ຫວຽດນາມຍູ້ແຮງວິວັດການປະຕິບັດປະກັນສຸຂະພາບທົ່ວປວງຊົນ

(vovworld)- ຕາມ​ການ​ຕີ​ລາ​ຄາ​ຂອງ​ທະ​ນາ​ຄານ​ໂລກ, ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ກ້າວຫນ້າ​ສຳ​ຄັນ​ຈຳ​ນວນ​ຫນຶ່ງ ເພື່ອ​ກ້າວ​ໄປ​ເຖິງ​ທົ່ວ​ປວງ​ຊົນ​ນຳ​ໃຊ້​ປະ​ກັນ​ສຸ​ຂະ​ພາບ. ອັດ​ຕາ​ສ່ວນ​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ ແລະ ບັນ​ດາ​ແຫລ່ງ​ງົບ​ປະ​ມານ​ຫນູນ​ຊ່ວຍ ໄດ້ ແລະ ພວມ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ປະ​ກອບ​ສ່ວນ​ຢ່າ​ງ​ແທດ​ຈິງ​ເຂົ້າ​ໃນ​ວຽກ​ງານ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ປະ​ກັນ​ຄວາມ​ກ້າວ​ຫນ້າ ແລະ ຍຸ​ຕິ​ທຳ​ສັງ​ຄົມ.
ຫວຽດນາມຍູ້ແຮງວິວັດການປະຕິບັດປະກັນສຸຂະພາບທົ່ວປວງຊົນ - ảnh 1
ພາບ​ປະ​ກອບ:dddn.com

        ໄລ່​ມາ​ຮອດ​ທ້າຍ​ປີ 2014, ອັດ​ຕາ​ສ່ວນ​ປະ​ຊາ​ຊົນ​ນຳ​ໃຊ້​ປະ​ກັນ​ສຸ​ຂະ​ພາບ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ 71,6% ຈຳ​ນວນ​ພົນ​ລະ​ເມືອງ, ລື່ນ​ກາຍ​ຄາດ​ໝາຍ​ບັນ​ລຸ 70% ຕາມ​ແຜນ​ຮ່າງ​ຂອງ​ລັດ​ຖະ​ບານ​ທີ່​ວາງ​ອອກ. ​ມີ18/63 ທ້ອງ​ຖິ່ນ ບັນ​ລຸ ແລະ ລື່ນ​ກາຍ​ແຜນ​ການ​​  ວ​າງ​ອອກກ່ຽວ​ກັບອັດ​ຕາ​ສ່ວນ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ, ໃນ​ນັ້ນ 7 ແຂວງ ພູ​ດອຍທາງພາກ​ເຫນືອ ແລະ ດາ​ຫນັງ ມີກວ່າ 90% ຈຳ​ນວນ​ພົນ​ລະ​ເມືອງ​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ. ກອງ​ທຶນ​ປະ​ກັນ​ສຸ​ຂະ​ພາບ​ໄດ້​ຊຳ​ລະ 100% ລາຍ​ຈ່າຍກວດ​ປິ່ນ​ປົວ​ພະ​ຍາດ​ສຳ​ລັບ​ຫລາຍ​ເປົ້າ​ໝາຍ​ຄື: ​ຄອບ​ຄົວ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພວມ​ດຳ​ລົງ​ຊີ​ວິດ​ຢູ​່​ເຂດ​ມີ​ເງື່ອນ​ໄຂ​ເສດ​ຖະ​ກິດ​ສັງ​ຄົມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.. ປະ​ກອບ​ສ່​ວນໂດຍ​ກົງ​ເຂົ້າ​ໃນ​ການ​ຫລຸດ​ຜ່ອນ​ອັດ​ຕາ​ສ່ວນ​ປະ​ຊາ​ຊົນ​ຕ້ອງ​ເສຍ​ເງິນ​ເອງ​ໃນ​ການ​ກວດ​ແລະ ປິ່ນ​ປົວພະ​ຍາດ.

        ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ມະ​ນຸດ​ແລະ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ

        ​ໃນ​ຈຳ​ນ​ວນ​ເງິນ 54.000ຕື້​ດົງ ຊື່ງ​ອົງ​ການ​ປະ​ກັນ​ສຸ​ຂະ​ພາບເກັບ​ມາ​ໄດ້​ໃນ​ປີ 2014, ມີ​ກວ່າ 21.000 ຕື້​ດົງ​​ແມ່ນຈາກ​ງົບ​ປະ​ມານ​ແຫ່​ງ​ລັດ ຫນູນ​ຊ່ວຍ​ໃຫ້​ກຸ່ມ​ຄົນ​ທຸກ​ຍາກ, ຜູ້ໃກ້​ຈະ​ຖືກ​ຈັດ​ເຂົ້າ​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ ແລະ  ​ເປົ້າ​ໝາຍ​ນະ​ໂຍ​ບາຍ ຊື້​ປະ​ກັນ​ສຸ​ຂະ​ພາບ. ຕາມ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລ້ວ, ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຊຳ​ລະ​​ຄ່າ​ໂຮງ​ໝໍ​ ເກືອບ​ທັງ​ໝົດ ໃຫ້​ແກ່​ຄົນ​ເ​ປັນ​ພະ​ຍາດ​ມະ​ເຮງ, ຍາດ​ຕິ​ພີ່​ນ້ອງບັນ​ດາ​ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ຜູ​້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​. ສ່ວນ​ຜູ້​ທຸກ​ຍາກ ແລະ ຜູ້​ໃກ້​ຖືກ​ຈັ​ດ​ເຂົ້າ​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ, ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ​ຊຳ​ລະ​​ຄ່​າ​ໂຮງ​ໝໍ​ສ່ວນ​ໃຫຍ່, ​ສ່ວນຄົນ​ເຈັບ​ພຽງ​ແຕ່​ເສຍ ຄ່າ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ສູງ​ສຸດ​ແມ່ນ 20%. ບັນ​ດາ​ຄອບ​ຄົວ​ເຮັດ​ອາ​ຊີບກະ​ສິ​ກອນ, ປ່າ​ໄມ້, ການ​ປະ​ມົງ ມີ​ລະ​ດ​ັບ​ຄອງ​ຊີບ​ປານ​ກາງ ພວມ​ໄດ້​ຮັບ​ການ​ຫນູນ​ຊ່ວຍ 30%. ຫວ່າງ​ແລ້ວນີ້, ທີ່ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ ແລະ ແຜນ​ຮ່າງ​ປະ​ຕິ​ບັດ​ວິ​ວັດ​ການ​ກ້າວ​ໄປ​ເຖິງ​ທົ່ວ​ປວງ​ຊົນ​ນຳ​ໃຊ້​ປະ​ກັນ​ສຸ​ຂະ​ພາບ​ໄລ​ຍະ 2012-2015 ແລະ ຮອດ​ປີ 2020, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ ປະ​ກັນ​ສຸ​ຂະ​ພາບ ທົ່ວ​ປວງ​ຊົນ ແມ່ນ​ແຜນ​ນະ​ໂຍ​ບາຍ​ພິ​ເສດ​ສຳ​ຄັນ ເພື່ອ​ຮັບ​ປະ​ກັ​ນ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ ນັບ​ທັງຜູ້​ຮັ່ງ​ມີ ກໍ​ຄື​ຜູ້​ທຸ​ກ​ຍາກ​ລ້ວນ​ແຕ່​ໄດ້​ຮັບ​ການ​ປິ່ນ​ປົວ​ພະ​ຍາດ​​ເຊັ່ນ​ດ​ຽວ​ກັນ. ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ບັນ​ດາ​ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ຕ້ອງ​ຍູ້​ແຮງວິ​ວັດ​ການ​ດັ່ງ​ກ່າວ.

        “ປີ 2015 ນີ້ ອັດ​ຕາ​ສ່ວນ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ​ຕ້ອງ​ບັນ​ລຸ​ໄດ້ 75%, ປີ 2020 ແມ່ນ 80%, ແລະ ສູ້​ຊົນ​ບັນ​ລຸລະ​ດັບ​ສູງກວ່າ. ພ້ອມ​ກັບ​ຈຳ​ນວນນັ້ນ ຄຸນ​ນະ​ພາບ​ຕ້ອງ​ຮັບ​ການ​ຍົກ​ສູງ​ຂຶ້ນ, ຄຸນ​ນະ​ພາບການ​ກວດ ແລະ ປິ່ນ​ປົວ​ພະ​ຍາດຕ້ອງຍົກ​ສູງຂຶ້ນ, ​​ຄຸນ​ນະ​ພາບ​ການຊົມ​ໃຊ້​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ສູງ, ລາຍ​ຈ່າຍ​ຂອງ​ປະ​ຊາ​ຊົນ​ຫລຸດ​ລົງ, ເປົ້າ​ໝາຍ​ຊົມ​ໃຊ້​ແມ່ນ​ຫລາຍກວ່າ. ຫນ້າ​ທີ່ນີ້​ແມ່ນສຳ​ຄັນ​ພິ​ເສດ ເພາະ​ວ່າ ນີ້​ແມ່ນ​ຊີ​ວິດ​ອິ​ນ​ຊ​ີ, ​ແມ່ນສຸ​ຂະ​ພາບ​ຂອງ​ມະ​ນຸດ ຊື່ງ​ຈຸດ​ໝາຍ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ແມ່ນ​ມະ​ນຸດ.”

        ຕັດ​ສິນ​ໃຈ​ປະ​ຕິ​ບັດ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ຕາມ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ: ເພື່ອ​ບັນ​ລຸ​ໄດ້​ອັດ​ຕາ​ສ່ວນ ກວ່າ 71% ຈຳ​ນວນ​ພົນ​ລະ​ເມືອງ​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ ພ້ອມ​ກັບ​ການ​ຍົກ​ຄ່າ​ປະ​ກັນ​ສຸ​ຂະ​ພາບ​ຂຶ້​ນ 1,5-4,5% ເງິນ​ເດືອນ​ພື້ນ​ຖານ ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃຫຍ່​ສຸດ​ຂອງ​ທັງ​ລະ​ບົບ​ການ​ເມືອງ. ຍ້ອນ​ເຫດນັ້ນ ປະ​ຊາ​ຊົນ​ທຸກ​ຄົນ, ນັບ​ທັງ​ຜູ້​ທຸກ​ຍາກ ລ້ວນ​ແຕ່​ໄດ້​ຮັບ​ການ​ປິ່ນ​ປົວ​ພະ​ຍາດ ດ້ວຍ​ບັນ​ດາ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ມີ​ຄຸນ​ນະ​ພາບ​ສູງ. ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ດັ່ງ​ກ່າວ​ໃຫ້​ໄດ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສຳ​ຫລວດກວດ​ກາ, ເພີ່ມ​ເຕີມ ຫລື ປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ສິ່ງ​ສຳ​ຄັນ​ທີ່​ສຸດ ນັ້ນ​ແມ່ນ ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ກ່ຽວ​ກັບ​ຫນ້າ​ທີ່​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ. ຕົວ​ຢ່າງ ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ໂຄ​ສະ​ນາ​ຂົນ​ຂ​ວາຍ, ແລະເປັນ​ຕົວ​ແທນ​ຂາຍ​ປະ​ກັນ​ສຸ​ຂະ​ພາບ. ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ, ສະ​ຫະ​ພັນ​ແມ່​ຍິງ ສ້າງ​​ເປັນຫນ່ວຍ​ກູ້​ຢືມ​ທຶນ​ໃຫ້​ແກ່​ຄອບ​ຄົວ​ທຸ​ກ​ຍາກ, ຄອບ​ຄົວ​ໃກ້​ຈະ​ຖືກ​ຈັດ​ເຂົ້າ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ.”

        ພ້ອມ​ກັບ​ການ​ຜັນ​ຂະ​ຫຍາ​ຍ​ແຜນ​ຮ່າງ​ປະ​ຕິ​ບັດ​ວິ​ວັດ​ການກ້າວ​ໄປ​ເຖິງ​ປະ​ກັນ​ສຸ​ຂະ​ພາ​ບ​ທົ່ວ​ປວງ​ຊົນ​ໄລ​ຍະ 2012-2015 ແລະ ຮອດ​ປີ 2020, ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ ​ເລີ່ມມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/1/2015   ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ​ເວົ້າ​ລວມ ແລະ ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເວົ້າ​ສະ​ເພາະ. ທ່ານ ຟ້າມ​ເລືອງ​ເຊີນ, ຫົວ​ຫນ້າ​ພະ​ແນກ​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ​ປະ​ກັນ​ສຸ​ຂະ​ພາບ, ປະ​ກັນ​ສັງ​ຄົມ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ຕາມ​ກົດ​ໝາຍ​ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ ສະ​ບັບ​ປັບ​ປຸງ​ແລ້ວ, ມີ​ຫລາຍ​ນະ​ໂຍ​ບາຍ​ໄດ້​ຮັບ​ການ​ປັບ​ປຸງ​ຕາມ​ທິດ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ຊົນ​ເຜົ່າສ່ວນ​ຫນ້ອຍ. ກ່​ອນ​ອື່ນ​ໝົດ ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໄດ້​ຊຳ​ລະ 100% ຄ່າ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ໃນ​ຂອບ​ເຂດ​ໄດ້​ຊົ​ມ​ໃຊ້.”

        ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ໃນ​ການ​ຍູ້​ແຮງ​ການ​ປະ​ຕິ​ບັດ​ປະ​ກັນ​ສຸ​ຂ​ະ​ພາບ​ທົ່ວ​ປວງ​ຊົນ, ໃນ​ເດືອນ 3 ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຈະ​ປະ​ກ​າດ​ໃຊ້​ຄຳ​ສັ່ງ​ຮຽກ​ຮ້ອງ​ບັນ​ດາ​ຂະ​ແຫນງ​ການ​ກ່ຽວ​ຂ້ອງ ແລະ ບັນ​ດາ​ທ້ອງ​ຖິ່ນ ຍູ້​ແຮງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ ແລະ ແຜນ​ຮ່າງ​ປະ​ຕິ​ບັດ​ວິວັດ​ການ​ກ້າວ​ໄປ​ເຖິງ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ. ພ້ອມ​ກັນ​ນັ້ນ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ຄຸນ​ນະ​ພາບກວດ​ປິ່ນ​ປົວ​ພະ​ຍາດ​ຢ່າງ​ຄ​ົບ​ຊຸດ​ຢູ່​ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສຳ​ລັບ​ປະ​ຊາ​ຊົນ, ຈາກນັ້ນ ນັບ​ມື້​ນັບ​ມີ​ປະ​ຊາ​ຊົນ​ຫລາຍ​ຄົນ​ເຂົ້າ​ຮ່ວມ​ການຊື້​ປະ​ກັນ​ສຸ​ຂະ​ພາບ.

ຕອບກັບ

ຂ່າວ/ບົດ​ອື່ນ