ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ

(VOVWORLD) -ບົດລາຍງານຕີລາຄາເພີ່ມເຕີມໝາກຜົນເສດຖະກິດສັງຄົມປີ 2018, ສະພາບຊຸມເດືອນຕົ້ນປີ 2019 ແລະ ໜ້າທີ່, ມາດຕະການຈຸດສຸມໃນໄລຍະຈະມາເຖິງ, ທີ່ວາລະໄຂກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ເມື່ອຕອນເຊົ້າວັນທີ 20 ພຶດສະພາ ໃຫ້ເຫັນວ່າ: ປີ 2018, ຫວຽດນາມ ມີລະດັບການເຕີບໂຕດ້ານເສດຖະກິດຢືນອັນດັບໜຶ່ງໃນພາກພື້ນ ແລະ ໃນໂລກ. ປີ 2019 ແມ່ນປີບຸກທະລຸເພື່ອປະຕິບັດສຳເລັດແຜນການ 5 ປີ (2016-2020). ສະນັ້ນ, ລັດຖະບານຫວຽດນາມ ໄດ້ກຳນົດທິດນຳ “ລະບຽບການ, ສັດຊື່, ການກະທຳ, ປະດິດສ້າງ, ບຸກທະລຸ, ມີປະສິດທິຜົນ” ເພື່ອສຳເລັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ.
ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ສະເໜີບົດລາຍງານຂອງລັດຖະບານ

(ພາບ: vneconomy.vn)

   ໃນບົດລາຍງານຕີລາຄາເພີ່ມເຕີມໝາກຜົນເສດຖະກິດສັງຄົມປີ 2018, ສະພາບຊຸມເດືອນຕົ້ນປີ 2019, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິນ ໃຫ້ຮູ້ວ່າ: ໃນປີ 2018 ຫວຽດນາມ ໄດ້ບັນລຸລື່ນກາຍທັງໝົດ 12 ຄາດໝາຍຕົ້ນຕໍ, ໃນນັ້ນບັນລຸໄດ້ 3 ຄາດໝາຍບັນລຸຕາມລະດັບ, 9 ຄາດໝາຍບັນລຸລື່ນກາຍຕາມລະດັບ ແລະ ຫຼາຍຄາດໝາຍບັນລຸສູງກວ່າລະດັບໄດ້ລາຍງານຕໍ່ສະພາແຫ່ງຊາດ.

  ການຈະເລີນເຕີບໂຕດ້ານເສດຖະກິດປີ 2018 ຂອງຫວຽດນາມ ບັນລຸລະດັບສະຖິຕິ

  ຍ້ອນຄວາມມານະພະຍາຍາມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທົ່ວປະເທດ, ສະພາບເສດຖະກິດສັງຄົມໄຕມາດທີ 3 ປີ 2018 ຊື່ງແມ່ນປີບານພັບໃນການປະຕິບັດແຜນການພັດທະນາເສດຖະກິດສັງຄົມ 5 ປີ 2016-2020. ລະອຽດຄື: ລະດັບເຕີບໂຕ GDP ບັນລຸ 7,08%, ສູງກ່ວາໝູ່ນັບແຕ່ປີ 2008, ຊື່ງໄດ້ນຳຫວຽດນາມ ເຂົ້ນບັນຊີລາຍຊື່ກຸ່ມບັນດາພື້ນຖານເສດຖະກິດມີລະດັບການຈະເລີນເຕີບໂຕສູງກ່ວາໝູ່ໃນພາກພື້ນ ແລະ ໂລກ. GDP ສະເລ່ຍຕໍ່ຫົວຄົນ ບັນລຸ 2.590 USD. ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI)  ປະຕິບັດບັນລຸກ່ວາ 19 ຕື້ USD, ເພີ່ມຂຶ້ນກ່ວາ 9%. ວົງເງິນສົ່ງອອກເພີ່ມ 13,2%, ຍອດວົງເງິນສົ່ງອອກນຳເຂົ້າບັນລຸກ່ວາ 480 ຕື້ USD, ແລະ ການສົ່ງອອກເກີນດຸນບັນລຸ 6,8  ຕື້ USD, ສູງ ກ່ວາໝູ່ນັບແຕ່ກ່ອນມາ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ເນັ້ນໜັກວ່າ:

   “ບັນດາຂົງເຂດວັດທະນະທຳ, ສັງຄົມ, ສິ່ງແວດລ້ອມບັນລຸໄດ້ຫຼາຍໝາກຜົນສຳຄັນ. ວຽກງານປະຕິຮູບການບໍລິຫານ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ. ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດໄດ້ເພີ່ມທະວີ; ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນໄດ້ຍົກສູງຂຶ້ນ. ໝາກຜົນດັ່ງກ່າວໄດ້ຢືນຢັນວ່າ, ບັນດາຂໍ້ໃຫ້ສັງເກດ, ການຕີລາຄາຊື່ງລັດຖະບານໄດ້ສະເໜີຕໍ່ສະພາແຫ່ງຊາດແມ່ນເໝາະສົມ, ໃນນັ້ນມີຫຼາຍດ້ານດີກ່ວາອີກ”.

ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ - ảnh 2

ນະຄອນໂຮ່ຈີມິນ

(ພາບ:  cafef.vn)

  ໃນຊຸມເດືອນຕົ້ນປີ 2019, ເສດຖະກິດມະຫາພາກຂອງຫວຽດນາມ ສືບຕໍ່ມີຄວາມສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ດຶງດູດວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ, ຊົນະບົດຢ່າງແຮງ; ຕັ້ງໜ້າປະຕິບັດບັນດາລາຍການ, ໂຄງການໃໝ່ກ່ຽວກັບການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ໃຫ້ຮູ້ວ່າ:

  “ກຳນົດວ່າປີ 2019 ແມ່ນປີບຸກທະລຸເພື່ອປະຕິບັດ ສຳເລັດແຜນການ 5 ປີ 2016-2020 ລັດຖະບານໄດ້ສຸມໃສ່ກວດກາ, ສ້າງກົນໄກ, ນະໂຍບາຍ, ກົດໝາຍເພື່ອແກ້ໄຂຮົ້ວກີດຂວາງ, ຂໍ້ຫຍຸ້ງຍາກ, ຕິດຂັດ, ໂດຍສະເພາະແມ່ນການລົງທຶນ, ການຄ້າ, ອາກອນ, ຄ່າໃຊ້ຈ່າຍ, ການອອກແຮງງານ, ທີ່ດິນ, ສັບພະຍາກອນ…ຍູ້ແຮງການປະຕິຮູບລະບຽບການດ້ານບໍລິຫານ, ສຸມໃສ່ການຫັນເປັນງ່າຍດາຍ, ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ, ກວດກາຂະແໜງສະເພາະ, ຫລຸດ ຜ່ອນຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ, ວິສາຫະກິດ”.

  ຢືດໝັ້ນເປົ້າໝາຍປັບປຸງພື້ນຖານເສດຖະກິດມະຫາພາກ, ຮັບປະກັນບັນດາຄວາມດຸ່ນດຽງໃຫ່ຍຂອງພື້ນຖານເສດຖະກິດ, ຊຸກຍູ້ການຈະເລີນເຕີບໂຕ.

     ສະພາບການຜັນຂະຫຍາຍໃນ 4 ເດືອນຕົ້ນປີ 2019 ໃຫ້ເຫັນວ່າ: ການເຄື່ອນໄຫວຂອງພື້ນຖານເສດຖະກິດຫວຽດນາມ ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນຫຼາຍຂົງເຂດ. ໄປຄຽງຄູ່ກັນນັ້ນຍັງມີຂໍ້ຫຍຸ້ງຍາກຫຼາຍຢ່າງ, ສິ່ງທ້າທາຍນາໆປະການຊື່ງໄດ້ສົ່ງຜົນກະທົບທີ່ບໍ່ດີຕໍ່ການພັດທະນາເສດຖະກິດສັງຄົມປີ 2019. ເພື່ອປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດຄັງຄົມປີ 2019 ຊື່ງສະພາແຫ່ງຊາດໄດ້ຮັບຮອງເອົານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ຮຽກຮ້ອງວ່າ:

  “ຕ້ອງປະຕິບັດບັນດາມາດຕະການເປີດກ້ວາງຕະຫຼາດ, ຍູ້ແຮງການສົ່ງອອກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດຢ່າງຄົບຊຸດ, ມີປະສິດທິຜົນ. ຈັດຕັ້ງການໂຄສະນາຢ່າງກ້ວາງຂວາງ, ຍາດແຍ່ງກາລະໂອກາດ, ປະຕິບັດໂຄງການດຳເນີນງານຜັນຂະຫຍາຍບັນດາສັນຍາການຄ້າເສລີ (FTA) ສະບັບຕ່າງໆທີ່ໄດ້ລົງນາມແລ້ວ, ພິເສດແມ່ນສັນຍາ CPTPP ຢ່າງມີປະສິດທິຜົນ. ພັດທະນາລະບົບຂາຍຍ່ອຍຕະຫຼາດພາຍໃນປະເທດຢ່າງແຮງ ຕິດພັນກັບບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”.

  ເສີມຂະຫຍາຍໝາກຜົນບັນລຸໄດ້, ດ້ວຍຄວາມມຸງຫວັງບຸກທະລຸ, ບືນຕົວຂຶ້ນ ແລະ ສາມັກຄີເອກະພາບຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນນັ້ນ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ແຜນການປີ 2019 ທີ່ໄດ້ວາງອອກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ