ຫວຽດນາມສູ້ຊົນປະຕິບັດເປົ້າໝາຍພັດທະນາ ເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ

ທີ່ວາ​ລະ​ໄຂກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໃນ​ຕອນ​ເຊົ້າ​ວັນ​ທີ 21/3, ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່​ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ໃນ​ນັ້ນ ມີ​ແຜນ​ການ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມໄລ​ຍະ 5 ປີ 2016-2020. ແຜນ​ການ​ວາງ​ອອກ​ບັນ​ດາ​ເປົ້າ​ໝາຍ​ສັງ​ລວມ ແລະ ຍົກອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ປະ​ຕິ​ບັດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ຊຶ່ງ​ຈະ​ໄດ້​ຮັບ​ການ​ປະ​ກອບ​ຄຳ​ເຫັນ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກ່ອນ​ທີ່​ສະ​ພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ເທື່ອນີ້.

ຫວຽດນາມສູ້ຊົນປະຕິບັດເປົ້າໝາຍພັດທະນາ ເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ - ảnh 1
ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່​ຽວ​ກັບ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ

         ແຜນ​ການ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມໄລ​ຍະ 5 ປີ 2016-2020   ໄດ້ວາງ​ອອກ​ບັນ​ດາ​ເປົ້າ​ໝາຍ​ສັງ​ລວມ ນັ້ນ​ແມ່ນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບໝັ້ນ​ທຽງທາງ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ສູ້​ຊົນ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ເສ​ດຖະ​ກິດ​ສູງກວ່າ 5 ປີ​ກ່ອນນີ້. ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ທະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ. ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ຜຶນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຍ​ົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ.  

     ທາງ​ດ້ານ​ເສດ​ຖະ​ກິດ, ລະ​ດັບ​ການ​ເຕີບ​ໂຕ​ເສ​ດຖະ​ກິດ GDP ຄິດ​ສະ​ເລ່ຍ 5 ປີ​ບັນ​ລຸ 6,5-7%/ປີ. ຮອດ​ປີ 2020 GDP ຄິດ​ສະ​ເລ່ຍໃສ່​ຫົວ​ຄົນ​ແມ່ນ​ປະ​ມານ 3.200 ຫາ 3.500 USD . ອັດ​ຕາ​ສ່ວນ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການໃນ GDP ບັນ​ລຸກວ່າ 85%. ອັດ​ຕາ​ແຮງ​ງານ​ຜ່ານ​ການບ​ຳ​ລຸງ​ສ້າງ​ບັນ​ລຸ​ປະ​ມານ 65-70%. ອັດ​ຕາ​ການ​ຊົມ​ໃຊ້​ປະ​ກັນ​ສຸ​ຂະ​ພາບ​ບັນ​ລຸ​ປະ​ມານ 80% ຈຳ​ນວນ​ພົນ​ລະ​ເມືອງ.

     ສ້າງ​ເສດ​ຖະ​ກ​ິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງ​ສະ​ພາບ​ແວດ​ລ້ອມ ແລະ ກຳ​ລັງ​ໜູນ​ໃຫ້​ແກ່​ການ ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

    ເພື່ອ​ບັນ​ລຸ​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ ​ພັດ​ທະ​ນາ​ເສດ​ຖະ​ກິດ, ໃນ5 ປີ 2016-2020, ຫວຽດ​ນາມ​ສຸມ​ໃສ່​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼ​າດໃຫ້​ສົມ​ບູນ​ແບບ ຄົບ​ຊຸດ ແລະ ທັນ​ສະ​ໄໝ​ບົນ​ພື້ນ​ຖານ​ປະ​ຕິ​ບັດ​ຕາມ​ບັນ​ດາກົດ​ເກນຂອງເສດ​ຖະ​ກິດ​ການ​ຕະຫຼາດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຢ່າງ​ຄົບ​ຖ້ວນ. ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ :

  “ພັດ​ທະ​ນາ ແລະ ນຳ​ບັນ​ດາ​ຕະຫຼາດ​ເຂົ​້າສູ່ການ​ເຄື່ອນ​ໄຫວ​ຢ່າງ​ທະ​ລຸ​ລົງ ແລະ ມີ​ປະ​ສິດ​ທິ​ຜົນ; ຮັບ​ປະ​ກັນ​ການ​ແກ່ງ​ແຍ້ງ​ຢ່າງ​ສະ​ເໝີ​ພາບ, ໂປ່ງ​ໃສ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ. ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ, ນະ​ໂຍ​ບາຍ​ປີ​ງົບ​ປະ​ມານ ແລະ ບັນ​ດາ​ນະ​ໂຍ​ບາຍ​ອື່ນໆ​ຢ່າງ​ມີ​ປະ​ສິດ​ທິຜົນ​ເພື່ອ​ຄວບ​ຄຸມ​ເງິນ​ເຟີ້, ສ້າງ​ມຸນ​ຄ່າ​ຂອງ​ສະ​ກຸນ​ເງິນ​ດົງ​ຫວຽດ​ນາມ​ໃຫ້​ມີ​ຄວາມ​ສະ​ຫງົບ​ໝັ້ນ​ທຽງ, ເພີ່ມ​ທະ​ວີການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ, ຮັບ​ປະ​ກັນ​ຄວາມ​ດຸ່ນ​​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຂຸດ​ຄົ້ນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ເປີດ​ກ້​ວາງ​ຕະຫຼາດ​ສົ່ງ​​ອອກ, ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ຄ້າ​ຕິດ​ພັນ​ກັບ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ, ພັດ​ທະ​ນາຕະຫຼາດ​ພາຍ​ໃນ​ປະ​ເທດ​ຢ່າງ​ແຂງ​ແຮງ ”

    ຫວຽດ​ນາມ​ກໍ​ຕ້ອງຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ທະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ. ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ :

    “ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ໄວ ແລະ ​ຍືນ​ຍົງ. ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ສ້າງ​ໂຄງ​ປະ​ກອບຂະ​ແໜງ​ການ ແລະ ຂົງ​ເຂດ​ຕ່າງໆ​ຄືນ​ໃໝ່. ປະ​ຕິ​ບັດ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຍູ້​ແຮງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການສ້າງ​ໂຄງ​ປະ​ກອບກະ​ສີ​ກຳຄືນ​ໃໝ່ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຍູ້​ແຮງ​ການສ້າງ​ໂຄງ​ປະ​ກອບ​ອຸດ​ສາ​ຫ​ະ​ກຳຄືນ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ສຸມ​ໃສ່​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ; ເອົາ​ໃຈ​ໃສ່​ເຖິງ​ການ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ແຈກ​ຢາຍ​ທົ່ວ​ໂລກ. ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາ​ດ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ. ສົ່ງ​ເສີມ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ຂຸດ​ຄົ້ນ, ປຸງ​ແຕ່ງ​ນ້ຳ​ມັນ​ອາຍ​ແກັ​ສ, ທ່າ​ກຳ​ປັ່ນ​ທະ​ເລ, ຕໍ່ ແລະ ສ້ອງ​ແປງ​ກຳ​ປັ່ນ, ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ສິນ​ທະ​ເລ, ບັນ​ດາການ​ບໍ​ລິ​ການ​ຮັບ​ໃຊ້​ອາ​ຊີບ​ການ​ປະ​ມົງ ແລະ ການທ່ອງ​ທ່ຽວຢູ່​ໝູ​ເກາະ​ທະ​ເລ ”

     ຫວຽດ​ນາມ​ຍັງ​ຈະ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ແລະ ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໄລ​ຍະ​ກາງ 2016-2020, ຮັບ​ປະ​ກັນ​ການ​ຄຸ້ມ​ຄອງ​ລວມ​ສຸນ, ເປັນ​ເອ​ກະ​ພາບ, ແທດ​ເໝາະ​ກັບ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ; ຄວາມ​ສາ​ມາດ​ດຸ່ນ​ດ່ຽງເງິນ​ລົງ​ທຶນ​ຂອງ​ລັດ ແລະ ເພີ່ມ​ທະ​ວີ​ການ​ດຶງ​ດູດ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ.

     ເອົາ​ໃຈ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

   ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ 5 ປີ​ທີ່​ຈະ​ມາ​ເຖິງ ແມ່ນ​ເອົາ​ໃຈ​ໃສ່, ເປັນ​ເຈົ້າ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ. ຕາມນັ້ນ​ແລ້ວ, ຫວຽດ​ນາມ​ເພີ່ມ​ທະ​ວີ​ການກ​ຄຸ້ມ​ຄອງ​ລັດ, ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ສາ​ກົນ​ກ່ຽວ​ກັບ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ສ້າງ​ລະ​ບົບ​ກົດ​ໝາຍ, ກົນ​ໄກ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ ແລະ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເປັນ​ເຈົ້າ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ຄຸມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ…

   ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ

     ໃນໄລ​ຍະ 5 ປີ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ​ສືບ​ຕໍ່​ປະ​ຕິ​ບັດ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່​ໃຫ້​ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຢ່າງ​ມີປະ​ສິດ​ທິ​ຜົນ. ເມື່ອ​ເຕື້ອງ​ເຖິງ​ໜ້າ​ທີ່ນີ້, ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ :

    “ ເດັດ​ດ່ຽວ ແລະ ຍຶດ​ໝັ້ນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເອ​ກະ​ລ​າດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງສັງ​ຄົມ​ໃຫ້​ໝັ້ນ​ຄົງ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງສັນ​ຕິ​ພາບເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ບໍ່​ປະ​ໃຫ້​ຕົກ​ຢູ່​ໃນ​ທ່າ​ຮັບ, ກະ​ທັນ​ຫັນ​ໃນ​ທຸກ​ສະ​ພາບ​ການ. ສ້າງ​ເຫຼົ່າ​ທັບ, ເຫຼົ່າ​ຮົບ​ຈຳ​ນວນ​ໜຶ່ງ​ໃຫ້​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ; ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ເຄື່ອນ​ໄຫວ​ຂອງບັນ​ດາ​ກຳ​ລັງປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ. ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ​ຢ່າ​ງສະເໝີຕົ້ນ​ສະ​ເໝີ​ປາຍ, ນຳ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເຂົາ​ສູ່​ລວງ​ເລິກ, ແທດດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄຶ່ອນ​ໄຫວ​ພົວ​ພັນຫຼາຍ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ເຂດ​ອາ​ຊຽນ, ສະ​ຫະ​ປະ​ຊາ​ຊາດ. ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່​ຢ່າງມີປະ​ສິດ​ທິ​ຜົນ. ປະ​ຕິ​ບັດ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສຢູ່ຕ່າງ​ປະ​ເທດ ແລະ ປົກ​ປ້ອງ​ພົນ​ລະ​ເມືອງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອໃຫ້ ຊາວ​ຫວຽດ​ນາມ​ອາ​ໄສຢູ່ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”

      ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມໄລ​ຍະ 5 ປີ 2016-2020 ໂດຍ ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີນັ້ນ ໄດ້​ຊີ້​ແຈ້ງວ່າ ຫວຽດ​ນາມ​ປະ​ຕິ​ບັດ​ແຜນ​ການ 5 ປີ​ໃນ​ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ມີ​ເງື່ອນ​ໄຂ​ສະ​ດວກຫຼາຍ​ຢ່າງ ແຕ່​ກໍ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອຍ. ລັດ​ຖະ​ບານ​ຈະ​ຮີບ​ເຮັ່ງ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ພາຍຫຼັງ​ທີ່​ແຜນ​ການ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ຜັນ​ຂະ​ຫຍາຍ​​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ, ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂທີ່​ໄດ້​ວາງ​ອອກຢ່າງ​ຄົບ​ຊຸດ ແລະ ມີ​ຈຸດ​ສຸມ.

ຕອບກັບ

ຂ່າວ/ບົດ​ອື່ນ