ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນວຽກງານຂອງສະຫະປະຊາຊາດ

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນວຽກງານຂອງສະຫະປະຊາຊາດ - ảnh 1
ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ

ວັນ​ທີ 26/9 ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ໄປ​ນິວຢອກ ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ​ເພື່ອ​ເຂົ້າ​ຮ່ວມ​ວາລະປຶກສາ​ຫາລືຂັ້ນສູງສະມັດຊາໃຫຍ່ແຫ່ງ ສະຫະປະຊາຊາດຊຸດທີ 68 ຊຶ່ງດຳເນີນແຕ່ວັນທີ 26 ຫາ ວັນທີ 28/9. ນີ້ແມ່ນການ ເຄື່ອນໄຫວ ພົວພັ ນຕ່າງປະເທດທີ່ສຳຄັນແນໃສ່ຜັນຂະຫຍາຍແຜນນະໂຍບາຍ ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງ ເຂົ້າກັບ ສາກົນຂອງຫວຽດນາມ, ປະກອບສ່ວນຍົກສູງ ທີ່ຕັ້ງບົດບາດຂອງຫວຽດນາມໃນເສທີ່ສາກົນ.

    ທົບ​ທວນຄືນ​ໄລຍະ​ທາງ 36 ປີ​ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກສະຫະປະຊາຊາດ​ເມື​ອ່ວັນ​ທີ 20/9/1977, ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ອົງການສະຫະປະຊາຊາດ​ໄດ້​ພັດທະນາ​ຢ່່າງບໍ່​ຢຸດ​ຢັ້ງ​ຕາມ​ທິດ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ມີ​ປະສິດທິ​ຜົນ. ບໍ່​ພຽງ​ແຕ່​ຍາດ​ແຍ່ງ​ໄດ້​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ກໍ​ຄື​ການ​ຊ່ວຍ​ເຫຼືອ​ຕ່າງໆເພື່ອ​ສາງ​ສາ​ປະ​ເທດ​ຄືນ​ໃໝ່​ພາຍຫຼັງ​ສົງຄາມ​​ເພື່ອຮັບ​ໃຊ້​ກິດຈະການ​ພັດທະນາ​ເສດ​ຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດເທົ່າ​ນັ້ນ, ​ເຫດການ​ນີ້ ຍັງ​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ ຂອງຫວຽດນາມ ໃນເວທີ່ສາກົນອີກ​ດ້ວຍ. ທ່ານ ​ເລ​ຮ່ວາຍ​ຈຸ​ງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສະຫະປະຊາຊາດ ຢືນຢັນ​ວ່າ :

   “ສະຫະປະຊາຊາດສວມ​ບົດບາດ​ສຳຄັນ​ໃນ​ເລື່ອງ​ຫວຽດນາມ​ຜັນ​ຂະຫຍາຍ​ປະຕິບັດ​ການ​ເຊື່ອ​ມໂຍງ​ເຂົ້າ​ກັບ​ສາກົນ. ​ເພາະວ່ານັ້ນ​ແມ່ນ​ກົນ​ໄກ​ທົ່ວ​ໂລກຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທຸກໆ​ປະ​ເທດ, ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ, ລວມມີ​ບັນດາ​ປະ​ເທດ​ໃຫຍ່, ຄູ່​ຮ່ວມ​ມື​ໃຫຍ່ຊຶ່ງ​ຫວຽດນາມ​ຖື​ເປັນ​ສຳຄັນ​ທີ່​ສຸດ. ​ເພາະສະ​ນັ້ນ, ຫວຽດນາມ​ຄວນ​ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຕົນ​ໃນ​ຂະ​ບວນວິວັດ ເຊື່ອ​ມໂຍງ​ເຂົ້າ​ກັບ​ສາກົນ”

   ດ້ວຍ​ຖານະ​ແມ່ນ​ປະ​ເທ​ດສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ ສະຫະ ປະຊາຊາດ, ຫວຽດນາມ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ທີ່​ຕັ້ງໜ້າ​​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ອົງການ ສະຫະປະຊາຊາດ. ​ໂດຍ​ແມ່ນ​ໜຶ່ງ​ໃນ​ຈຳນວນ 8 ປະ​ເທດ​ສະໝັກ​ໃຈ​ປະຕິບັດ​ທົດ​ລອງ​ໃນ​ປີ 2006, ຫວຽດນາມ​ຫວຽດນາມ​ໄດ້​ກາຍ​ເປັນ​ຕົວ​ແບບ​ໃຫ້​ແກ່​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ກະທຳ​ເປັນ​ເອກະ​ພາບ​ໂດຍ​ໄວ ​ແລະ ກາຍ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ກ້າວໜ້າ​ໄວ​ກ່ວາ​ໝູ່​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ຮັບປະກັນ​ການ​ປະຕິບັດ​ໜ້າ​ທີ່​ເປັນ​ກຳມະການ​ບໍ່​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາຊາດ​ອາຍຸ​ການ 2008-2009 ຢ່າງ​ດີ​ເດັ່ນ. ຫວຽດນາມ​ກໍ​ໄດ້​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ປະ​ເທດ​ບໍ່​ຮ່ວມ​ກຸ່ມ ​ແລະ​ພວມ​ພັດທະນາ​ເພື່ອ​ຕໍ່​ສູ້​ ​ແລະ ປົກ​ປ້ອງ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ ສະຫະປະຊາຊາດ, ພ້ອມ​ທັງ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ, ​ໃນ​ນັ້ນມີ​ຫວຽດນາມ.

     ອາດ​ເວົ້າ​ໄດ້​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສະຫະປະຊາຊາດກໍ​​ແມ່ນ​ຕົວຢ່າງ​ທີ່​ເປັນ​ຕົວ​ແບບກ່ຽວ​ກັບ​ການ​ຮ່ວມມື​ພັດທະນາລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ສະຫະປະຊາຊາດ​ກໍ​ຄື​ກ່ຽວ​ກັບ​ບົດບາດ​ຂອງ ສະຫະປະຊາຊາດ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ, ສັງຄົມ, ວັດທະນະທຳ ​ແລ​ະ ມະນຸດສະທຳ. ການ​ຮ່ວມ​ມື​ນີ້​ໄດ້​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ກິດຈະການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ຫວຽດນາມ ​ແລະ ການ​ປະກອບສ່ວນ​ຍົກ​ສູ​ງທີ່​ຕັ້ງ​ບົດບາດຂອງ ສະຫະ ປະຊາຊາດ​ໃນ​ໄລຍະ​ໃໝ່.

     ​ໃນ​ສະພາບ​ການ​ເຊັ່ນ​ນັ້ນ,  ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ​ນຳໂດຍ ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ວາລະປຶກສາ​ຫາລືຂັ້ນສູງສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 68 ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວ​ທາງ​ການເຊື່ອ​ມ ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ເລິກ​ເຊິ່ງກວ່າ​ງຂວາງ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມໃນເສທີ່ສາກົນ, ຢືນຢັນ​ຫວຽດນາມ​ເປັນ​ປະ​ເທດ​ສະມາຊິກ​ທີ່​ຕັ້ງໜ້າ​, ມີ​ຄວາມ​ຮັບຜິດຊອບ​ຂອງ ສະຫະປະຊາຊາດ, ຊຸກຍູ້​ການ​ພົວພັນ​ຫວຽດນາມ- ສະຫະປະຊາຊາດ​ເວົ້າ​ລວມ ​ແລະ ກັບ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງ ສະຫະປະຊາຊາດ​ເວົ້າ​ສະ​ເພາະ. ທີ່ວາລະປຶກສາ​ຫາລືຂັ້ນສູງສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 68 ​ໃນ​ວັນ​ທີ 27/9, ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ມີ​ບົດ​ກ່າວ​ປາ​ໄສ​ແບ່ງ​ປົນ​ບົດຮຽນ​ຂອງ​ຫວຽດນາມ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ, ​ໃນ​ນັ້ນ ຊີ້​ແຈ້ງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ ປະກອບ​ສ່ວນ​ປັບປຸງ​ສັນຕິພາບ, ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ໃນ​ໂລກ. ນອກຈາກ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ 2 ຝ່າຍ​ຂອງ ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ຢູ່​ນອກ ວາລະປຶກສາ​ຫາລືຂັ້ນສູງ ​ແມ່ນ​ກາລະ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການພົວພັນ​ລະຫວ່າງ​ຫວຽດນາມກັບ​ບັນດາ​ປະ​ເທດ​ໃນ​ໂລກ, ນຳ​ບັນດາ​ການ​ພົວພັນ 2 ຝ່າ​ຍ​ເຂົ້າ​ສູ່​ລວງ​ເລິກ ​ແລະ ຍາກ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ສາກົນ​ທີ່​ມີ​ຕໍ່​ວິວັດທະນາ​ການ​ພັດທະນາ ​ແລະ ເຊື່ອ​ມໂຍງ​ເຂົ້າ​ກັບ​ສາກົນຂອງ​ຫວຽດນາມ.

ທ່ານ ​ເລ​ຮ່ວາຍ​ຈຸ​ງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສະຫະປະຊາຊາດ ​ໃຫ້​ຮູ້ວ່າ :

   “ ຈະ​ມີ​ບັນດາ​ການ​ພົບ​ປະ​ຂອງ ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ກັບ​ທ່ານ​ເລຂາທິການ​ໃຫຍ່ ສະຫະປະຊາຊາດ, ກາ​ນນຳ​ບາງ​ທ່ານ​ຂອງ ອົງການສະຫະປະຊາຊາດ​ເພື່ອ​ການ​ພັດທະນາ UNDP, ກອງ​ທຶນ​ປະຊາກອນ ສະຫະປະຊາຊາດ UNFPA  ​ແລະ ກອງ​ທຶນ​ເດັກ ສະຫະປະຊາຊາດ UNICEF, ຜ່ານ​ນັ້ນ ກໍ​ເພື່ອ​ແລກປ່ຽນ​ບົດຮຽນ​ຂອງ​ຫວຽດນາມ​ໃນ​ວິວັດ​ການ​ຮ່ວມ​ມື​ກັບ ສະຫະປະຊາຊາດ. ​ໃນ​ບັນຫາ​ສັນຕິພາບ, ຄວາມ​ສະຫງົບ​ສາກົນ, ຫວຽດນາມ​ຈະ​ແບ່ງປັນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ດ້ວຍ 3 ​ເສົາ​ຄ້ຳ. ນອກຈາກ​ນັ້ນ, ຫວຽດນາມ​ຍັງ​ແບ່ງ​ປັນ​ບົດຮຽນ​ໃນ​ການ​ປະຕິບັດ​ຈຸ​ດໝາຍສະຫັດ​ສະ​ວັດ​ອີກ​ດ້ວຍ”

    ການ​ເຂົ້າ​ຮ່ວມວາລະປຶກສາ​ຫາລືຂັ້ນສູງສະມັດຊາໃຫຍ່ ສະຫະປະຊາຊາດ ຂອງ​ຫວຽດນາມຄັ້ງ​ນີ້ ​ແນນ​ອນວ່າ​ຈະ​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຊຶ່ງ​ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ກິດຈະການ​ປ່ຽນ​ໃໝ່, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ​ ​ແລະ ທັນ​ສະ​ໄໝເທົ່າ​ນັ້ນ, ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ​ຍັງ​ສືບ​ຕໍ່​ສະ​ແດງ​ບົດບາດ​ທີ່​ຕັ້ງໜ້າ​ຂອງ​ຕົນ​ໃຫ້​ແກ່​ການ​ຕໍ່​ສູ້ລວມຂອງ​ປະຊາຊົນ​ໂລກ ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ