ຫວຽດນາມເດັດດຽວປົກປັກຮັກສາອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຢູ່ທະເລຕາເວັນອອກ

ຫວຽດ​ນາມ​ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ສານ​ຂອງ​ຫວຽດ​ນາມ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຍົກ​ອອກ​ມາ​ໃນ​ຊຸມມື້​ທຳ​ອິດ​ຂອງ​ປີ​ໃໝ່ 2016. ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອາ​ຊຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ຢື​ນ​ຢັນ​ວ່າ ຫວຽດ​ນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.

 

ຫວຽດນາມເດັດດຽວປົກປັກຮັກສາອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ​ຢືນ​ຢັນທັດ​ສະ​ນະ​
ເດັດດຽວປົກປັກຮັກສາອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳ ຂອງ​ຫວຽດ​ນາມ​ທີ່​ງານ​ລ້ຽງ​ຊົມ​ເຊີຍ ​ປະ​ຊາ​ຄົມ​ອາ​ຊຽນ ແລະ ປີ​ໃໝ່​ປະ​ຈຳ​ຊາດ ປີ​ວອກ 2016

    ຄວາມ​ໝັ້ນ​ຄົງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໃນ​ຊຸມມື້​ຕົ້ນ​ປີ 2016 ພັດ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ ຂະ​ນະ​ທີ່​ໃນ 2-3 ມື້​ທີ່​ຜ່ານ​ມາ, ຈີນ​ໄດ້​ຈັດ​ສົ່ງ​ເຮືອ​ບິນ​ລົງ​ຈອດ​ຢູ່​ເດີນ​ບິນ​ຖືກກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເກາະ ຈື້​ເທີບ ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ. ການ​ກະ​ທຳ​ນີ້​ຂອງ​ຈີນ ໄດ້​ຖືກ​ຄັດ​ຄ້ານ​ຢ່າງ​ຮຸ່ນ​ແຮງ​ຈາກ​ຫວຽ​ດ​ນາມ ແລະ ປະ​ຊາ​ຄົມ​ໂລກ. ພ້ອມ​ກັບ​ການ​ກະ​ທຳ​ກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ​ດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່ຢ່າງ​ຜິດ​ກົດ​ໝາຍຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປີ​ຜ່ານ​ມາ, ບັນ​ດາ​ການ​ກະ​ທຳໃໝ່​ນີ້​ຂອງ​ປັກ​ກິງ ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ.

   ປີ 2015, ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍັງ​ຄົງ​ເພີ່ມ​ທະ​ວີ​ຂຶ້ນ

   ສະ​ພາບ​ການ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ໃນ​ປີ 2015 ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ, ຍ້ອນ​ຈີນ​ຍູ້​ແຮງ​ການ​ກໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ​ດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່ຢ່າງ​ຜິດ​ກົດ​ໝາຍ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ​ຂອງ​ຈີນ ໄດ້​ພາ​ໃຫ້​ວົງ​ຄະ​ນະ​ຍາດ​ສາ​ກົນ​ຕ້ອງ​ອອກ​ສຽງ ແລະ ມີ​ປະ​ຕິ​ກິ​ລີ​ຍາ​ຢ່າງ​ແຂງ​ແຮງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ​ ຊຶ່ງ​ຈັດ​ຂຶ້ນ​ໃນ​ເດືອນ 11 ຢູ່​ນະ​ຄອນ​ວຸ້ງ​ເຕົາ,   ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິງ​ກຸ້ຍ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ໃຫ້​ຂໍ້​ສັງ​ເກດ​ວ່າ :

     “ ໃນ​ປີ​ທີ່​ຜ່ານ​ມາ, ໂດຍ​ພື້ນ​ຖານ​ແລ້ວ, ທະ​ເລ​ຕາ​ເວັນ​ອອກ ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ. ເຖິງວ່າບໍ່​ເກີດ​ມີ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ກໍ​ຕາມ, ແຕ່​ການ​ຂັດ​ແຍ້ງ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.  ປະ​ຊາ​ຄົມ​ພາກ​ພື້ນ ແລະ ໂລກ ນັບ​ມື້​ນັ​ບ​ມີ​ຄວາມ​ເປັນ​ຫ່ວ​ງ​ເຖິງ​ ທະ​ເລ​ຕາ​ເວັນ​ອອກຫຼາຍກວ່າ, ເພາະ ທະ​ເລ​ຕາ​ເວັນ​ອອກ ຍັງ​ຊ້ອນ​ແຝງ​ສິ່ງ​ທີ່​ຂາດ​ສະ​ຖຽນ​ລະ​ພາບ. ຖ້າ​ຫາກບໍ່​ມີ​ຄວາມ​ລະ​ງັບ​ໃຈ, ຄວາມ​ເຄົາ​ລົບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ຖ້າ​ຫາກບໍ່​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈາກວົງ​ຄະ​ນະ​ຍາດ​ສາ​ກົນນັ້ນ, ການ​ປະ​ທະ​ກັນ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ທຸກໆ​ເວ​ລາ ”

             ປີ 2015 ກໍ​ແມ່ນ​ປີ​ທີ່​ບັນ​ດາ​ປະ​ເທດ​ທີ່ກ່ຽວ​ຂ້ອງມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື. ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ 9 ປີ​ແຫ່ງ​ການ​ດຳ​ເນີນ​ການ​ເຈ​ລະ​ຈາ, ອາ​ຊຽນ ແລະ ຈີນ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ຜັນ​ຂະ​ຫຍາຍ​ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆຢູ່ທະ​ເລ​ຕາ​ເວັນ​ອອກ DOC. ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ການ​ຂັດ​ແຍ້ງ, ໂດຍ​ສະ​ເພາະ​ແມ່ນ​ຫວຽດ​ນາມ, ຟີ​ລິບ​ປິນ ແລະ ຈີນ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດຫຼາຍ​ຢ່າງ. ທີ່​ບັນ​ດາ​ກອງ​ປະ​ຊຸມ, ເວ​ທີ​ປາ​ໄສຢ່າງ​ເປັນ​ທາງ​ການ​ຂອງ​ອາ​ຊຽນ ແລະ ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ທະ​ເລ​ຕາ​ເວັນ​ອອກ​ ແລະ ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່ ທະ​ເລ​ຕາ​ເວັນ​ອອກ​​ໄດ້​ກາຍ​ເປັນ​ຫົວ​ຂໍ້​ສຳ​ຄັນ​ໄດ້​ຮັບ​ຄວາມ​ສົນ​ໃຈ ແລະ ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ບົນ​ຈິດ​ໃຈ​ສ້າງ​ສັນ. ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃໝ່​ຢູ່​ ທະ​ເລ​ຕາ​ເວັນ​ອອກ​ລະ​ຫວ່າງກອງ​ທັບ, ທະ​ຫານ​ເຮືອ ແລະ ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື. ຈາກ​ຫົວ​ເລື່ອງ​ຮັບ​ຖື​ວ່າ​ແມ່ນ “ສະ​ດຸ້ງ​ໄວ”, ທະ​ເລ​ຕາ​ເວັນ​ອອກ​ ແລະ ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່ ທະ​ເລ​ຕາ​ເວັນ​ອອກ ນັບ​ມື້​ນັບ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ຢ່າງ​ເປັນ​ທາງ​ການ​ບົນ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ, ເປີດ​ເຜີດ, ກະ​ຈ່າງ​ແຈ້ງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ຜົນ​ປະ​ໂຫຍດ​ລວມ​ຂອງ​ທັງ​ວົງ​ຄະ​ນະ​ຍາດ​ສາ​ກົນ.

ຫວຽດ​ນາມ​ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ

     ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ຮ່ວມ​ຂອງ​ພາກ​ພື້ນ ແລະ ການ​ນາບ​ຂູ່​ໂດ​ຍ​ກົງ​ເຖິງ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ, ຫວຽດ​ນາມ​ຢືນ​ຢັນ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ຕົນ​ທີ່​ວ່າ : ຫວຽດ​ນາມ​ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ, ຍາມ​ໃດ​ກໍ​ຍຶດ​ໝັ້ນ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ, ຄວາມບໍ່​ລົງ​ລອຍ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ກົດ​ບັດ​ ສ.ປ.ຊ, ສົນ​ທິ​ສັນ​ຍາ​ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຄັດ​ຄ້ານການ​ນຳ​ໃຊ້​ກຳ​ລັງ​ອາ​ວຸດ ແລະ ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ຄັດ​ຄ້ານ​ການ​ຫັນ​ເປັນ​ທະ​ຫານ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຢູ່ ທະ​ເລ​ຕາ​ເວັນ​ອອກ​, ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ, ນາບ​ຂູ່​ຄວາມ​ໝັ້ນ​ຄົງ, ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບິນ, ລະ​ເມີດ​ກົດ​ໝາຍ​ສາ​ກົນ, ເຮັດ​ໃຫ້​ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ, ທຳ​ລາຍ​ຄວາມ​ເຊື່ອ​ໝັ້ນ, ສ້າງ​ບັນ​ດາ​ຜົນ​ພາຍຫຼັງ​ທີ່​ຮ້າຍ​ແຮງ ແລະ ຍາວ​ນານ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ,ໃນ​ພາກ​ພື້ນ.

        ທັດ​ສະ​ນະ​ນີ້, ອີກເທື່ອ​ໜຶ່ງໄດ້​ຖືກທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ​ຢືນ​ຢັນ​ຕໍ່​ໜ້າ​ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕ່າງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ່​ງານ​ລ້ຽງ​ຊົມ​ເຊີຍ​ປະ​ຊາ​ຄົມ​ອາ​ຊຽນ ແລະ ປີ​ໃໝ່​ປະ​ຈຳ​ຊາດ ປີ​ວອກ 2016.     ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ :

   “ ຫວຽດ​ນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ປະ​ກອບ​ສ່ວນ​ເຂົ້າ​ໃນການ​ປັບ​ປຸງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ຢູ່ ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ກັນ​ນັ້ນ ກໍ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆຢູ່ທະ​ເລ​ຕາ​ເວັນ​ອອກ DOC ຢ່າງ​ເຂັ້ມ​ງວດ ແລະ ມີ​ປະ​ສີດ​ທິ​ຜົນ ແລະ ປຶກ​ສາ​ຫາ​ລື​ເພື່ອ​ຮັບ​ຮອງ​ເອົາ​ປະ​ມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆຢູ່ທະ​ເລ​ຕາ​ເວັນ​ອອກ COC ໂດຍ​ໄວ. ພວກ​ຂ້າ​ພະ​ເຈົ້າ​ຂອບ​ໃຈ ແລະ ຮຽກ​ຮ້ອງວົງ​ຄະ​ນະ​ຍາດ​ສາ​ກົນ ຈົ່ງ​ສືບ​ຕໍ່​ມີ​ການ​ກະ​ທຳ​ຢ່າງ​ແຂງ​ແຮງ​ເພື່ອ​ສະ​ໜັບ​ສະ​ໜູນ​ຄງວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ຂອງ​ອາຊຽນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ໃນ​ພາກ​ພື້ນ ແລະ ສາ​ກົນ ”.

     ດ້ວຍ​ຈິດ​ໃຈ, ກຳ​ລັງ​ແຮງ​ອາ​ຊຽນ ແລະ​ວິ​ໄສ​ທັດ 2025, ແນ່ນອນ​ວ່າ ອາ​ຊຽນ​ຈະ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ ແລະ ກຳ​ລັງ​ໜູນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ໃນ​ນັ້ນ​ມີ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພາກ​ພື້ນ​ອາ​ຊຽນແຫ່ງ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ ແລະ ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ ແມ່ນ​ຄວາມ​ຫວັງ​ລວມ​ຂອງ​ແຕ່​ລະ​ປະ​ເທດ​ອາ​ຊຽນ, ໃນ​ນັ້ນ ມີ​ຫວຽດ​ນາມ ແລະ ແນ່ນອນ​ວ່າ ຫວຽດ​ນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ