ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາເປົ້າໝາຍທົ່ວໂລກ

ວັນ​ທີ 24/9, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ໄດ້​ນໍາໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄປ​ເຖິງນິວ​ຢອກ (ອາ​ເມລິ​ກາ​) ເພື່ອ​ເຂົ້າຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ ​ສ.​ປ.​ຊ ​ຮັບ​ຮອງ​ເອົາໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ​. ເລື່ອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ນັບ​ຕັ້ງ​ແຕ່​ພາຍຫຼັງກອງ​ປະ​ຊຸມ​ສຸດ​ຍອດ​ປີ 2000 ​ຮັບ​ຮອງ​ເອົາບັນ​ດາ​ເປົ້າ​ຫມາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ ໄດ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າການ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າໃນບັນ​ດາ​ບັນ​ຫາທົ່ວ​ໂລກຂອງ​ຫວຽດ​ນາມ​.

   

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາເປົ້າໝາຍທົ່ວໂລກ - ảnh 1
ສຳ​ນັກງານອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຕັ້ງ​ຢູ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ

     ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຄັ້ງ​ນີ້, ​ມີ​ປະ​ມຸກ​ລັດ ​ແລະ​ຜູ້​ນໍາ​ລັດ​ຖະ​ບານຂອງ​ປະ​ເທດ​ຕ່າງໆ​ເກືອບ 170 ທ່ານ​. ການ​ນໍາ​​ບັນ​ດາ​ປະ​ເທດ​​ຈະ​ຮັບ​ຮອງໂຄງ​ການ​ດຳ​ເນີນ​ງານທົ່ວ​ໂລກ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​​, ​ສ້າງ​ຂອບ​ເຂດ ​ແລະກຳ​ນົດ​ທິດ​ຍຸດ​ທະ​ສາດ​ກ່ຽວ​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ​. ເອ​ກະ​ສານ​ກອງ​ປະ​ຊຸມທີ່​ຈະ​​ຮັບ​ຮອງ​ເອົານັ້ນ ລວມ​ມີ 17 ເປົ້າ​ຫມາຍ ​ແລະ 169 ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​. ນີ້​ແມ່ນ​ຫມາກ​ຜົນ​ຂອງ​ການ​ເຈລະ​ຈາ​ຢ່າງ​ຕັ້ງ​ໜ້າຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ ​ສ​ປ​ຊ ໃນ 2 ປີ​ທີ່​ຜ່ານ​ມາ​, ຊຶ່ງໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ສາ​ມາດ​ຕ​ອບ​ສະ​ໜອງ​ຄວາມ​ສົນ​ໃຈ ​ແລະ ​ຜົນ​ປະ​ໂຫຍດ​ຂອງ​ທຸກໆປະ​ເທດ, ໂດຍ​ສະ​ເພາະ​ແມ່ນບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.

    ຫວຽດ​ນາມ​ບັນ​ລຸ​ໄດ້​ເປົ້າ​ຫມາຍ​ສະ​ຫັດ​ສະ​ຫວັດ​ເປັນຈໍາ​ນວນ​ຫຼາຍ

    ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ໄດ້​ນໍາໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄປ​ເຖິງນິວ​ຢອກ (ອາ​ເມລິ​ກາ​) ເພື່ອ​ເຂົ້າຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ ​ສ.​ປ.​ຊ ຄັ້ງ​ນີ້ ​ໃນ​ສະ​ພາວະ​ທີ່​ຫວຽດ​ນາມ​ສາ​ມາດ​ບັນ​ລຸ​ບັນ​ດາ​ຜົນ​ງານທີ່​ສໍາ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​: ເສດ​ຖະ​ກິດ​ມະ​ຫາ​ພາກ​, ຕະຫຼາດ​ເງິນ​ຕາ​ມີສະ​ຖຽນ​ລະ​ພາບ​;  ການ​ເຕີບ​ໂຕ GDP​ ໃນ 6 ເດືອນ​ຕົ້ນ​ປີ 2015 ບັນ​ລຸ 6,28​%​ຊຶ່ງ​ແມ່ນ​ລະ​ດັບ​ສູງ​​ສຸດ​ໃນ 5 ປີຜ່ານ​ມາ​. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ ນັ້ນ​ແມ່ນຫວຽດ​ນາມ​ໄດ້​ສໍາ​ເລັດ​​ບັນ​ດາ​ເປົ້າ​ຫມາຍ​​ພັດ​ທະ​ນາສະ​ຫັດ​ສະ​ວັດ​ໂດຍ​ພື້ນ​ຖານ​ແລ້ວຊຶ່ງກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດ​​ປີ 2000 ໄດ້​ຍົກ​ອອກ​ມາ ລວມມີ​ການ​​ລົບ​ລ້າງຄວາມ​ອຶດ​ຫິວ ແລະ ທຸກ​ຍາກທີ່ເປັນ​ໜ້າສົມ​ເພດ​ເວດ​ທະ​ນາ,  ບັນ​ລຸ​ລະ​ດັບ​ການ​ສຶກ​ສາ​ຂັ້ນປະ​ຖົມ​ພາກ​ບັງ​ຄັບ​ຢ່າງ​ທົ່ວ​ເຖິງ ​, ຍົກ​ສູງຄວາມ​ສະ​ເຫມີ​ພາບລະ​ຫວ່າງ​ຍິງ-​ຊາຍ​ ແລະ ​ທີ່​ຕັ້ງ​ບົດ​ບາດ ​ແລະ​ຄວາມ​ສາ​ມາດ​ຂອງ​ແມ່​ຍິງ​; ​ຫຼຸດ​ຜ່ອນ​ອັດ​ຕາການ​ຕາຍ​ຂອງ​ເດັກ​; ປົວ​ແປງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ​; ປ້ອງ​ກັນ ແລະ ຕ້ານ​ການ​ຕິດເຊື້ອແຮັດ​ໄອ​ວີ / ໂລກ​ເອດ​​, ໄຂ້ຍຸງ ​ແລະ ໂລກ​ພະ​ຍາດ​ອື່ນໆ​; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສິ່ງ​ແວດ​ລ້ອມ​; ເພີີ່ມ​ທະ​ວີ​ການ​ພົວ​ພັນຄູ່​ຮ່ວມ​ມື​ທົ່ວ​ໂລກເພື່ອ​ການ​ພັດ​ທະ​ນາ. ໃນ​ນັ້ນ, ຫວຽດ​ນາມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະ​ຊາ​ຄົມ​ໂລກວ່າ ​​ໄດ້ສາ​ມາດ​ບັນ​ລຸ ແລະ ເກີນ​ກຳ​ນົດ​ສຳ​ລັບຫຼາຍເປົ້າ​ຫມາຍ, ໃນ​ນັ້ນ ເປັນ​ໜ້າ​ປະ​ທັບ​ໃຈທີ່​ສຸດ ແມ່ນ​ຜົນ​ງານການ​ລົບ​ລ້າງ​ຄວາມ​ທຸກ​ຍາກທີ່​ເປັນ​ໜ້າສົມ​ເພດ​ເວດ​ທະ​ນາ ​ແລະ ​ຄວາມ​ອຶດ​ຫິວ​ນັບ​ຕັ້ງ​ແຕ່​ປີ 2002​, ກ່ອນ​​ກໍາ​ນົດ​ເວ​ລາ 13 ປີ​.

      ຫວຽດ​ນາມ​ກໍ​ໄດ້​ບັນ​ລຸຫຼາຍ​ຜົນ​ງານທາງ​ດ້ານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​, ພິ​ເສດ​ແມ່ນ​ໄດ້​ປັບ​ປຸງ ແລະ ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​, ບັນ​ດາ​ຄູ່​ຮ່ວມ​ມືທີ່​ສໍາ​ຄັນ​, ຍູ້​ແຮງ​ການ​ເຊື່ອມ​ໂຍງ, ຮ​່ວມ​ສຳ​ພັນ​ໃນ​ພາກ​ພື້ນ​, ເພີ່ມ​ທະ​ວີ​ການພົວ​ພັນ​ກັບ​ສະ​ຫະ​ປະ​ຊາ​ຊາດ ​ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ຂອບ​ສ​ປ​ຊ​. ໄລ​ຍະ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​​ຕັ້ງ​ໜ້​າເຂົ້າ​ຮ່ວມ​ໃນ​ບັນ​ດາ​ວຽກງານຂອງສ​ປ​ຊ​, ເປັນ​ເຈົ້າ​ການ​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມຫຼາຍ​ຂໍ້ທີ່​ແທດ​ຈິງ ​, ສູ້​ຊົນ​ເພື່ອ​ບັນ​ດາ​ເປົ້າ​ຫມາຍລວມ​ຂອງ​ສະ​ຫະ​ປະ​ຊາ​ຊາດ​. ນັບ​ແຕ່​ປີ 2006​, ຫວຽດ​ນາມ​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 8 ປະ​ເທດ ປະ​ຕິ​ບັດ​ທົດ​ລອງ​ຂໍ້​ລິ​ເລີ່ມ​ "ເປັນ​ເອ​ກະ​ພາບ​ກັນ​ກະ​ທຳ​" ຂອງ​ສ​ປ​ຊ ​ແລະ ພວມ​ຜັນ​ຂະ​ຫຍາຍ​ຂໍ້ລິ​ເລີ່ມ​ນີ້ຢ່າງ​ສຳ​ເລັດ​ຜົນ​. ການ​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າຂອງ​ຫວຽດ​ນາມ​ເຂົ້າໃນບັນ​ດາ​ການ​ເຄ​ື່ອນ​ໄຫວ​ທີ່​ສໍາ​ຄັນ​​ຂອງສະ​ຫະ​ປະ​ຊາ​ຊາດເຊັ່ນ: ​ການ​ຮ່ວມ​ມື​ພັດ​ທະ​ນາ​ ​, ຮັກ​ສາ​ສັນ​ຕິ​ພາບ​ໃນ​ໂລກ…ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ ​.

      ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ຫາ​ທົ່ວ​ໂລກ

   ໃນ​ສະ​ພາບ​ການ​ນີ້​, ດ້ວຍ​ບົດ​ຮຽນ, ປະ​ສົບ​ການຂອງຕົນ ​, ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການເຂົ້າ​ຮ່ວມ ​ແລະ ​ປະ​ກອບ​ສ່ວນຢ່າງ​ແທດ​ຈິງເຂົ້າໃນວິ​ວັດ​ການ​ເຈ​ລະ​ຈາສ້າງ​ເອ​ກະ​ສານກອງ​ປະ​ຊຸມ​ສຸດ​ຍອດ​ຂອງ​ ສ​ປ​ຊ ຄັ້ງນີ້ ແລະ ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ . ໃນ​ກອງ​ປະ​ຊຸມ​ຄັ້ງນີ້​, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຈະ​ສະ​ເຫນີ​ບົດ​ລາຍ​ງານ​ການ​ປະ​ກາດ​ໝາກ​ຜົນ 15 ປີ​ແຫ່ງ​ການ​ປະ​ຕິ​ບັດ​ເປົ້າ​ຫມາຍ​​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ - ເພື່ອ​ໂລກ​ໜຶ່ງທີ່​ບໍ່​ມີ​ໃຜ​ຖືກປະປ່ອຍ​ທາງ​ຫລັງ ​, ​ແບ່ງ​ປັນ​ບົ​ດ​ຮຽນ, ປະ​ສົບ​ການກັບ​ໂລກ​ກ່ຽວ​ກັບການ​ປະ​ຕິ​ບັດ​ເປົ້າ​ຫມາຍ​​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ ​ແລະ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຫວຽດ​ນາມ​​ຢ່າງສໍາ​ເລັດຜົນ​ ​​. ໃນ​ຂອບເຂດ​ຂອງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ນໍາໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ຈະພ້ອມ​ກັບ​ການ​ນຳ​ປະ​ເທດ​ຕ່າງໆຮັບ​ຮອງ​ເອົາ​ເອ​ກະ​ສານ​ກອງ​ປະ​ຊຸມສຸດຍອດທີ່​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ; ເຂົ້າ​ຮ່ວມ​ກອງປະ​ຊຸມ​ສຸດ​ຍອດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​; ​ເຂົ້າ​ຮ່ວມກອງ​ປະ​ຊຸມການນໍາທົ່ວ​ໂລກ​ກ່ຽວ​ກັບ​ຄວາມ​ສະ​ເຫມີພາບ​ລະ​ຫວ່າງຍິງ-​ຊາຍ​. ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຍັງຈະພົບ​ປະ​ກັບ​ປະ​ທາ​ນາ​​ທິ​ບໍ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ຕ່າງໆທີ່​ຫວຽດ​ນາມ​ຄວນ​ຊຸກ​ຍູ້ການ​ພົວ​ພັນຮ່ວມ​ມື ​, ໂດຍ​ສະ​ເພາະ​ທາງ​ດ້ານ​ເສດ​ຖະ​ກິດ​, ການ​ຄ້າ​.

    ເລື່ອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ໄດ້​ນໍາໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມເຂົ້າຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ ​ສ.​ປ.​ຊ ​ຮັບ​ຮອງ​ເອົາໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ບາດ​ກ້າວ​ສືບ​ຕໍ່ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ ແລະ ​ຕັ້ງ​ຫນ້າເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ​, ຍົກ​ສູງຮູບ​ພາບ​, ທີ່​ຕັ້ງບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ​; ສະ​ແດງ​ໃຫ້​ເຫັນ​ຄໍາ​ຫມັ້ນ​ສັນ​ຍາ​ ແລະ ​ການ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດບັນ​ດາ​ເປົ້າ​ໝາຍພັດ​ທະ​ນາ​ແບບ​ຍືນ​ຍົງ ​ແລະ ​ແບ່ງ​ປັນບົດ​ຮຽນ,​ປະ​ສົບ​ການ​ຂອງ​ຫວຽດ​ນາມ​ໃນຂົງ​ເຂດ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ