ຫວຽດນາມສືບຕໍ່ສ້າງເງື່ອນໄຂສະດວກເພື່ອ ຊຸກຍູ້ການພັດທະນາຂອງວິສາຫະກິດ

ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14, ລັດ​ຖະ​ບານ​ຫວຽດ​ນາມ​ຫາ​ກໍ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ຮ່າງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ. ໃນ​ນັ້ນ, ເປັນ​ໜ້າ​ສົນ​ໃຈ​ແມ່ນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫນູນ​ຊ່ວຍວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ; ຮ່າງ​ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ 4 ສະ​ບັບ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ຂະ​ແໜງ, ອາ​ຊີບ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ເງື່ອນ​ໄຂ. ນີ້​ແມ່ນຮ່າງ​ກົດ​ໝາຍ 2 ສະ​ບັບ​ທີ່​ມີ​ຜົນ​ກະ​ທົບ​ຢ່າງ​ຮອບ​ດ້ານ​ພໍ​ສົ​ມ​ຄວນສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ.

 

ຫວຽດນາມສືບຕໍ່ສ້າງເງື່ອນໄຂສະດວກເພື່ອ ຊຸກຍູ້ການພັດທະນາຂອງວິສາຫະກິດ - ảnh 1
ບັນ​ດາ ສ.ສ.ຊ ກົດ​ປຸ່ມ​ຮັບ​ຮອງ​ເອົາ​ມະ​ຄິ​ກ່ຽວ​ກັບ​ຮ່າງ​ງັບ​ປະ​ມານ

     ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍກວມ​ເອົາ 97% ຍອດ​ຈຳ​ນວນວິ​ສາ​ຫະ​ກິດ​ຫວຽດ​ນາມ, ມີ​ທີ່​ຕັ້ງ​ສຳ​ຄັນ​ພິ​ເສດ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ. ເຖິງວ່າ​ວຽກ​ງານ​ໜູນ​ຊ່ວຍ​ກຸ່ມ​ວິ​ສາ​ຫະ​ກິດນີ້ ໄດ້​ເລີ່ມ​ຜັນ​ຂະ​ຫຍາຍ​ແຕ່​ປີ 2001 ກໍ​ຕາມ, ແຕ່​ປະ​ສິດ​ທິ​ຜົນ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ. ສິ່ງ​ທີ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ການ, ນັ້ນ​ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ພື້ນ​ທີີ່​ທຳ​ການ​ຜະ​ລິດ, ແຜນ​ການ​ຊື້​ປະ​ກອບ​ວັດ​ຖຸ​ເຄື່ອງ​ຂອງ, ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ… ແຕ່​ມີຫຼາຍ​ນະ​ໂຍ​ບາຍ​ໃໝ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ບັນ​ດາ​ຂໍ້​ກຳ​ນົດ​ລວມໆ, ຍັງ​ບໍ່​ທັນ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ຫນູນ​ຊ່ວຍຈະ​ແຈ້ງ. ນີ້​ແມ່ນ​ເຫດ​ຜົນ​ທີ່​ມີ​ພຽງ 30% ຈຳ​ນວນວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ​ໄດ້​ຮັບ​ການ​ຫນູນ​ຊ່ວຍຈາກ​ໂຄງ​ການ​ໜູນ​ຊ່ວຍ​ຕ່າງໆ. ຈຳ​ນວນ​ທີ່​ຍັງ​ເຫຼືອ ແມ່ນ​ເກືອບ​ຄື​ວ່າ ບໍ່​ຮູ້​ຈັກ ແລະ ບໍ່​ໄດ້​ຊົມ​ໃຊ້​ຈາກ​ນະ​ໂຍ​ບາຍນີ້.

    ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ໃນ​ລ​ະ​ດັບ​ສູງ​ສຸດ

    ສະ​ພາບ​ຕົວ​ຈິງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ກຸ່ມວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍຄອງ​ຄອຍຕໍ່​ຮ່າງ​ກົດ​ໝາຍ​ສະ​ບັບ​ໜຶ່ງວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ​. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ດັ້ງ​ຮິວ​ດົງ ແລ້ວ, ຮ່າງ​ກົດ​ໝາຍ​ສະ​ບັບ​ໜຶ່ງວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍແມ່ນກອບ​ກົດ​ໝາຍ​ສູງ​ສຸດ ແລະ ມີລັກ​ສະ​ນະ​ຕໍ່​ເນື່ອງ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​, ຮອບ​ດ້ານ​ທີ່​ສະ​ຫງວນ​ໃຫ້​ແກ່ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ. ຮ່າງ​ກົ​ດໝາຍ​ສະ​ບັບນີ້ ຈະ​ຊ່ວຍ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​, ເພີ່ມ​ທ​ະ​ວີທາງ​ດ້ານ​ຈຳ​ນວນ ແລະ ​ຍົກ​ສູງຄຸນ​ນະ​ພາບການ​ເຄື່ອນ​ໄຫວ​ຂອງ​ຂົງ​ເຂດວິ​ສາ​ຫະ​ກິດນີ້, ຜ່ານ​ການ​ສ້າງ​ບັນ​ດານ​ະ​ໂຍ​ບາຍ​, ໂຄງ​ການ​ໜູນ​ຊ່ວຍຢ່າງ​ຄົບ​ຊຸດ​ບົນ​ພື້ນ​ຖານ​ການ​ໜູນ​ຊ່ວຍ​ມີ​ການ​ເລືອກ​ເຟັ້ນ, ສອດ​ຄ່ອງ​ກັບ​ເປົ້າ​ໝາຍ ແລະ ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ເສດດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ, ທ່າ​ໄດ້​ປຽບ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ແລະ ແຫຼ່ງ​ກຳ​ລັງ​ຂອງ​ປະ​ເທດ​ຊາດ. ພິ​ເສດ, ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ຈະ​ກຳ​ນົດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ ແລະ ບົດ​ບາ​ດ​ຂອງລັດ​ຖະ​ບານ, ອົງ​ການ​ສຳ​ນັງ​ການ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສົງ​ຄົມ ແລະ ພາກ​ເອ​ກະ​ຊົນ​ໃນ​ການ​ຫນູນ​ຊ່ວຍ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ, ປັບ​ປຸງ​ລະ​ບົບ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ໜູນ​ຊ່ວຍ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ທ່ານ ເລກວນ, ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຕີ​ລາ​ຄາ​ວ່າ : 

          “ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ການ​ຮຽບ​ຮຽງ​ລະ​ອຽດ​ພໍ​ສົມ​ຄວນ ແລະ ເກືອບຄືວ່າໄດ້​ເຕື້ອງ​ເຖິງ​ຄວາມ​ຕ້ອງ​ການ​ເກ​ືອບ​ທັງ​ໝົດ​ຊຶ່ງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍຕ້ອງ​ການ​ໜູນ​ຊ່ວຍ. ຍົກ​ຕົວ​ຢ່າງ​ຄື : ບັນ​ດາ​ຂໍ້​ກຳ​ນົດ​ທີ່​ໃໝ່​ອຽມ​ຄື​ການ​ໜູນ​ຊ່ວຍ​ທາງ​ດ້ານ​ເຕັກ​ນິກ ແລະ ການ​ເງິນ  ”

     ບັນ​ດາ​ການ​ຫນູນ​ຊ່ວຍຂອງກົດ​ໝາຍ​ສະ​ບັບ​ນີ້ບໍ່​ກໍ່​ໃຫ້​ເກີດ​ການ​ຈຳ​ແນກ​ປະ​ພຶດ ,ຄວາມ​ຂາດ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາວິ​ສາ​ຫະ​ກິດ​ຂະ​ໜາດ​ກາງແລະ ນ້ອ​ຍ. ໃນ ຮ່າງ​ກົດ​ໝາຍ​ສະ​ບັບ​​ນີ້ ມີ​ການ​ຈັດ​ແບ່ງ​ບັນ​ດາ​ກຸ່ມ​ວິ​ສາ​ຫະ​ກິດ​ຢູ່​ໃນ​ບັນ​ດາ​ລະ​ດັບ​ການ​ໜູນ​ຊ່ວຍ​ທີ່​ແຕກ​ຕ່າງ​ກັນ, ບໍ່​ສ້າງ​ໃຫ້​ມີ​ການ​ເກື້ອ​ກູນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ຂາດ​ຄວາມ​ສາ​ມາດ, ບໍ່​ສາ​ມາດ​ພັດ​ທະ​ນາ ແລະ ມີ​ໄພ​ຈະ​ຖືກ​ລົ້ມ​ລະ​ລາຍ. ສິ່ງນີ້​ຈະ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມຊ້ອນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ເປັນ​ຢ່າງ​ດີ​ທີ່​ສຸດ​ເພື່ອ​ພັດ​ທະ​ນາ. ແຕ່​ຍັງ​ມີ ສ.ສ.ຊ ບາງ​ທ່ານ​ສະ​ເໜີ​ຮັດ​ແຄບ​ເປົ້າ​ໝາຍປັບ​ປຸງຂອງ​ກົດ​ໝາຍ. ທ່ານ ວູ້​ຕ້ຽນ​ໂລກ ສ.ສ.ຊ ແຂວງ ທ້າຍ​ບີງ ສະ​ເໜີ​ວ່າ : 

    “ ຂ້າ​ພະ​ເຈົ້າ​ສະ​ເໜີ​ກົດ​ໝາຍ​ພຽງ​ໜູນ​ຊ່ວຍ​ໃຫ້​ແກ່ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນພາຍ​ໃນ​ປະ​ເທດ​ຂະ​ໜາດ​ກາງ ແລະ ນ້ອ​ຍ ເພາະການ​ໜູນ​ຊ່ວຍ​ໃຫ້​ແກ່​ເປົ້າ​ໝາຍນີ້ ບໍ່​ລະ​ເມີດ​ບັນ​ດາຫຼັກ​ການ​ຂອງ WTO ກໍ​ຄື​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ອື່ນໆ. ທີ 2 ແມ່ນ​ໃນ​ເງື່ອນ​ໄຂ​ແຫຼງ່​ກຳ​ລັງ​ໜູນ​ຊ່ວຍ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ​ຖືກ​ຈຳ​ກັດ​ທີ່​ສຸດ. ພວກ​ເຮົາ​ຄວນໃຫ້​ບຸ​ລິ​ມະ​ສິດ​ພຽງ​ແຕ່​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ”

      ລົບ​ລ້າງ​ສິ່ງ​ກີດ​ຂວາ​ງ​ໃນ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ

        ຖ້າ​ຫາກວ່າ ຮ່າງ​ກົດ​ໝາຍ​ສະ​ບັບ​ໜຶ່ງວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງວິ​ສາ​ຫະ​ກິດກວ່າ 500 ແຫ່ງນັ້ນ, ຮ່າງ​ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ 4 ສະ​ບັບ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ຂະ​ແໜງ, ອາ​ຊີບ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ເງື່ອນ​ໄຂ ກໍ​ສົ່ງ​ຜົນ​ກະ​ທົບ​ເຖິງວິ​ສາ​ຫະ​ກິດ​ເປັນ​ຈຳ​ນວນຫຼວງຫຼາຍ ຂະ​ນະ​ທີ່​ກົດ​ໝາຍ​ໃນ​ປະ​ຈຸ​ບັນ ກຳ​ນົດ​ເຖິງ 267 ຂະ​ແໜງ​, ອາ​ຊີບດຳ​ເນີນ​ທຸ​ລະ​ກິດທີ່​ມີ​ເງື່ອນ​ໄຂ​ຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຍຸດ​ຕິ​ທຳ, ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຄົມ​ມະ​ນາ​ຄົມ​ຂ​ົນ​ສົ່ງ; ຖະ​ແຫຼງ​ຂ່າ​ວ​ ສື່​ສານ; ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ; ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ; ສາ​ທາ​ລະ​ນະ​ສຸກ, ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ທະ​ນາ​ຄານ. ແຕ່​ຜ່ານ​​ພຶດ​ຕິ​ກຳຕົວ​ຈິງ, ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາຫຼຸດ​ຜ່ອນ 41 ຂະ​ແໜງ, ອາ​ຊີບ. ທ່ານ ຫງວຽນ​ຈີ​ຢຸງ, ລັດ​ຖະ​ມົນ​ຕີ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​​ຫວຽດ​ນາມ​ໃຫ້​ຮູ້​ວ່າ : (ເທບ)

   “ ການຫຼຸດ​ຜ່ອນບາງຂະ​ແໜງ​, ອາ​ຊີບດຳ​ເນີນ​ທຸ​ລະ​ກິດທີ່​ມີ​ເງື່ອນ​ໄຂ ແລະ ເງື່ອນ​ໄຂ​ລົງ​ທຶນ, ດຳ​ເນີນ​ວິ​ສາ​ຫະ​ກິດ ແມ່ນບໍ່​ຈຳ​ເປັນ, ຂາດ​ຄວາມ​ສາ​ມາດ​ເປັນ​ໄປ ແມ່ນ​ເພື່ອ​ແນ​ໃສ່​ລົບ​ລ້າງ​ສິ່ງ​ກີດ​ຂວາງ​ເຂົ້າ​ຮ່ວມ​ຕະຫຼາດ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຮັບ​ປະ​ກັນການ​ປະ​ຕິ​ບັດ​ສິດ​ເສ​ລີໃນ​ການ​ດຳ​ເນີນ​ທຸ​ລ​ະ​ກິດ​ຂອງ​ປະ​ຊາ​ຊົ​ນ, ວິ​ສາ​ຫະ​ກິດ​ໃນ​ບັນ​ດາ​ຂະ​ແໜງ, ອາ​ຊີບ​ທີ່​ກົດ​ໝາຍ​ສະ​ບັບ​ນີ້ບໍ່​ເກືອດ​ຫ້າມ ”

      ທ່ານ ເຈີນ​ຕ້ວນ​ແອງ ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ : 

   “ ຂ້າ​ພະ​ເຈົ້າ​ເຫັນ​ດີ​ວ່າ ພວກ​ເຮົາ​ຄວນ​ພິ​ຈາ​ລະ​ນາ​ປັບ​ປຸງ ແລະ ຮັດ​ແຄບ​ບັນ​ດາຂະ​ແໜງ​, ອາ​ຊີບດຳ​ເນີນ​ທຸ​ລະ​ກິດທີ່​ມີ​ເງື່ອນ​ໄຂເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​ທີ່​ດີ​ກ່​ວາມ​ຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ແລະ ວິ​ສາ​ຫະ​ກິດ. ສຳ​ລັບ​ບັນ​ດາຂະ​ແໜງ​, ອາ​ຊີບທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ສິ່ງ​ແວດ​ລ້ອມ ແມ່ນ​ຄວນ​ມີ​ເງື່ອນ​ໄຂ. ພວກ​ເຮົາ​ຕ້ອງກວດ​ກາ​ລະ​ອຽດ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່ຂະ​ແໜງ​, ອາ​ຊີບນີ້ ເພາະ​ມັນ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງເຖິງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຕ້ອງ​ມີ​ການ​ປະ​ຕິ​ຮູບ​ທີ່​ດີ​ກ່​ວາ​ເພື່ອຫຼີກ​ລ້ຽງ​ການ​ເສຍ​ເວ​ລາ​ຂອງວິ​ສາ​ຫະ​ກິດ”

     ເລື່ອງລັດ​ຖະ​ບານ​ຫວຽດ​ນາມ​​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ຮ່າງ​ກົດ​ໝາຍ​ສະ​ບັບ​ໜຶ່ງວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອ​ຍ; ຮ່າງ​ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ 4 ສະ​ບັບ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ຂະ​ແໜງ, ອາ​ຊີບ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ເງື່ອນ​ໄຂ ແມ່ນ​ສືບ​ຕໍ່​ຫັນ​ແຜນ​ນະ​ໂຍ​ບາຍ​ນີ້​ເປັນ​ລະ​ອຽດ ພ້ອມ​ທັງ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ຈາກນັ້ນ ກໍ​ສ້າງຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ພື້ນ​ຖານ​ເສດ​ຖະ​ກິດ​ຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ