ຫວຽດນາມປ່ຽນແປງວິທີສຳຜັດເພື່ອຫຼຸດຜ່ອນຄວາມທຸກຍາກ

ຫວຽດນາມປ່ຽນແປງວິທີສຳຜັດເພື່ອຫຼຸດຜ່ອນຄວາມທຸກຍາກ - ảnh 1
ທ່ານ ​ໂງ​ເຈືອງ​ທີ ຫົວໜ້າ​ຫ້ອງການ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ ຫຼຸດຜ່ອນຄວາມ​ທຸກ​ຍາກຕອບສຳພາດຕໍ່ນັກຂ່າວ

 ໃນ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້ປະສົບກັບຜົນສຳເລັດໃນການ ຫຼຸດຜ່ອນອັດຕາຄວາມ ທຸກຍາກ ຈາກ 58,1% ໃນປີ 1993 ລົງເຫຼືອພຽງ ຕ່ຳກ່ວາ  10% ຕາ​ມມາດຖານຄວາມ​ທຸກ​ຍາກແຫ່ງຊາດ. ແຕ່ຫວຽດນາມກໍ ພວມປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ການ​ຮັບປະກັນ​ລັກສະນະ​ຄວາມ​ໝັ້ນຄົງ​ຂອງ​ບັນດາ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້. ​ໄພ​ອັນ​ຕະລາ​ຍກັບ​ຄືນ​ສູ່ຄວາມ​ທຸກ​ຍາກ ​ແມ່ນ​ຍັງ​ສູງ​ຢູ່, ບັນດາ​ເຂດປະສົ​ບກັບຄວາມ​ທຸກ​ຍາກ ​ແລະ ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ບັນດາ​ເຂດ​ແຄ້ວນຍັງຄົງຕົວ​ຢູ່. ​ໃນ​ຂະນະ​ນັ້ນ, ບັນດາ​ຮູບ​ການ​ທຸກ​ຍາກ​ຢູ່​ຕົວ​ເມືອງ​ໃໝ່​ໄດ້​ປະກົດ​ຂຶ້ນ. ​ເພື່ອ​​ແກ້​ໄຂໃຫ້​ແທດ​ເໝາະ​ກັບ​ສະພາບ​ການ​ໃໝ່, ຫວຽດນາມ​ພວມ​ປ່ຽນ​ແປງ​ວິທີ​ສຳຜັດ​ເພື່ອ​ຫຼຸດຜ່ອນຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ກ່ວາ.

          ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ນະ​ໂຍບາຍ ຫຼຸດຜ່ອນຄວາມ​ທຸກ​ຍາກຢ່າງຮອບດ້ານ. ຍາກ​ທີ່​ຈະ​ຫາ​ໄດ້​ປະ​ເທດ​ໃດໃນ​ໂລກ​ນີ້ ທີ່​ມີ​ລະບົບ​ນະ​ໂຍບາຍ​ເຊັ່ນ​ນັ້ນ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີຫຼາຍ ນະ​ໂຍບາຍ ກໍ​ພາ​ໄປ​ເຖິງ​ແຫຼ່ງກຳລັງ​ກະ​ແຈກ​ກະຈາຍ, ຊ້ອນ​ກັນ​ເມ​ື່ອປະຕິບັດ. ​ເພາະສະ​ນັ້ນ, ​ເລື່ອງ​ຊັບ​ຊ້ອນ​ນະ​ໂຍບາຍ​ຄືນ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ຊົມ​ໃຊ້ ​ແລະ ຮັບປະກັນ​ແຫຼ່ງກຳລັງ​ຢ່າງ​ພຽງພໍ, ຫຼີກ​ເວັ້ນສະພາບ​ກະ​ແຈກ​ກະຈາຍ​ຄື​ໃນ​ປະຈຸ​ບັນ. ທ່ານ ​ໂງ​ເຈືອງ​ທີ ຫົວໜ້າ​ຫ້ອງການ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ ຫຼຸດຜ່ອນຄວາມ​ທຸກ​ຍາກ ​ສັງກັດ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມໃຫ້​ຮູ້​ວ່າ :

   “ ​ໃນ​ໄລຍະ​ທີ່​ຈະ​ເຖິງ​ນີ້, ຫວຽດນາມ​ຕ້ອງ​ເປີດ​ກ້ວາງ​ບັນດາ​ນະ​ໂຍບາຍ​, ໜູນ​ຊ່ວຍ​ຄອບຄົວ​ຂ້ອນ​ຂ້າງຄວາມ​ທຸກ​ຍາກ ​ແລະ ຄອບຄົວ​ຫາ​ກໍ​ຫຼຸດ​ພົ້ນ​ອອກ​ຈາກ ຄວາມ​ທຸກ​ຍາກ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ບໍ່​ຕົກ​ຢູ່​ໃນ​ສະພາບ​ຕ່ຳ​ກ່ວາລະ​ດັບ​ ຄວາມ​ທຸກ​ຍາກ ​ແລະ ອຶດຫິວ ​ແລະ ກໍ​ແມ່ນ​ກຳລັງ​ໜູນ​ເພື່ອ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​  ບື​ນຕົວ​ຂຶ້ນຫຼຸດ​ພົ້ນ​ອອກ​ຈາກ ຄວາມ​ທຸກ​ຍາກ. ທີ 2 , ແມ່ນຈະຄ່ອນໆຫຼຸດ ບັນດານະໂຍບາຍຊ່ວຍ​ລ້າໆ, ​ແທນທີ່​​ເມື່ອ​ຊ່ວຍ​​ເຫຼືອຕ້ອງມີ​ເງື່ອນ​ໄຂ​ລະອຽດ. ທີ 3 ​ແມ່ນ​ພວກ​ຂ້າພະ​ເຈົ້າ​ພວມ​ຄົ້ນ​ຄ້ວາ​ເພື່ອ​ສະ​ເໜີ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຕ້ອງ​ກຳນົດ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ແມ່ນ​ຕ້ອງ​ຕິດ​ພັນ​ກັບ​ກຳນົດ​ເວລາ. ​ເປົ້າ​ໝາຍ​ຄອບຄົວ​ທຸກ​ຍາກ​ພຽງ​ແຕ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ຮອບ 3-5 ປີ, ຖ້າ​ຫາກ​ວ່າ ບໍ່​ມີຈິດ​ໃຈ​ບືນ​ຕົວ​ຂຶ້ນ, ບໍ່​ຫວັງ​ຢາກ​ຫຼຸ​ດພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ ​ແມ່ນ​ຈະ​ຢຸດຕິ​ການ​ໜູນ​ຊ່ວຍ ”

    ຕາມ​ທ່ານ ​ໂງ​ເຈືອງ​ທີ ​ແລ້ວ, ​ເພື່ອ ຫຼຸດຜ່ອນຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ,​ວິທີ​ສຳຜັດ​ກັບ​ບັນດາ​ຜູ້​ທຸກ​ຍາກ, ກຸ່ມ​ເປົ້າ​ໝາຍ​ທຸກ​ຍາກ​ກໍ​ພວມ​ໄດ້​ຮັບ​ການ​ປ່ຽນ​ແປງ​ຈາກ​ສົ້ນ​ດຽວ​ຫັນ​ມາ​ເປັນ​ຫຼາຍ​ສົ້ນ. ລະອຽດ​ແມ່ນ​ການປ່ຽນ​ແປງ​ວິທີສັງ​ເກດ​ຕີ​ລາຄາ​ເປົ້າ​ໝາຍ​ທຸກ​ຍາກ, ບໍ່​ພຽງ​ແຕ່​ອີງ​ໃສ່​ມາດຖານ​ລາຍຮັບ​ຄື​ກ່ອນ​ນີ້. ທ່ານ ​ໂງ​ເຈືອງ​ທີ ຫົວໜ້າ​ຫ້ອງການ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ ຫຼຸດຜ່ອນຄວາມ​ທຸກ​ຍາກ ​ສັງກັດ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມໃຫ້​ຮູ້​ວ່າ:

    ​ໃນ​ວິທີ​ຊຶ່ງ​ພວກ​ເຮົາ​ຫາ​ກໍ​ປະຕິບັດ​ໃນ​ໄລຍະ​ທີ່​ຜ່ານ​ມາ, ພວກ​ເຮົາ​ບໍ່​ຄິດ​ໄລ່ ​ເຖິງ​ກຸ່ມ​ເປົ້າໝາຍ​ໜຶ່ງ. ທີ່​ຈິງ​ແລ້ວ, ມີ​ເປົ້າ​ໝາຍຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ​ແຕ່ບໍ່​ແມ່ນ​ຄອບຄົວ​ທຸກ​ຍາກ, ຫຼື​ວ່າ​ມີ​ກຸ່ມ​ເປົ້າ​ໝາຍ​ຄື​ປະຊາຊົນ​ອົບ​ພະຍົບ​ໄປ​ຢູ່​ເຂດ​ຕົວ​ເມືອງ ຫຼື​ເປັນ​ກຳມະກອນ. ພວກ​ເຮົາ​ບໍ່​ເຕື້ອງ​ເຖິງ ​ເພາ​ະພວກ​ເຮົາ​ກຳນົດ​ເປົ້າ​ໝາຍ​ທຸກ​ຍາກ​ຕາມຄອບ​ຄົວ, ​ແລະ ​ເມື່ອ​ກຳນົດ​ຕາມ​ຄອບຄົວ​ນັ້ນ, ​ເຂົາ​ເຈົ້າ​ບໍ່​ແມ່ນ​ເປົ້າ​ໝາ​ຍ​ເພື່ອ​ໃຫ້​ພວກ​ເຮົາ​ໜູນ​ຊ່ວຍ. ​ເພາະສະ​ນັ້ນ, ຕ້ອງ​ເວົ້າ​ວ່າ ວິທີ​ການ​ຫັນປ່ຽນ​ຈາກ​ສົ້ນ​ດຽວ​ມາ​ເປັນ​ຫຼາຍ​ສົ້ນ ​ແມ່ນ​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່​ຫຼວງ , ນັ້ນ​ແມ່ນ​ຈະ​ຊ່ວຍ​ໃຫ້​ອົງການ​ທີ່​ມີໜ້າ​ທີ​ຮັບຜິດຊອບ ສັງ​ເກດ​ຕີ​ລາຄາ​ກ່ຽວ​ກັບ​ເປົ້າ​ໝາຍ, ກຳນົດ​ໄດ້​ເປົ້າ​ໝາຍ ​ແລະ ບົນ​ພື້ນຖານ​ນັ້ນ ​ແມ່ນ​ສ້າງ​ນະ​ໂຍບາຍ​ໃຫ້​ແກ່​ແຕ່​ລະ​ກຸ່ມ​ເປົ້າ​ໝາຍ​ໃຫ້​ແທດ​ເໝາະ. ນອກຈາກ​ນັ້ນ, ພວດ​ເຮົາ​ອາດ​ຈະ​ຕີ​ລາຄາ​ຜົນ​ກະທົບ​ຈາກ​ບັນດາ​ນະ​ໂຍບາຍ​ທີ່​ມີ​ຕໍ່​ເປົ້າ​ໝາຍ.”

     ພ້ອມ​ກັບ​ເລື່ອງ​ຊັບ​ຊ້ອນ​ນະ​ໂຍບາຍ​ຄືນ​ໃໝ່ ​ແລະ ປ່ຽນ​​ແປງ​ວິທີ​ສຳຜັດ​ກັບ​ຜູ້​ທຸກ​ຍາກ​ນັ້ນ, ຫວຽດນາມ​ຍັງ​ຈະ​ສະຫງວນ​ແຫຼ່ງກຳລັງ​ບຸລິມະສິດ​ໃຫ້​ແກ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ: ​ເຂດ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ແນ​ໃສ່​ແກ້​ໄຂ​ສະພາບ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ບໍ່​ສະໝ່ຳສະ​ເໝີ. ທ່ານ​ນາງ​ຝ້າ​ມ ທິຫາຍ​ຈວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ :

   “ ພວກ​ຂ້າພະ​ເຈົ້າສືບ​ຕໍ່​ໃຫ້​ບຸລິມະສິດ​ດ້ານ​ແຫຼ່ງກຳລັງ​ໃຫ້​ແກ່​ບັນດາ​ເຂດ​ທຸກ​ຍາກ​ກ່ວາ​ໝູ່, ບັນດາ​ເຂດ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ. ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ທັງລະບົບ​ການ​ເມືອງ, ວົງ​ຄະນະຍາດ​ສັງຄົມ ​ເພື່ອ​ພ້ອມ​ກັບ​ລັດ​ປະຕິບັດ​ບັນດາ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໂດຍ​ໄວ ​ແລະ ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ລະຫວ່າງ​ຄວາມ​ຮັ່ງມີ ​ແລະ ທຸກ​ຍາກ. ການ​ສ້າງ​ ​ແລະ ປະກາດ​ໃຊ້​ນະ​ໂຍບາຍ​ໜູນ​ຊ່ວຍ​ໃໝ່ ​ແມ່ນ​ຄວນ​ປະຕິບັດ​ຕາມທິດ ​ເປີດ​ກ້ວາງ​ເປົ້າ​ໝາຍ​ ​ແມ່ນ​ຄອບຄົວ​ຫາ​ກໍຫຼຸດພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ ​ແລະ ຄອບຄົວ​ຂ້ອນ​ຂ້າງຄວາມ​ທຸກ​ຍາກ. ບັນດາ​ລະດັບ​ໃນ​ນະ​ໂຍບາຍ​ໄດ້​ຮັບ​ການ​ສ້າງ​ຕາມ​ຫຼັກການ​ຄື : ຄອບຄົວ​ທຸກ​ຍາກ​ໄດ້​ຮັບ​ບຸລິມະ​ສິດຫຼາຍ​ກ່ວາ​ໝູ່, ຖັກ​ຈາກ​ນັ້ນ​ຈຶ່ງ​ຮອດຄອບຄົວ​ຫາ​ກໍຫຼຸດພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ ​ແລະ ຄອບຄົວ​ຂ້ອນ​ຂ້າງຄວາມ​ທຸກ​ຍາກ”

    ດ້ວຍ​ການ​ປ່ຽນ​ແປງວິທີ​ສຳຜັດ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິດ ຫຼຸດຜ່ອນ ຄວາມ​ທຸກ​ຍາກ ນັບ​ທັງ 3 ດ້ານ​ຄື : ນະ​ໂຍບາຍ, ​ເປົ້າ​ໝາຍ, ​ແລະ ຊັບຊ້ອນ​ແຫຼ່ງກຳລັງ, ຫວຽດນາມ​ພວມ​ຄ່ອຍໆ​ປະຕິບັດ​ຈຸດໝາຍ​ ຫຼຸດຜ່ອນຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ເທື່ອ​ລະກ້າວ, ປະກອບ​ສ່ວນ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບການ​ດຳລົງຊີວິດ​ໃຫ້​ແກ່​ຜູ້​ທຸກ​ຍາກ .

ຕອບກັບ

ຂ່າວ/ບົດ​ອື່ນ