ຫວຽດນາມປາດຖະໜາ ຢາກເພີ່ມທະວີການຮ່ວມມືຫລາຍດ້ານກັບອິດສະຣາແອນ

  ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ, ວັນ​ທີ 23/11, ປະທານາທິບໍດີ​ແຫ່ງ​ລັດ​ອິດສະຣາ​ແອນ Shimon Peres ​ໄດ້​ເລີ່​ມຕົ້ນການ​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ເວລາ 4 ວັນ. ນີ້​ແມ່ນ​ການ​ມາຢ້ຽມຢາມ​ຫວຽດນາມ​ຂອງ​ການ​ນຳ​ສູງ​ສຸດ​ອິດສະຣາ​ແອນ ນັບ​ແຕ່​ສອງ​ປະ​ເທດ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ​ເມື່ອ​ປີ 1993. ການ​ຢ້ຽມຢາມ​ໄດ້​ສ້າງກາລະ​ໂອກາດ​​ໃຫ້​ແກ່ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ຊື່​ງອິດສະຣາ​ແອນ​ມີ​ທ່າ​ແຮງ ​ແລະ​ຫວຽດນາມ​ມີ​ຄວາມ​ຕ້ອງການ​ຮ່ວມ​ມື​ຄື: ກະສິກຳ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ລົງທຶນ, ການ​ຄ້າ, ​ແຮງ​ງານ, ການທ່ອງທ່ຽວ….

   ພາຍຫລັງ​ໄດ້​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 12​ ເດືອນ​ກໍລະກົດ​ປີ 1993, ສອງ​ປະ​ເທດ​ຫວຽດນາມ ​ແລະ​ອິດສະຣາ​ແອນ​ ໄດ້​ຈັດການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເປີດ​ກ້ວາງ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ບຳລຸງ​ສ້າງ, ​ແລກປ່ຽນ​ບົດຮຽນ​ດ້ານວິທະຍາສາດ-​ເຕັກ​ໂນ​ໂລ​ຊີ…ພິ​ເສດ, ​ໃນ​ຂົງ​ເຂດ​ກະສິກຳ, ຊົນລະປະທານ, ສາທາລະນະ​ສຸກ. ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ເປັນ​ຢ່າງ​ດີ. ​ເດືອນ​ມີນາ​ປີ 2010, ທ່ານ​ນາຍົກໆ​ຫວຽດນາມ​ຫງວຽນ​ເຕີນ​ຢູງ​ ໄດ້​ຮັບຮອງ​ເອົາ​ແຜນ​ນະ​ໂຍບາຍ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ອິດສະຣາ​ແອນ​ກໍ່​ຖືການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມເປັນ​ສຳຄັນ ທີ່​ສຸດ, ​ເປັນ​ເຈົ້າການ​ໃນ​ການ​ສົ່ງ​ຫລາຍ​ຄະນະ​ຜູ້​ແທນ​ຂັ້ນສູງ​ມາ​ຫວຽດ ນາມ. ຜ່ານ​ນັ້ນ, ​ໄດ້​ຊຸກຍູ້ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ຫລາຍ​ກ່ວາ​ອີກ. ປີ 2010, ວົງ​ເງິນ​ການ​ຄ້າ​ຫວຽດນາມ-ອິດສະຣາ​ແອນ​ບັນລຸ​ກ່ວາ 220 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມຂຶ້ນ 34% ​ເມື່ອ​ທຽບ​ກັບ​ປີ 2008. ປະຈຸ​ບັນ, ອິດສະຣາ​ແອນ​ຢືນ​ອັນ​ດັບ​ທີ 54 ​ໃນ​ຈຳ​ນວນ​ 93 ປະ​ເທດ ​ແລະ​ເຂດ​ແຄ້ວ​ນລົງທຶນ​ເຂົ້າຫວຽດນາມ. ບັນດາ​ບໍລິສັດ​ຂອງ​ອິດສະຣາ​ແອນ ​ກໍ່​ໄດ້​ເຂົ້າຮ່ວມ​ການ​ຮ່ວມ​ທຸລະ​ກິດ, ລົງທຶນ​ເຂົ້າບາງ​ໂຄງການ​ຢູ່​ຮ່​າໂນ້ຍ, ​ແຄງ​ຮົ່ວ, ນະຄອນ​ໂຮ່ຈິ​ມິນ… ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ທ່າ​ແຮງ​ຕົ້ນຕໍລະຫວ່າງ​ອິດສະຣາ​ແອນ ​ແລະ​ຫວຽດນາມ ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ. ຕອບສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ກະຈາຍສຽງ​ຫວຽດນາມ​ ກ່ອນ​ການ​ມາ​ຢ້ຽມຢາມ​ຫວຽດນາມ, ປະທານາ ທິບໍດີ​ Shimon Peres ​ໄດ້​ເນັ້ນໜັກ​ວ່າ: “ຂ້າພະ​ເຈົ້າຖື​ວ່າ ໜື່ງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ດ້ານ​ກະສິກຳ. ອິດສະຣາ​ແອນ​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ ​ແລະ​ເຕັກນິກ​ກະສິກຳ ​ແລະ​ພວກ​ຂ້າພະ​ເຈົ້າຢາກ​ແບ່ງປັນ​ກັບ​ພວກ​ເພື່ອນ. ນອກຈາກ​ນັ້ນ​ແລ້ວ, ຂົງ​ເຂດ​ອື່ນ​ທີ່​ພວກ​ຂ້າພະ​ເຈົ້າຢາກ​ເພີ່ມ​ທະວີ​ການ ຮ່ວມ​ມື​ກັບ​ຫວຽດນາມ ນັ້ນ​ແມ່ນ​ວິທະຍາສາດ, ບໍ່​ພຽງ​ແຕ່​ໃນ​ລະດັບ​ລັດຖະບານ​ເທົ່າ​ນັ້ນ, ຫາກ​ຍັງ​ຢາກ​ຮ່ວມ​ມື​ລະຫວ່າງ​ບັນດາ​ບໍລິສັດ, ວິ​ສາ​ຫະກິດ​ອີກ​ດ້ວຍ

   ​ເຖິງ​ວ່າ ​ແມ່ນ​ປະ​ເທດມີ​ຄວາມ​ຈຳກັດ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ​ກໍ່ຕາມ, ​ແຕ່​ຍ້ອນ​​ໄດ້​ມີ​ການພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ​ໄດ້​ໝູນ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ໃນ​ທຸກໆ​ຂະ​ແໜງ​ກະສິກຳ, ອຸດສາຫະກຳ .... ​ນັ້ນ, ອິດສະຣາ​ແອນ​ບັນລຸໄດ້ຜົນງານ​ອັນ​ໃຫ່ຍຫຼວງຫຼາຍຢ່າງ ​ໃນ​ດ້ານ​ເສດຖະກິດ; ​​ແລະ​ຖືກ​ຈັດ​ເຂົ້າບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ພັດທະນາ ​ແລະ​​ເປັນ​ໜື່ງ​ໃນ​ຈຳນວນ 25 ປະ​ເທດ​ທີ່ມີ​ລາຍ​ຮັບ​ສະ​ເລັ່ຍຕໍ່​ຫົວ​ຄົນ​ສູງ​ກ່ວາ​ໝູ່​ໃນ​ໂລກ. ສະມັດ​ຕະພາບ ​ແລະ​ຄຸນ​ນະພາ​ບຜະລິ​ດຕະພັນ​ກະ​ເສດ​ຂອງ​ອິດສະຣາ​ແອນ ​ຢືນ​ອັນ​ດັບ​ໜື່ງ​ໃນ​ໂລກ. ຂະ​ແໜງ​ອຸດສາຫະກຳ​ຂອງ​ປະ​ເທດ​ນີ້​ ກໍ່​ມີ​ການ​ພັດທະນາ​ດີ ດ້ວຍ​ອັດຕາ​ສ່ວນການ​ຜະລິດ​ຮັບ​ໃຊ້​ການ​ສົ່ງ​ອອກ​ກວມ​ເກືອບ 90% ວົງ​ເງິນ​ສົ່ງ​ອອກ​ສິນຄ້າ, ຢືນ​ອັນ​ດັບ​ທີ​ສອງ​ກ່ຽວ​ກັບຈຳນວນ​ບັນດາ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ​ເພາະສະນັ້ນ, ດ້ວຍ​ບັນດາ​ບົດຮຽນ​ອັນ​ລ້ຳຄ່າ​ຂອງ​ຕົນ, ​ໃນ​ໄລຍະ​ຜ່ານ​ມາ, ອິດສະຣາ​ແອນ​ໄດ້​ສົ່ງ​ຜູ້​ຊ່ຽວຊານ​ມາ​ຫວຽດນາມ​ເພື່ອ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ. ຕາມ​ທ່ານ​ດິງຊວນ​ລື​ວ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອິດສະຣາ​ແອນ​ແລ້ວ, ອິດສະຣາ​ແອນ​ມີ​ທ່າ​ແຮງ​ໃນ​ບັນດາ​ຂົງ​ເຂດ​ຊື່​ງຫວຽດນາມ​ມີ​ຄວາມ​​ເອົາ​ໃຈ​ໃສ່, ສິ່ງ​ນີ້​ມີ​ປະ​ ໂຫຍ​ດທີ່​ສຸດ​ໃຫ້​ແກ່​ຫວຽດນາມ​ ໃນ​ການ​ໝູນ​ໃຊ້​ບັນດາ​ຄວາມ​ກ້າວໜ້າດ້ານ​ວິທະຍາສາດ​ເຕັກນິກ ​ແລະ​ເຕັກ​ໂນ​ໂລ​ຊີ​ສູງ ​ເພື່ອ​ພັດທະນາ​ພື້ນຖານ​ເສດຖະກິດ​: “ຫວຽດນາມ​ແມ່ນ​ປະ​ເທດ​ທີ່ມີ​ຄວາມ​ສາມ​າດບົ່ມ​ຊ້ອນ​ດ້ານ​ຊັບພະຍາກອນມະນຸດ, ​ແນ່ນອນ​ວ່າ​ ດ້ານທຶນຮອນ​ກໍ່​ສຳຄັນ ​ແຕ່​ຖ້າ​ບໍ່​ມີ​ເຕັກ​ໂນ​ໂລ​ຊີ​ໃໝ່, ບໍ່​ມີ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ເລື່ອງຊຸກຍູ້​ວິວັດທະນາ​ການ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ຢ່າງ​ວ່ອງ​ໄວ​ ກໍ່​ຈະ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ. ກົງກັນຂ້າມ, ສຳລັບ​ອິດສະຣາ​ແອນ​ແລ້ວ, ຫວຽດນາມ​ແມ່ນ​ຕະຫຼາດທີ່​ໃຫ່ຍ​ໂຕ. ​​ໂດຍແມ່ນ​ສະມາຊິກ​ຂອງ​ອາ​ຊຽນ ​ແລະ​ໃນ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ-ຈິນ ດ້ວຍ​ພົນລະ​ເມືອງ​ປະມານ 1 ຕື້ 900 ລ້ານ​ຄົນ​ນັ້ນ, ນີ້​ຈະແມ່ນຕະຫຼາດທີ່​ໃຫ່ຍຫຼວງທີ່​ສຸດ​ ສຳລັບ​ບັນດາ​ນັກ​ເຕັກ​ໂນ​ໂລ​ຊີ​ອິດສະຣາ​ແອນ”

  ປະຈຸ​ບັນ, ​ໂຄງການ​ຮ່ວມ​ມື​ດ້ານ​ກະສິກຳ​ຈຳນວນ​ໜື່ງຄື​ປູກ​ດອກ​ໄມ້, ຜັກ, ຕົ້ນ​ໄມ້​ກິນ​ໝາກ, ລ້ຽງ​ງົວ​ພັນນົມ….​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ​ອິດສະຣາ​ແອນ​ຢູ່​ຮ່າ​ໂນ້ຍ, ຫາຍ​ຟອງ, ​ເງະ​ອານ, ດາລາ​ດ ​ແລະ​ນະຄອນ​ໂຮ່ຈິ​ມິນ ບັນລຸ​ໄດ້​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ ​ແລະ​ພວມ​ເສີມ​ຂະຫຍາຍ​ປະສິດທິ​ຜົນ. ຄຽງ​ຂ້າງ​ນັ້ນ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ຫວຽດນາມ ​ແລະ​ອິດສະຣາ​ແອນ​ໄດ້​ຮ່ວມ​ມື​ກັນ​​ ໃນ​ຂົງ​ເຂດ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີຢ່າງ​ແໜ້ນ​ແຟ້ນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຫລຸດຜ່ອນ​ບັນດາ​ບັນຫາ​ມົນ​ລະ​ພິດ​ແຫ​ລ່ງ ນ້ຳ, ຍົກ​ສູງ​ຄຸນນະພາ​ບ​ແຫຼ່ງນ້ຳ, ​ເຕັກ​ໂນ​ໂລ​ຊີ​​ໃນ​ການຫົດ​ນ້ຳ, ບຳບັດ​ນ້ຳ​ເສດ​ເຫຼືອ… ທ່ານ​ເລ​ດິງຕຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ​ຖື​ວ່າ:  ການຄົ້ນຄ້ວາບັນດາ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ​ຂອງ​ອິດສະຣາ​ແອນ ​ເພື່ອ​ສ້າງ​ເຕັກ​ໂນ​ໂລ​ຊີ​ບຳບັດນ້ຳ ກໍ່​ຄື​ຄົ້ນຄ້ວາ​ເພື່ອ​ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ນ້ຳ​ໃຫ້​ເໝາະ​ສົມ, ຮັບ​ເອົາ​ບົດຮຽນ, ​ເປັນ​ເຈົ້າການ, ​ນຳ​ໃຊ້ບັນດາ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າຢູ່​ຫວຽດນາມ​ຢ່າງເໝາະ​ສົມ ​ແມ່ນ​ບັນດາ​ບັນຫາ​ທີ່​ຫວຽດນາມ​ມີ​ຄວາມ​​ເອົາໃຈ​ໃສ່​ທີ່​ສຸດ. ສະນັ້ນ, ບັນດາ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ​ຂອງ​ອິດສະຣາ​ແອນ​ ຈະ​ສ້າງ​ປະຖົມ​ປັດ​ໃຈ​ສຳຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ”

    ປະຈຸ​ບັນ, ຫວຽດນາມ ​ແລະ​ອິດສະຣາ​ແອນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຫລາຍ​ສະບັບ​ໃນ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ​ເຕັກນິກ, ກະສິກຳ, ການ​ຄ້າ, ການທ່ອງທ່ຽວ, ວັດທະນະທຳ, ການ​ຂົນ​ສົ່ງ​ທາງ​ອາກາດ; ສັນຍາ​ກ່ຽວ​ກັບ​ການ​ຍົກ​ເວັ້ນວີ​ຊາ​ໃຫ້​ແກ່​ໜັງສື​ຜ່າ​ນ​ແດນ​ການ​ທູດ, ລັດຖະການ; ສັນຍາ​ຫລິກ​ເວັ້ນການ​ເກັບ​ພາສີ​ຊ້ອນ ​ແລະ​ຕ້ານ​ການ​ໜີ​ພາສີ​ອາກອນ ສຳລັບອາກອນ​ລາຍ​ຮັບ ​ແລະ​ຊັບ​ສົມບັດ….. ນີ້​ແມ່ນ​ພື້ນຖານ​ດ້ານ​ກົດໝາຍ​ສຳຄັນ ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື. ​ໃນ​ການຕ້ອນຮັບປະທານາທິບໍດີ​ Shimon Peres ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ການ​ການ, ຫວຽດນາມ​ ຢັ້ງຢືນ​ນະ​ໂຍບາຍ​ການ​ພົວພັນ​ກັບ​ຕ່າງປະເທດ​ ຫັນ​ເປັນຫຼາຍຮູບຫຼາຍ​ແບບ, ຫຼາຍຝ່າຍ​ກັບ​ທຸກໆ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມືຫຼາຍດ້ານ​ກັບ​ອິດສະຣາ​ແອນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ອິດສະຣາ​ແອນ​ມີ​ທ່າ​ແຮງ. ການ​ຢ້ຽມຢາມ​ຈະ​ເປີດຫຼາຍກາລະ​ໂອກາດ​ການ​ຮ່ວມ​ມື​ໃໝ່​ລະຫວ່າງ​ສອງ​ປະ​ເທດ.

                                                                                             ​ແອ​ງຮ່ວຽນ+VOVTV

ຕອບກັບ

ຂ່າວ/ບົດ​ອື່ນ