ຫວຽດນາມສະເໝີຕົ້ນສະເຫມີປາຍໃນການຮັບປະກັນຊີວິດສັງຄົມ

(vovworld)- ປີ 2013, ​ເຖິງ​ວ່າ​ເສດຖະກິດ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​,​​ ​ແຫ​ລ່ງກຳລັງ​ຖືກ​ຂາດ​ແຄນກໍຕາມ ​ແຕ່​ເບິ່ງ​ລວມ​ແລ້ວ ສະພາບ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ຫວຽດນາມ ບັນລຸ​ໝາກຜົນພົ້ນ​ເດັ່ນຈຳນວນ​ຫນຶ່ງ. ລັດຖະບານ​ຫວຽດນາມ ຍັງ​ຄົງ​ຈັດ​ແບ່ງແຫ​ລ່ງກຳລັງ​ຢ່າງ​ພຽງພໍ​ໃຫ້​ແກ່​ໂຄງການ​ຫລຸດຜ່ອນ​ຄວາມ​​ທຸກ​ຍາກ​ເວົ້າ​ສະ​ເພາະ ​ແລະ ບາງ​ນະ​ໂຍບາຍ​ສັງຄົມ​ເວົ້າ​ລວມ.

        ປີ 2013, ຫວຽດນາມ ຍັງ​ຄົງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ສຳລັບບັນດາ​ນະ​ໂຍບາຍ​ຄື: ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຫລຸດຜ່ອນ​ຄວາມ​​ທຸກ​ຍາກ, ສ້າງ​ວຽ​ກ​ເຮັດ​ງານ​ທຳ.​ ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ຮັບປະກັນ​ຊີວິດ​ສັງຄົມ. ໃນ​ຂົງ​ເຂດ​ອຸປະກະລະສັງຄົມ, ທຸກ​ຂັ້ນ, ທຸກຂະ​ແຫນງ​ການ​ສືບ​ຕໍ່​ສະ​ຫງວນຄວາມ​ເອົາ​ໃຈ​ໃສ່​ເປັນພິ​ເສດ​ເຖິງ​ຜູ້​ອາຍຸ​ສູງ, ຄົນ​ພິການ, ປະຊາຊົນ​ຢູ່​ເຂ​ດ​ເສດຖະກິດ-​ສັງຄົມ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນພິ​ເສດ.

ຫວຽດນາມສະເໝີຕົ້ນສະເຫມີປາຍໃນການຮັບປະກັນຊີວິດສັງຄົມ - ảnh 1
ພາບປະກອບ:internet

        ບັນດາ​ໝາກຜົນ​ອັນ​ພົ້ນ​ເດັ່ນ

        ຕາມ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​ແລ້ວ, ປີ 2013, ຫວຽດນາມ ຍັງ​ຄົງ​ຮັກສາ​ຄາດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ສະ​ເລ່ຍ​ໃນ​ທົ່ວ​ປະ​ເທດ​ຈາກ 1,7- 2%. ສຳລັບ​ບັນດາ​ເມືອງ​ທຸກ​ຍາກ​ທີ່​ສຸດ​ຍັງ​ຄົງ​ຮັກສາ​ໃນລະດັບກວ່າ 4%. ​ໃນ​ປີຜ່ານມາ, ທັງ​ປະ​ເທດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 1,5 ລ້ານ​ຄົນ. ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ສົ່ງ​ຄົນ​ງານ​ ເກືອບ 90.000 ຄົນ ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​​ໂດຍມີ​ການ​ກຳນົດ​ເວລາ, ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ການ​ດັດ​ປັບ​ເງິນ​ເດືອນ​ພື້ນຖານ​ ນັບ​ແຕ່​ຕົ້ນ​ປີ 2013 ກໍ​ໄດ້​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ.

        ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ, ຫລັກ​ອະນາ​ໄມ​ໃນ​ການ​ອອກ​ແຮ​ງງານ, ​ອຸປະກະລະສັງຄົມ, ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ຊີວິດ, ປະກັນ​ໄພວ່າງ​ງານ, ສອນ​ວິຊາ​ຊີບ, ​ປົກ​ປ້ອງ, ​ເບິ່ງ​​ແຍງ​ດູແລເດັກ… ໄດ້ຮັບການ​ຜັນ​ຂະຫຍາຍຈາກອົງການຕ່າງໆຢ່າງ​ມີ​ປະສິດທິ​ຜົນ. ໝົດ​ປີ 2013,   ຈຳນວນ​ຜູ້​​ເຂົ້າ​ຮ່ວມ​ບໍລິການ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ​ບັນລຸ​ກວ່າ 60 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 4,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ການ​ແກ້​ໄຂ​ລະບອບ, ນະ​ໂຍບາຍປະກັນ​ສັງຄົມ​ໄດ້​ຮັບປະກັນສິດ​ຜົນ​ປ​ະ​ໂຫຍ​ດ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ບໍລິການ. ທ່ານ​ນາງ ຫງວຽນ​ທິ​ແຮງ​ຮ່ວາ, ສສຊ ​ແຂວງ ບັກ​ນີງ ຕີ​ລາຄາ​ວ່າ:

        “ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ​ປີ 2013 ​​ເປັນ​ຫນ້າ​ຊື່ນ​ຊົມ ​ແລະ ມີ​ຄວາມ​ໝາຍ​ສຳຄັນ. ການ​ລົງທຶນ​ໃຫ້​ແກ່​ການ​ຮັບປະກັນ​ຊີວິດ​ສັງຄົມ​ຍັງ​ຄົງ​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ກວ່າ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ​ໄດ້​ຮັບ​ການ​ປັບປຸງ. ອັດຕາ​ສ່ວນ​ຜູ້​ເຂົ້າຮ່ວມ​ປະກັນ​ສັງຄົມ​ເພີ່ມ​ຂຶ້ນ. ​ເປົ້າ​ໝາຍ​ໄດ້​ຮັບ​ການ​ອຸດ​ຫນຸນ​ຈາກ​ສັງຄົມ​ໄດ້​ຮັບ​ການ​ເປີດ​ກວ້າງ, ບາງ​ນະ​ໂຍບາຍ​ຫນູນ​ຊ່ວຍ​​ຄ່າ​ຮຽນ, ຫນູນ​ຊ່ວຍ​ເຂົ້າສານ​​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ,​ ນັກຮຽນ​ຊື່​ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສວ່ນຫນ້ອຍ​ໄດ້​ຮັບ​ການ​ປະຕິບັດ, ສຸຂະພາບ​ຂອງ​ປະຊາຊົນ​ກໍ​ໄດ້​ຮັບ​ການ​ປັບປຸງ​ຫລາຍ​ຢ່າງ, ​ຕາ​ຫນ່າງ​ສາທາລະນະ​ສຸກ​ໄດ້​ຮັບ​ການ​ເປ​ີດກວ້າງ ​ແລະ ຄຸນ​ນະພາ​ບການກວດ,ປິ່ນປົວ​ພະຍາດ​ກໍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.”

        ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນດັ່ງກ່າວ, ທ່ານ​ ຫງວຽນ​ຈ້ອງ​ດາມ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ,​ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ​​ໄຈ້​ແຍກ​ວ່າ:

        “ສິ່ງ​ໃຫມ່​ນັ້ນ​ແມ່ນ ພວກ​ເຮົາ​ໄດ້​ມີ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ຈາກ 2 ​ໂຄງການ​ກ່ອນ​ນີ້ ນັ້ນ​ແມ່ນ​ໂຄງການ 135 ​ແລະ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ​ໂຄງການ 30 a … ປະຈຸ​ບັນ​ໂຮມ​ເຂົ້າ​ເປັນ​ໂຄງການ​ດຽວ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ບໍລິຫານ​ຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ​ຂະ​ແຫນງ​ການ. ສຳລັບ​ຄອບຄົວ​ທຸກ​ຍາກ, ​ໃນ​ປີຜ່ານມາ ພວກ​ເຮົາ​ມີ​ຫລາຍ​ນະ​ໂຍບາຍ​ໃຫ້​ແກ່​ເປົ້າ​ໝາຍ​ນີ້​ກໍ​ຄື​ເພີ່ມ​ເຕີມ​ນະ​ໂຍບາຍ​ສຳລັບ​ຄອບຄົວ​ໃກ້​ຈະ​ຖືກ​ຈັດ​ເຂົ້າ​ລະດັບ​ທຸກ​ຍາກ ​ແລະ ຄອບຄົວ​ຫາ​ກໍ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາ​ກ​ແບບ​ຍືນ​ຍົງ.”

        ການ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ

ຄຽງ​ຄູ່​ກັບ​ບັນດາ​ໝາກຜົນ​​ພົ້ນ​ເດັ່ນ​ນັ້ນ, ຮູບ​ພາບ​ສັງ​ລວມກ່ຽວ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຍັງ​ມີ​ຂໍ້​ຈຳກັດ ​ເມື່ອ​ຊ່ອງ​ຫວ່າງ​ຄວາ​ມຮັ່ງມີ ​ແລະ ທຸກ​ຍາກ​ ຍັງ​ໃຫຍ່​ຫລວງ​ຢູ່. ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຍັງ​ຢູ່​ໃນ​ລະດັບ​ສູງ. ວຽກ​ງານ​ສາທາລະນະ​ສຸກ, ການ​ສຶກສາ ມີ​ຫລາຍ​ດ້ານ​ຍັງ​ອ່ອນ​ດ້ອຍ. ທ່ານ ຫງວຽນ​ຈ້ອງ​ດາມ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ,​ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ ​​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ການຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ພວກ​ເຮົາບໍ່​ທັນ​ໝັ້ນຄົງ​ເທື່ອ, ​ເພາະວ່າ ​ປະຊາຊົນ​ມີ​ລາຍ​ຮັບ​​ຕຳ່ໃກ້ຈະຕົກຢູ່​​ໃນ​ລະດັບ​ມາດຖານ​ຄອບ​ຄົວ​ທຸກ​ຍາກ​​ ຍັງ​ຫລາຍ​ຢູ່. ການ​ທ້າ​ທາຍ​ອີກ ນັ້ນ​ແມ່ນ​ຄວາມທຸກ​ຍາກ​ພວມ​ສຸ​ມ​ໃສ່​ບັນດາ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​​ເຂ​ດຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເຂດ​ພູດ​ອຍ. ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ກໍ​ແມ່ນ​ການ​ນາບ​ຂູ່​ສຳລັບ​ພວກ​ເຮົາ. ​ແຕ່ລະ​ປີ, ມີ​ນັບ​ໝື່ນ​ຄອບຄົວ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແຕ່​ຍ້ອນ​ໄພ​ທຳ​ມະ​ຊາດ ສະ​ນັ້ນ​​ເຂົາ​ເຈົ້າ​ຖືກຕົກ​ເຂົ້າ​ສູ່​ລະດັບ​ຄອບຄົວ​ທຸກ​ຍາກ​ຄືນ​ໃຫມ່. ​ແຫ​ລ່ງກຳລັງ​​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ​ພາຍ​ໃນ​ປະ​ເທດ​ພວມ​ປະ​ສົບກັບ​ຄວາມ​ຫຍຸ້ງຍາກ​,ແລະແຫ​ລ່ງກຳລັງ​ຈາກ​ສາກົນກໍ​ຫລຸ​ດຜ່ອນ ຍ້ອນ​ປະຊາ​ຄົມ​​ໂລກ​ເລີ່​ມຫັນ​ທິດ, ບຸລິມະສິດ​ໃຫ້​ແກ່​ບັນດາ​ປະ​ເທດ​ອື່ນ​ຫລາຍ​ກວ່າ.”

        ດ້ວຍບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ປີ 2013, ປີ 2014 ນີ້ ຫວຽດນາມ​ສືບ​ຕໍ່​ສ້າງ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ທີ່​ມີ​ລັກສະນະ​ພິ​ເສດສະ​ເພາະ​ຕາມ​ບັນດາ​ໝວດ​ຊົນ​ເຜົ່າ, ​ເຂດ​ຊຸມ​ຊົນ ​ແລະ ໝວດ​ບໍລິ​ເວນ, ສົ່ງ​ເສີມ​ການ​ເຂົ້າຮ່ວມ​ຢ່າງ​ຕັ້ງຫນ້າ​ຂອງ​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ