ຫວຽດ​ນາມ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸ​ດ​ທີ່​ມີ​ຄຸ​ນ​ນະ​ພາບ​ສູງ

(VOVWORLD) -  ຊັບພະຍາກອນມະນຸດແມ່ນປັດໄຈຕັດສິນຊີ້ຂາດຜົນສຳເລັດ ແລະ ຄວາມກ້າວໜ້າຂອງແຕ່ລະປະເທດໃນນັ້ນລະດັການພັດທະນາ ແຫຼ່ຊັບພະຍາກອນມະນຸດແມ່ນເຄື່ອງວັແທກຕົ້ນຕໍ ຕີລາຄາລະດັບຄວາມກ້າວໜ້າຂອງສັງຄົມ, ຄວາມສະເໝີພາບ ແລະ ການພັດທະນາແບບຍືນຍົງໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2011  2020, ຫວຽດນາມ ໄດ້ຢັ້ງຢືນການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນບາດກ້າບຸກທະລຸຂອງຂະບວນວິວັດທະນາແຫ່ງການປ່ຽນແປງໃໝ່ຮູບແບບພັດທະນາເສດຖະກິດ - ສັງຄົມ ອງປະເທດຊາດພ້ອມທັງແມ່ນພື້ນຖານພັດທະນາເສດຖະກິດແບບຍືນຍົງ ແລະ ເພີ່ມທະວີທ່າໄດ້ປຽບໃນການແກ້ງແຍ້ງແຫ່ງຊາດໃນຂະບວນວິວັດການເຊື່ອມໂຍງ.

ຫວຽດ​ນາມ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸ​ດ​ທີ່​ມີ​ຄຸ​ນ​ນະ​ພາບ​ສູງ - ảnh 1

ທ່ານເຈືອງແອງຢຸງ, ຮອງຫົວໜ້າກົມໃຫຍ່ກົມການສຶກສາວິຊາຊີບ(ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) (ພາບ: vietnamnet.com.vn)

ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງແມ່ນແຫຼ່ງຊັບພະຍາກອນທີ່ມີພູມປັນຍາ, ສີມື, ກຳລັງຄວາມສາມາດທີ່ພົ້ນເດັ່ນເພື່ອປະຕິບັດໜ້າທີ່ໃຫ້ສຳເລັດຜົນເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ສຳຜັດກັບການປະຕິວັດອຸດສາຫະກຳຄັ້ງທີ 4. ໃນໄລຍະທີ່ຜ່ານມາ, ຫວຽດນາມປະກາດໃຊ້ຫຼາຍນະໂຍບາຍກ່ຽວກັບການດຶງດູດ ແລະ ນຳໃຊ້ຜູ້ທີ່ມີຄວາມເກັ່ງກ້າສາມາດ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງຂອງຊາດ.

ແຫຼ່ງກຳລັງທີ່ອຸດົມສົມບູນ

          ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແມ່ນໜຶ່ງໃນບັນດາທ່າໄດ້ປຽບສຳຄັນມີລັກສະນະຕັດສິນຊີ້ຂາດເພື່ອໃຫ້ພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ສວມບົດບາດຕັດສິນຊີ້ຂາດເຖິງຄວາມສາມາດໃນການລະດົມ, ນຳໃຊ້ບັນດາແຫຼ່ງກຳລັງອື່ນໆຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໃນເງື່ອນໄຂພັດທະນາເສດຖະກິດພູມປັນຍາ

          ປັດຈຸບັນ, ຫວຽດນາມມີຖັນແຖວຊັບພະຍາກອນມະນຸດອຸດົມສົມບູນພໍສົມຄວນ, ດ້ວຍຈຳນວນແຮງງານມີອາຍຸໃນເກນອາຍຸອອກແຮງງານກວມເອົາ 76%ຈຳນວນພົນລະເມືອງ, ຢື່ນຢູ່ອັນດັບທີ 3 ໃນອາຊຽນ. ຫວຽດນາມ ກໍ່ພວມຢູ່ໃນໄລຍະມີກຳລັງແຮງໜຸ່ມກວມສ່ວນຫຼາຍແມ່ນຈຸດພິເສດພົ້ນເດັ່ນ, ແມ່ນຄວາມສາມາດບົ່ມຊ້ອນຂອງແຫຼ່ງຊັບພະຍາກອນມະນຸດ. ທ່ານເຈືອງແອງຢຸງ, ຮອງຫົວໜ້າກົມໃຫຍ່ກົມການສຶກສາວິຊາຊີບ(ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ:

          ຕາມຄວາມຈິງແລ້ວ, ພວກເຮົາພວເວົ້າຫຼາຍເທື່ອເຖິງໄລຍະທີ່ດີນີ້ພວກເຮົາມີ ແຮງງານ 55 ລ້ານຄົນໃນນັ້ນສ່ວນຫຼາຍແມ່ນແຮງງານໜຸ່ມ. ຖ້າຫາກວ່າຮູ້ ຂຸດຄົ້ ແລະ ນຳໃຊ້ກາລະໂອກາດນີ້, ຫວຽດນາມຈະມີຄວາມສະດວກໃນການພັດທະນາແຫຼ່ງຊັບພະຍາກອນມະນຸດຢ່າງກະໂດດຂັ້ນ.   

          ປັດຈຸບັນຫວຽດນາມມີບັນດາສັນຍານ ທີ່ເປັນໄປໄດ້ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ດັດຊະນີບຳລຸງສ້າງວີຊາຊີບປີ 2019 ເພີ່ມຂຶ້ນ 13 ລຳດັບໃນຕາລະລາງຈັດລຳດັບໃນບົດລາຍງານຄວາມສາມາດໃນການແກ້ງແຍ້ງທົ່ວໂລກ, ແລະແມ່ນໜຶ່ງໃນບັນດາປະເທດມີດັດຊະນີເພີ່ມຄຸນນະພາບບຳລຸງສ້າງວິຊາຊີບທີ່ດີ, ຈາກນັ້ນປະກອບສ່ວນຍົກສູງດັດຊະນີຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ປັດຈຸບັນ, ລັດຖະບານພວມສືບຕໍ່ກວດກາຄືນບັນດາລະບົບກົນໄກນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ພວມຊອກຫາແຫຼ່ງກຳລັງອັນໃຫຍ່ຫຼວງເພື່ອລົງທຶນໃຫ້ແກ່ຂົງເຂດນີ້.

ບັນດາທິດກ້າວເດີນຈຸດສຸມ ເພື່ອບຸກທະລຸ

        ໂລກ ແລະ ຫວຽດນາມ ພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4.  ການແກ້ງແຍ້ງກັນໃນຍຸກສະໄໝ 4.0 ນີ້ ແມ່ນການແກ້ງແຍ້ງກ່ຽວກັບຊັບພະຍາກອນມະນຸດ. ນອກຈາກນັ້ນ, ເມື່ອເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງແລ້ວ, ຫວຽດນາມ ຕ້ອງຕອບສະໜອງໄດ້ບັນດາມາດຕະຖານກ່ຽວກັບທາງດ້ານຄຸນນະພາບແຮງງານໃນບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່. ຊັບພະຍາກອນມະນຸດ ຈະແມ່ນທ່າໄດ້ປຽບຂອງຫວຽດນາມ, ຖ້າຫາກວ່າ ຫວຽດນາມ ແກ້ໄຂໄດ້ບັນຫາສະໜອງແຫຼ່ງຊັບພະຍາກອນມະນຸດລະຫວ່າງໂຮງຮຽນ ກັບ ຕະຫຼາດ ແລະ ການປ່ຽນແປງໃໝ່ໃນການບຳລຸງສ້າງ ເພື່ອຕອບສະໜອງຕາມການປ່ຽນແປງຂອງຍຸກສະໄໝ.

        ຕໍ່ໜ້າສະພາບການຕົວຈິງດັ່ງກ່າວ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ລົງທຶນ ແລະ ພັດທະນາບັນດາໂຮງຮຽນສອນວິຊາຊີບມີຄຸນນະພາບສູງ, ວາງແຜນບັນດາຂະແໜງການ, ອາຊີບຫຼັກແຫຼ່ງ ແລະ ຖ່າຍທອດບັນດາຫຼັກສູດບຳລຸງສ້າງຈາກບັນດາປະເທດພັດທະນາ. ທ່ານ ເລດັງແຢວງ - ເຊິ່ງເປັນນັກຊ່ຽວຊານດ້ານເສດຖະກິດ ໄດ້ຕີລາຄາວ່າ:

        “ພວກເຮົາໄດ້ຮ່ວມມືກັບບັນດາວິສາຫະກິດ, ໂດຍສະເພາະແມ່ນບັນດາວິສາຫະກິດລົງທຶນຕ່າງປະເທດ, ເຂົາເຈົ້າມີເຕັກໂນໂລຢີທັນສະໄໝ. ຖ້າຫາກວ່າໂຮງຮຽນບຳລຸງສ້າງວິຊາຊີບແຫ່ງຕ່າງໆຂອງຫວຽດນາມສົມທົບກັບເຂົາເຈົ້າ ແລ້ວບຳລຸງສ້າງຖືກຕ້ອງຕາມຫຼັກສູດຂອງເຂົາເຈົ້ານັ້ນ ແມ່ນຈະມີແຮງງານເກັ່ງ, ມີເງິນເດືອນສູງກວ່າ ແລະ ເປັນກຳລັງໜູນໃຫ້ຜູ້ມີຄວາມເກັ່ງກ້າສາມາດຂະຫຍາຍຕົວ”.

        ສ່ວນທ່ານ ບຸ່ຍສີເລີ້ຍ, ຮອງຫົວໜ້າຄະນະກຳມະການບັນດາບັນຫາສັງຄົມ ສັງກັດສະພາແຫ່ງຊາດຫວຽດນາມ, ຖືວ່າ:

        “ບໍ່ແມ່ນພວກເຮົາພຽງແຕ່ສຸມໃສ່ບຳລຸງສ້າງໃຫ້ແກ່ແຮງງານ ທີ່ມີແຕ່ອາຍຸ 15 ປີ ຂຶ້ນໄປເທົ່ານັ້ນ, ຫາກກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ລະອຽດແມ່ນກົມໃຫຍ່ສອນວິຊາຊີບຕ້ອງບຳລຸງສ້າງແຮງງານຈຳນວນ 2 3 ລ້ານຄົນທີ່ພວມເຮັດວຽກໃນພື້ນຖານເສດຖະກິດຄືນໃໝ່ໃນທັນທີ, ໂດຍສະເພາະແມ່ນບັນດາຂະແໜງທີ່ນຳໃຊ້ແຮງງານເຮັດດ້ວຍມື ເປັນຕົ້ນແມ່ນ ຕ່ຳແຜ່ນຕັດຫຍິບ, ເກີບໜັງ. ໄລ່ມາຮອດປັດຈຸບັນ, ພວກເຮົາເຫັນໄດ້ວ່າ ລັດຖະບານ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເດີນຖືກທິດ, ຈັດແບ່ງນັກຮຽນ, ບຳລຸງສ້າງນັກຮຽນໃນການສຶກສາວິຊາຊີບ”.

        ເລື່ອງວາງແຜນຜັງ, ສັບຊ້ອນພື້ນຖານການບຳລຸງສ້າງວິຊາຊີບ, ໂຄງປະກອບຂອງຂະແໜງບຳລຸງສ້າງຄືນໃໝ່ໃຫ້ເໝາະສົມ, ເຊື່ອມຕໍ່ກັບວິສາຫະກິດໃນວິວັດການບຳລຸງສ້າງ... ແມ່ນບັນດາປັດໄຈຫຼັກແຫຼ່ງ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ແລະ ຂ້ຽວຂາດນັ້ນ ແມ່ນເປົ້າໝາຍຂອງຍຸດທະສາດກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະໃໝ່ ຢູ່ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ