ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ອາຊຽນ-ຈີນ

  

ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ອາຊຽນ-ຈີນ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ Nguyen Tan Dung (ພາບ:TTXVN)


 vovworld- ໂດຍ​ຮັບ​ຄຳ​ເຊີນ​ຈາກ​ລັດຖະບານ​ແຫ່ງ ສ.ປ.ຊ ຈີນ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ​ແຂວງ​ກວາງສີ​ແຫ່ງ​ປະ​ເທດ​ຈີນ, ວັນ​ທີ 20/9, ທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ໄປເຂົ້າຮ່ວມງານຕະຫຼາດນັດອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດ ການລົງທຶນ, ການ​ຄ້າອາຊຽນ-ຈີນຄັ້ງ​ທີ່ 9 ທີ່​ຈັດ​ຂຶ້ນ​ຢູ່​ໜານ​ໜິງແຂວງ​ກວາງສີ​ແຫ່ງ​ປະ​ເທດ​ຈີນ. ການ​ເຂົ້າ​ຮ່ວມ​ຂອງ ທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ Nguyen Tan Dung ​ໃນ​ບັນດາ​ເຫດການ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາຊຽນ-ຈີນ, ຊຸກຍູ້​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ອາຊຽນ-ຈີນ, ພ້ອມ​ທັງ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ຊອກ​ຫາ ​ແລະ ​ເປີດ​ກ້ວາງ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ຈີນ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​​ເຂດ​ຊາຍ​ແດນ​ຂອງ​ຈີນ, ​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກັບ ແຂວງ​ກວາງສີ​.

     ງານຕະຫຼາດນັດອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການລົງທຶນ, ການ​ຄ້າອາຊຽນ-ຈີນ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ໂດຍ​ກະຊວງ​ການ​ຄ້າ​ຈີນ ​ແລະ 10 ປະ​ເທດ​ອາ​ຊຽນຮ່ວມ​ກັນ​ຈັດ​ຂຶ້ນ​ຢູ່​ໜານ​ໜິງແຂວງ​ກວາງສີ​ແຫ່ງ​ປະ​ເທດ​ຈີນ. ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ງານ​ຕະຫຼາດນັດນີ້​ໄດ້ຮັບ​ການ​ເລືອກ​ເຟັ້ນ​ແມ່ນ​ໜຶ່ງ​ໃນ 1​0 ງານ​ຕະຫຼາດນັດ-ການວາງສະ​ແດງອັນ​ດັບ​ໜຶ່ງ​ຂອງ​ຈີນ, ຫາກ​ຍ້ອນ​ບົດ​ບາດ​ທີ່​ນັບ​ມື້​ນັບ​ພົນ​ເດັ່ນ ​ແລະ ​​ເປັນ​ຈຸດ​ນັດ​ພົບ​ຊຶ່ງ​ບໍ່​ພຽງ​ແຕ່​ສຳລັບ​ວິ​ສາ​ຫະກິດ​ຈີນ​ ​ແລະ ບັນດາ​ປະ​ເທດ​ອາ​ຊຽນເທົ່າ​ນັ້ນ, ຫາກ​ຍັງ​ສຳລັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ນອກ​ພາກ​ພື້ນ​ອີກ​ດ້ວຍ.  ງານ​ຕະຫຼາດນັດສາມາດ​ຢັ້ງຢືນ​ໄດ້​ຄວາມ​ສຳຄັນ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ,  ກອງປະຊຸມສຸດຍອດການ ລົງທຶນ, ການ​ຄ້າອາຊຽນ-ຈີນ​ໄດ້​ເປີດ​ເວທີ​ປາ​ໄສ​ສົນທະນາ​ຂັ້ນ​ສູງ​ທີ່​ສຳຄັນ​ລະຫວ່າງ ອາຊຽນ-ຈີນ ​ແນ​ໃສ່​ເພີ່ມ​ທະວີ​ການ​ພົ​ວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາຊຽນ-ຈີນ, ຊຸກຍູ້​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ອາຊຽນ-ຈີນ ກໍ​ຄື​ເຮັດ​ໃຫ້ການ​ພົວພັນ​ຮ່ວມມືທາງ​ດ້ານ​ເສດຖະກິດ, ການ​ຄ້າ​ຢູ່​ພາຍ​ໃນ​ພາກ​ພື້ນ​ເລິກ​ເຊິ່ງຂຶ້ນ​ຕື່ມ.

   ​ໂດຍ​ຖືກ​ດຳ​ເນີນ​ໃນ​ສະພາວະ​ທີ່ ອາຊຽນ ​ແລະ ຈີນພວມ​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 21 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະ​ຈາ, ງານຕະຫຼາດນັດອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການ ລົງທຶນ, ການ​ຄ້າອາຊຽນ-ຈີນຄັ້ງ​ນີ້ ສືບ​ຕໍ່​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ມີ​ບາດ​ກ້າວ​ຂະຫຍາຍຕົວ​ໃໝ່. ຜ່ານ​ການຈັດ​ຕັ້ງ 8 ຄັ້ງ, ມາ​ຮອດ​ປະຈຸ​ບັນ, ຍອດ​ມຸນ​ຄ່າ​ແລກປ່ຽນການ​ຄ້າ​ຢູ່​ທີ່ ງານຕະຫຼາດນັດອາຊຽນ-ຈີນ ​ໄດ້​ບັນລຸ​ກ່ວາ 12 ຕື້ USD . ປະຈຸບັນວົງເງິນການຄ້າ ອາຊຽນ-ຈີນ ໄດ້ເພີ່ມຂຶ້ນ 37 ເທົ່າ, ບັນລຸກ່ວາ 360 ຕື້ USD ກາຍ​ເປັນ​ໜຶ່ງ​ໃນ​ຈຳນວນ​ຄູ່​ຄ້າ​ລາຍ​ໃຫຍ່​ກ່ວາ​ໝູ່ຂອງ​ກັນ. ທີ່ກອງປະຊຸມສຸດຍອດອາຊຽນ-ຈີນປີ​ກາຍ​ນີ້, 2 ຝ່າຍ​ໄດ້​ຮັບຮອງ​ເອົາ​ແຜນການ 5 ປີ ຄັ້ງ​ທີ່ 2 , ​ແຜນ​ກຳນົດ​ຮ່ວມ​ມື 5 ປີ ( 2011-2015 ) , ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ໄດ້​ວາງຈຸດໝາຍ​ຮອດ​ປີ 2015, ຈະ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 500 ຕື້ USD . ທ່ານ​ເຮື້ອ​ໜິງໜິງ ຮອງ​ເລຂາທິການ​ໃຫຍ່​ສະພາ​ການ​ຄ້າ ອາຊຽນ-ຈີນ, ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າກັບ ອາຊຽນຂອງ ຈີນ​ໃຫ້​ຮູ້​ວ່າ :

   “ ​ໃນ​ສະພາບ​ການ​ທີ່​ຈີນ​ພວມ​ປະຕິບັດ​ແຜນການ 5 ປີ ຄັ້ງ​ທີ່ 12, ບັນດາ​ປະ​ເທດ​ອາຊຽນຍູ້​ໄວ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ພວກ​ເຮົາ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ທຳ​ມາ​ຄ້າຂາຍ. ພິ​ເສດ​ແມ່ນ​ການ​ສ້າງ​ເຂດ​ການຄ​້າ ເສລີ (FTA) ຈີນ - ອາຊຽນ ດ້ວຍ​ສິນຄ້າຫຼາຍ​ປະ​ເພດ​ທີ່​ມີ​ອັດຕາ​ພາສີ 0%. ສິ່ງ​ນີ້​ເປັນ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ 2 ຝ່າຍ​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ 20 ປີທີ່​ຈະ​ມາ​ເຖິງ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຮ່​ວມມື​ ຈີນ-ອາ​ຊຽນນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ”

   ສຳລັບ​ຫວຽດນາມ​ເວົ້າ​ສະ​ເພາະ, ການ​ເຂົ້າ​ຮ່ວມ ງານ​ຕະຫຼາດນັດຄັ້ງ​ນີ້ ​ໄດ້​ນຳ​ມາ​​ເຊິ່ງຄຸນຄ່າ​ຫຼາຍ​ຢ່າງ. ກ່ອນ​ອື່ນ​ໝົດ, ກ່ຽວ​ກັບ​ດ້ານ​ພູມິສາດ, ກວາງ​ສີ​ແມ່ນ​ທ້ອງ​ຖິ່ນ​ຂອງ​ຈີນ​ທີ່​ມີ​ຊາຍ​ແດນ​ທາງບົກ​ຕິດ​ກັບ 4 ​ແຂວງ​ຊາຍ​ແດນ​ພາກ​ເໜືອ​ຫວຽດນາມ. ປີ 2011, ​ໄລ່​ສະ​ເພາະວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ລະຫວ່າງ​ຫວຽດນາມ ​ແລະ ​ແຂວງ​ກວາງ​ສີ ​ໄດ້​ບັນລຸ 7 ຕື້ USD ​(ເພີ່ມ​ຂຶ້ນ 50% ​​ເມື່ອ​ທຽບ​ໃສ່​ປີ 2010) 8 ​ເດືອນ​ຕົ້ນ​ປີ 2012, ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ລະຫວ່າງ​ຫວຽດນາມ ​ແລະ ​ແຂວງ​ກວາງ​ສີ ​ໄດ້​ບັນລຸກ່ວາ 3,2 ຕື້ USD, ​ເພີ່​ມຂຶ້ນ 22,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ຂະນະ​ນັ້ນ, ການ​ພົວພັນ​ທາງ​ດ້ານ​ການຄ​້າລະຫວ່າງ ຈີນ - ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວທີ່​ສຸດ. ​ໂດຍ​ແມ່ນ​ປະ​ເທດ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງອາ​ຊຽນ, ຫວຽດນາມຍາມ​ໃດ​ກໍ​ມານ​ະພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ອາຊຽນ-ຈີນ, ຊຶ່ງ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ທີ່​ສຸດ ​ແມ່ນ​ຫວຽດນາມ​ໄດ້​ເຮັດ​ສຳ​ເລ​ັດບົດບາດ​ແມ່ນ​ປະ​ເທດຄູ່​ເຈລະຈາ​ລະຫວ່າງ ອາຊຽນ -ຈີນ​ໃນ​ປີ 2011. ທັດສະນະ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ເພີ່ມ​ທະວີ​​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ບັນດາ​ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ​ອີກ​ດ້ວຍ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນ ອາຊຽນ-ຈີນ​ເມື່ອ​ມໍ່​ໆມາ​ນີ້, ທ່ານຮອງນາ​ຍົກ​ລັດຖະມົນຕີ ຫວຽດນາມ Nguyen Thien Nhan ​ໄດ້​ຢືນຢັນ​ວ່າ :

   “ ອາດ​ຈະ​ຢືນຢັນ​ວ່າການ​ພົ​ວພັນ ອາຊຽນ-ຈີນ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ສາຍ​ພົວພັນທີ່​ຂະຫຍັນ​ຂັ່ນ​ເຄື່ອນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ​ສືບ​ຕໍ່​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດອາຊຽນ ​ແລະ ຈີນຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃຫ້​ພັດທະນາ​ຢ່າງ​ແຂງ​ແຮ​ງ​ໃນ​ທຸກໆ​ຂົງ​ເຂດ. ​ໂດຍ​ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮື​ອນຄຽງ​ທີ່​ໃກ້​ຊິດ​ສະໜິດສະໜົມ​, ​ໃນ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ພົວພັນ​ຫວຽດນາມ​-ຈີນ ​ໄດ້ ​ແລະ ພວມ​ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ສຳຄັນ. ຫວຽດນາມ​ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້​ບຸລິ​ມາະສິດຢ່າງ​ສູງ​ໃຫ້​ແກ່​ການ​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຈີນ ”

    ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ດີງາມ​ນັ້ນ, ການ​ເຂົ້າ​ຮ່ວມງານຕະຫຼາດ ນັດອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການລົງທຶນ, ການ​ຄ້າອາຊຽນ-ຈີນຄັ້ງ​ນີ້​ຂອງ ທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ Nguyen Tan Dung ກໍ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ຢືນຢັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ພັດທະນາ​ການ​ພົ​ວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ. ພ້ອມ​ກັນ​ນັ້ນ, ກໍ​ໜູນ​ຊ່ວຍ​ບັນດາວິ​ສາ​ຫະກິດ​ຫວຽດນາມ​ໄດ້​ຊອກ​ຫາ ​ແລະ ​ເປີດ​ກ້ວາງ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ຈີນ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​​ເຂດ​ຊາຍ​ແດນ​ຂອງ​ຈີນ, ​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກັບແຂວງ​ກວາງສີ. ດ້ວຍ​ສານ​ທີ່​ຕັ້ງໜ້າ​ດັ່ງກ່າວ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງທ່ານ​ນາ​ຍົກ​ລັດຖະມົນຕີຫວຽດນາມ Nguyen Tan Dung ຈະ​ບັນລຸ​ໝາກຜົນ​ທີ່​ດີງາມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ-ຈີນ ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ