ຫວຽດນາມເປັນເຈົ້າການປັບຕົວໃຫ້ແທດເໝາະ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ

ວັນ​ທີ 22/4, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫວຽດ​ນາມ​ພ້ອມ​ກັບ​ກວ່າ 100 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ປາ​ຣີ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ຢ​ທີ່​ຈັດ​ຂຶ້ນ​ຢູ່​ນິວຢອກ, ພາຍຫຼັງ​ທີ່​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ຈາກ 195 ປະ​ເທດ​ເປັນ​ເວ​ລາ 4 ເດືອນ. ໃນ​ຂະ​ນະ​ນັ້ນ, ຢູ່​ຫວຽ​ດ​ນາມ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ຊີ້​ນຳ​​ຜັນ​ຂະ​ຫຍາຍໂດຍ​ກົງພາຍຫຼັ​ງ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ກໍ​ຄື​ລັກ​ສະ​ນະ​ຮີບ​ດ່ວນ​ຂອງວຽກ​ງານຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ.

 

ຫວຽດນາມເປັນເຈົ້າການປັບຕົວໃຫ້ແທດເໝາະ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ - ảnh 1
ສະ​ພາບ​ແຫ້ງ​ແລ້ງ​ຢູ່​ຕາ​ຮມ​ທົ່ງ​ນາ​ຫວຽດ​ນາມ

      ບົດ​ລາຍ​ງານ​ຂອງ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ຫວຽ​ດ​ນາມໃຫ້​ຮູ້​ວ່າ ປີ 2015, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢູ່​ຫວຽດ​ນາມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ຫຼາຍ​ທ້ອງ​ຖິ່ນ​ມີ​ອຸ່ນ​ຫະ​ພູມ​ລື່ນ​ກາຍ​ລະ​ດັບ 40 ອົງ​ສາ C . ຜົນ​ສະ​ທ້ອນ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ສົ່ງ​ຜົນກະ​ທົບອັນ​ຫຍໍ້​ທໍ້​ເຖິງສະ​ພາບ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫວຽດ​ນາມ. ປີ 2015, ຄາດ​ວ່າ ໄພ​ທຳ​ມະ​ຊາດ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 154 ຄົນ, ຄວ​າມ​ເສຍ​ຫາຍ​ທາງ​ດ້ານ​ວັດ​ຖຸ​ຄາດ​ວ່າ​ຈະ​ຂຶ້ນ​ຮອດ 8ພັນ​ຕື້​ກ່​ວາ​ດົງ. ພິ​ເສດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2016, ປະ​ກົດ​ການ ແອນ​ນີ​ໂນ ທີ່​ຮ້າຍ​ແຮງ ແລະ ແກ່​ຍາວກວ່າ​ໝູ່​ໃນ​ປະ​ຫວັດ​ສາດ ໄດ້​ກໍ່​ໃຫ້​ເກີດ​ສະ​ພາບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ແຊກ​ຊຶມ​ຢ່າງ​ຮ້າຍ​ແຮງ​ຢູ່​ເຂດ​ຕອນ​ໃຕ້​ພາກ​ກາງ, ເຂດ​ໄຕ​ງວຽນ​ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ

     ເປັນ​ເຈົ້າ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ

       ໃນ​ສະ​ພາ​ວະ​ທີ່ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພວມ​ຜັນ​ແປ​ໄປ​ຢ່າງ​ຮ້າຍ​ແຮງນັ້ນ, ຜົນ​ສະ​ທ້ອນ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດແມ່ນ​ນັບ​ມື້​ນັບ​ເປັນ​ອັນ​ຕະ​ລາຍ. ຕາມ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກແລ້ວ, ຫວຽດ​ນາມ​ຕ້ອງ​ຮີບ​ເຮັ່ງຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ທີ່​ແຂງ​ແຮງກວ່າ. ລະ​ອຽດ, ຫວຽດ​ນາມ​ຄວນ​ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ວິ​ເຄາະ, ພະ​ຍາ​ກອນ, ກ່າວ​ເຕືອນ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ. ລົງ​ທຶນ​ເຂົ້າ​ວຽກ​ງານ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ຈຸດ​ສຸມ, ສຸມ​ໃສ່​ຕີ​ລາ​ຄາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດທີ່​ມີ​ຕໍ່​ແຕ່​ລະ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ເພື່ອ​ສ​າ​ມາດຈັດ​ແບ່ງ​ແຫຼ່ງ​ກຳ​ລັງ​ເພື່ອ​ຮັບ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ :

    “ ສຳ​ລັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ຫວຽດ​ນາມນັ້ນ, ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ຕ້ອງ​ທັງ​ເປັນ​ເຈົ້າ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ, ທັງ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພວກ​ເຮົາຕ້ອງປັບ​ຕົວ​ໃຫ້​ແທດ​ເໝາະ ເສຍ​ກ່ອນ, ດັ່ງ​ນັ້ນ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປັກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຕ້ອງ​ໄດ້​ເຕື້ອງ​ເຖິງ​ຢ່າງ​ຮອບ​ດ້ານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຖື​ປຽບ​ເໝືອນ​ລະ​ບົບ​ພັດ​ທະ​ນາ. ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ແມ່ນ 3 ລ່ຽມ​ພັດ​ທະ​ນາ. ໃນ​ການ​ຊີ້ນຳນຳ​ພາ, ອຳ​ນາດ​ການ​ປົກ​ຄອງບໍ່​ວ່າ​ຂັ້ນ​ໃດ​ກໍ​ຕ້ອງ​ເຕື້ອງ​ເຖິງ​ຢ່າງ​ເໝາະ​ສົມ ”

    ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຍັງ​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ​ກົດ​ໝາຍ​ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃຫ້​ສົມ​ບູນ​ແບບ, ຄົນ​ຄ້​ວາ​ຫັນ​ປ່ຽນ ແລະ ພິ​ເສດ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ຮັບ​ປະ​ກັນ​ການ​ເຕີບ​ໂຕ​ຕາມ​ທິດ​ສີ​ຂຽວ, ຫຼຸດ​ຜ່ອນ​ດີ​ໂອ​ຊິດ​ກາກບອນ​ໃຫ້​ໜ້ອຍ​ລົງ, ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ ຕາມ​ວິ​ວັດ​ທະ​ນາ​ການ​ຂອງ​ຂໍ້​ຕົກ​ລົງ​ປາ​ຣີ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ (COP 21). ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ສະ​ເໜີ​ໃຫ້​ປຸກ​ລະ​ດົມ, ຫັນ​ແຫຼ່ງ​ກຳ​ລັງ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເປັນຫຼາຍ​ຮູບຫຼາຍ​ແບບ, ໃນ​ນັ້ນ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ເຊັ່ນ: ການກໍ່​ສ້າງ, ຍົກ​ລະ​ດັບ​ບັນ​ດາ​ອ່າງ​ເກັບ​ນ້ຳ​ຈືດ​ຮັບ​ໃຊ້​ການ​ຜະ​ລິດ, ຊີ​ວິດ​ປະ​ຈຳ​ວັນ, ປັບ​ປຸງ​ຍົກ​ລະ​ດັບ​ລະ​ບົບ​ຄັນ​ຄູ່ທະ​ເລ, ຄັນ​ຄູ່​ແມ່​ນ້ຳ, ແກ້​ໄຂ​ສະ​ພາບ​ດິນ​ເຊາະ​ເຈື່ອນຢູ່​ຕາມ​ຝັ່ງ​ທະ​ເລ, ແມ່​ນ້ຳ…

     ມອບ​ໝາຍ​ໜ້າ​ທີ່ໃຫ້​ກະ​ຊ​ວງ, ຂະ​ແໜງ​ການ​ໂດຍລະ​ອຽດ

   ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ນຳ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ບັນ​ດາ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຈົ່ງ​ຕັ້ງ​ໜ້າຮ່ວມ​ມື​ກັບ​ສາ​ກົນ, ຊອກ​ຫາ​ບັນ​ດາ​ແຫຼ່ງ​ກຳ​ລັງ, ບັນ​ດາ​ແຫຼ່ງ​ເງິນອ​ຸ​ປະ​ຖຳ​ໃຫ້​ແກ່​ກິດ​ຈະ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສຳ​ລັບ ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ສະ​ເໜີ​ທາງ​ກະ​ຊວງ ສືບ​ຕໍ່​ກວດ​ກາ, ປະ​ສານ​ສົມ​ທົບ​ບັນ​ຫາ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກັບ​ຍຸດ​ທະ​ສາດ​ການ​ວາງ​ແຜນ​ກຳ​ນົດ, ແຜນ​ການ, ພິ​ເສດ​ແມ່ນ​ການ​ວາງ​ແຜນ​ກຳ​ນົດ​ຊົນ​ລະ​​ປະ​ທານ, ​ວາງ​ແຜນ​ກຳ​ນົດການ​ຜະ​ລິດ​ກະ​ສີ​ກຳ​ຢູ່​ບາງ​ເຂດ​ຈຸດ​ສຸມ​ໃນ​ປະ​ຈຸ​ບັນ. ໃນ​ສະ​ເພາະ​ໜ້າ, ຕ້ອງ​ຄົ້ນ​ຄ້​ວາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ບັນ​ດາ​ເຂດ​ຖືກ​ນາບ​ຂູ່​ໂດຍ​ກົງ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ກວດ​ກາ​ສະ​ພາບ​ຕົວ​ຈິງ​ກ່ຽວ​ກັບ​ລະ​ດັບ​ການ​ກະ​ທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເພື່ອ​ມີ​ວິ​ທີ​ການ​ແກ້​ໄຂ​ທີ່​ດີ​ກ່​ວາ. ພິ​ເສດ, ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຕ້ອງກ​ວດ​ກາ​ການ​ວາງ​ແຜນ​ກຳ​ນົດ​ຢູ່ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ຮັບ​ປະ​ກັນ​ການ​ປິດ​ລ້ອມ​ເຂດ​ເພື່ອ​ຮັກ​ສາ​ນ້ຳ​ຈືດ, ດັດ​ປັບ​ນ້ຳ​ເຄັມ, ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ຕາມ​ເຂດ​ນ້ຳ​ເຄັມ. ສະ​ເພາະ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຊີ້​ນຳ​ວ່າ  :

“ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມຕ້ອງ​ຮັບ​ຜິດ​ຊອບ​ການ​ສົມ​ທົບ​ກັບ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ຕິດ​ຕາມ​ຂໍ້​ມູນ​ຕົວ​ຈິງ​ຢ່າງ​ທັນ​ການ, ປະ​ກາດ​ແຜນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ. ຢາກ​ເຮັດ​ໄດ້​ເຊັ່ນນັ້ນ, ຕ້ອງ​ຍູ້​ແຮງວຽກ​ງານ​ພະ​ຍາ​ກອນ, ຄົ້ນ​ຄ້​ວາ​ຕີ​ລາ​ຄາ​ລະ​ອຽດ​ສຳ​ລັບ​ບາງ​ຂະ​ແໜງ​ການ, ຂົງ​ເຂດ​ຈຸດ​ສຸມ​ຮັບ​ຜົນ​ກະ​ທົບ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ, ພິ​ເສດ​ແມ່ນ​ເຂດ​ຊົນ​ນະ​ບົດ ”

     ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ສິ່ງ​ທ້າ​ທາຍອັນ​ໃຫຍ່ຫຼວງ​ສຳ​ລັບ​ຫວຽດ​ນາມ. ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີນັ້ນ, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວ​ນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ປາ​ຣີ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດອີ​ກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ