ຫວຽດນາມສືບຕໍ່ຮັບປະກັນສ້າງເສດຖະກິດມະຫາພາກ ເປັນປົກກະຕິ, ຮັກສາທ່າເຕີບໂຕເສດຖະກິດ

ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດພວມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ສ້າງ​ເສດ​ຖະ​ກ​ິດມະ​ຫ​າພາກເປັນ​ປົກ​ກະ​ຕິ, ສູ້​ຊົນ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດປີ 2016 ສູງກວ່າ​ປີ 2015.

ຫວຽດນາມສືບຕໍ່ຮັບປະກັນສ້າງເສດຖະກິດມະຫາພາກ ເປັນປົກກະຕິ, ຮັກສາທ່າເຕີບໂຕເສດຖະກິດ - ảnh 1
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດພວມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ

       ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໃຫ້​ຮູ້​ວ່າ : ໃນ​ໄລ​ຍະ 5 ປີ 2016-2020, ລັດ​ຖະ​ບານ​ສືບ​ຕໍ່​ປະ​ຕິ​ບັດ​ການ​ຊຸກ​ຍູ້​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ຢ່າງ​ຄົບ​ຊຸດ ແລະ ຂ້ຽວ​ຂາດໂດຍຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ  ແລະ   ຈ​ິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ. ສຸມ​ໃສ່​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ຄົບ​ຊຸດ ແລະ ທັນ​ສະ​ໄໝ​ບົນ​ພື້ນ​ຖານ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ຂອງ​ເສດ​ຖະ​ກິດ​ຕະຫຼາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ. ພັດ​ທະ​ນາ​ບັນ​ດາ​ຕະຫຼາດ ແລະ ໃຫ້ເຄື່ອນ​ໄຫວ​ຢ່າງ​ທະ​ລຸ​ລົງ, ມີ​ປະ​ສິດ​ທິ​ຜົນ; ຮັບ​ປະ​ກັນ​ການ​ແກ່ງ​ແຍ້ງ​ຢ່າງ​ສະ​ເໝີ​ພາບ, ກະ​ຈ່າງ​ແຈ້ງ​ລະ​ຫວ່​າງ​ບັນ​ດາ​ວິ​ສ​ຫະ​ກິດ​ທີ່​ຂຶ້ນ​ກັບ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ.

    ຍູ້​ແຮງ​ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ

   ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຢ່າງ​ສູງດ້ວຍ​ຄວາມ​ຕັດ​ສິນ​ໃຈ, ລັດ​ຖະ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ແລະ ຖື​ວ່າ ຄາດ​ໝາຍ​ການ​ເຕີບ​ໂຕ​ໃນ​ໄລ​ຍະ 5 ປີ 2016-2020 ແມ່ນ​ຢູ່​ໃນ​ລະ​ດັບ​ແຕ່ 6,5-7%/ປີ ແມ່ນ​ອາດ​ເປັນ​ໄປ​ໄດ້. ທ່ານ​ເຈີນ​ຮ່​ວາງເງິນ ກຳ​ມະ​ການ​ໃນ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ແຫ່ງ​ຊາດ​ຫວຽດ​ນາມ,ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ :

    “ຫວຽດ​ນາມ​ໄດ້​ຍູ້​ໄວ​ວິ​ວັດ​ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ໃນ 3 ປີມໍ່ໆ​ມານີ້, ເປັນ​ຕົ້ນ​ແມ່ນ​ໃນ​ການສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ພາກ​ລັດຄືນ​ໃໝ່, ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດຄືນ​ໃໝ່, ພິ​ເສດ​ແມ່ນ​ບັນ​ລຸ​ປະ​ສິດ​ທິ​ຜົນໃນ​ການສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ການ​ຄ້າຄືນ​ໃໝ່. ພວກ​ເຮົາ​ຕ້ອງ​ເດັດ​ດຽວ​ຮັກ​ສາ​ເສດ​ຖະ​ກ​ິດມະ​ຫ​າພາກເປັນ​ປົກ​ກະ​ຕິ ແລະ ໝັ້ນ​ຄົງ, ໝາຍ​ຄວາມ​ວ່າ ພວກ​ເຮົາ​ຕ້ອງ​ຄວບ​ຄຸມເປັນ​ຢ່າງ​ດີສຳ​ລັບ​ເງິນ​ເຟີ້ ແລະ ບັນ​ຫາ​ກ່ຽວ​ກັບ​ດຸ່ນ​ການ​ຄ້າ​, ດຸນ​ຊຳ​ລະການ​ຄ້າ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ຄວບ​ຄຸມ​ລາຍ​ຈ່າຍ​ງົບ​ປະ​ມານ​ເກີນ​ດຸນ, ຄວບ​ຄຸມ​ລະ​ດັບ​ເພີ່ມຂອງ​ໜີ້ສາ​ທາ​ລະ​ນະ. ທັງ​ໝົດ​ເຫຼົ່າ​ນັ້ນ ກໍ​ເປັນ​ການ​ຊ່ວຍ​ຫວຽດ​ນາມ​ມີ​ການ​ເຕີບ​ໂຕ​ຢ່າງ​ໝັນ​ຄົງ​”

    ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເນັ້ນ​ໜັກ​ເຖິງເລື່ອງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ສັງ​ລວມສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ ແລະ ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ​ຕ່າງໆຄືນ​ໃໝ່. ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຍູ້​ແຮງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳຄືນ​ໃໝ່ໂດຍ​ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ຍູ້​ແຮງ​ການສ້າງ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ຄືນ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ສຸມ​ໃສ່​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ທີ່​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ມີ​ມູນ​ຄ່າ​ເພີ່ມສູງ, ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງຜະ​ລິດ, ມີ​ຄວາມສາ​ມາດກໍ່​ສ້າງ, ຕິດ​ຕັ້ງ​ດ້ວຍ​ເຕັກ​ນິກ​ສູງ. 3 ຂົງ​ເຂດ​ຈຸດ​ສຸມ​ທີ່​ໄດ້​ຮັບ​ການ​ກຳ​ນົດ​ລວມ​ມີ ການສ້າງ​ໂຄງ​ປະ​ກອບ​​ການ​ລົງ​ທຶນ​ພາກ​ລັດ​ຄືນ​ໃໝ່; ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ການ​ເງິນ-ທະ​ນາ​ຄານຄືນ​ໃໝ່ ແລະ ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດຄືນ​ໃໝ່

       ຍົກ​ສູງ​ຄວາມ​ສາ​ມາດ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ

   ເອົາ​ໃຈ​ໃສ່ຍົກ​ສູງ​ຄວາມ​ສາ​ມາດ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່ໂດຍ​ສະ​ພາ​ແຫ່ງ​ຊາດ​ໄດ້​ມອບ​ໝາຍ​ໃຫ້​ລັດ​ຖະ​ບານ​ໃຫ້​ບຸ​ລິ​ມະ​ສິດ​ຊີ້​ນຳ, ບໍ​ລິ​ຫານ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕີ​ລາ​ຄາ​ສູງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຂອງ​ລັດ​ຖະ​ບານ​ໂດຍ​ສຸມ​ໃສ່​ປົວ​ແປງ​ສະ​ພາບ​ແວ​ດ​ລ້ມ​ແຫ່ງ​ການ​ລົງ​ທຶນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ເປີດ​ກ້​ວາງ​ຕະຫຼາດ​ສົ່ງ​ອອກ, ຂຸດ​ຄົ້ນ​ບັນ​ດາ​ທ່າ​ໄດ້​ປຽບ​ໃນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ… ພ້ອມ​ກັນ​ນັນ, ຍູ້​ໄວ​ການ​ປະ​ຕິ​ບັດ ແລະ ການ​ປ່ອຍ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ​ຈາກ​ແຫຼ່ງ​ທຶນ​ງົບ​ປະ​ມານ​ແຫ່ງລັດ, ພັດ​ທະ​ບັດ​ລັດ​ຖະ​ບານ,ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ພັດ​ທະ​ນາ​ຈາກ​ຕ່າງ​ປະ​ເທດ ODA ….. ທ່ານ​ຫງວຽນ​ດຶກ​ກຽນ ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ​ຊອກ​ຈັງ​ໃຫ້​ຮູ້​ວ່າ : 

     “ລັດ​ຖະ​ບານ​ໄດ້​ມີ 8 ໝວດ​ມາດ​ຕະ​ການ, ພວກ​ເຮົາ​ຕ້ອງ​ຜັນ​ຂະ​ຫຍາຍຢ່າງ​ຄົບ​ຊຸດ ແລະ ຂ້ຽວ​ຂາດ. ລັດ​ຖະ​ບານ​ເອງ ກໍ​ບໍ່​ສາ​ມາດສ້າງການ​ເຕີບ​ໂຕ​ໄດ້, ຫາກ​ແມ່ນ​ວິ​ສາ​ຫະ​ກິດ. ຄວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ”

     ສ່ວນ​ທ່ານ ດ​ຣ ເຈີນ​ຢູ​ລິກ ຮອງ​ຫົວ​ໜ້າ​ຄະ​ນະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ໂຮ່​ຈິ​ມິນ ພັດ​ຖື​ວ່າ : 

    “ ​ທີ່​ຈິງ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍແມ່ນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ. ແຜນ​ນະ​ໂຍ​ບາຍ​ປະ​ຈຸ​ບັນ ແມ່ນ​ຈະ​ແຈ້ງ​ທີ່​ສຸດ ຊຶ່ງ​ໄດ້​ຖື​ເສດ​ຖະ​ກິດພາກ​ເອ​ກະ​ຊົນ​ແມ່ນ​ໜຶ່ງ​ໃນ​ຂົງ​ເຂດ​ເສດ​ຖະ​ກ​ິດ​ທີ່​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ພວກ​ເຮົາ​ຕ້ອງ​ຖື​ການ​ພັດ​ທະ​ນາວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍຄື​ດັ່ງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ ”

      ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ​ພວມຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ​ທີ່​ດີ ຂະ​ນະ​ທີ່​ສັ​ນ​ຍາ​ການ​ຄ​້າ​ສາ​ກົນຫຼາຍ​ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ, ໃນ​ນັ້ນ ພິ​ເສດ​ແມ່ນ​ມີ​ສັນ​ຍາ TPP.

    ປີ 2016, ຫວຽດ​ນາມ​ຈະ​ສືບ​ຕໍ່ຮັກ​ສາ​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ. ຖ້າ​ຫາກວ່າ ໃນ​ປີ 2015, ຄາດ​ຄະ​ເນ​ວ່າ ລະ​ດັບ​ເຕີບ​ໂຕ GDP ບັນ​ລຸ 6,5% ນັ້ນ, ໃນ​ປີ 2016 ລະ​ດັບ​ເຕີບ​ໂຕ GDP ຈະ​ສູງກວ່າ​ຄື ບັນ​ລຸ 6,7%. ເປັນ​ອັນ​ວ່າ ເປົ້າ​ໝາຍ​​ສືບ​ຕໍ່​ຮັບ​ປະ​ກັນສ້າງ​ເສດ​ຖະ​ກ​ິດມະ​ຫ​າພາກເປັນ​ປົກ​ກະ​ຕິ, ຮັກ​ສາ​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ ໄດ້ ແລະ​ ພວມ​ຮັບ​ການ​ກຳ​ນົດ ແລະ ປະ​ຕິ​ບັດ​ຈາກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ