ຫວຽດນາມຕັ້ງໜ້າເຂົ້າຮ່ວມເວທີປາໄສເສດຖະກິດໂລກອາຊີຕາເວັນອອກ

 

ຫວຽດນາມຕັ້ງໜ້າເຂົ້າຮ່ວມເວທີປາໄສເສດຖະກິດໂລກອາຊີຕາເວັນອອກ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເຂົ້າຮ່ວມ WEF ອາຊີ​ຕາ​ເວັນ​ອອກ 2010 ດ້ວຍຫົວຂໍ້ “ ຍົກສູງບົດບາດຂອງອາຊີ ”
(ພາບ:internet)


  ໃນ​ລະຫວ່າງ​ວັນ​ທີ 31/5 ຫາ 1/6, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ ນຳໜ້າຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ອາຊີ​ຕາ​ເວັນ​ອອກປີ 2012 (WEF ອາຊີ​ຕາ​ເວັນ​ອອກ 2012) ຢູ່​ບາງກອກ​ປະ​ເທດ​ໄທ ຕາມ​ຄຳ​ເຊີນຂອງ​ທ່ານ​ນາງ ຍິງຣັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ໄທ ​ແລະ ປະທານ ເວທີ​ປາ​ໄສ​ເສດຖະກິດ​ໂລກ​ Klaus Schwab. ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ເຂົ້າ​ໃນ ເວທີ​ປາ​ໄສ​ເສດຖະກິດ​ພາກ​ພື້ນຄັ້ງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ​ແລະ ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ ຫວຽດນາມ - WEF.

     ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ໂລກ​ມີ​ສັນຍານ​ຟື້ນ​ຕົວ​ຄືນ, ການ​ເຕີບ​ໂຕ​ບັນລຸ​ລະດັບ​ທີ່​ໜ້າ​ຊື່ນຊົມກວ່າ​ເມື່ອ​ທຽບ​ໃສ່​ປີ 2011 ​ແຕ່​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ຍັງ​ຄົງ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ທະ​ວີ​ບ​ເອີ​ລົບ​ ຊຶ່ງ​ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​ພາກພື້ນ​ໃຊ້​ກະ​ກຸນ​ເງິນ​ເອີ​ໂຣລວມ ພວມ​ມີ​ການ​ຫັນປ່ຽນ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄດ້​ລວງ​ໜ້າ. ເວທີ​ປາ​ໄສ​ເສດຖະກິດ​ໂລກ​ອາຊີ​ຕາ​ເວັນ​ອອກປີ 2012 ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າ​ງ​ໃຫຍ່​ຫຼວງ​ຈາກ​ປະຊາ​ຄົ​ມ​ໂລກ ​ແລະ ພາກ​ພື້ນ. ຫົວ​ຂໍ້ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ “ ສ້າ​ງອະນາຄົດ​ໃຫ້​ແກ່​ພາກ​ພື້ນ​ຜ່ານ​ການ​ເຊື່ອມ​ຕໍ່​ກັນ ”. ກອງ​ປະຊຸມ​ຄາດ​ຄະ​ເນ​ວ່າ ສຸມ​ໃສ່​ປຶກສາ​ຫາລື 3 ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ບົດບາດ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ສູງ​ຂອງ​ອາ​ຊຽນ ​ໃນ​ການ​ສ້າງ​ຄວາມ​ດຸນດຽງ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ຄືນ​ໃໝ່; ບົດ​ບາດຂອງ​ບັນດາ​ລັດຖະບານ ​ແລະ ອົງການ​ຈັດ​ຕັ້ງ​ໃນ​ການ​ນຳ​ສະ​ເໜີ, ຜັນຂະ​ຫຍາ​ຍບັນດາ​ນະ​ໂຍບາຍ​ການ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ທຶນໝູນວຽນ, ການ​​ເໜັງ​ຕີງຂອງລາ​ຄາ​ສິນຄ້າ ​ແລະ ການ​ເຕີບ​ໂຕ​ແບບ​ດຸ່​ນດ່ຽງ; ການ​ນຳ​ໃຊ້​ທ່າ​ໄດ້​ປຽບ​ດ້ານ​ປະຊາກອນ ​ແລະ ​ເຕັກ​ໂນ​ໂລ​ຢີ​ໃນ​ພາກ​ພື້ນ​ເພື່ອ​ພັດທະນາ​ບັນດາ​ຮູບ​ແບບ​ການ​ເຕີບ​ໂຕ​ໂດຍ​ຜ່ານ​ການ​ປ່ຽນ​ແປງ​ໃໝ່, ປັບປຸງ​ກົນ​ໄກ​ປຸກລະດ​​ົມຖັນ​ແຖວ​ຜູ້ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ຈິດ​ໃຈດຳ​ເນີນ​ທຸລະ​ກິດ ​ແລະ​ ກໍ່ສ້າງດ້ານ​ເຕັກນິກ.

   ເວທີ​ປາ​ໄສ​ເສດຖະກິດ​ໂລກ​ WEF ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ວ່າ ​ແມ່ນ​ໜຶ່ງ​​ໃນບັນດາ ເວທີ​ປາ​ໄສ​ທົ່ວ​ໂລກ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ດຶງ​ດູດ​ຄວາ​ມສົນ​ໃຈ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳບັນດາ​ປະ​ເທດ​ມະຫາ​ອຳນາດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ກໍ​ຄື​ບັນດາ​ບໍລິສັດ, ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ​ໃນ​ໂລກ. ​ແຕ່ລະ​ປີ, WEF​ ໄດ້ຈັດ​ຕັ້ງ ເວທີ​ປາ​ໄສລະດັບ​ທົ່ວ​ໂລກ​ ​ແລະ ພາກ​ພື້ນ​ຫຼາຍຄັ້ງ, ​ເຕົ້າ​ໂຮມ​ບັນດາ​ການ​ນຳ​ລັດຖະບານ, ການ​ນຳ​ວິ​ສາ​ຫະກິດ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ສາສະໜາ, ບັນດາ​ນັກຮຽນ​ຮູ້​ໃນ​ທົ່ວ​ໂລກ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນ​ຫາ​ສະຖານະ​ການ​ທົ່ວ​ໂລກ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມ. ເວທີ​ປາ​ໄສທີ່​ສຳຄັນ​ກ່ວາ​ໝູ່​ຂອງ WEF ​ແມ່ນ​ກອງ​ປະຊຸມປະຈຳ​ປີ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງກອນ​ໃນ​ແຕ່ລະ​ປີ​ຢູ່ ດາ​ໂວ​ດ ປະ​ເທດ​ສະ​ວິດ. ນອກຈາກ​ນັ້ນ, WEF ຍັງ​ຈັດ​ຕັ້ງ​ບັນດາເວທີ​ປາ​ໄສ​ລະດັບ​ພາກ​ພື້ນ, ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ແມ່ນ ກອງ​ປະຊຸມ WEF ກ່ຽວ​ກັບອາຊີ​ຕາ​ເວັນ​ອອກ, ກອງ​ປະຊຸມ WEF ກ່ຽວ​ກັບ​ອີ​ນເດຍ, ກອງ​ປະຊຸມ WEF ກ່ຽວ​ກັບອາ​ເມ​ລິ​ກາ​ລາ​ຕິນ, ກອງ​ປະຊຸມ WEF ກ່ຽວ​ກັບຕາ​ເວັນ​ອອກ​ກາງ....​ເພື່ອ​ແລກປ່ຽນ ​ແລະ ​​ໄຈ້​ແຍກ, ຕີ​ລາຄາ​ບັນດາ​ບັນຫາ​ພັດທະນາ​ຂອງ​ພາກ​ພື້ນ.

    ​ໃນ​ຊຸ​ມປີ​ມໍ່​ໆມາ​ນີ້, ພ້ອມ​ກັບ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງຂວາງ​ນັ້ນ, ຫວຽດນາມ​ໄດ້​ຕັ້ງໜ້າ, ​​ເປັນ​ເຈົ້າການເຂົ້າ​ຮ່ວມ​ບັນດາເວທີ​ປາ​ໄສ​ສາກົນ, ​ໃນ​ນັ້ນ​ມີ​ການຈັດ​ຕັ້ງບັນດາກອງ​ປະຊຸມສາກົນ​ທີ່​ສຳຄັນ​ຢ່າງ​ສຳ​ເລັດ​ຜົນ. ໜຶ່ງ​​ໃນ​ບັນດາກອງ​ປະຊຸມ WEF ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ ​ແລະ ປະ​ສົບ​ຜົນສຳ​ເລັດ​ດີທີ່​ສຸດ ​ແມ່ນກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກປີ 2010 ​ໂດຍ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈິ​ມິນ ຊຶ່ງ​ມີ​ຫົວ​ເລື່ອງ​ວ່າ “ ບົດບາດ​ພວມ​ສູງ​ຂຶ້ນ​ຂອງ​ອາຊີ​ໃນ​ການ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ ”. ດ້ວຍ​ວາລະປະຊຸມຢ່າງ​ເປັນ​ທາງ​ການ 20 ຄັ້ງ, ກອງ​ປະຊຸມ​ສຸມ​ໃສ່ 4 ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ບົດບາດ​ພວມ​ສູງ​ຂຶ້ນ​ຂອງ​ອາຊີ; ບັນດາ​ຄວາມ​ສ່ຽງ​ທົ່ວ​ໂລກ; ​ເສັ້ນ​ທາງ​ເຕີບ​ໂຕ​ຂຽວ​ຂອງ​ອາຊີ; ຄວາມ​ສາມາດ​ແກ່ງ​ແຍ້​ງ. ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກປີ 2010 ​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 450 ທ່ານ​ຊຶ່ງ​ລວມມີ​ບັນດາ​ນັກ​ການ​ເມືອງ​ຂັ້ນ​ສູງ, ການ​ນຳ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ, ນັກຮຽນ​ຮູ້ ພ້ອມ​ກັບ​ນັກ​ຂ່າວຂອງ​ຫວຽດນາມ ​ແລະ ຕ່າງປະ​ເທດ​ກວ່າ 200 ຄົນ. ກອງ​ປະຊຸມຍັງ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ຂັ້ນສູງ​ຂອງ​ລັດຖະບານ​​ເປັນ​ຈຳນວນ​ຫຼາຍ​ທີ່​ສຸດ​ຊຶ່ງ​ລວມມີ : ນາຍົກລັດຖະມົນຕີຂອງ ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຫວຽດນາມ; ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ ​ແລະ ລັດຖະມົນຕີ​ອີກ​ຫຼາຍ​ທ່ານ​ສັງກັດ​ບັນດາ​ອົງການ​ສາກົ​ນຄື: ຜູ້ອຳນວຍການ​ໃຫຍ່ WTO, ​ເລ​ຂາ​ທິການ​ໃຫຍ່ UNCTAD, ​ເລ​ຂາ​ທິການ​ໃຫຍ່ ອາ​ຊຽນ, ຮອງ​ເລ​ຂາ​ທິການ​ໃຫຍ່ OECD ​ແລະ ບັນດາ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ​ຂອງ WB, IMF, ADB …ກອງ​ປະຊຸມWEFອາຊີ​ຕາ​ເວັນ​ອອກປີ 2010 ​ໄດ້​ເປັນ​ຂີດ​ໝາຍ​ທາງ​ດ້ານ​ການ​ທູດ​ທີ່​ແຂງ​ແຮງສຳລັບ​ບັນດາ​ການ​ນຳ​ຂັ້ນ​ສູງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ສາກົນ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ. ຂີດ​ໝາຍ​ດັ່ງ​ກ່າວ​ແມ່ນ​ບັນດາ​ຜົນ​ງານ, ບັນດາ​ບົດຮຽນ​ທີ່​ດີ​ຊຶ່ງ​ບັນດາ​ປະ​ເທດ​ພາຄີ​ປະຕິບັດ​ໃນ​ສະພາວະ​ທີ່​ພື້ນຖານ​ເສດຖະກິດ​ໂລກ​ພວມ​ຊຸດໂຊມລົງ. ​ແລະ ມາ​ເຖິງກອງ​ປະຊຸມWEF ອາຊີ​ຕາ​ເວັນ​ອອກປີ 2011 ທີ່​ຖືກ​ຈັດ​ຂຶ້ນ​ຢູ່ ອີນ​ໂດ​ເນ​ເຊຍດ້ວຍ​ຫົວ​ຂໍ້​ວ່າ “ ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ລັດທິ​ຫັນ​ເປັນ​ໂລກາ​ພິວັດ​ແບບ​ໃໝ່ ”, ຂໍ້​ສະ​ເໜີ​ຂອງ​ຫວຽດນາມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ 5 ກຸ່ມ​ປະຕິບັດ​ງານ​ຢູ່​ທີ່ກອງ​ປະຊຸມWEF ອາຊີ​ຕາ​ເວັນ​ອອກປີ 2010 ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ລິ​ເລ​ີ່ມ “ ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ກະ​ສີ​ກຳ ” ​ແນ​ໃສ່​ຄ້ຳປະກັນ​ດ້ານ​ສະບຽງອາຫານ, ຄວາມ ​ໝັ້ນຄົງ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ມີ​ຜົນ​ປະ​ໂຫຍດທາງ​ດ້ານ​ເສດຖະກິດ ​​ໂດຍກອງ​ປະຊຸມWEF ອາຊີ​ຕາ​ເວັນ​ອອກປີ 2011 ຂະຫຍາຍ​ຂຶ້ນ​ສູ່​ບາດກ້າວ​ໃໝ່​ທີ່​ແທດ​ຈິງ​ກວ່າ.

   ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນດາເວທີ​ປາ​ໄສ​ສາກົນ, ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ ​ແລະ ຈັດ​ຕັ້ງບັນດາກອງ​ປະຊຸມສາກົນ​ທີ່​ສຳຄັນ​ຢ່າງ​ສຳ​ເລັດ​ຜົນ, ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ນຳ​ໜ້າ​ເຂົ້າ​ຮ່ວມ ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກປີ 2012 ຄັ້ງ​ນີ້, ​ແນ່ນອນ​ວ່າຈະ​ມີ​ບັນດາ​ການ​ປະກອບສ່ວນສຳຄັນເຂົ້າໃນເນື້ອໃນຂອງ ກອງປະ ຊຸມ. ​ເລື່ອງ​ຫວຽດນາມ​ເຂົ້າ​ຮ່ວມ​ ເວທີ​ປາ​ໄສ​ຄັ້ງ​ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ການ​ນຳ​ບັນດາ​ກະຊວງ, ບໍລິສັດ, ວິ​ສາ​ຫະກິດ ສືບ​ຕໍ່​ໂຄສະນາ​ພາບ​ພົດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ການ​ພົວພັນ​ລະຫວ່າງ

ຫວຽດນາມ - WEF ​ເວົ້າ​ລວມ ​ແລະ ກັບເວທີ​ປາ​ໄສ​ອາຊີ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ ຈະ​ໄດ້​ຮັບ​ການຍູ້​ແຮງ​ເພື່ອ​ຄວາມ​ມີ​ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ລວມຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

   

ຕອບກັບ

ຂ່າວ/ບົດ​ອື່ນ