ຫວຽດນາມມານະພະຍາຍາມພ້ອມກັບອາຊຽນກາຍເປັນປະຊາຄົມເອກະພາບ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ


(vovworld)- ຫວຽດ​ນາມ ຍາມ​ໃດ​ກໍ​ຕັ້ງ​ຫນ້າ​ປະ​ກອບ​ສ່ວນ ເພື່ອ​ສ້າງ ອາ​ຊຽນ ຮ່​ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ, ສາ​ມັກ​ຄີ, ເຂັ້ມ​ແຂງ, ນັບ​ມື້​ນັບ​ມີ​ບົດ​ບາດ ແລະ ທີ່​ຕັ້ງ​ສຳ​ຄັນ​ຢູ່​ພາກ​ພື້ນ ແລະ ສາ​ກົນ. ນີ້​ກໍ​ແມ່ນ​ບັນ​ດາຈຸດ​ໝາຍ ຊື່ງ​ໃນ​ປີ​ຜ່ານ​ມາ ຫວຽດ​ນາມ​ ໄດ້​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ ອາ​ຊຽນ ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ. ກ່ອນ​​ທີ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ສຳ​ເລັດ​ຜົນ 1 ປີ, ຫວຽດ​ນາມ ໄດ້​ສ້າງ​ຫລາຍ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ພ້ອມ​ທັງ​ກະ​ກຽມ​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ​ຂອງ​ອາ​ຊຽນ.

ຫວຽດນາມມານະພະຍາຍາມພ້ອມກັບອາຊຽນກາຍເປັນປະຊາຄົມເອກະພາບ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 25

        ການ​ຮ່ວມ​ມື​ອາ​ຊຽນ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ກຳ​ນົດ​ແມ່ນ​ມີ​ຄວາມ​ໝາ​ຍ​ສຳ​ຄັນ​ຍຸ​ດ​ທະ​ສາດ​ສຳ​ລັບ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ, ພິ​ເສດ ໄລ​ຍະ​ປະ​ຈຸ​ບັນ ເມື່ອ​ຫວຽດ​ນາມ ພວມ​ນັບ​ມື້​ນັບ​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ​ຢ່າ​ງ​ເລິກ​ເຊິ່ງກວ້າງ​ຂວາງ. ບົນ​ຈິດ​ໃຈ​ນັ້ນ, ປີ 2014 ຫວຽດ​ນາມ​ ໄດ້​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ເສີມ​ຂະ​ຫຍາຍ​ຄວາມ​ຮັບ​ຜິດ​ຊອບ, ສຽງ​ເວົ້າ​ລວ​ມ​ຂອງ​ອາ​ຊຽນ​ໃນ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ສ້າງ​ການກຳ​ນົດທິດ​ໃຫຍ່​ຂອງອາ​ຊຽນ ຫລັງ​ປີ 2015.

        ຕັ້ງ​ຫນ້າ​ຜັນ​ຂະ​ຫ​ຍາຍ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ

        ຜ່ານ​ໄລ​ຍະ 5 ປີ ແຫ່ງ​ວິ​ວັດ​ທະ​ນາ​ການສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ມາ​ຮອດ​ປະ​ຈຸ​ບັນ ອາ​ຊຽນ ບັນ​ລຸ​ໄດ້​ບາງໝາກ​ຜົນຢ່າງ​ແນ່ນອນ. ຄວາມ​ຄືບ​ຫນ້າ​ການ​ຜັນ​ຂະ​ຫຍາຍ​ລວມ​ໃນ 3 ເສົາ​ຄ້ຳ: ການ​ເມືອງ ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ສັງ​ຄົມ ຂອງ​ທັງ​ກຸ່ມ​ອາ​ຊຽນ ບັນ​ລຸ​ໄດ້​ກວ່າ 85%. ສະ​ເພາະ ຫວຽດ​ນາມ, ເລື່ອງ​ຜັນ​ຂະ​ຫຍາຍ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງກວ້າງ​ຂວາງ​ໃນ​ທັງ 3 ເສົາ​ຄ້ຳ. ໃນ​ຂົງ​ເຂດ​ການ​ເມືອງ​ຄວາມ​ໝັ້​ນ​ຄົງ, ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ເຂົ້າ​ໃນ​ການ​ສ້າງ, ແບ່ງ​ປັນ, ເສີມ​ຂະ​ຫຍາຍ​ບັນ​ດາ​ມາດ​ຖານ​ປະ​ພຶດ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຂອງ​ພາກ​ພື້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເປັນ​ຫນ້າ​ສົນ​ໃຈ, ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ຍາມ​ໃດ​ຫວຽດ​ນາມ ກໍ​ນອນ​ໃນ​ຈຳ​ນວນ 4 ປະ​ເທດ ບັນ​ລຸ​ອັດ​ຕາ​ສ່ວນ​ຜັນ​ຂະ​ຫຍາຍ​ສູງ​ສຸດ, ປະ​ຈຸ​ບັນ ​ຫວຽດ​ນາມ ຢືນ​ອັນ​ດັບ 2 ຖັດ​ຈາກ ສິງ​ກະ​ໂປ ດ້ວຍ​ອັດ​ຕາ​ສ່ວນ​ປະ​ມານ 90%. ທ່ານ ຟ້າມກວາງວີງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ສຳ​ລັບ ຫວຽດ​ນາມ, ພວກ​ເຮົາ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຖານ ແລະ ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ທີ່​ໄດ້ວາງ​ອອກ ແລະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຄະ​ນະ​ເລ​ຂາ ອາ​ຊຽນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແນ່ນອນ​ວ່າ ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ໃຫ້​ຫລາຍກວ່າ, ພິ​ເສດ ແມ່ນ​ບັນ​ດາ​ຫນ້າ​ວຽກ​ທີ່ຍັງ​ເຫລືອດ້ວຍລະ​ດັບ​ຮ່ວມ​ສຳ​ພັນ​ສູງກວ່າ.”

        ປັບ​ປຸງ​ຄວາມ​ສາ​ມັກ​ຄີ ອາ​ຊຽນ​

        ​ໃນປີ​ຜ່ານ​ມາ, ຄວາມ​ຮັບ​ຜິດ​ຊອບ ແລະ ບົດ​ບາດ​ຫລັກ​ແຫລ່ງ​ຂອງ​ອາ​ຊຽນ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບຢູ່​ພາກ​ພື້ນ ສືບ​ຕໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ແລະ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ບັນ​ດາ​ການ​ຜັນ​ແປ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ເລີ່ມ​ຈາກ​ຜົນ​ປະ​ໂຫຍດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ, ຫວຽດ​ນາມ ຢືດ​ໝັ້ນ​ຮັກ​ສາ​ບັນ​ດາ​ຫລັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມ​ລະ​ຫວ່າງ ອາ​ຊຽນ ແລະ ຈີນ, ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ. ທ່ານ ຟ້າມ​ບີງ​ມີງ, ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຖື​ວ່າ: ເລື່ອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກ​ຖະ​ແຫລງ​ການ​ປະ​ຫວັດ​ສາດ​ເມື່ອ​ວັນ​ທີ 10/5/2014 ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫລື ຖະ​ແຫລງ​ການ​ຮ່ວມ AMM-47 ໄດ້​ຮັບ​ຮູ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ຕ້ອງປະ​ຕິ​ບັດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ​, ສະ​ແດງ​ໃຫ້​ເຫັນ ອາ​ຊຽນ ໄດ້​ເສີມ​ຂະ​ຫຍາຍ ຄວາມ​ສາ​ມັກ​ຄີ ​ຢ່າງ​ແຮງ​, ສະ​ແດງ​ສຽງ​ເວົ້າ​ລ​ວມ ແລະ ເປັນ​ເອ​ກະ​ພາບ​ຕໍ່​ບັນ​ດາ​ບັນ​ຫາຍ​ຸດ​ທະ​ສາດ​ຢູ່​ພາກ​ພື້ນ.

        “ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຍາມ​ໃດ​ກໍ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ. ອາ​ຊຽນ ເປັນ​ເອກ​ະ​ພາບ​ສູງ, ຖື​ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ ຕ້ອງ​ໄດ້​ຮັບ​ການແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທ​ີ, ເນັ້ນ​ຫນັກ​ເຖິງ​ການ​ຈຳ​ກັດ, ບໍ່​ນຳ​ໃຊ້​ອາ​ວຸດຫລື ນາບ​ຂູ່​ການ​ນຳ​ໃຊ້​ອາ​ວຸດ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ ສ​ປ​ຊ ປີ 1982, ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ພິ​ເສດ ບັນ​ດາ​ປະ​ເທດ​ເປັນ​ເອ​ກະ​ພາບ​​ກັນສູງ​​ກ່ຽວ​ກັບ​ເລື່ອງຕ້ອງ​ຍູ້​ແຮງວິ​ວັດ​ທະ​ນາ​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ(COC) ລະ​ຫວ່າງ ອາ​ຊຽນ ແລະ ຈີນ.”

       ປະ​ກອບ​ສ່ວນ​ສ້າງ​ກຳ​ນົດ​ທິດ​ໃຫຍ່​ຂອງອ​າ​ຊຽນ

       ອາ​ຊຽນ ແນ່ນອນ​ວ່າ ຈະ​ສຳ​ເລັດ​ຈຸດ​ໝາຍ​ສ້າງ​ປະ​ຊາ​ຄົມຖືກ​ກັບ​ການ​ກຳ​ນົດ​ເວ​ລາ​ໃນ​ປີ 2015. ປະ​ຈຸ​ບັນ ອາ​ຊຽນ ໄດ້​ສ້າງວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ແກ່​ໄລ​ຍະ​ຫລັງ​ປີ 2015 ແລະ ຊ​ຸກ​ຍູ້​ສ້າງ​ຫນ່ວຍ​ສະ​ເພາະ​ກິດ​ຂັ້ນ​ສູງ​ຮຽບ​ຮຽງ​ແຜນ​ການ​ຜັນ​ຂະ​ຫຍາຍ, ຊຶ່ງຄາດ​ວ່າ​ເລີ່ມ​​ເຄື່ອນ​ໄຫວ​ແຕ່​ເດືອນ 1/2015. ວິ​ໄສ​ທັດ​ດັ່ງ​ກ່າວ ແມ່ນ​ສຸມ​ໃສ່​ຕົ້ນ​ຕໍ​ເຂົ້າ​ໃນ​ການ​ກຳ​ນົດ​ທິດ​ໃຫຍ່​ຈຳ​ນວນ​ຫນຶ່ງ​ຄື: ສືບ​ຕໍ່​ປັບ​ປຸງ​ປະ​ຊາ​ຄົມ​ອາ​ຊຽນ ແລະ ເຮັດ​ໃຫ້​ການ​ຮ່ວມ​ສຳ​ພັນ​ອາ​ຊຽນ​ ເລິກ​ເຊິ່ງກວ່າ ດ້ວຍ​ລະ​ດັບ​ສະ​ຫນິດ​ຕິດ​ພັນ ແລະ ການ​ຮ່ວມ​ມື​ສູງກວ່າ ໃນ 3 ເສົາ​ຄ້ຳ: ຊຸກ​ຍູ້ ອາ​ຊຽນ ມຸ່ງ​ໄປ​ສູ່ປະ​ຊາ​ຊົນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ສ້າງ​ປະ​ຊາ​ຄົມ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​ເກີດ​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກ່ຽວ​ກັບ​ບັນ​ດາ​ຫນ້າ​ທີ່​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ຟ້າມກວາງວີງ, ລັດ​ຖະ​ມົນ​ຕ​ີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຊີ້​ແຈ້ງວ່າ:

        “ຫລັງ​ປີ 2015, ອາ​ຊຽນ ຕ້ອງ​ສ້າງວິ​ໄສ​ທັດ​ສູງກວ່າ ເພື່ອ​ນຳ​ປະ​ຊາ​ຄົມ ອາ​ຊຽນ ພັດ​ທະ​ນາ​ຢ່າງ​ເຂັ້​ມ​ແຂງກວ່າ. ພວກ​ເຮົາ​ຈະ​ຕັ້ງ​ຫນ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພ​ີ​່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ອາ​ຊຽນ, ເຮັດ​ແນວ​ໃດ​ເພື່ອ​ໃຫ້ ອາ​ຊຽນ ພ້ອມ​ກັນ​ສາ​ມັກ​ຄີ​ມາ​ນະ​ພະ​ຍາ​ຍາ​ມ​ຕາມ​ບັນ​ດາ​ຈຸດ​ໝາຍ​ລວມ. ພວກ​ເຮົາ​ຕັ້ງ​ຫນ້າ​ພ້ອມ​ກັບ ອາ​ຊຽນ ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ເມື່ອ ອາຊຽນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ່າ​ສຳ​ລັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ກໍ​ຄື​ສ້າງ​ບັນ​ດາ​ມາດ​ຖານ​ການ​ປະ​ພຶດ​ຢູ່​ພາກ​ພື້ນ ແລະ ໂຄງ​ປະ​ກອບ​ພາກ​ພື້ນ​ພວມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ.”

        ປີ 2015 ແມ່ນ​​ປີ​ທີ່ ອາ​ຊຽນ ສ້າງ​ເປັນ​ປະ​ຊາ​ຄົມ ແລະ ກໍ​ແມ່ນ 20 ປີ ​ທີ່​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ. ໃນ 20 ປີ​ຜ່ານ​ມາ ເປັນ​ຂີດ​ໝາຍ​ສຳ​ຄັນ, ແມ່ນ​ໄລ​ຍະ​ເພື່ອ​ໃຫ້​ຫວຽດ​ນາມ ຫວນ​ຄືນຫລັງ ແລະ ​ພັດ​ທະ​ນາ. ໃນ​ໄລ​ຍະ​ຕໍ່​ໄປ, ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ, ມ​ີ​ຄວາມ​ຮັບ​ຜິດ​ຊອບ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ນຳ​ອາ​ຊຽນ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ກາຍ​ເປັນ​ປະ​ຊາ​ຄົມ​ເຂັ້ມ​ແຂງ, ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຫລັງ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ