ຫວຽດນາມນຳໃຊ້ ທ່າໄດ້ປຽບຂອງສະມາຊິກWTOເພື່ອພັດທະນາ ເສດຖະກິດຂອງປະເທດຊາດ

(vovworld)- ກ່ອນນີ້ 8 ປີ​ເຕັມ, ຄື​ວັນ​ທີ 7/11/2006, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ຫລັງ​ຈາກນັ້ນ ໄດ້​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການນີ້​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 11/1/2007. ເລື່ອງ​ເຂົ້າ​ເປັນ​ສະ​ມາ​ຊິກ WTO ໄດ້​ເປີດ​ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ແກ່​ສິ​ນ​ຄ້າ ແລະ ການບໍ​ລິ​ການ​ຂອງ​ຫວຽດ​ນາມ ກັບ​ຕະ​ຫລາດ​ທີ່ກວ້າງ​ໃຫຍ່ ຊື່ງ​ລວມ​ມີ​: 160 ປະ​ເທດ​ສະ​ມາ​ຊິກ, ກວມ 97% GDP ຂອງ​ທົ່ວ​ໂລກ. ພາຍ​ຫລັງ 8 ປີ, ຫວຽດ​ນາມ ຍາດ​ແຍ່ງ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ສະ​ມາ​ຊິກ WTO ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.
ຫວຽດນາມນຳໃຊ້ ທ່າໄດ້ປຽບຂອງສະມາຊິກWTOເພື່ອພັດທະນາ ເສດຖະກິດຂອງປະເທດຊາດ - ảnh 1

        ຕາມ​ຂໍ້​ສັງ​ເກດ​ຂອງ WTO ແລ້ວ, ເຖິງວ່າ ຍັງ​ມີ​ຫລາຍ​ບັນ​ຫາ​ຕ້ອງ​ສືບ​ຕໍ່​ປະ​ຕິ​ຮູບ, ປັບ​ປຸງ ກໍ​ຕາມ ແຕ່​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ຫນ້າ​ພາຍ​ຫລັງ 7 ປີ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ WTO ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຫວຽດ​ນາມ ໄດ້ ແລະ ພວມ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ WTO.

        ເສດ​ຖະ​ກິດ ຫວຽດ​ນາມ ເຕີບ​ໂຕ​ແບບ​ຍືນ​ຍົງ

        ທ່ານ ເຈີນກວກ​ແຄງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ເຈ​ລະ​ຈາ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຄ້າ​ສາ​ກົນ ຖື​ວ່າ: ນັບ​ແຕ່​ເມື​່ອ​ເຂົ້າ​ເປັນ​ສະ​ມາ​ຊິກ WTO ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ WTO ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ຕະ​ຫລາດ, ເປີດ​ເຜີຍ, ກະ​ຈ່າ​ງ​ແຈ້ງ, ສ້າງກອບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ເທື່ອ​ລະ​ກ້າວ, ສ້າງ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ເຫມີພາບ, ສ້າງ​ເງື່ອ​ນ​ໄຂສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ພ້ອມ​ກັນ​ນັ້ນ ຄວາມ​ສາ​ມາດ​ສຳ​ພັດ​ກັບ​ຕະ​ຫລາດ​ຕ່າງ​ປະ​ເທດ​ກໍ​ໄດ້​ຮ​ັບ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ, ປະ​ກອບ​ສ່ວນ​ເພີ່​ມ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ປີ 2007, ປີ​ທຳ​ອິດ​ເຂົ້າ​ເປັນ​ສະ​ມາ​ຊິກ WTO, ຍອດ​ມູນ​ຄ່າ​​ການສົ່ງ​ອອກ​ນຳ​ເຂົ້າສິນ​ຄ້າ​ເພີ່ມ​ຂຶ້ນ 31,3%(ເທົ່າ​ກັບ​ລະ​ດັບ​ເພີ່ມ​ຂຶ້ນ 26,52% ເມື່ອ​ທຽບ​ໃສ່​ປີ 2006). ປີ 2013, ວົງ​ເງິນ​ສົ່ງ​ອອກ​ບັນ​ລຸກວ່າ 132 ຕື້ USD, ເພີ່ມ​ຂຶ້ນ 15,4 % ເມື່ອ​ທຽບ​ໃສ່​ປີ 2012, ເທົ່າ​ກັບ 17,6 ຕື້ USD, ແມ່ນ​ປີ​ທີ 2 ຢ່າງລຽນ​ຕິດ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເກີນ​ດຸນ​ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະ​ມ​າ​ຊິກ WTO. ທ່ານ ເຈີນກວກ​ແຄງ ເນັ້ນ​ຫນັກ​ວ່າ: ເລື່ອງ​ຫວຽດ​ນາມ ປະ​ຕິ​ຮູບ​ລະ​ບອບ​ເສດ​ຖະ​ກິດ, ນະ​ໂຍ​ບາຍ​ການ​ຄ້າ​ຕາມ​ທິດ​ນັບ​ມື້​ນັບ​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ, ກົດ​ໝາຍ ຂອງ WTO, ໄດ້​ຮັບ​ການ​ຮັບ​ຮູ້ ແລະ ສະ​ຫນັບ​ສະ​ຫນູນຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ WTO.

        “ຫວຽດ​ນາມ ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ໃນ​ໄລ​ຍະ​ຍາວ ແລະ ຫລຸດ​ຜ່ອນ​ອັດ​ຕາ​ສ່ວນ​ອຶດ​ຫິວ​ທຸກ​ຍາກ​ດີ​ພໍ​ສົມ​ຄວນ. ຫວຽດ​ນາມ ສືບ​ຕໍ່​ຕັດ​ສິນ​ໃຈ​ເຊື່ອມ​ໂຍງ​ ກັບ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ໂລກນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ​, ຜ່ານນັ້ນ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ນັບ​ມື້​ນັບ​ຂະ​ຫຍັນ​ຂັນ​ເຄື່ອນ.”

ຫວຽດນາມນຳໃຊ້ ທ່າໄດ້ປຽບຂອງສະມາຊິກWTOເພື່ອພັດທະນາ ເສດຖະກິດຂອງປະເທດຊາດ - ảnh 2
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ທີ່​ພິ​ທີ​ລົງ​ນາມ​ເອ​ກະ​ສານ​ເຂົ້າ​ເປັນ
ສະ​ມາ​ຊິກ WTO
ພາບ:baodatmui.vn

        ໃນ​ຊຸ​ມ​ປີ​ຜ່ານ​ມາ, ເສດ​ຖະ​ກິດ​ຫວຽດ​ນາມ ​ບັນ​ລຸ​ລະ​ດັບເຕີບ​ໂຕ​ສະ​ເລ່ຍ 7,3%/ປີ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ເກືອບ 4 ເທົ່າ ແລະ​ອັດ​ຕ​າ​ເງິນ​ເຟີ້​ໃນ​ປີ​ກ່າຍນີ້​ຫລຸດ​ລົງ​​ເຫລືອ​ພຽງ 6-7%. ກ່ຽວ​ກັບ​ດ້ານ​ການ​ຄ້າ, ປະ​ຈຸ​ບັນ ຫວຽດ​ນາມ ແມ​່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເປັນ​ຢ່າງ​ດີ, ໃນ​ນັ້ນ ການ​ສົ່ງ​ອອກກວມ ¾ ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ. ຫວຽດ​ນາມ ກາຍ​ເປັນ​ພາກ​ສ່ວນ​ເສດ​ຖະ​ກິດ ແລະ ການ​ເມືອງ​ສຳ​ຄັນ​ໃນ​ອາ​ຊຽນ ແລະ ພາກ​ພື້ນ ອາ​ຊີ ແລະ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອ​ງ​ຫລາຍ​ປະ​ເທດ, ພາກ​ພື້ນ.

       ຍູ້​ແຮງ​ການ​ປະ​ຕິ​ຮູບ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ທ່າ​ອ່ຽງ​ການ​ຄ້າ​ທົ່ວ​ໂລກ

        ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ສຳ​ຄັນ ຍ້ອນ​ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ລະ​ບອບ​ກົດ​ໝາຍ​ຮອບ​ດ້ານ ຊື່ງ​ຫວຽດ​ນາມ ປະ​ຕິ​ບັດ​ຕາ​ມ​ຄຳ​ໝັ້ນ​ສັນ​ຍາ​ກັບ WTO. ທ່ານ ຫວູ​ຕຽນ​ລົກ, ປະ​ທານ ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ເນັ້ນ​ຫນັກວ່າ: ການ​ປະ​ຕິ​ຮູ​ບ​ລະ​ບອບ ຍາມ​ໃດ​ກໍ​ແມ່ນ​ຫນ້າ​ທີ່​ບຸ​ລິ​ມະ​ສິດ ຊ່ວຍ​ຫວຽດ​ນາມ ຫັນ​ປະ​ສິດ​ທິ​ຜົນ​ຈາກ​ເລື່ອງ​ກາຍ​ເປັນ​ສະ​ມາຊິກ WTO ນຳ​ມາ​ໃຫ້​ເປັນ​ລະ​ອຽດ.

        “ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີນ​ຢູງ ໄດ້​ສະ​ເຫນີ ຕ້ອງ​ບຸກ​ທະ​ລຸ​ກ່ຽວ​ກັບ​ລະ​ບອບລະ​ບຽບ​ການ ແລະ ຖື​​ການບ​ຸກ​ທະ​ລຸລະ​ບອບ​ລະ​ບຽບ​ການ ແມ່ນ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​ການ​ເຕີບ​ໂຕ ແມ່ນ​ຄຳ​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ. ການ​ບຸກ​ທະ​ລຸ​ລະ​ບອບ​​ລະ​ບຽບ​ການພາຍ​ໃນ​ປະ​ເທດ​ແມ່ນ​ສຳ​ຄັນ​ທີ່​ສຸດ ເພື່ອ​ໃຫ້​ຫວຽດ​ນາມ ຍາດ​ແຍ່ງ​ທ່າ​ໄດ​້​ປຽບ​ຂອງ WTO ກໍ​ຄື ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫມ່ ພວມ​ກະ​ກຽມ​ລົງ​ນາມ​ຄື: TPP, ສັນ​ຍາ​ການ​ຄ້າ ຫວຽດ​ນາມ -ອີ​ຢູ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ອື່ນ.”

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ເລື່ອງ​ເຂົ້າ​ເປັນ​ສະ​ມາ​ຊິກ WTO ກໍ​ນຳ​ມາ​ເຊິ່ງ​ບັນ​ດາ​ການ​ກະ​ທົບ​ບໍ່​ສະ​ດວກ​ສຳ​ລັບ​ກະ​ສິ​ກຳ​ຫວຽດ​ນາມ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດບໍ່​ທັນ​ເໝາະ​ສົມ​ໃຫ້​ແກ່ເປົ້າ​ໝາຍ​ຖືກ​ຄວາມ​ສ່ຽງ​ສູງກວ່າ​​ໝູ່​ໃນ​ສັງ​ຄົມ. ຄຽງ​ຄູ່​ກັນ​ນັ້ນ ດຸ່ນ​ດ່ຽງການ​ນຳ​ເຂົ້າ​ສົ່ງ​ອອກ​ໃນ​ຊຸມ​ປີມໍ່ໆ​ມານີ້​ກໍ​ຄົງ​ຕົວ​ຫລາຍ​ບັນ​ຫາ. ທ່ານ Pascal Lamy, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຖື​ວ່າ: ເພື່ອ​ຈຳ​ກັດ​ບັນ​ດາ​ຄວາມ​ສ່ຽງ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ກໍ​ຄື​ສ້າງ​ຄວາມ​ສະ​ດວກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄລ​ຍະ ພາຍ​ຫລັງ​ເຂົ້າ​ເປັນ​ສະ​ມາ​ຊິກ WTO, ວິ​ສາ​ຫະ​ກິດ ພ້ອມ​ກັບ​ຂະ​ແຫນງ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ຄວນ​ເອົາ​ໃຈ​ໃສ່​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສ້າງ​ມູນ​ຄ່າ​ເພີ່ມ​ເປັນ​ປົກ​ກະ​ຕິ. ທ່ານ Lami ຊີ້​ແຈ້ງວ່າ ບັນ​ດາ​ປະ​ເທດ​ສົ່ງ​ອອກ​ຕົ້ນ​ຕໍ​ໃນ​ໂລກ ກ​ໍ​ແມ່ນ​ບັນ​ດາ​ປະ​ເທດ​ນຳ​ເຂົ້າ​ຫລາຍ​ສຸດ​ໃນ​ລ​ໂກ. ສະ​ນັ້ນ ຢາກ​ເຂົ້າ​ຮ່ວມ​ທ່າອ​່ຽງ​ການ​ຄ້າ​ທົ່​ວ​ໂລກ​​ໃຫມ່ຢ່າງ​ທັນ​ການ, ຫວຽດ​ນາມ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ນຳ​ເຂົ້າ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສາ​ມາດ​ສ້າງ​ມູນ​ຄ່າ​ເພີ່ມ​ສູງ ອີງ​ໃສ່​ທ່າ​ໄດ້​ປຽບ​ແກ້ງ​ແຍ້ງ​ຂອງ​ຕົນ.

        ປະ​ຈຸ​ບັນ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສ້າງ​ນະ​ໂຍ​ບາຍ​ກຳ​ນົດ​ທິດ​ສົ່ງ​ອອກ ເພື່ອ​ສ້າງ​ກຳ​ລັງ​ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ເວ​ທີ​ສາ​ກົນ ກໍ​ຄ​ື​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ເທດ​ຊາດ. ບັນ​ດາ​ການ​ປະ​ຕິ​ຮູບ​ລະ​ອຽດ, ຖືກ​ຕ້ອງ​ກ່ຽວ​ກັບ​ລະ​ບອບ, ນະ​ໂຍ​ບາຍ ຊຸກ​ຍູ້​ຫັນ​ການ​ຄ້າ​ເປັນ​ເສ​ລີ ແລະ ແກ້​ໄຂ​ບັນ​ດາ​ຜົ​ນ​ສະ​ທ້ອນພາຍ​ຫລັງ​ເຂົ້າ​ເປັນ​ສະ​ມາ​ຊິກ WTO ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ການ​ຈະ​ເລີນ​ເຕີ​ບ​ໂຕ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ແບບ​ຍືນ​ຍົງ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ