ຫວຽດນາມສຸມໃສ່ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ

(vovworld)-​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ ​ເຂດ​ພູດ​ອຍ(​ຫລື​ເອີ້ນ​ວ່າ:​ໂຄງການ 135) ​ໄລຍະ3​ ຫາ​ກໍ່​ໄດ້​ຮັບ​ການ​ເຊັນ​​ອະນຸມັດຈາກ​ນາຍົກລັດຖະມົນຕີ. ຈຸດໝາຍ​ຂອງ​ໂຄງການ​ໃນ​ໄລຍະ​ນີ້​ແມ່ນ​ຊ່ວຍ​ປະຊາຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ແບບ​ຍືນ​ຍົງ, ​ແກ້​ໄຂ​ບັນຫາ​ສຳຄັນ​ເມື່ອ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ຢູ່​ຕາ​ແສງ, ບ້ານ. ​

        ຜົນງານ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ​ນັ້ນ​ແມ່ນ​ພາ​ຍຫລັງ 16 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ 135, ຫວຽດນາມ ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ​ສຳ​ເລັດ​ຜົນ​ກວ່າ​ໝູ່​ຢູ່​ໃນ​ໂລກ. ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ, ​ໂຄງການ 135 ​ໄດ້​ປະກອບສ່ວນ​ປ່ຽນ​ແປງ ໂສມ​ຫນ້າ​​ໃຫມ່ຢູ່​ເຂດ​ພູດ​ອຍ, ​ເຂດຊົນ​ເຜົ່າ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​;​ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​​ເທື່ອ​ລະ​ກ້າວ, ອັດຕາ​ຄອບຄົວ​ອຶດຫິວ​ທຸກ​ຍາກ​ຫລຸດຜ່ອນ​ຢ່າງ​ວ່ອງ​ໄວ, ສະ​ເລ່ຍບັນລຸ 3,6%/ປີ. ​ເຖິງ​ວ່າ ລັດຖະບານ ​ແລະ ປະຊາຊົນ​ພ້ອມ​ກັນ​ປະຕິບັດ ​ແຕ່​ຊ່ອງ​ຫວ່າ​ພັດທະນາ​ລະຫວ່າງ​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍກັບ​ບັນດາ​ເຂດ​ອື່ນ​ໃນ​ທົ່ວ​ປະ​ເທດ​ຍັງຫລຸດ​ລື່ນ​ກັນ​ຫລາຍ. ຕາມ​ການ​ສຳ​ຫລວດ​ຄັ້ງ​ຜ່ານ​ມາຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ​ຂຶ້ນ​ກັບ​ລັດຖະບານ ​ໃຫ້​ເຫັນ​ວ່າ ຍັງ​ມີ 149 ຕາ​ແສງ ​ໃນ​ຍອດ​ຈຳນວນ 9000 ຕາ​ແສງ​ບໍ່​ທັນມີ​ຄົມມະນາຄົມ​ເພື່ອ​ໃຫ້​ລົດ​ໂອ​ໂຕ​​ແລ່ນໄປ​ເຖິງ​​ເຂດ​ໃຈກາງ​ຕາ​ແສງ, 67,2% ບໍ່​ທັນ​ມີ​ໄຟຟ້າ​ນຳ​​ໃຊ້, 32,2% ຈຳ​ນວນ​ຄອບຄົວ​ບໍ່​ທັນ​ມີ​ນ້ຳ​ສະອາດ​ໃຊ້. ​ໃນ​ຂະນະ​ນັ້ນ, ຍັງ​ມີ​ພະນັກງານ​ຕາ​ແສງ, ບ້ານ ກວ່າ 218.000  ຄົນ​ຕ້ອງ​ໄດ້​ຮັບ​ການ​ຝຶກອົບຮົມ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້; 120.000 ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​ຕາ​ແສງ​ທີ່​ຕິດ​ກັບ​ຊາຍ​ແດນ​ບໍ່​ທັນ​ຜະລິດ​ສະບຽງ​ອາຫານ​ກຸ້ມ​ຕົນ​ເອງ​ໄດ້. ສະ​ນັ້ນ ບັນຫາ​ທີ່​ວາງ​ອອກ​​ໃຫ້​ແກ່​ໄລຍະ 3 ຂອງ​ໂຄງການ 135 ​ນັ້ນແມ່ນ​ຕ້ອງຊ່ວຍ​ປະຊາຊົນ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.​ ທ່ານ​ຮ່ວາງ​ວັນ​ດວານ, ຮອງ​ຫົວຫນ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ ​ແຂວງ ລ້າງ​ເຊີນ​ໃຫ້​ຮູ້​ວ່າ:

        “ສ່ວນຫນູນ​ຊ່ວຍ​ການ​ຜະລິດ​ໃນ​ໄລຍະ 3  ຂອງ​ໂຄງການ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ການ​ຫນູນ​ຊ່ວຍ​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ບຸກບືນ​ຂຶ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາ​ມທຸກ​ຍາກ​ ​ເພາະວ່າ ປະຈຸ​ບັນ, ບັນດາ​ຄອບຄົວ​ທຸກ​ຍາກ​ບໍ່​ມີ​ຄວາມ​ສາມາດ​ເພື່ອ​ຊື້​ແນວ​ພັນ​ໃຫມ່, ໝູນ​ໃຊ້​ຄວາມ​ກ້າວຫນ້າ​ຂອງ​ວິທະຍາສາດ​ເພື່ອ​​ເພີ່ມ​ລາຍ​ຮັບ, ສະ​ນັ້ນ ການ​ຫນູນ​ຊ່ວຍ​ຈາກລັດ​ແມ່ນ​ຈຳ​ເປັນ​ທີ່​ສຸດ.”

        ຕາມ​ທ່ານ ດີງກົງ​ແນນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ຈ່ຽງຊ້າຍ, ​ເມືອງ​ບັກ​ອຽນ, ​ແຂວງ ​ເຊີນ​ລາ ​ແລ້ວ, ບັນຫາ​ທີ່​ທ້ອງ​ຖິ່ນ​ຢູ່​ເຂດ​ພູດ​ອຍສ່ວນ​ຫລາຍມີ​ຊາ​ວຊົນ​ເຜົ່າ​ສ່ວນ​ຫນ້ອຍ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫລວງຫລາຍ​ພວມ​ປະ​ເຊີນ​ຫນ້າ​ນັ້ນ​​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ບໍ່​ດີ. ທ່ານ ດີງກົງ​ແນນ ຖື​ວ່າ:

        “​ເສັ້ນທາງ​ຄົມມະນາຄົມ​ຢູ່​ໃນ​ບໍລິ​ເວນ​ແມ່ນ​ຫຍຸ້ງຍາກ​ຫລາຍ. ສະ​ນັ້ນ ຕ້ອງ​ສ້າງ​ທາງ​ໃຫ້​ພໍ່​ແມ່​ປະຊາຊົນ​ໄປມາ ​ແລະ ຂົນ​ສົ່ງ​ຜະລິດ​ຕະພັນ​ກະ​ເສດ​ໄປ​ຈຳຫນ່າຍ. ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ພວມ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ຄົມມະນາຄົມ​ເພື່ອ​ຊ່ວຍ​ພໍ່​ແມ່ປະຊາຊົນ​ຈຳຫນ່າຍ​ຜະລິດ​ຕະພັນ​ກະ​ເສດ.”

ຫວຽດນາມສຸມໃສ່ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1

ການກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດຈາກໂຄງການ 135

ພາບປະກອບ: internet

        ດຣ ດັ້ງ​ກີ​ມ​ເຊີນ, ຫົວຫນ້າ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະສິກຳ, ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ຮູ້​ວ່າ: ​ໄລຍະ 3 ຂອງ​ໂຄງການ 135 ​ແມ່ນ​​ໃຫ້ບຸລິ​ມະ​ສິດ​ລົງທຶນ​ຫນູນ​ຊ່ວຍ​ພື້ນຖານ​ໂຄງ​ລ່າງ ​ແລະ ພັດທະນາ​ການ​ຜະລິດ ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ລະດົມ​ແຫ​ລ່ງກຳລັງ​ລົງທຶນ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶ​ດຫິວ​ທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ຢູ່​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ເປັນ​ພິ​ເສດ, ຕາ​ແສງ​ຢູ່​ເຂດ​ຊາຍ​ແດນ, ຕາ​ແສງ​ຢູ່​ເຂດ​ປອດ​ໄພ, ໝູ່​ບ້ານ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ​ແຕ່ລະ​ປີ, ລະດັບ​​ເງິນ​ລົງທຶນ​ສະຫງວນ​ໃຫ້​ແກ່​ແຕ່​ລະ​ຕາ​ແສງ​ແມ່ນ 1 ຕື້​ດົ່ງ, ຫລັງ​ຈາກ​ນັ້ນ ນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ ​ຈະ​ອີງ​ໃສ່​ສະພາບ​ເສດຖະກິດ​ສັງຄົມ​ໃນ​ຕົວ​ຈິງ​ຈະ​ຍົກ​ຈຳນວນ​ເງິນ​ລົງທຶນ​ຂຶ້ນ​ເຖິງ​ປະມານ 2,5 ຕື້​ດົ່ງ​ໃຫ້​ແກ່​ຕາ​ແສງ​ທຸກ​ຍາກ. ​ເພື່ອ​ບັນລຸ​ລະດັບການ​ລົງທຶນ​ດັ່ງ​ກ່າວ, ບັນຫາ​ວາງ​ອອກ​ຕ້ອງ​ຫັນ​ບັນດາ​ແຫ​ລ່ງກຳລັງ​ລົງທຶນ​ດັ່ງກ່າວ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.  ບົດບາດ​ຂອງ​ລັດ​ພຽງ​ແຕ່​ແມ່ນ​ຊຸກຍູ້ການ​ດຶງ​ດູດ​​ແຫ​ລ່ງກຳລັງ​ລົງທຶນ​ຂອງ​ທົ່ວ​ສັງຄົມ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ ຊາວ​ກະສິກອນ ​ແລະ ຊົນນະບົດ ຢູ່​ບັນດາ​ຕາ​ແສງ​​ເຂດ​ພູດ​ອຍ, ​ເຂດ​ຮ່າງ​ໄກ​ສອກຫລີກ. ດຣ ດັ້ງ​ກີ​ມ​ເຊີນ ​​ໄຈ້​ແຍກ​ວ່າ:

        “​ເພື່ອ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ເຂດ​ຊົນນະບົດ ຕ້ອງ​ຄົ້ນ​ຄ້ວາ​ບັນດາ​ພື້ນຖານ​ໂຄງ​ລ່າງ​ຊື່​ງບັນດາ​ວິ​ສາ​ຫະກິດ​ຢາກ​ລົງທຶນ. ​ເມື່ອ​ກຳນົດ​ໄດ້​ບັນຊີ​ລາຍ​ຊື່​ບຸລິມະສິດ ຕ້ອງ​ລົງທຶນ​ຢ່າງ​ເດັດຂາດ. ຢາກ​​ປະຕິບັດ​ຈຸດໝາຍ​ດັ່ງກ່າວ ລັດ​ຄວນ​ສຸມ​ໃສ່​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ.”

        ທ່ານ ຢ່າງ​ແຊວ​ຜື ລັດຖະມົນຕີ​, ຫົວຫນ້າ​ຄະນະ​ກຳມະການ​ຊົນ​ເຜົ່າ​ໃຫ້​ຮູ້​ວ່າ: ​ໄລຍະ 3 ຂອງ​ໂຄງການ 135 ຈະ​ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ​ເພື່ອ​ໃຫ້​ໂຄງການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ຫນຶ່ງ​ໃນ​ບັນດາ​ຈຸດ​ໃຫມ່​ນັ້ນ​ແມ່ນ​ໄລຍະ​ເວລາ​ປະຕິບັດ​ບັນດາ​ນະ​ໂຍບາຍ​ໃນ​ໂຄງການ​ຕ້ອງ​ຍາວ​ກວ່າ, ປະມານ 5-10 ປີ, ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ມີ​ເວລາ​ຜັນ​ຂະຫຍາຍ, ນຳ​ໃຊ້, ຕີ​ລາຄາ​ກ່ຽວ​ກັບ​ວິວັດທະນາ​ການ​ປະຕິບັດ. ທ່ານ ລັດຖະມົນຕີ ຢ່າງ​ແຊວ​ຜື ຢືນຢັນ​ວ່າ:

        “ຈຸດ​​ໃຫມ່​ຂອງ​ໂຄງການ​ແມ່ນ​ສືບ​ທອດ​ເນື້ອ​ໃນ​ຂອງ​ໄລຍະ 2 ຊື່​ງຄາດໝາຍ​ໄດ້​ວາງ​ອອກ​ແຕ່​ບໍ່​ທັນ​ປະຕິບັດ​ສຳ​ເລັດ ຕ້ອງ​ສືບ​ຕໍ່​ແກ້​ໄຂ. ​ເນື້ອ​ໃນ​ໃຫມ່​ອີກ​ອັນ​ຫນຶ່ງ ນັ້ນ​ແມ່ນ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ. ຢາກ​ມີ​ຄຸນ​ນະພາ​ບດີ, ຜັນ​ຂະຫຍາຍ​ນະ​ໂຍບາຍ​ເປັນ​ຢ່າງ​ດີ​​ແມ່ນ​ອີງ​ໃສ່​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ ”

        ຄາດໝາຍ​ຫລຸດ​ຜ່ອນ​ຄອບຄົວ​ທຸກ​ຍາກ​ລົງ​ເຫລືອ​ພຽງ 5% ​ໃນ​ປີ 2015 ຂອງ​ຫວຽດນາມ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່, ຮຽກຮ້ອງ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ​ນັບ​ທັງ​ກົນ​ໄກ​ນະ​ໂຍບາຍ ​ແລະ ​ແຫ​ລ່ງກຳລັງ​ລົງທຶນ. ພ້ອມ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ບັນດາ​ຄວາ​ມມານະ​ພະຍາຍາມ​ໃນ​ການ​ປະຕິບັດ​ໄລຍະ 3 ຂອງ​ໂຄງການ 135 ຈະ​ສືບ​ຕໍ່​ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​, ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ຢູ່​ຫວຽດນາມ​ຢ່າງ​ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ