ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ

(VOVWORLD) -ວັນທີ 31 ມັງກອນ, ຫວຽດນາມ ໄດ້ສິ້ນສຸດເດືອນທຳອິດ ທີ່ເປັນປະທານຜັດປ່ຽນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ບັນດາແນວຄວາມຄິດ, ຂໍ້ສະເໜີກໍ່ຄືການບໍລິຫານຂອງຫວຽດນາມ ດ້ວຍບົດບາດເປັນປະທານຂອງ 1 ໃນ 6 ອົງການຕົ້ນຕໍຂອງ ສປຊ ໄດ້ສ້າງບັນດາຂີດໝາຍ, ການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບໂລກ.

ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ - ảnh 1ທ່ານ ຟ້າມບິນມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

(ພາບ: VGP) 

ຫວຽດນາມ ກຳນົດວ່າ ໃນອາຍຸການເປັນກຳມະການບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງ ສປຊ 2020-2021, ຈະໃຫ້ບຸລິມະສິດເລື່ອງປະຕິບັດກົດບັດ ສປຊ, ສະກັດກັ້ນບັນດາການປະທະກັນ, ປົກປ້ອງສາມັນຊົນໃນການປະທະກັນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.

ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ

   ໃນເດືອນທຳອິດທີ່ຫວຽດນາມ ເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ອົງການນີ້ ໄດ້ດຳເນີນການປະຊຸມເປີດເຜີຍ ແລະ ການປະຊຸມລັບນັບສິບຄັ້ງ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນຄື: ສະພາບມະນຸດສະທຳຢູ່ຊີຣີ, ຕາເວັນອອກກາງ, ເຢແມນ, ສະພາບດ້ານການເມືອງ, ຄວາມສະຫງົບປອດໄພຢູ່ມາລີ….ບັນດາເນື້ອໃນນີ້ ໄດ້ປະກອບສ່ວນຊຸກຍູ້ບົດບາດຂອງກົດໝາຍສາກົນເພື່ອໂລກແຫ່ງສັນຕິພາບ, ຄວາມຍຸດຕິທຳ ລະ ດີງາມກ່ວາ.

  ໜ້າເອົາໃຈໃສ່ແມ່ນ, ຫວຽດນາມ ໄດ້ສະເໜີ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກທຸກປະເທດທີ່ເປັນກຳມະການສະພາຄວາມໝັ້ນຄົງ ສປຊ ໃນການຈັດຕັ້ງການປຶກສາຫາລືເປີດກ່ຽວກັບການຊຸກຍູ້ການປະຕິບັດກົດບັດ ສປຊ ໃນວັນທີ 9 ມັງກອນປີ 2020. ຫົວເລື່ອງທີ່ມີລັກສະນະສະຖານະການນີ້ ມີຄວາມໝາຍທີ່ແທດຈິງທີ່ສຸດ, ປະກອບສ່ວນຢັ້ງຢືນຄວາມສຳຄັນຂອງກົດບັດ ສປຊ ຄືນໃໝ່ ກໍ່ຄືການຮ່ວມມືຫຼາຍຝ່າຍເພື່ອຮັກສາສັນຕິພາບ, ຄວາມໝັ້ນສາກົນ. ພິເສດ, ທີ່ວາລະປຶກສາຫາລືເປີດ, ເປັນຄັ້ງທຳອິດໃນປະຫວັດສາດ ສປຊ, ກໍ່ມີຖະແຫຼງການທີ່ກ່ຽວຂ້ອງເຖິງກົດບັດ ສປຊ. ທ່ານ ຟ້າມບິນມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

   ດ້ວຍບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ, ພຽງແຕ່ໃນສອງສາມວັນທຳອິດ, ຫວຽດນາມ ໄດ້ຮັບການຕີລາຄາສູງ, ສະແດງໃຫ້ເຫັນຄວາມສາມາດ, ຄວາມຮັບຜິດຊອບຂອງພວກເຮົາ. ສິ່ງທີ່ໜ້າພາກພູມໃຈ ແລະ ປະຫຼາດໃຈ ນັ້ນແມ່ນ ຫົວເລື່ອງຂອງວາລະປຶກສາຫາລືເປີດທີ່ພວກເຮົາໄດ້ສະເໜີນັ້ນ, ປະເທດຕ່າງໆເຂົ້າຮ່ວມດ້ວຍຈຳນວນສູງບັນຈຸລະດັບສະຖິຕິ, ລວມແມ່ນ 110 ປະເທດ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ: ຂໍ້ສະເໜີຂອງຫວຽດນາມ ແມ່ນເໝາະສົມທີ່ສຸດ ແລະ ຖືກຕ້ອງຕາມຈຸດເວລາ. ປະເທດຕ່າງໆກໍ່ເຫັນວ່າ, ຍິ່ງກ່ວາເວລາໃດໝົດ ຕ້ອງຍົກສູງບົດບາດ, ຄວາມສຳຄັນຂອງກົດບັດ ສປຊ.

ຖືການຮ່ວມສຳພັນລະຫວ່າງອາຊຽນ-ສປຊ ເປັນສຳຄັນ

   ຈຸດພົ້ນເດັ່ນທີ່ໜ້າເອົາໃຈໃສ່ໃນເດືອນຫວຽດນາມ ດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ແມ່ນການຈັດຕັ້ງການປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຮ່ວມມືລະຫວ່າງອາຊຽນ ແລະ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ນີ້ເປັນຄັ້ງທຳອິດທີ່ຫົວເລື່ອງດັ່ງກ່າວໄດ້ຍົກອອກມາປຶກສາຫາລືໃນການປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ ຊື່ງສະແດງໃຫ້ເຫັນວ່າ: ຫວຽດນາມ ໄດ້ສົມທົບບົດບາດເປັນປະທານ ສະພາຄວາມໝັ້ນຄົງ ສປຊ ແລະ ປະທານອາຊຽນ ໄດ້ຢ່າງຄ່ອງແຄ້ວ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິນມິນ ໃຫ້ຮູ້ຕື່ມອີກວ່າ:

    ພວກເຮົາມີຄວາມໂຊກດີເມື່ອໄດ້ຮັບທັງ 2 ໜ້າທີ່ ທັງເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມັງກອນ ແລະ ການເລີ່ມຕົ້ນເປັນປະທານຂອງ ອາຊຽນ. ຫວຽດນາມ ໄດ້ສະເໜີໃຫ້ຈັດຕັ້ງການລາຍງານຂໍ້ມູນຂ່າວສານກ່ຽວກັບ ອາຊຽນ ຕໍ່ສະພາຄວາມໝັ້ນຄົງ ສປຊ, ເພື່ອແນໃສ່ ເພີ່ມທະວີການພົວພັນຂອງ ອາຊຽນ ກັບສະພາຄວາມໝັ້ນຄົງ ສປຊ ແລະ ບັນດາອົງການຈັ້ດຕັ້ງຂອງ ສປຊ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມເປັນປະທານຂອງ ອາຊຽນ 2020 ໄດ້ສະເໜີບັນຫານີ້ ແລະ ນີ້ກໍ່ແມ່ນຄັ້ງທຳອິດຢູ່ສະພາຄວາມໝັ້ນຄົງ ສປຊ ມີການແລກປ່ຽນຄືແນວນີ້ ພ້ອມກັນນັ້ນກໍ່ຍົກສູງບົດບາດ, ພາບພົດຂອງ ອາຊຽນ ຢູ່ ສປຊ.

ໃນຂະນະນັ້ນ, ທ່ານ ເອກອັກຄະລັດຖະທູດ ໂງກວາງຊວັນ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ນິວຢອກ) ແຕ່ປີ1993 – 1999 ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ Geneva ແຕ່ປີ 2002 – 2008 ຖືວ່າ:

ວຽກທີ່ພວກເຮົາກຳລັງເຮັດຢູ່ນັ້ນ ໄດ້ຊ່ວຍຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ, ເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງ ພາກພື້ນ ແລະ ສາກົນ ທີ່ມີຕໍ່ ຫວຽດນາມ. ທີ 2 ແມ່ນ ຫວຽດນາມ ມີເງື່ອນໄຂເພື່ອພ້ອມກັບບັນດາປະເທດ ອາຊຽນ ແລະ ບັນດາປະເທດ ສະມາຊິກ ສປຊ ນຳເອົາປະສິດທິຜົນສູງໃນທຸກຂົງເຂດຂອງມວນມະນຸດມາໃຫ້ພາກພື້ນກໍ່ຄືໂລກ. ນັ້ນແມ່ນ ສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ -ການຄ້າ, ສັງຄົມ…

ຫວຽດນາມ ໄດ້ປະຕິບັດສຳເລັດ ໂຄງການດຳເນີນງານທີ່ໄດ້ວາງອອກໃນເດືອນທຳອິດໃນການດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ດ້ວຍການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຕົນເອງເປັນ ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ຍາມໃດກໍ່ ປະຕິບັດກົດບັດ ສປຊ ໃຫ້ເປັນຢ່າງດີ; ພ້ອມທັງມີຄວາມປາດຖະໜາຢາກສ້າງໂລກໂດຍອີງໃສ່ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍສາກົນ; ແກ້ໄຂທຸກໆການປະທະກັນ, ການຂັດແຍ້ງການໂດຍສັນຕິວິທີ; ຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ