽນ ເມື່ອທຽບກັບພາກພື້ນ ແລະ ໂລກ ຕ້ອງຄ່ອຍໆວັດແທກດ້ວຍແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ຍ້ອນເຫດນັ້ນ, ບັນດາປະເທດອາຊຽນ ພວມສຸມໃສ່ ບັນດາປາຍແຫຼມຫຼາຍກ່ວາເປັນຕົ້ນແມ່ນ: ເຕັກໂນໂລຊີ, ເຕັກໂນໂລຊີຂໍ້ມູນຂ່າວສານ.

ການປະຕິວັດອຸດສາຫະກຳ 4.0 ກໍ່ຮຽກຮ້ອງໃຫ້ພາກພື້ນອາຊຽນ ຕ້ອງມີວິທີສຳຜັດໃໝ່ ກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍ. ດ້ວຍບົດບາດເປັນປະທານອາຊຽນ 2020, ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ຫວຽດນາມ ໄດ້ຈັດວາລະປະຊຸມພິເສດຂອງບັນດາການນຳອາຊຽນ ກ່ຽວກັບການເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ ເພື່ອຊຸກຍຸ້ສິດສະເໝີພາບລະຫວ່າງຍິງ-ຊາຍ ໃນຂະນະທີ່ບັນດາການນຳອາຊຽນ ໄດ້ປຶກສາຫາລືຢ່າງເປັນການ ເປັນຄັ້ງທຳອິດ ກ່ຽວກັບການມອບສິດອຳນາດໃຫ້ແກ່ແມ່ຍິງ.

ບັນດາການຕີລາຄາທີ່ຕັ້ງໜ້າ       

ຄວາມມານະພະຍາຍາມໃນການປະສານງານຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020 ໃນຫຼາຍຂົງເຂດ ໄດ້ຮັບການຕີລາຄາສູງຈາກປະເທດຕ່າງໆໃນພາກພື້ນ ແລະ ບັນດາປະເທດຄູ່ຮ່ວມມື. ທ່ານເລຂາທິການໃຫ່ຍອາຊຽນ Dato Lim Jock Hoi ແບ່ງປັນວ່າ:

ຫວຽດນາມ ໄດ້ສະແດງໃຫ້ເຫັນ “ຄວາມເປັນການນຳຢ່າງແຮງ” ໃນການນຳບັນດາປະເທດຮັບມືກັບໂລກລະບາດໂຄວິດ 19ໃນພາກພື້ນ. ຫົວເລື່ອງ “ສ້າງອາຊຽນມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໃນປີເປັນປະທານອາຊຽນ 2020 ແມ່ນເໝາະສົມກັບສະພາບການຂອງພາກພື້ນໃນປະຈຸບັນທີ່ສຸດ. ອາຊຽນ ມີຄວາມສາມັກຄີກັນ ແລະ ຮັບມືກັບໂລກລະບາດຢ່າງໄວວາ ນັບແຕ່ເດືອນກຸມພາ ແລະ ຮັບຮອງເອົາກອງປະຊຸມຂັ້ນສູງພິເສດ 2 ຄັ້ງ ທີ່ຖືກຈັດຂຶ້ນໃນວັນທີ 14 ເມສາ. ບັນດາປະຕິກິລິຍາຢ່າງແຮງຂອງອາຊຽນ ສ່ວນຫຼາຍແມ່ນຍ້ອນມີການນຳພາຂອງຫວຽດນາມ, ພິເສດແມ່ນໃນການຊຸກຍູ້ບັນດາປະເທດສະມາຊິກມີການໂອ້ລົມສົນທະນາ ແລະ ຮ່ວມມື.

ບັນດາປະເທດອາຊຽນ ກໍ່ໄດ້ຕີລາຄາສູງຕໍ່ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຢືນຢັນການສະໜັບສະໜູນທີ່ມີຕໍ່ການຜັນຂະຫຍາຍບັນດາໝາກຜົນຕົ້ນຕໍ ຂອງບັນດາກອງປະຊຸມຂັ້ນສູງພິເສດອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ 19 ໂດຍຫວຽດນາມ ສະເໜີ.

ໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ຍາມໃດກໍ່ເປັນສຳຄັນຄວາມສົນໃຈລວມຂອງບັນດາປະເທດອາຊຽນ ໃນການຮັບມືກັບສິ່ງທ້າທາຍໃນພາກພື້ນ ແມ່ນການສະແດງໃຫ້ເຫັນຄວາມມານະພະຍາຍາມສ້າງປະຊາຄົມອາຊຽນຢ່າງລະອຽດ, ປັບປຸງຄວາມສາມັກຄີພາຍໃນກຸ່ມອາຊຽນ.  

ຕອບກັບ

ຂ່າວ/ບົດ​ອື່ນ