ຫວຽດນາມບັນລຸບາດກ້າວເດີນສຳຄັນກ່ຽວກັບສິດທິມະນຸດໃນປີ 2013

(vovworld)-ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດສປຊ ດ້ວຍ​ຈຳນວນບັດ​ສະຫນັບສະຫນູນ​ສູງ, ສະພາ​ແຫ່​ງຊາດ​ຫວຽດນາມ ຮັບຮອງ​ເອົາ​ລັດຖະທຳ​ມະນູນ ສສ ຫວຽດນາມ ດ້ວຍ​ຫລາຍ​ມາດຕາ​ເຊີດ​ຊູ​ສິດທິ​ມະນຸດ.. ນັ້ນ​ແມ່ນ​ບັນດາ​ຂີດ​ໝາຍ​ພົ້ນ​ເດັ່ນ​ກ່ຽວ​ກັບ​ຜົນງານ​ສິດທິ​ມະນຸດ​ຂອງ​ຫວຽດນາມ​ໃນ​ປີຜ່ານມາ. ​

ຫວຽດນາມບັນລຸບາດກ້າວເດີນສຳຄັນກ່ຽວກັບສິດທິມະນຸດໃນປີ 2013 - ảnh 1
ຍາມໃດລັດຖະບານຫວຽດນາມກໍ່ເອົາໃຈໃສ່ເຖິງເຂດຊົນເຜົ່າ
ສ່ວນຫນ້ອຍ
ພາບປະກອບ: internet

        ນັບ​ແຕ່​ຊຸມ​ວັນເດືອ​ນທຳ​ອິດ​ຂອງ​ປີ 2013, ຫວຽດນາມ ​ໄດ້​ເລີ່​ມບັນດາການເຄື່ອນ​ໄຫວ​ຂອງ​ບັ້ນ​ເຄື່ອນ​ໄຫວ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ​ແລະ ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ໃນ​ທົ່ວ​ປວງ​ຊົນ​ເພື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດາ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ​ຂອງ​ຫວຽດນາມ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຂອງ​ທົ່ວ​ສັງຄົມ.

ໝາກຜົນ​ພົ້ນ​ເດັ່ນ

ຫວຽດນາມ​ກາຍ​ເປັນ​ສະມາຊິກ​ສະພາ​ສິດ​ທິມະນຸດ ສປຊ ດ້ວຍ​ຈຳນວນບັດ​ສະຫນັບສະຫນູນ​ສູງ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 12/11/2013 ຢູ່ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ. ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ກໍ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ເມື່ອ​ວັນ​ທີ 28/11/2013 ​ແລະ ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​​ໄດ້ເຊັນ​ລັດຖະດຳລັດປະກາດ​ໃຊ້​ເມື່ອ​ວັນ​ທີ 8/12/2013 ​ອັນໄດ້​ກາຍ​ເປັນ​ລັດຖະທຳ​ມະນູນ ສສ ຫວຽດນາມ ປີ 2013. ​ເລື່ອງ​ຫວຽດນາມ ກາຍ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາ​ມ​ໄວ້​ວາງ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ສປຊ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້, ຕີ​ລາຄາ​ສູງ​ຂອງ​ປະຊາ​ຄົມ​​ໂລກສຳລັບ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ຜົນ​ງານ​ຂອງ​ຫວຽດນາມ ​ໃນ​ກິດຈະການ​ປ່ຽນ​ແປ​ງ​ໃຫມ່​ຮອບດ້ານ, ​ໃນ​ນັ້ນ​ມີ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ​ເສີມ​ຂະຫຍາຍ​ປະຊາທິປ​ະ​ໄຕ ​ແລະ ຮັບປະກັນ​ບັນດາ​ສິດ​ຂອງ​ປະຊາຊົນ​ນັບ​ມື້ນັບ​ດີກ​ວ່າ. ​ເລື່ອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮັບຮອ​ງ​ເອົາ​ລັດຖະທຳ​ມະນູນ ສສ ຫວຽດນາມ ​ໃນ​ປີ 2013 ​ໄດ້​ນຳ​ມາ​ເຊິ່ງຄວາມ​ເບິ​ກບານ​ມ່ວນ​ຊື່ນ​ກ່ຽວ​ກັບ​ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ກອບ​ກົດໝາຍ​ກ່ຽວ​ກັບ​ສິດທິ​ມະນຸດ. ​ເພາະວ່າ ລັດຖະທຳ​ມະນູນ ສສຫວຽດນາມ​ປີ 2013 ສະ​ແດງ​ຄວາມ​ຮັບ​ຮູ້​ໃຫມ່​ຢ່າງ​​ເຕັມ​ສ່ວນ, ​ເລິກ​ເຊິ່ງກວ່າ​ໃນ​ການ​ຫັນ​ທັດສະນະ​ຂອງ​ຫວຽດນາມ​ກ່ຽວ​ກັບ​ການ​ເຊີດ​ຊູ​ປັດ​ໄຈ​ມະນຸດ​ໃຫ້​ເປັນ​ກົດໝາຍ, ຖື​ມະນຸດ​ເປັນ​ເຈົ້າ, ​ເປັນ​ແຫ​ລ່ງກຳລັງ​ຕົ້ນຕໍ​ແມ່ນ​ຈຸດໝາຍ​ຂອງ​ການ​ພັດທະນາ. ບົນ​ພື້ນຖານ​ບັນດາ​ຫລັກການ​ພື້ນຖານ, ລັດຖະທຳ​ມະນູນ​ໄດ້​ກຳນົດ​ບັນດາ​ສິດ ​ແລະ ພັນທະ​ພື້ນ​ຖານ​ຂອງ​ພົນລະ​ເມືອງ,​​ໃນ​ນັ້ນ ​ເພີ່ມ​ເຕີມ​ບາງ​ສິດ​ໃຫມ່​ຢ່າງ​ແຫນ້ນ​ແຟ​້ນ, ຊັດ​ເຈນ, ມີ​ຄວາມສາມາດ​ເປັນ​ໄປ, ສອດ​ຄອ່ງກັບ​ບັນດາ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ຊື່​ງ ລັດ​ແຫ່ງ ສສ ຫວຽດນາມ ​ເປັນ​ສະມາຊິກ.

        ບັນດາ​ຄຳຍ້ອງຍໍ ​ແລະ ຄວາມ​ປາດ​ຖະຫນາ

        ​ເພື່ອນ​ມິດສາ​ກົນ​ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ ກາຍ​ເປັນ​ຫນຶ່ງ​ໃນ 4 ຕົວ​ແທນ​ຂອງ​ພາກ​ພື້ນ ອາຊີ - ປາ​ຊີ​ຟີ​ກ ​ໃນ​ສະພາ​ສິດທິ​ມະນຸດ ສປຊ . ທ່ານ Masood Khan, ຫົວຫນ້າ​ຄະນະ​ຜູ້​ແທນ ປາ​ກິດ​ສະຖານ ປະຈຳ ສປຊ ຊີ້​ແຈ້ງວ່າ: “ໝາກຜົນ​ການ​ເລືອກ​ຕັ້ງ​ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ ​ແລະ ສະ​ແດງ​ໃຫ້​ເຫັນ​ອິດ​ທິພົນ​ຊື່​ສຽງ ​ແລະ ກຳລັງ​ແຮງ​ຂອງ​ຫວຽດນາມ ​ໃນ​ບົດບາດປະ​ເທດ​ຫນຶ່ງ​ທີ່​ໄດ້​ມີ​ການປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ໂລກ. ຫວຽດນາມ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງໃຫ້​ບຸລິມະສິດ​ປົກ​ປ້ອງ​ບັນດາ​ສິດ​ພົນລະ​ເມືອງ,​ວັດທະນະທຳ, ສັງ​ຄົມ​ຂອງ​ປະຊາຊົນ​ອີກ​ດ້ວຍ. ຫວຽດນາມ ​ເຂົ້າ​ຮ່ວມ​ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ປະກອບສ່ວນ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ. ທ່ານ Filippe Savadogo, ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງຫນ້າ​ປະຈຳ​ອົງການ​ບັນດາ​ປະ​ເທດ​​ໃຊ້​ພາສາ​ຝລັ່ງ ຢູ່ ສປຊ ​ໄດ້​ຢືນຢັນ​ວ່າ: “ຂ້າພະ​ເຈົ້າ​ມີ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ເລື່ອງ​ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະ​ນຸດ ສປຊ. ກຳລັງ​ແຮງ​ຂອງ​ປະຊາ​ຄົມ​ໃຊ້​ພາ​ສາ ​ຝລັ່ງ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ. ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ທຸກ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ກຸ່ມ​ປະ​ເທດ​ໃຊ້​ພາສາ​ຝລັ່ງ, ​ໃນ​ນັ້ນ ມີ​ຂົງ​ເຂດ​ສິດທິ​ມະນຸດ. ສ່ວນ​ທ່ານ Abdallah Al Muallimi, ຫົວຫນ້າ​ຄະນະ​ຜູ້​ແທນ ຊາ​ອູ​ດີ ອາຣັບບີ ປະ​ຈຳ ສປຊ ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ຖື​ວ່າ ຫວຽດນາມ ກາຍ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ​ແມ່ນ​ສົມ​ເຫດ​ສົມ​ຜົນ”. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ປາດ​ຖະຫນາ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຊຸກຍູ້​ບັນດາ​ຄຸນ​ຄ່າ​ກໍ​ຄື​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ສິດທິ​ມະນຸດ. ສຳນັກສື່​ມວນ​ຊົນ​ໃຫຍ່​ຫລາຍ​ແຫ່ງ​ຂອງ​ຕ່າງປະ​ເທດ​ໄດ້​ມີ​ບັນດາ​ບົດ​ຂຽນ​ຮັບ​ຮູ້​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ທົ່ວ​ປວງ​ຊົນ​​​ເພື່ອ​ສ້າງລັດຖະທຳ​ມະນູນ​ໃຫ້​ສົມບູນ​ແບບ ​ແລະ ຖື​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ດ້ວຍ​ຈຸດປະສົງ​ອັນ​ດີງາມ​ຂອງ​ປະ​ເທດຫວຽດນາມ“ຂອງ​ປະຊາຊົນ, ​ມາ​ຈາກປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.”

        ຂີດ​ໝາຍ​​ແຫ່ງໄລຍະ​ບັນລຸ​​ຜົນງານຫລາຍ​ຢ່າງ

        ບັນດາ​ໝາກຜົນ​ໃນ​ປີ 2013 ​ເປັນ​ຂີດ​ໝາຍ​ມ​ໃຫມ່​ຂອງ​ໄລຍະ​ທີ່​ຫວຽດນາມບັນລຸ​ໄດ້ຜົນງານ​ຫລາຍ​ຢ່າງ​ໃນ​ຂົງ​ເຂດ​ສິດທິ​ມະນຸດ. ​ໃນ​ຫລາຍ​ປີຜ່ານມາ, ບັນດາ​ອົງການ​ມີຫນ້າ​ທີ່​ຮັບຜິດຊອບ​ຕະຫລອດ​ຮອດ​​ແຕ່​ລະບຸ​ກຄົນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ລ້ວນ​ແຕ່​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ສ້າງ​ລັດ​ຫວຽດນາມ ທັງ​​ເຕີບ​ໂຕ​ດ້ານ​ເສດຖະກິດ, ກ້າວຫນ້າ ​ແລະ ຍຸ​ຕິ​ທຳ​ສັງຄົມ, ທັງ​ຮັບປະກັນ​ສິດທິ​ມະນຸດ.

        ຈາກລັດຖະທຳ​ມະນູນ​ປີ 1946 ຕະຫລອດ​ຮອດ​ລັດຖະທຳ​ມະນູນ ສສຫວຽດນາມ​ປີ 2013 ລ້ວນ​ແຕ່​ສະ​ແດງ​ຢ່າງ​​ເຕັມ​ສ່ວນ ​ແລະ ຮອບດ້ານ​ທຸກ​ສິດທິ​ມະນຸດ​ກ່ຽວ​ກັບ​ດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ການ​ເມືອງ, ພົນລະ​ເຮືອນ. ຄວາມ​ຈິງ, ​ໃນ 5 ປີຜ່ານມາ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ GDP ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັກສາ​​ໃນ​ລະດັບປະມານ 6% ​ແມ່ນ​ລະດັບ​ສູງ​ພໍ​ສົມຄວນ​ໃນ​ພາກ​ພື້ນ. ຫວຽດນາມ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານຕື່ມ​ອີກ 8 ລ້ານ​ຄົນ, ຫລຸດ​ອັດ​ຕາ​ຄອບຄົວ​ທຸກ​ຍາກ​ລົງ​ເຫລືອ​ພຽງ 9,5%, ຮັບປະກັນ​ຊີວິດ​ສັງຄົມ, ລະດັບ​ການຊົມ​ໃຊ້​ບັນດາ​ບໍລິການ​ສາທາລະນະ​ສຸກ​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ເດັກນ້ອຍ, ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໄດ້​ຮັບປະກັນ, ດັດ​ຊະນີ​ການ​ພັດທະນາ​ມະນຸດ​ໄດ້​ເພີ່​ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຫວຽດນາມ ​ໄດ້​ສຳ​ເລັດ​​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ​ກ່ອນ​ກຳນົດ​ເວລາ ​ແລະ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ແບບຢ່າງ​ຂອງ ສປຊ ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ. ຫວຽດນາມ ຍັງ​ແມ່ນ​ແບບຢ່າງ​ກ່ຽວ​ກັບ​ການ​ຮັບປະກັນ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ ​ແລະ ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາດສະຫນາ.

        ອາຍຸ​ການ 2 ປີ ຂອງ​ຫວຽດນາມ ​ໃນ​ສະພາ​ສິດ​ທິມະນຸດ ສປຊ ຈະ​ເລີ່​ມຕົ້ນ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ລັດຖະທຳ​ມະນູນ ສສ ຫວຽດນາມ ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ 1/1/2014 ​ເປັນ​ຕົ້ນ​ໄປ. ຄວາມ​ມານ​ະພະຍາຍາມ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດຫນ້າ​ທີ່​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ​ແລະ ປະຕິບັດ​ລັດຖະທຳ​ມະນູນ ​ແນ່ນອນ​ວ່າ ຈະ​ນຳ​ມາ​​ໃຫ້​ຫວຽດນາມ​ບັນດາ​ຜົນງານ​​ໃຫມ່​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ປີ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ