ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ - ອາເມລິກາ

(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​​ຂັ້ນ​ສູງພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຊື່​ງ​ຖືກ​ຈັດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ ຢ່າງ​ຈົບ​ງາມ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຫວຽດ​ນາມ ສືບ​ຕໍ່ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ, ສ້າງ​​ຂີດ​ໝາຍ​ໃຫມ່​ໃນ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ.

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ - ອາເມລິກາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama
ພາບ: cafer.vn

        ກອງ​ປະ​ຊຸມ​ແມ່ນຂີດໝາຍ​ໃຫມ່​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ ແລະ ທີ່​ຕັ້ງ ນັບ​ມື້​ນັບ​ສູງ​ຂອງ ອາ​ຊຽນ ໃນ​ເວ​ທີສາ​ກົນ ​ ກໍ​ຄື​ຄວາມປາດ​ຖະ​ຫນາຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​ແມ່ນ​ຍາດ​ແຍ່ງ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ສູ​ງ, ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ສະ​ຫນັບ​ສະ​ຫນູນ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ.

        ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ອາ​ເມ​ລິ​ກາ

       ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ທັງ​ໝົດ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຍາມ​ໃດ​ກໍ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ອາ​ເມ​ລິ​ກາ ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ຄວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່​ໄດ້​ຕົ​ກ​ລົງ​, ເປັນ​ຕົ້ນ​ແມ່ນ​ແຜນ​ການ​ດຳ​ເນີນ​ງານ ອາ​ຊຽນ - ອາ​ເມ​ລິ​ກາ ໄລ​ຍະ 2016-2020, ເພີ່ມທະ​ວີ​ບັນ​ດາ​ການ​ຮ່ວມ​ມື, ການ​ລົງ​ທຶນ, ແບ່ງ​ປັນ​ບົດ​ຮຽນ​ເລີ່ມ​ອາ​ຊີບ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ຊຽນ ແລະ ອາ​ເມ​ລິ​ກາ ເພື່ອ​ຫນູນ​ຊ່ວຍ ອາ​ຊຽນ ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​​ຢ່າງສະ​ດວກ​ໃຫ້​ແກ່​ການ​ປ່ຽນ​ໃຫມ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຂະ​ຫຍັນ​ຂັນ​ເຄື່ອນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກໍ​ໄດ້​ສະ​ເຫນີ​ສ້າງ​ຕັ້ງ​ສູນ ອາ​ຊຽນ - ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ເລີ່ມ​ອາ​ຊີບ ແລະ ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຢູ່ ຫວຽດ​ນາມ ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ປະ​ດິດ​ຄິດ​ສ້າງ, ການ​ເຊື່ອມ​ຕໍ່​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ຊຽນ.

        ແລະ​ກໍ​ໃນ​ໄລ​ຍະ​ຢູ່ ອາ​ເມ​ລິ​ກາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama, ພົບ​ປະ​ສອງ​ຝ່າຍ​ກັບ ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ. ຄຽງ​ຄູ່​ກັນ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ບັນ​ດາ​ການ​ນຳ​ອາ​ຊຽນ ແລະ ອາ​ເມ​ລິ​ກາ ພົບ​ປະ​ແລກ​ປ່ຽນ​ກັບ​ຜູ້​ຕາງ​ຫນ້າ​ກຸ່ມ​ບໍ​ລິ​ສັດ​ຊັ້ນ​ນຳ​ຈຳ​ນວນ​ຫນຶ່ງ​ຂອງ ອາ​ເມ​ລິ​ກາ ຄື: IBM, Microsoft, Cisco… ເພື່ອ​ຍົກ​ອອ​ກ​ບັນ​ດາ​ຂໍ້​ສະ​ເຫນີ ແລະ ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ການ​ຮ່ວມ​ມື, ຫນູນ​ຊ່ວຍ​ຂອງ​ບັນ​ດາ​ບໍ​ລິ​ສັດ ອາ​ເມ​ລິ​ກາ ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ຍູ້​ແຮງ​​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ຢ່າງ​ຮອບ​ດ້ານ, ຄົບ​ຊຸດ ພ້ອມ​ທັງ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ເຊື່ອມໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ແລະ ເຂົ້າ​ຮ່ວມ​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ຫລາຍ​ຂັ້ນ, ໃນ​ນັ້ນ ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC), ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊ​ີ​ຟີກ (APEC). ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP) ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ແມ່ນ​ບັນ​ດາ​ຂອບ​ເຂດ​ຫລັກ​ແຫລ່ງ​ແກ່ນ​ສານ.

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ - ອາເມລິກາ - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີ
 ອິນ​ໂດ​ເນ​ເຊຍ Joko Widodo

        ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ຄຽງ​ຄູ່​​ກັບຄວາມ​ຕັ້ງ​ຫນ້າ​ຊຸກ​ຍູ້ການ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ອາ​ເມ​ລ​ິ​ກາ, ທີ່ກອງ​ປະ​ຊຸມ​ຄັ້ງນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ບັນ​ດາ​ການ​ນຳ ອາ​ຊຽນ ແລະ ອາ​ເມ​ລິ​ກາ ເນັ້ນ​ຫນັກ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ, ເປັນ​ຕົ້ນ​ໃນ​ການ​ຊຸກ​ຍູ່​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂ້າມ​ຊາດ. ກ່ຽວ​ກັບ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ແລ້ວນີ້, ພິ​ເສດ ແມ່ນ​ບັນ​ດາ​ການ​ກະ​ທຳ​ປ່ຽນ​ແປງ​ສະ​ພາບ​ເດີມ, ເພີ່ມ​ທະ​ວີ​ການ​ນຳ​ໃຊ້ກຳ​ລັງ​ທະ​ຫານ, ການ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບິນ ຢູ່ ພາກ​ພື້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ: ບັນ​ດາ​ປະ​ເທດ​ຄວນ​ໃຫ້​ບຸ​ລິ​ມະ​ສິດ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື, ຍົກ​ສູງ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ສົນ​ທິ​ສັນ​ຍາກົດ​ໝາຍ​ທະ​ເລ​ປີ 1982; ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ຫລາຍ​ຝ່າຍ ແລະ ສະ​ຫນັບ​ສະ​ຫນູນ​ບົດ​ບາດ​ຫລັກ​ແຫລ່ງ​ຂອງ​ອາ​ຊຽນ ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ. ເນັ້ນ​ຫນັກ​ເຖິງ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ອາ​ເມ​ລິ​ກາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊົມ​ເຊີຍ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຕັ້ງ​ຫນ້າ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ​ຂອງ ອາ​ເມ​ລິ​ກາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເວົ້າ​ລວມ​ສຳ​ລັບ​ຫລັກ​ໝັ້ນ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ໃນ​ນັ້ນ ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ​ບັນ​ດາ​ຄວາ​ມ​ຄືບ​ຫນ້າ ແລະ ໝາກ​ຜົນ​ສຳ​ຄັນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຜ່ານ​ມາ, ປາດ​ຖະ​ຫນາ​ຢາກ​ສອງ​ຝ່າຍ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ປ​ະ​ສິດ​ທິ​ຜົນ​ແຜນ​ການ​ດຳ​ເນີນ​ງານ ອາ​ຊຽນ - ອາ​ເມ​ລິ​ກາ ໄລ​ຍະ 2016-2020, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ຄຳ​ເຫັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຖະ​ແຫລງ​ການ​ຮ່ວມ​ທີ່ກອງ​ປະ​ຊຸມ, ຕາມນັ້ນ​ແລ້ວ ອາ​ຊຽນ ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່ ເຊີ​ດ​ຊູ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ກົດ​ບັດ ສ​ປ​ຊ ແລະ ກົດ​ບັດ ອາ​ຊຽນ, ສະ​ຫນັບ​ສະ​ຫນູນ ສ້າງ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່ ພາກ​ພື້ນ ແລະ ສາ​ກົນ ໂດຍ​ອີງ​ໃສ່​ກົດ​ໝາຍ, ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນາບ​ຂູ່ ຫລື ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ​ບໍ່​ນຳ​ໃຊ້ການ​ທະ​ຫານ, ລະ​ງັບ​ໃຈ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ການ​ບິນ​ເໝາະ​ສົມ​ກັບ​ບັນ​ດາ​ຫລັກ​ການ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງກວ້າງ​ຂວາງ​ຂອງ​ກົດ​ໝາຍ​ສາ​ກົນ, ຊື່ງ​ລວມ​ມີ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982.

        ການ​ຢ້ຽມ​ຢາມ​ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ອີກ​ຄັ້ງ​ຫນຶ່ງຢັ້ງ​ຢືນ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫວຽດ​ນາມ​ໃນ​ອາ​ຊຽນ ພ້ອມ​ທັງ​ຢັ້ງ​ຢືນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ເຂົ້າ​ສູ່​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ຍາດ​ແຍ່ງ​ການ​ຮ່ວມ​ມື ແລະ ຫນູນ​ຊ່ວຍ​ຂອງ​ອາ​ເມ​ລິ​ກາ​ໃນ​ບັນ​ດາ​ຂົງ​ເຂດ ອາ​ຊຽນ ແລະ ຫວຽດ​ນາມ ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ ແລະ ອາ​ເມ​ລິ​ກາດ ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ ໄດ້​ຢືນ​ຢັນ​ເຈດ​ຕະ​ນາ​ດີ, ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ທັງ​ສອງ​ຝ່າຍ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ອາ​ເມ​ລິ​ກາ - ຫວຽດ​ນາມ ​ໃນ​ທຸກ​ຂົງ​ເຂດມີ​ຄວາມ ແທດ​ຈິງ ແລະ ເລິກ​ເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ