ຫວຽດ​ນາມ​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​​ເຊື້ອ​ພະ​ຍາດ nCoV

(VOVWORLD) -  ເກືອບ 3 ອາທິດທີ່ຜ່ານມາ, ນັບແຕ່ເມື່ອກວດພົບຜູ້ທຳອິດທີ່ຕິດເຊື້ອໄວຣັດ Corona, ມາຮອດປັດຈຸບັນ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມໄດ້ຜັນຂະຫຍາຍທຸກໆມາດຕະການປ້ອງກັນ, ຕ້ານເຊື້ອພະຍາດຢ່າງຕັ້ງໜ້າ, ແໜ້ນແຟ້ນ ແລະ ຄົບຊຸດ. ບັນດາຄວາມມານະພະຍາຍາມນີ້ໄດ້ເປັນທີ່ຮັບຮູ້ຈາກອົງການອານາໄມໂລກ (WHO), ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວຊາວຕ່າງປະເທດຕໍ່ຄວາມສາມາດໃນການຄວບຄຸມເຊື້ອພະຍາດຢ່າງສຳເລັດຜົນຂອງຫວຽດນາມ.
ຫວຽດ​ນາມ​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​​ເຊື້ອ​ພະ​ຍາດ nCoV - ảnh 1ພາບປະກອບ (TTXVN) 

ໂດຍໄດ້ກວດພົບຜູ້ຕິດເຊື້ອໄວຣັດ Corona ທຳອິດຢູ່ນະຄອນ ອູ່ຮັ້ນ, ແຂວງຮູເປີຍ, ປະເທດຈີນໃນເດືອນທັນວາ 2019, ມາຮອດປັດຈຸບັນ, ພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ Corona (nCoV) ໄດ້ແຜ່ລາມເຖິງນະຄອນຫຼາຍແຫ່ງຂອງ ຈີນ ແລະ ກ່ວາ 20 ປະເທດ,ເຂດແຄ້ວນໃນໂລກ, ໃນນັ້ນມີຫວຽດນາມ.

        ການເຂົ້າຮ່ວມຂອງທົ່ວລະບົບການເມືອງ

        ນັບແຕ່ເມື່ອກວດພົບຜູ້ຕິດເຊື້ອພະຍາດ nCoV ຄົນທຳອິດ ຢູ່ ຫວຽດນາມ, ທຸກຂັ້ນ, ທຸກຂະແໜງການໄດ້ປະຕິບັດບັນດາຄຳສັ່ງ, ການຊີ້ນຳຂອງ ຄະນະເລຂາສູນກາງພັກ, ລັດຖະບານ, ນາຍົກລັດຖະມົນຕີຢ່າງມີປະສິດທິຜົນ. ຫວຽດນາມໄດ້ສ້າງຕັ້ງ 4 ອະນຸກຳມະການຕ້ານເຊື້ອພະຍາດລວມມິ: ອະນຸກຳມະການຕິດຕາມກວດກາ, ອະນຸກຳມະການ ປິ່ນປົວ, ອະນຸກຳມະການສື່ມວນຊົນ ແລະ ອະນຸຄະນະກຳມະການພະລາທິການ. ຄະນະຊີ້ນຳການຕ້ານ, ປ້ອງກັນເຊື້ອພະຍາດ nCoV ແຫ່ງຊາດໄດ້ເຄື່ອນໄຫວພາຍໃຕ້ການຊີ້ນຳນຳພາໂດຍກົງ ແລະ ໃກ້ຊິດຕິດແທດຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ.

        ດັ່ງນັ້ນ, ຫວຽດນາມ ໄດ້ເລີ່ມຕົ້ນລະບົບຮັບມືນັບແຕ່ໄລຍະທຳອິດຂອງ ໂລກລະບາດ, ໃນນັ້ນມີການເພີ່ມທະວີການຕິດຕາມກວດກາ ແລະ ຮັບປະກັນວ່າ ບັນດາຮາກຖານການແພດມີການນຳໃຊ້ບັນດາມາດຕະການກ່ຽວກັບການປ້ອງກັນ, ຕ້ານການຕິດເຊື້ອ ແລະ ຄວບຄຸມກໍລະນີຜູ້ຕິດເຊື້ອ. ຫວຽດນາມ ກໍ່ເພີ່ມທະວີລະບົບວິເຄາະວິໄຈ, ຄຽງຄູ່ກັບການຮ່ວມມື ແລະ ແບ່ງປັນຂໍ້ມູນຂ່າວສານລະຫວ່າງຂະແໜງ. ປະສິດທິຜົນເບື້ອງຕົ້ນແມ່ນໄດ້ແກ້ໄຂສະພາບການຕິດເຊື້ອ, ແຜ່ລາມ, ລະດົມຖັນແຖວພະນັກງານ, ນັກຊ່ຽວຊານເຂົ້າຮ່ວມຢ່າງຕັ້ງໜ້າ, ບັນດາໂຮງໝໍ ເຈີ້ໄຣ ແລະ ໂຮງໝໍຫຼາຍຂະແໜງແຂວງ ແທງຮ໊ວາ ໄດ້ປິ່ນປົວຄົນທີ່ຕິດເຊື້ອພະຍາດໃຫ້ຫາຍດີຈົນສາມາດອອກໂຮງໝໍໄດ້. ການປູກເຊື້ອ ແລະ ແຍກເຊື້ອ ໄວຣັດ nCoV ໃນຫ້ອງທົດລອງ ໄດ້ສຳເລັດນັ້ນໄດ້ສ້າງເງື່ອນໄຂໃຫ້ແກ່ວຽກງານ ວິໄຈບັນດາກໍລະນີຕິດເຊື້ອ ແລະ ສົງໄສຕິດເຊື້ອ nCoV ໂດຍຜ່ານບັນດາແບບທົດລອງຕ່າງໆ.ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນມັງກອນທີ່ຜ່ານມາຂອງ ລັດຖະບານ, ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຕີລາຄາວ່າ:

ການປ້ອງກັນ, ຕ້ານການຕິດເຊື້ອພະຍາດ ຂອງ ຫວຽດນາມ ຍັງບໍ່ມີເວລາໃດ ລົງມືເຮັດດ້ວຍຄວາມຕັດສິນໃຈສູງຄືໃນເວນານີ້ ດ້ວຍຫຼາຍມາດຕະການເດັດດ່ຽວຂອງ ລັດຖະບານ, ການນຳລັດຖະບານ. ຄະນະເລຂາສູນກາງພັກກໍ່ໄດ້ມີບັນດາຄຳຮຽກຮ້ອງອົງຄະນະພັກທຸກຂັ້ນປະຕິບັດວຽກງານນີ້ໃຫ້ເປັນຢ່າງດີ. ປີ 2003 ເມື່ອມີ ເຊື້ອພະຍາດ SARS ພວກເຮົາໄດ້ປະສົບຜົນສຳເລັດໃນການປ້ອງກັນຕ້ານເຊື້ອພະຍາດ ດ້ວຍການປະຕິບັດວິທີການແຍກຕົວປິ່ນປົວທີ່ຄ້າຍຄືກັນ. ໃນຄັ້ງນີ້, ພວກເຮົາໄດ້ເຮັດໄວກ່ວາປີ 2003, ຂ້າພະເຈົ້າຖືວ່າ, ຖ້າຫາກວ່າ ເດັດດ່ຽວປະຕິບັດການແຍກຕົວປິ່ວປົວຄົນເຈັບນັ້ນ, ການຄວບຄຸມເຊື້ອພະຍາດ nCoV ໃນໄລຍະຈະມາເຖິງຈະປະສົບຜົນທີ່ດີກ່ວານີ້ອີກ.

        ຢູ່ບັນດາເຂດຊາຍແດນທີ່ຕິດກັບ ຈີນ, ກຳລັງເຈົ້າໜ້າທີ່ປະຕິບັດວຽກງານຄວບຄຸມກວດສະພາບຂອງຄົນຢ່າງມີປະສິດທິຜົນ, ມີມາດຕະການເພືຶ່ອສະກັດກັ້ນຜູ້ທີ່ໄປຜ່ານເຂດຕິດເຊື້ອພະຍາດເຂົ້າມາ ຫວຽດນາມ. ສ້າງຕັ້ງບາງຮາກຖານເພື່ອຮັບເອົາ, ແຍກຜູ້ຕິດເຊື້ອອອກຢູ່ເຂດຕ່າງຫາກ, ປ້ອງກັນ, ຕ້ານເຊື້ອພະຍາດສຳລັບພົນລະເມືອງ ຫວຽດນາມ ກັບຄືນປະເທດຈາກ ຈີນ ແລະ ບັນດາປະເທດທີ່ຕິດເຊື້ອພະຍາດ. ທ່ານ ຫງວຽນຊວັນກີ໊, ປະທານສະພາປະຊາຊົນແຂວງ ກ໋ວາງນິງ, ເຊິ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບ ຈີນ ໃຫ້ຮູ້ວ່າ:

        “ປັດຈຸບັນ, ວຽກງານປ້ອງກັນ, ຕ້ານ, ຄວບຄຸມ, ກຽມພ້ອມບັນດາມາດຕະການເພື່ອຮັບມືກັບເຊື້ອພະຍາດແມ່ນໜ້າທີ່ຈຸດສຸມ, ແຖວໜ້າ, ໃຫ້ບຸລິມະສິດອັນດັບໜຶ່ງ ບໍ່ພຽງແຕ່ຂອງນະຄອນ ໝ໊ອງກ໊າຍ ເທົ່ານັ້ນ ຫາກຍັງແມ່ນຂອງແຂວງ ກ໋ວາງນິງ ອີກດ້ວຍ. ຕາມນັ້ນແລ້ວ, ທາງແຂວງໄດ້ສະຫງວນແຫຼ່ງກຳລັງດີທີ່ສຸດກ່ຽວກັບຊັບພະຍາກອນມະນຸດ, ວັດຖຸເພື່ອຮ່ວມກັບນະຄອນ ໝ໊ອງກ໊າຍ ໃນວຽກງານປ້ອງກັນ, ຕ້ານ, ຄວບຄຸມ, ແກ້ໄຂໂລກພະຍາດ.

        ເພື່ອຈຳກັດໂລກລະບາດອອກສູ່ວົງຄະນະຍາດນັ້ນ, ຫວຽດນາມ ກໍ່ເປັນເຈົ້າການໂຈະບັນດາງານບຸນໃນຕົ້ນລະດູບານໃໝ່, ໃຫ້ນັກຮຽນ, ນັກສຶກສາພັກໂຮງຮຽນ.

ການຕີລາຄາສູງຂອງສາກົນ

       ບໍ່ພຽງແຕ່ເພີ່ມທະວີການຮັບມືຕໍ່ເຊື້ອພະຍາດອັກເສບປອດເກີດຈາກເຊື້ອໄວຣັດໂຄໂຣນາຢູ່ພາຍໃນປະເທດເທົ່ານັ້ນ, ຫວຽດນາມ ຍັງບໍລິຈາກອຸປະກອນການແພດເພື່ອມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ນຳອີດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ຢືນຢັນວ່າ:

        “ນີ້ແມ່ນບັນດາອຸປະກອນການແພດດີທີ່ສຸດ ເຊິ່ງ ຫວຽດນາມ ພວມມີໃນສະພາບທີ່ ຫວຽດນາມ ກໍ່ພວມມີຄວາມຕ້ອງການສຳລັບບັນດາອຸປະກອນການແພດຢ່າງໃຫຍ່ຫລວງ ເພື່ອຕ້ານຄືນຜົນສະທ້ອນຂອງເຊື້ອພະຍາດ. ນີ້ແມ່ນວຽກງານທີ່ມີຄວາມໝາຍ, ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງປະຊາຊົນ 2 ປະເທດ.

        ເນື່ອງໃນໂອກາດນີ້, ສະພາກາແດງ ຫວຽດນາມ ໄດ້ຂົນຂວາຍບັນດາອົງການມະຫາຊົນບໍລິຈາກໜູນຊ່ວຍປະຊາຊົນ ຈີນ ບັນດາອຸປະກອນການແພດທີ່ມີມູນຄ່າ 100.000 USD.

        ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ຕີລາຄາວ່າ ຫວຽດນາມ ໄດ້ມານະພະຍາຍາມທີ່ສຸດ ເພື່ອຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຮັບມືຕໍ່ພະຍາດອັກເສບປອດຍ້ອນເຊື້ອໄວຣັດ ໂຄໂຣນາ (nCoV). ລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຄວບຄຸມ nCoV ຢູ່ໃນລະດັບສູງສຸດຢ່າງມີປະສິດທິຜົນ. ບັນດາອົງການສື່ມວນຊົນໃຫຍ່ ສວມບົດບາດສະໜອງຂໍ້ມູນຂ່າວສານເຖິງວົງຄະນະຍາດຢ່າງຊັດເຈນ, ລວມມີການສະໜອງບັນດາມາດຕະການປ້ອງກັນ ແນໃສ່ຫລຸດຜ່ອນຄວາມສ່ຽງຕິດເຊື້ອໄວຣັດ.

        ມາຮອດຈຸດເວລານີ້, ລັດຖະບານ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນຂອງ ຫວຽດນາມ ພວມປະຕິບັດບັນດາມາດຕະການປ້ອງກັນ, ຕ້ານເຊື້ອ nCoV ເປັນຢ່າງດີ. ເລື່ອງດັ່ງກ່າວໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດສຳລັບຄວາມສາມາດຄວບຄຸມເຊື້ອພະຍາດັ່ງກ່າວຂອງ ຫວຽດນາມ ຢ່າງສຳເລັດຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ