ຫວຽດນາມ-ບຣູໄນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2, ພາຍຫຼັງເປັນເວລາກວ່າ 20 ປີຂອງກະສັດບຣູໄນ ເພື່ອແນໃສ່ຮັດແໜ້ນການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືທັງ 2 ຝ່າຍ ແລະ ຫຼາຍຝ່າຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1992 - 2022).
ຫວຽດນາມ-ບຣູໄນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງສສ.ຫວຽດນາມ ຫງວຽນຟຸຈ້ອງ ແລະ ກະສັດແຫ່ງລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສສ.ຫວຽດນາມ ຫງວຽນຟຸຈ້ອງ, ກະສັດແຫ່ງລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah ໄດ້ສາເດັດມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ  26 – 28 ມີນາ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2, ພາຍຫຼັງເປັນເວລາກວ່າ 20 ປີຂອງກະສັດບຣູໄນ ເພື່ອແນໃສ່ຮັດແໜ້ນການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືທັງ 2 ຝ່າຍ ແລະ ຫຼາຍຝ່າຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1992 - 2022).

        ຫວຽດນາມ ແລະ ບຣູໄນ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອປີ 1992, ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ບຣູໄນ ເຊິ່ງຍາມໃດກໍ່ໄດ້ຮັບຄວາມມານະພະຍາຍາມປົກປັກຮັກສາ, ເພີ່ມພູນຄູນສ້າງຈາກການນຳ 2 ປະເທດ, ຜ່ານນັ້ນໄດ້ຮັບໝາກຜົນຫຼາຍຢ່າງໃນທຸກຂົງເຂດການຮ່ວມມື. ບັນດາໝາກຜົນອັນດີງາມນັ້ນໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນລະຫວ່າງຫວຽດນາມ - ບຣູໄນ ໃນພາກພື້ນ ກໍຄືໃນໂລກຫຼາຍກວ່າອີກ.

ການຮ່ວມມືໃນຫຼາຍຂົງເຂດ

        ເຖິງວ່າແມ່ນປະເທດທີ່ມີເນື້ອທີ່ ແລະ ພົນລະເມືອງບໍ່ຫຼາຍກໍ່ຕາມ, ແຕ່ບຣູໄນ ມີລາຍຮັບສະເລ່ຍຕໍ່ຫົວຄົນສູງຢືນອັນດັບທີ 2 ໃນກຸ່ມອາຊຽນ, ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາຜະລິດຕະພັນເຄື່ອງໃຊ້ສອຍ, ຜະລິດຕະພັນກະເສດ ແລະ ສະບຽງອາຫານຂອງຫວຽດນາມ ຍ້ອນບຣູໄນ ບໍ່ສາມາດຜະລິດຢູ່ພາຍໃນປະເທດໄດ້ດ້ວຍຕົນເອງ . ໃນປີ 2016, ປະທານປະເທດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມບຣູໄນ ຢ່າງເປັນທາງການ ແລະ 2 ຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມ, ໃນນັ້ນຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ບຣູໄນ ດ້ວຍເປົ້າໝາຍບັນລຸວົງເງິນການຄ້າ 2 ຝ່າຍແມ່ນ 500 ລ້ານ USD ໃນປີ 2025 ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາກາລະໂອກາດລົງທຶນ ແລະ ດຳເນີນທຸລະກິດລະຫວ່າງ 2 ປະເທດ. ໄປຄຽງຄູ່ກັນນັ້ນ, ນັບແຕ່ເມື່ອເປີດສາຍການບິນໂດຍກົງບຣູໄນ - ນະຄອນໂຮ່ຈິມິນ, ເມື່ອເດືອນ ຕຸລາ 2014, ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງປະຊາຊົນບຣູໄນ, ອັນໄດ້ປະກອບສ່ວນນຳ 2 ປະເທດຫຍັບເຂົ້າມາໃກ້ກັນກວ່າ.

        ກ່ຽວກັບດ້ານການຄ້າ, ເຖິງວ່າຍັງຈຳກັດຢູ່ກໍ່ຕາມ, ແຕ່ສິນຄ້າຂອງຫວຽດນາມ ຄື: ກາເຟ, ນ້ຳໝາກໄມ້, ໝາກໄມ້ອົບແຫ້ງ ພວມຄ່ອຍໆແຊກຊຶມເຂົ້າຕະຫຼາດບຣູໄນ. ບັນດາວິສາຫະກິດກໍ່ສ້າງຂອງຫວຽດນາມ ກໍ່ໄດ້ລົງທຶນຫຼາຍໂຄງການທີ່ມີມູນຄ່າສູງໃນການກໍ່ສ້າງພື້ນຖານໂຄງລ່າງຢູ່ຣູໄນ ຄື: ຂົວ - ທາງ, ໂຮງງານນ້ຳມັນອາຍແກັດ ແລະ ຝຸ່ນເຄມີ… ພົ້ນເດັ່ນແມ່ນໃນປີ 2018, ບໍລິສັດໃຫຍ່ຕິດຕັ້ງເຄື່ອງກົນຈັກຫວຽດນາມ - Lilama ໄດ້ຊະນະຊ່ອງປະມູນທີ່ມີມູນຄ່າ 85 ລ້ານ USD ໃນໂຄງການກໍ່ສ້າງໂຮງງານຝຸ່ນເຄມີ ລວມມູນຄ່າການກໍ່ສ້າງທັດໝົດແມ່ນ 1,3 ຕື້ USD.

        ໃນຂົງເຂດປ້ອງກັນຊາດ, ນັບແຕ່ກ່ອນມາຮອດປະຈຸບັນ, 2 ປະເທດໄດ້ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ, 2 ຝ່າຍລ້ວນແຕ່ສ້າງຕັ້ງຫ້ອງການທູດທະຫານປະຈຳຢູ່ແຕ່ລະປະເທດ ແລະ ມີການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ. ໃນບາງຂົງເຂດຮ່ວມມືສຳຄັນອື່ນລະຫວ່າງ 2 ປະເທດຄື: ການປະມົງ, ການປ້ອງກັນຄວາມສະຫງົບ, ການປ້ອງກັນ - ຕ້ານອາດຊະຍາກຳຂ້າມຊາດ (ອາດຊະຍາກຳຄ້າເຖື່ອນ, ຄ້າມະນຸດ, ຢ່າເສບຕິດ, ການຕົວະຍົວະຫຼອກລວງດ້ວຍການນຳໃຊ້ເຕັກໂນໂລຊີສູງ, ຟອກເງິນ, ກໍ່ການຮ້າຍ) ກໍ່ຈະນັບມື້ນັບແທດຈິງກວ່າ ພາຍຫຼັງການຢ້ຽມຢາມຫວຽດນາມ ຂອງກະສັດບຣູໄນ ໃນຄັ້ງນີ້.

        ຄຽງຄູ່ກັນນັ້ນ, ການຮ່ວມມືດ້ານການສຶກສາລະຫວ່າງບຣູໄນ ແລະ ຫວຽດນາມ, ກໍ່ແມ່ນໜຶ່ງໃນບັນດາຂົງເຂດເຊິ່ງການນຳ 2 ປະເທດຈະໃຫ້ບຸລິມະສິດເພີ່ມທະວີ. ໃນນັ້ນພົ້ນເດັ່ນແມ່ນການຮ່ວມສຳພັນລະຫວ່າງມະຫາວິທະຍາໄລບຣູໄນ (UBD) ແລະ ມະຫາວິທະຍາໄລ FPT ຂອງຫວຽດນາມ, ດ້ວຍຈຳນວນນັກສຶກສາ ບຣູໄນ ມາຮ່ຳຮຽນ ແລະ ຈຳນວນຄູອາຈານບຣູໄນ ມາສິດສອນພາສາຕ່າງປະເທດຢູ່ຫວຽດນາມ ນັບມື້ນັບຫຼາຍຂຶ້ນ.

ເປົ້າໝາຍ 500 ລ້ານ USD ຮອດປີ 2025

        ປະຈຸບັນ, ຂົງເຂດຈຸດສຸມໃນການຮ່ວມມືລະຫວ່າງ 2 ປະເທດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ລະອຽດແມ່ນບັນດາໂຄງການກໍ່ສ້າງຂົວ/ທາງ, ບັນດາໂຮງງານອຸດສາຫະກຳ/ນ້ຳມັນອາຍແກັດ ເຊິ່ງຫວຽດນາມ ມີທ່າແຮງ ແລະ ນັບມື້ນັບມີສັນຍາຫຼາຍສະບັບກວ່າ ຢູ່ບູຣໄນ ຍ້ອນມີຄວາມໄວ້ເນື້ອເຊື່ອໃຈກຳລັງຄວາມສາມາດໃນການກໍ່ສ້າງ, ບົດຮຽນ ກໍຄືກຳມະກອນມີສີມືແຮງງານຢູ່ໃນລະດັບສູງ. ນີ້ກໍ່ແມ່ນຂົງເຂດເຊິ່ງໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຫຼາຍທີ່ສຸດເຂົ້າໃນເປົ້າໝາຍບັນລຸໄດ້ວົງເງິນການຄ້າ 500 ລ້ານ USD ລະຫວ່າງ 2 ປະເທດຮອດປີ 2025.

        ຄາດວ່າ, ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງກະສັດບຣູໄນ, ຫ້ອງການການຄ້າ ແລະ ອຸດສາຫະກຳບຣູໄນ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈະລົງນາມໃນຂໍ້ຕົກລົງ MOU ກ່ຽວກັບການຮ່ວມມືລະຫວ່າງ 2 ອົງການ, ຜ່ານນັ້ນຍົກສູງການເຄື່ອນໄຫວຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາເປີດກວ້າງຕະຫຼາດ ເພື່ອໃຫ້ສິນຄ້າ ແລະ ການບໍລິການຂອງ 2 ປະເທດສາມາດແຊກຊຶມເຂົ້າຕະຫຼາດຂອງກັນໄດ້ຢ່າງງ່າຍດາຍກວ່າຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ສົດ, ເຄື່ອງສຳອາງ, ອຸປະກອນການແພດການຢາ…

        ການນຳ 2 ປະເທດຈະຊຸກຍູ້ການພົວພັນຮ່ວມມືດ້ານການຄ້າຢ່າງແຮງກວ່າ, ເພື່ອແນໃສ່ບັນລຸໄດ້ເປົ້າໝາຍວົງເງິນການຄ້າ 2 ຝ່າຍເຊິ່ງໄດ້ວາງອອກ.

        ອາດເວົ້າໄດ້ວ່າ, ການຢ້ຽມຢາມຫວຽດນາມ ຂອງກະສັດບຣູໄນ ໃນຄັ້ງນີ້ຈະແມ່ນຂີດໝາຍໃໝ່ໃນໄລຍະ 27 ປີແຫ່ງການພົວພັນທາງການທູດລະຫວ່າງ 2 ປະເທດ. ຜ່ານນັ້ນປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ກໍຄືປະກອບສ່ວນສ້າງສຽງເວົ້າລວມກ່ຽວກັບບັນຫາສາມັກຄີ ແລະ ຮັກສາບົດບາດໃຈກາງຂອງອາຊຽນ ໃນບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ພ້ອມທັງປະກອບສ່ວນຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ