ຫວຽດນາມເປັນເຈົ້າການໃນວິວັດທະນາການເຊື່ອມໂຍງເຂົ້າກັບ APEC

ຫວຽດນາມເປັນເຈົ້າການໃນວິວັດທະນາການເຊື່ອມໂຍງເຂົ້າກັບ APEC - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ APEC 2011 ທີ່ຈັດຂຶ້ນຢູ່ອາເມລິກາ (ພາບ : internet )


ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ປະທານາທິບໍດີ​ແຫ່ງ​ສະຫະພັນ​ລັ​ດ​ເຊຍ Vladimir Putin ​ແລະ​ ພັນລະ​ຍາ, ທ່ານ​ປະທານ​ປະ​ເທດ​ແຫ່ງ​ສ.ສ ຫວຽດນາມ Truong Tan Sang ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເດີນທາງ​ໄປ​ຍັງ ລັດ​ເຊຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ່ 20 ຊຶ່ງ​ຈັດ​ຂຶ້ນ​ຢູ່ Vladivostok ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 9/9/2012 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຈຸດໝາຍ​ຮ່ວມ​ສຳພັນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ຍູ້​ແຮງການ​ຜັນ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ຮອບດ້ານ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ກໍ​ຄື​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃຫ້​ຂຶ້ນ​ສູ່​ລະດັບສູງ​ໃໝ່. ​    ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (ຫຼື້​ເອີ້ນ​ຫຍໍ້​ວ່າ APEC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1989 ຕາມ​ຂໍ້​ລິ​ເລີ່​ມຂອງ​ປະ​ເທດ​ອົດ​ສະ​ຕາ​ລີ. ຈາກ 12 ປະ​ເທດ​ສະມາຊິກ​ເຂົ້າ​ຮ່ວມ​ການ​ສ້າງ​ຕັ້ງ, ພາຍຫຼັງ​ເປີດ​ກ້ວາງ​ເປັນ 4 ​ເທື່ອ, ມາ​ຮອດ​ປະຈຸ​ບັນ APEC ມີ 21 ປະ​ເທດ​ສະມາຊິກ, ​ໃນ​ນັ້ນ​ມີ 9 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ  G 20 ຊຶ່ງ​ກວມ​ 59% ຈຳນວນ​ປະຊາກອນ​ຂອງ​ໂລກ, ປະກອບສ່ວນ​ກ່ວາ 50% GDP ​ແລະ 57% ມຸນ​ຄ່າ​ການ​ຄ້າ​ທົ່ວ​ໂລກ. ຍ້ອ​ນເຫດ​ນີ້​ເອງ, ບັນດາ​ປະ​ເທດ​ສະມາຊິກ APEC ລ້ວນ​ແຕ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ໃນ​ບັນດາ ເວທີ​ປາ​ໄສ​. ປີ 2012, ກອງ​ປະຊຸມ APEC ຖືກ​ດຳ​ເນີນ​ໃນ​ສະພາບ​ການ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ໂລກ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ວອ່ງ​ໄວ, ​ເສດຖະກິດ​ໂລກ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ, ຊ້ອນ​ແຝງ​ໄປ​ດ້ວຍ​ຄວາມ​ສ່ຽງ​​ຫຼາຍ​ຢ່າງ, ຮອບ​ເຈລະຈາ ​ໂດ​ຮາ ຍັງ​ບໍ່​ທັນ​ມີຄວາມ​ຄືບໜ້າ​ເທື່ອ.... ​ແຕ່​ດ້ວຍ​ບົດບາດ​ແມ່ນ ເວທີ​ປາ​ໄສ​ຮ່ວມ​ສຳພັນ​ເສດຖະກິດທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟິກ, APEC ​ໄດ້​ເປັນ​ເອກະສັນ​ກັນ​ຍົກ​ອອກ​ການກຳນົດ​ທິດ​ຮ່ວມ​ມື​ໃນ​ປີ 2012 ​ແມ່ນ “ ຮ່ວມ​ສຳພັນ​ເພື່ອ​ເຕີບ​ໂຕ, ມີ​ຫົວຄິດ​ປະ​ດິດສ້າງ​ເພື່ອຄວາມ​ວັດທະນາ​ຖາວອນ ” ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ມຸ່ງ​ໄປ​ສູ່​ການ​ພັດທະນາ​ແບບ​ຍືນ​ຍົງ. ຕາມ​ນັ້ນ​ແລ້ວ, APEC ປີ 2012 ​ແມ່ນ​ເລັ່ງ​ໃສ່ບຸລິມະສິດ 4 ປະການ​ຄື :  ຫັນ​ການ​ຄ້າ ​ແລະ ການ​ລົງທຶນ​ເປັນ​ເສລີ; ຮ່ວມ​ສຳພັນ​ເສ​ດຖະກິດ​ໃນ​ພາກ​ພື້ນ; ​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງອາຫານ; ສ້າງຕັ້ງ​ບັນດາ​ລະບົບ​ສະໜອງທີ່​ໜ້າ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະ ຊຸກຍູ້​ການ​ເຕີບ​ໂຕ, ປະດິດ​ຄິດ​ສ້າງ .

   ນັບ​ແຕ່​ເວລາ​ເຂົ້າ​ເປັນສະມາຊິກ APEC ​ເມື່ອ​ເດືອນ 11 ປີ 1998, ຍາມ​ໃດ​ຫວຽດນາມ​ກໍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ຂະຫຍັນ​ຂັ່ນ​ເຄື່ອນ ​ແລະ ມີ​ຄວາມຮັບ ຜິດຊອບຂອງເວທີປາໄສ, ເປັນເຈົ້າການຊຸກຍູ້ການຮ່ວມມືໃນທຸກຂົງເຂດເສດຖະ ກິດ, ການ​ຄ້າ, ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ. ຈຸດ​ທີ່​ສຳຄັນ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ, ນັ້ນ​ແມ່ນ​ຫວຽດນາມ​ໄດ້​ຮັບຜິດຊອບ​ບົດບາດ​ເປັນ​ເຈົ້າພາບຈັດ​ຕັ້ງ ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ປີ 2006 ຢ່າງ​ດີ​ເດັ່ນ. ພິ​ເສດ​ແມ່ນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ທີ່ 14 ຢູ່​ຮ່າ​ໂນ້ຍ, ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ກອງ​ປະຊຸມ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ຊຶ່ງ​ໄດ້​ຍົກ​ອອກ​ບັນດາ​ການ​ກຳນົດ​ທິດ​ຮ່ວມ​ມື​ຍາວ​ນານ​ໃຫ້​ແກ່ APEC. ຫວຽດນາມ​ໄດ້​ປະຕິບັດ​ບັນດາ​ຄຳ​ໝັ້ນສັນຍາ​ຮ່ວມ​ມື​ຂອງ APEC ຄື : ບົດ​ລາຍ​ງານ​ກ່ຽວ​ກັບ​ໂຄງການ​​ດຳ​ເນີນ​ງານແຫ່ງ​ຊາດ​ປະຈຳ​ປີ, ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ລວມໝູ່, ບັນດາ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຫັນ​ດ້ານ​ການ​ຄ້າ, ການ​ລົງທຶນ​ເປັນ​ສະດວກ....ຫວຽດນາມ​ກໍ​ຮັບຜິດຊອບ​ບົດບາດ​ເປັນ​ປະທານ ​ແລະ ຜູ້​ບໍລິຫານ​ບັນດາກຸ່ມ​ປະຕິບັດງານ​ທີ່​ສຳຄັນຄື : ກຸ່ມ​ປະຕິບັດງານການ​ແພດ​ອາຍຸ​ການ 2009-2010, ກຸ່ມ​ປະຕິບັດງານຮັບ​ມື​ກັບ​ສະພາບວະສຸກ​ເສີນ, ກຸ່ມ​ປະຕິບັດງານກ່ຽວ​ກັບ​ການ​ຄ້າ​​ເອ​ເລັກ​ໂຕ​ນິກ.... ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ກ່ວາ 70 ຂໍ້​ລິ​ເລີ່​ມຢ່າງ​ສຳ​ເລັດ​ຜົນ ພ້ອມທັງ​ເຄື່ອນ​ໄຫວ​ໃນ​​ເກືອບ​ທຸກ​ຂົງ​ເຂດຄື ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ເສດຖະກິດ​ເຕັກນິກ, ສາທາລະນະ​ສຸກ, ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຕ້ານ​ກໍ່​ການ​ການ​ຮ້າຍ....

   ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດ APEC ປີ 2012, ຢູ່​ ສ .ລັດ​ເຊຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ບໍ່​ພຽງ​ແຕ່​ຢືນຢັນ​ຄືນ​ອີກ​ຄັ້ງ​ໜຶ່ງ​ກ່ຽວ​ກັບການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ຍົກ​​ລະດັບ​ໃນ​ເດືອນ 7 ​ແລ້ວ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ສານ​ທີ່​ຈະ​ແຈ້ງ​ເຖິງ​ປະຊາ​ຄົມ​ໂລກ​ອີກ​ດ້ວຍ. ນັ້ນ​ແມ່ນ​ຫວຽດນາມ​ເປັນ​ເຈົ້າ​ການເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ ​ແລະ ກຽມພ້ອມ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເພື່ອ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ ​ແລະ ກາ​ນ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຈະ​ມີ​ບົດ​ປາ​ໄສ​ທຳ​ອິດ ​ແລະ ​ແນະນຳ​ຫົວເລື່ອງຢູ່​ທີ່​ວາລະ​ປະຊຸມ​ລັບ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ​ໃນ​ວາລະ​ປະຊຸມ​ຄົບ​ຄະນະ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ​ດ້ວຍ​ຫົວ​ຂໍ້ : “ ນ້ຳ - ​ແຫຼ່ງຊັບພະຍາກອນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ໃໝ່ ” . ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫ​ັນທີ່​ຕັ້ງບົດ​ບາດ​ໃໝ່​ຂອງ​ຫວຽດນາມ​ໃນ APEC ​ແມ່ນນັບມື້​ນັບຖື​ກຍົກ​ສູງ​ຂຶ້ນ. ກອງ​ປະຊຸມ​ສຸດ​ຍອດ APEC 2012 ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ປະກອບ​ສ່ວນ​ບັນດາ​ຂໍ້​ລິ​ເລີ່​ມ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ, ພ້ອມ​ທັງ​ຊອກ​ຫາ​ຄວາມ​ສາມາດ​ຮ່ວມ​ມື​ກັບ​ບັນດາ​ພື້ໜຖານ​ເສດຖະກິດ​ອື່ນໆ​ໃນ APEC, ​ແນ​ໃສ່​ຕອບ​ສະໜອງບັນດາ​ຈຸດໝາຍ​ພັດທະນາ​ຂອງ​ຫວຽດນາມ​ຄື ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ​ໄລຍະ 2011-2020 ຢ່າງ​ສຳ​ເລັດ​ຜົນ.

    ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ​ແຫ່ງ​ສ.ສ ຫວຽດນາມ Truong Tan Sang ຢືນຢັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດນາມ​​ໃນ​ເວທີ​ສາກົນ​ດ້ວຍຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ. ຫວຽດນາມ​ຈະ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ພາຄີ ປະກອບສ່ວນ​​ເຂົ້າ​ໃນ​ຜົນສຳ​ເລັດ​ຮ່ວມ​ຂອງ ກອງ​ປະຊຸມ​ສຸດ​ຍອດ APEC 2012 ​ເພື່ອ​ພາກ​ພື້ນ​ອາຊີ - ປາຊີ​ຟິກ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ