ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ

  ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານການຕ່າງປະ​ເທດ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິນຕະນາການ​ປ່ຽນ​ໃໝ່, ຫັນ​ບັນດາ​ທັດສະນະ, ນະ​ໂຍຍບາຍ​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ເປັນ​ຂໍ້​ກຳນົດ​ກົດ​ລະບຽບ​ຢ່າງ​ທັນ​ການ ​ໃນ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າ​ມຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ, ຂະຫຍາຍປີ 2011) ​ແລະ ​ໃນ​ບັນດາ​ເອກະສານ​ອື່ນໆ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ບັນດາ​ຂໍ້​ກຳນົດ​ນີ້​ຈະ​ປະກອບສ່ວນ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ໂລກ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ໃນ​ສັງຄົມ.

ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ - ảnh 1

(ພາບປະກອບ:tgvn.com.vn)

​    ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ລະບຸ​ໄວ້​ໃນ​ມາດຕາ​ທີ 12, ສືບ​ທອດ​ບັນດາ​ຫຼັກການ​ພື້ນຖານກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ຊື່​ງ​ໄດ້​ລະບຸ​ໃນລັດຖະທຳ​ມະນູນ​ສະບັບ​ປະກາດ​ໃຊ້​ໃນ​ປະຈຸ​ບັນ. ນັ້ນ​ແມ່ນ​ສັນ​ຕິ​ພາບ, ມິດຕະພາບ, ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ, ບໍ່​ຈຳ​ແນ​ກລະບອບ​ການ​ເມືອງ ​ແລະ ​ສັງຄົມ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ກັນ, ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຖ້າວ່າ​ໃນ​ຮ່າງລັດຖະທຳ​ມະນູນ​ສະບັບ​ປະກາດ​ໃຊ້​ໃນ​ປະຈຸ​ບັນ​ພຽງໄດ້​ຍົກ​ອອກບັນຫາ​ທີ່​ວ່າ: “ຫວຽດນາມ ​ປະຕິບັດ​ນະ​ໂຍບາຍ​ສັນຕິພາບ, ມິດ​ຕະພາບ“, ສ່ວນ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຍົກ​ຂຶ້ນ​ເປັນ “​ແນວທາງ​ການ​ຕ່າງ​ປະ​ເທດ“. ນີ້​ແມ່ນ​ການ​ຢັ້ງຢືນ​ໃນ​ລະ​ດັບ​ສູງ​ກ່ວາ, ບໍ່​ພຽງ​ແຕ່​ແມ່ນ​ນະ​ໂຍບາຍ​ເທົ່າ​ນັ້ນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ປະຕິບັດ​​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍຢ່າງ​ເຂັ້​ມງວດ. ໃນຮ່າງ​ລັດຖະທຳ​ມະນູນ​ໄດ້​ເນັ້ນໜັກ​ເປັນຄັ້ງທຳ​ອິດ​ວ່າ: “ຫວຽດນາມ​ ແມ່ນ​ເພື່ອນມິ​ດ, ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ“. ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ​ນີ້, ທ່ານ​ນາງ​ຫງວຽນ​ເຟືອງງາ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ເວົ້າວ່າ:

   “ໃນຮ່າງ​ລັດຖະທຳ​ມະນູນ​ໄດ້​ສືບ​ທອດ​ບັນດາ​ຫຼັກການ ​ແລະ ມູນ​ເຊື້ອ​ການ​ຕ່າງປະ​ເທດ​​ໂດຍພື້ນຖານ​ຂອງ​ຫວຽດນາມ ນັບ​ແຕ່​ວັນ​ປະກາດ​ເອກະລາດ ​ແລະ ​ໃນ​ຕະຫຼອດ​ວິວັດ​ທະນາການພັດທະນາ​ຜ່ານ​ມາ. ມັນ​ກໍ່​ມີ​ຄວາມ​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ມາດຕາ​ທີ 12 ຂອງຮ່າງ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ​ເປັນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ“

ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ - ảnh 2

(ພາບ:baohatinh.vn)

  ​    ເຖິງ​ວ່າ​ໃນຮ່າງ​ລັດຖະທຳ​ມະນູນປີ  1992 ສະບັບ​ປັບປຸງມີບັນດາ​ການ​ເພີ່ມ​ເຕີມ​ສຳຄັນ​ເພື່ອ​ໃຫ້​ແນວທາງ​ການ​ຕ່າງປະ​ເທດ​ໄດ້ຮັບ​ການ​ສ້າງ ສຳເລັດກ່ວາ​ອີກ. ມີບາງ​ຄຳ​ເຫັນ​ຖື​ວ່າ: ໃນຮ່າງ​ລັດຖະທຳ​ມະນູນຕ້ອງ​ເພີ່ມ​ເຕີມ​ຂໍ້​ກຳນົດ ຫວຽດນາມ “ຕັ້ງໜ້າ ​ແລະ ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ“. ສິ່ງ​ດັ່ງກ່າວມີ​ພື້ນຖານ ​ຂະນະ​ທີ່​ຂົງ​ເຂດຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​ໂລກ​ນັບ​ມື້​ນັບ​ອຸ​ດົມ​ສົມບູນ, ບໍ່​ພຽງ​ແຕ່​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ເທົ່າ​ນັ້ນ ຫາກ​ທັງ​ດ້ານ​ວັດທະນະທຳ, ສັງຄົມ, ການ​ທະຫານ, ການ​ປ້ອງ​ກັນ​ຄວາມ​ສະຫງົບ…. ​ແລະ ​ບໍ່​ພຽງ​ແຕ່​ຮ່ວມ​ມື​ໃນແຕ່ລະ​ຂົງ​ເຂດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ບັນຫາ​ມີ​ລັກສະນະ​ທົ່ວ​ໂລກ​ອີກ​ດ້ວຍ. ນອກຈາກ​ນັ້ນ​ແລ້ວ, ກໍ່​ຕ້ອງ​ກຳນົດ​ເລື່ອງຫວຽດ​ນາມ ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ສາກົນ​ຊື່​ງຫວຽດນາມ ​ແມ່ນ​ສະມາຊິກ ​ເພື່ອ​ເຮັດ​ໃຫ້​ຈະ​ແຈ້ງຕື່ມ​ອີກ​ກ່ຽວ​ກັບ​ເນື້ອ​ໃນ​ຫວຽດນາມ ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ. ທ່ານ​ນາງ​ຫງວຽນ​ເຟືອງງາ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ສະ​ເໜີ​ວ່າ:

  “ທ່າ​ອ່ຽງລວມຂອງ​ປະ​ເທດ​ຕ່າງໆ​ໃນ​ປະຈຸ​ບັນ​ແມ່ນຍົກ​ສູງ​ບົດບາດ​ຂອງ​ກົດໝາຍ​ສາກົນ ​ເພື່ອ​ປັບປຸງ​ບັນດາ​ການ​ພົວພັນ​ສາກົນ. ລັດຖະທຳ​ມະນູນ​ຂອງ​ຫຼາຍ​ປະ​ເທດ​ກໍ່​ສະ​ແດງ​ໃຫ້​ເຫັນ​ຄຳໝັ້ນສັນຍາ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ ຄື​ດັ່ງ​ຖະ​ແຫຼ​ງການດ້ານການ​ຕ່າງປະ​ເທດ​ສັນ​ຕິ​ພາບ, ​ຮ່ວມ​ມື​ຂອງ​ປະ​ເທດ​ຕ່າ​ງໆ​ກັບ​ໂລກ. ຄວນ​ເພີ່ມ​ເຕີມ​ໃນ​ຮ່າງລັດຖະທຳ​ມະນູນ​ສະບັບ​ປັບປຸງ​ກ່ຽວ​ກັບການ​ກຳນົດ ລັດ ສສ ຫວຽດນາມ ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ສາກົນ ຊື່​ງຫວຽດນາມ ​ແມ່ນ​ສະມາຊິກ

   ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ໃນ​ບັນດາ​ພາກ​ຂອງຮ່າງ​ລັດຖະທຳ​ມະນູນປີ  1992 ສະບັບ​ປັບປຸງລ້ວນ​ແຕ່​ສຸມ​ໃສ່​ຍົກ​ອອກ​ບັນຫາ​ສຳຄັນ​ໃນ​ຈິນຕະນາການ​ໃຫ່ມຂອງ​ພັກ ​ແລະ ລັດ​ຫວຽດນາມ ກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ໃນ​ວິວັດທະນາ​ການ​ປ່ຽນ​ໃໝ່, ພັດທະນາ​ປະ​ເທດ​ຊາດ. ບັນດາ​ຂໍ້​ກຳນົດ​ນນີ້​ຈະ​ປະກອບສ່ວນ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ ບົນ​ເວທີ​ສາກົນ, ປ​ະກອບ​ສ່ວນ​ເຂົ້າການ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ໂລກ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ