ຫວຽດນາມສືບຕໍ່ຢືດໝັ້ນນະໂຍບາຍການເງິນ ຢ່າງແຫນ້ນແຟ້ນ

     ບົດ​ລາຍ​ງານ​ແງ່​ຫວັງ​ເສດຖະກິດ​ໂລກ ​ໂດຍ​ກອງ​ທຶນ​ເງິ​ນຕາ​ສາກົນປະກາດ​ຫວ່າງ​ແລ້ວ​ນີ້ ​ໄດ້​ຕີ​ລາຄາສູງ​ບັນດາ​ໝາກຜົນ​ຊຶ່ງ​ຫວຽດນາມ​ບັນລຸ​ໄດ້ ພາຍຫລັງ​ປະຕິບັດ​ມະ​ຕິ​ເລກທີ 11 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ, ຮັບປະກັນ​ຊີວິດ​ສັງຄົມ ​ໂດຍ​ລະອຽດ​ແມ່ນ ​ໄພ​ເງິນ​ເຟີ້ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ທ່າ​ອ່ຽງຫລຸດ​ລົງ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕໍ່ຫນ້າ​ບັນດາ​ການ​ກະທົບຈາກ​ກາ​ນຊຸກ​ໂຊມ​ເສດຖະກິດ​ໂລກ ພິ​ເສດ​ແມ່ນ​ບ້ວງ​ຫນິ້​ສິນ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ພາກ​ພື້ນ​ເອີ​ລົບ, ຫວຽດນາມ ​ໄດ້​ກຳນົດ​ຈະ​ສືບ​ຕໍ່​ຢືດໝັ້ນ​ບັນດາ​ນະ​ໂຍບາຍ​ການ​ເງິນ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ດ້ວຍ​ຄວາມ​ໄຫວ​ພິບ​ກວ່າ ​ເພື່ອ​ຮັບປະກັນ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ແກ່​ປີ​ນີ້ ​ແລະ ຊຸມ​ປີ​ຕໍ່​ໄປ.

          ສະພາບ​ເສດຖະກິດ​ຊຸດ​ໂຊມ​ຢູ່​ບັນດາ​ປະ​ເທດ​ພັດທະນາ ພວມ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ເຖິງ​ບັນດາ​ປະ​ເທດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ບັນດາ​ປະ​ເທດ​ພວມ​ພັດທະນາ ​ໃນ​ນັ້ນ ມີ​ຫວຽດນາມ ​ເປັນຕົ້ນ​ແມ່ນ​ການ​ກະທົບ​ເຖິງ​ສະພາບ​ການ​ສົ່ງ​ອອກ,​ ການ​ດຶງ​ດູດ​ແຫ​ລ່ງ​ເງິນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຖື​ວ່າ: ສິ່ງ​ທ້າ​ທາຍ​ຂອງ​ຫວຽດນາມ​ກໍ່​ຄື​ບັນດາ​ປະ​ເທດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ຢູ່ ອາຊີ ​ແມ່ນ​ຂາດ​ດຸນ​ງົບປະມານ​, ຫນິ້ສິນ​ຂອງ​ລັດ​ໄດ້້ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ໄລຍະ​ຍາວ. ປະຈຸ​ບັນ ການ​ນຳ​ເຂົ້າ​ສິນຄ້າ​ຂອງ​ຫວຽດນາມ ກວມ​ອັດຕາ​ສ່ວນ​ສູງ​ໃນ​ພື້ນຖານ​ເສດຖະກິດ ​ເມື່ອສິນຄ້າ​ຂອງ​ໂລກ​ເພີ່ມ​ຂຶ້ນ​ສູງ ຈະ​ສົ່ງ​ຜົນ​ກະທົບ​ບໍ່​ຫນ້ອຍ​ເຖິງ​ສະພາບ​ໄພ​ເງິນ​ເຟີ້​ຢູ່​ພາຍ​ໃນ​ປະ​ເທດ. ດອກ​ເຕີ ຫວໍ​ຈີ​ແທ່ນ ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ບໍລິຫານ​ເສດຖະກິດ​ສູນ​ກາງ ​ໄດ້​​ໄຈ້​ແຍກ​ວ່າ:

         “ຫວຽດນາມ​ພວມ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ເສດຖະກິດ​ມະຫາ​ພາກ​ຂາດ​ຄວາມ​ເປັນ​ປົກກະຕິ ​ແລະ ​ໄພ​ເງິນ​ເຟີ້ຢູ່​ໃນ​ລະດັບ​ສູງ. ຫວຽດນາມ​ກໍ​ພວມ​ໃນ​ວິວັດ​ການ​ຮຽບຮຽງ​ຄືນ​​ໃຫມ່ ​ແລະ ສ້າງ​ສຳ​ເລັດ​ແຜນການ 5 ປີ.​​ ​ໃນ​ແຜນການ 5 ປີ​ນັ້ນ ສອງ​ບັນຫາ​ຍັງ​ຄົງ​ສ້າງ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ. ທີ​ຫນຶ່ງ​ແມ່ນ​ເລືອກ​ເຟັ້ນຄວາມ​ດຸນ​ດຽງ​ລະຫວ່າງ​ຄວາມ​ເປັນ​ປົກກະຕິ​ຂອງ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ໃນ​ຕະຫລອດ​ໄລຍະ​ຈະ​ມາ​ເຖິງ ​ແລະ ການ​ປະຕິ​ຮູບ​​ໂຄງ​ປະກອບ, ພິ​ເສດ​ແມ່ນ​ກ່ຽວຂ້ອງ​ເຖິງ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ, ປະຕິ​ຮູບ​ການລົງທຶນ​ຂອງ​ລັດ, ປະຕິ​ຮູບ​ງົບປະມານ, ລະບົບ​ຈັດ​ແບ່ງ​ສິດ​ອຳນາດ, ພັດທະນາ​ອົງ​ປະກອບ​ພື້ນຖານ​ໂຄງ​ລ່າງ, ​​ແຫ​ລ່ງຊັບພະ​ຍາ      ກ​ອນມະນຸດ, ປະຕິ​ຮູບ​ລະບອບ​ອື່ນໆ. ພິ​ເສດ​ແມ່ນ​ບັນດາ​ການ​ປະຕິ​ຮູບ​ທີ່​ກ່ຽວຂ້ອງ​ເຖິງ​ລະບອບ​ຂອງ​ລັດ, ປັດ​ໃຈ​ການ​ຜະລິດ​ຄື: ທີ່​ດິນ,​​ ​ແຮງ​ງານ, ຕະຫລາດ​ທຶນຮອນ ​ແລະ ອື່ນໆ.“

ຫວຽດນາມສືບຕໍ່ຢືດໝັ້ນນະໂຍບາຍການເງິນ ຢ່າງແຫນ້ນແຟ້ນ - ảnh 1

          ຕໍ່ຫນ້າ​ສິ່ງ​ທ້າ​ທາຍ​ຄື​ດັ່ງກ່າວ,​​ໃນ​ໄລຍະຜ່ານ​ມາ,​ ລັດຖະບານ​ຫວຽດນາມ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງຫນ້າ​​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟິ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ທຳ​ອິດ​ແມ່ນ​ການ​ປະກາດ​ໃຊ້​ມະຕິ​ເລກທີ 11 ຂອງ​ລັດຖະບານ ດ້ວຍ​ໝວດ 6 ມາດ​ຕະການ ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ໃນ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ.​ ຫວ່າງ​ແລ້ວ​ນີ້ ທະນາຄານ​ແຫ່ງ​ລັດ​ໄດ້​ມີ​ຫລາຍ​ມາດ​ຕະການ​ແກ້​ໄຂ​ບັນຫາ​ຕະຫລາດ​ເງິນ​ຕາ​ຕ່າງປະ​ເທດ ​ແລະ ຫລຸດຜ່ອນ​ອັດຕາ​ໄພ​ເງິນ​ເຟີ້, ສ້າງ​ພື້ນຖານ​ອັນ​ຕັ້ງຫນ້າ​ທີ່​ມີ​ຕໍ່ຕະຫລາດ​ເງິນຕາ, ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ທະນາຄານ​ໃນ​ໄລຍະ​ຜ່ານ​ມາ​ກໍ​​ໄດ້​ບັນ​ເທົາຄວາມ​ວິກັງວົນ​ຂອງ​ປະຊາຊົນ​ຂອງ​ປຊຊ ກ່ຽວ​ກັບ​ຄວາມ​ສ່ຽງຕໍ່​ໄພ​ເງິນ​ເຟີ້ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ນຳ​ມາ​ຊຶ່ງ​ຄວາມ​ເປັນ​ປົກກະຕິ​ໃຫ້​ແກ່​ສະກຸນ​ເງິນ​ດົງ. ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບີ່​ນຖື​ວ່າ​:

          “ນະ​ໂຍບາຍ​ເງິນຕາ​ຂອງ​ພວກ​ເຮົາ ພວມ​ໄດ້​ຮັບ​ການ​ບໍລິຫານ​ຢ່າງ​ແຫນ້ນ​ແຟ້ນ ​ເພື່ອ​ຄວບ​ຄຸມ​​ໄພ​ເງິນ​ເຟີ້​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ເລກທີ 11. ດ້ວຍ​ການ​ກຳນົດ​ອັດຕາ​ດອກ​ເບ້ຍ​ເພດານ 14% ຄື​ໄລຍະ​ຜ່ານ​ມາ​ນັ້ນ ພວກ​ເຮົາ​ໄດ້​ມີ​ເງື່ອນ​ໄຂ​ເພື່ອ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ, ​ເຮັດ​ໃຫ້​ວິ​ສາ​ຫະກິດ​ມີ​​ເງື່ອນ​ໄຂ​ສຳ​ພັດ​ກັບ​​ແຫ​ລ່ງທຶນ​ຂອງ​ທະນາຄານ​ອີກ​ບາດກ້າວ​ຫນຶ່ງ ​ແລະ ຊ່ວຍ​ບັນ​ເທົາ​ຄວາມ​ຫຍູ້​ງຍາກ​ໃນ​ການ​ຜະລິດ​.“

          ຕາມ​ການ​ຄາດ​ຄະ​​ແລ້ວ,​ ລະດັບ​ກາ​ນ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ປີ​ນີ້​ແມ່ນ​ປະມານ 5,8%. ປີຫນ້າ​ອາດ​ຈະ​ຕ່ຳ​ກວ່າ ຍ້ອນ​ຜົນ​ສະທ້ອນ​ບໍ່​ດີຂອງ​ພື້ນຖານ​ເສດຖະກິດ​ໂລກ. ດ້ວຍ​ການ​ເປີດ​ກວ້າງ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ​ເມື່ອ​ເສດຖະກິດ​ໂລກ​ຖືກ​ຊຸດ​ໂຊ​ມ ​ແນ່ນອນ​ວ່າ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ລົງທຶນ ​ແລະ ການ​ຄ້າ. ​ໃນ​ສະພາບ​ການ​ນັ້ນ ​ເພື່ອ​ບັນລຸ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ ​ແມ່ນ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 18%/ປີ ​ໃນ​ປີ​ນີ້ ​ແລະ ຕ່ຳກວ່າ 10%/ປີ​ໃນ​ຫນ້າ. ​ໃນ​ໄລຍະ​ກາງ, ຈະ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 5%/ປີ, ຫວຽດນາມ​ກຳນົດ​ວ່າ ຄວນ​ສ້າງ​ຄວາມ​ດຸນ​ດ່ຽງ​ລະຫວ່າງ​ຄວາມ​ມາ​ນະພະ​ຍາ​ຍາມ​ຕ້ານ​ໄພ​ເງິນ​ເຟີ້ ດ້ວຍ​ຈຸດໝາຍຈະ​ເລີ​ນ​ເຕີບ​ໂຕ, ​ເພື່ອ​ຮັບປະກັນ​ພື້ນຖານ​ເສດຖະກິດ​ພັດທະນາ​ແບບ​ຍື່ນ​ຍົງກວ່າ. ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ໄດ້, ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ຊຶ່ງ​ຫວຽດນາມ​ໄດ້​ປະຕິບັດ​ຢ່າງ​ຂ້ຽວຂາດ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ມາດ​ຕະການ​ນີ້​ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ມີ​ໄຫວ​ພິບ.​ ຕາມ​ທ່ານ ບູ່​ຍກວາງ​ວິນ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ກ່ອນ​ນີ້ ຮູບ​ແບບ​ການ​​ເຕີບ​ໂຕ​ຂອງ​ຫວຽດນາມ ​ແມ່ນ​ອີງ​ໃສ່​ການ​ລົງ​ທຶນ​ຂອງ​ລັດ​ເປັນ​ຕົ້ນ ​ແຕ່​ປະຈຸ​ບັນ​ແມ່ນ​ຮອດ​ຈຸດ​ເວລາ​ແລ້ວ ຕ້ອງ​ມີ​ການ​ດັດ​ປັບ​ໂຄງ​ປະກອບ​ການ​ລົງທຶນ​ເທື່ອ​ລະ​ກ້າວ ຕາມ​ທິດ​ຄອ່ຍໆ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ​ບໍ່​ໝາຍ​ຄວາມ​ວ່າ ຫລຸດຜ່ອນ​ຍອດ​ລະດັບ​ເງິນ​ລົງທຶນ​ຂອງ​ສັງຄົມ ຫາກ​ຈະ​ເພີ່ມ​ທະວີ​ເງິນ​ລົງທຶນ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ພັດທະນາ.​ ຍ້ອນ​ຄວາມ​ຕ້ອງການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຊາດ ຍັງ​ຄົງ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ໃນ​ໄລຍະ​ປະຈຸ​ບັນ.​ ທ່ານ​ບູ່​ຍກວາງ​ວີນ ​ເນັ້ນ​ຫນັກ:

          “​ໃນ​ໄລຍະ​ຫັນປ່ຽນ​ຮູບ​ການ​ການ​ລົງທຶນ​ຄື​ປະຈຸ​ບັນ, ພວກ​ເຮົາ​ຄວນ​ເປີດ​ກວ້າງ​ກົນ​ໄກ​ໃຫ້​ສະດວກ​ງ່າຍດາຍ​ກວ່າ, ລັດ​ອາດ​ຈະ​ຮັບ​ຮູ້​ການ​ຫນູນ​ຊ່ວຍ​ສ່ວນ​ຫນຶ່ງ​ໃຫ້​ແກ່​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ ​ແລະ ບັນລຸ​ປະສິດທິ​ຜົນ​ຢ່າງ​​ໂປ່​ງ​ໃສ.​​ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ແຜນການ ​ແລະ  ການ​ລົງທຶນ​ຈະ​ພິຈາລະນາ​ສະ​ເຫ​ນີ​ໃຫ້​ລັດຖະບານ​ປັບປຸງ, ​ເພີ່ມ​ເຕີມ​ຂໍ້​ຕົກລົງ​ກ່ຽວ​ກັບ​ຮູບ​ການ​ການ​ລົງທຶນ​ຂອງ​ລັດ, ​ໃຫ້​ສອດຄ່ອງ​ກັບພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ​ກວ່າ​ອີກ.“

          ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ,​ ຫວຽດນາມ ພວມ​​ເດ​ີນຖືກ​ທິດ​ໃນ​ການ​ຫລຸດຜ່ອນ​ໄພ​ເງິນ​ເຟີ້,​ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ.​​ໃນ​ໄລຍະ​ຈະ​ມາ​ເຖິງ,​ ຫວຽດນາມ ຄວນ​ສືບ​ຕໍ່​ຮັກສາ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ມີ​ຄວາມ​ໄຫວພິບ. ພ້ອມ​ກັນ​ນັ້ນ ຫວຽດນາມ ກໍ​ພວມ​ມານະ​ພະຍາຍາມ​ຍົກ​ສູງ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ ​ເພື່ອ​ຫລຸດຜ່ອນ​ການ​ກະທົບ​ຈາກ​ສະພາບ​ຂາດ​ຄວາມ​ສະຖຽນ​ລະ​ພາບ​ເສດຖະກິດ​ຕໍ່​ຜູ້​ທຸກ​ຍາກ ຜູ້​ມີ​ລາຍ​ຮັບ​ຕ່ຳ./

ຕອບກັບ

ຂ່າວ/ບົດ​ອື່ນ