ຫວຽດນາມເພີ່ມທະວີການຮ່ວມມືອາຊີ - ອາບຟຣີກາເພື່ອສັນຕິພາບ ແລະ ວັດທະນາຖາວອນ

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊ​ີນ​ຂ​ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ອິນ​ໂດ​ເນ​ເຊຍ Joko Widodo, ວັນ​ທີ 21/4, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ນຳ​ໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີ​ນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ອາບ​ຟ​ຣີ​ກາ, ​ແລະ ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ດຳ​ເນີນກອງ​ປະ​ຊຸ​ມ Bandung ແລະ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່ ອາ​ຊີ - ອາບ​ຟ​ຣີ​ກາ” ຢູ່​ນະ​ຄອນຫຼວງ ຈາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍແຕ່​ວັ​ນ​ທີ 22 – 24/4. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ​ເຊື່ອງ​ໂຍງ​ເຂົາ​ກັບ​ສາ​ກົນ, ພ້ອມ​ກັນ​ນັ້ນ, ຫວຽດ​ນາມ​ກໍ​ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ - ອາບ​ຟ​ຣີ​ກາ ປົກ​ປ້ອງ​ບັນ​ດາຫຼັກ​ການ Bandung ແລະ ບັນ​ດາຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ - ອາບ​ຟ​ຣີ​ກາ ແລະ ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ປະ​ເທດ​ເຈົາ​ພາບ​ອິນ​ໂດ​ເນ​ເຊຍ.

ຫວຽດນາມເພີ່ມທະວີການຮ່ວມມືອາຊີ - ອາບຟຣີກາເພື່ອສັນຕິພາບ ແລະ ວັດທະນາຖາວອນ - ảnh 1
ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີນ​ຊາງ

     ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຂັ້ນ​ສູງອາ​ຊີ - ອາບ​ຟ​ຣີ​ກາປີ 2015 ແມ່ນ “ເພີ່ມ​ທະ​ວີ​ການ ຮ່ວມ​ມື ໃຕ້ - ໃຕ້​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ. ຄາດ​ວ່າ ກອງ​ປະ​ຊຸມ​ຈະ​ຮັບ​ຮອງ​ເອົາ​ເອ​ກະ​ສານຫຼາຍ​ສະ​ບັບ ແນ​ໃສ່​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ອາ​ຊີ - ອາບ​ຟ​ຣີ​ກາ​ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ທີ່​ໄດ້​ຮັບ​ການ​ຮັບ​ຮອງເອົາ​ຢູ່​ທີ່ກອງ​ປະ​ຊຸມ ອາ​ຊີ - ອາບ​ຟ​ຣີ​ກາ​ຄັ້ງ​ທີ 1(ກອງ​ປະ​ຊຸມ Bandung). ນີ້​ແມ່ນ​ບຸ​ລິ​ມະ​ສິດ​ຮັກ​ສາ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການ​ຮ່ວ​ມ​ມື, ເຊື່ອມ​ຈອດອາ​ຊີ - ອາບ​ຟ​ຣີ​ກາ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ທັງ 2 ພາກ​ພື້ນ. ພ້ອມ​ກັບ​ຜູ້​ແທນ 109 ທ່ານ ຊຶ່ງ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ບັນ​ດາ​ປະ​ເທດທະ​ວີບອາ​ຊີ, ທະ​ວີອາບ​ຟ​ຣີ​ກາ ແລະ ຢູ່​ພາກ​ພື້ນ​ອື່ນໆ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມນຳ​ໂດຍທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

   ຮັກ​ສາຫຼັກ​ການ​ພື້ນ​ຖານ​ຂອງ​ກອງ​ປະ​ຊຸມ Bandung ໃຫ້​ໝັ້ນ​ຄົງ

        ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ອາບ​ຟ​ຣີ​ກາ ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ Bandung, ປະ​ເທດ ອີນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 18 – 24/4/1955  ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 29 ປະ​ເທດ ອາ​ຊີ - ອາບ​ຟ​ຣີ​ກາ, ຊຶ່ງ​ເປັນ​ການ​ເປີດ​ສາກ​ໃຫ​້​ວິ​ວັດ​ທະ​ນາ​ການ​ຮ່ວມ​ມືໃໝ່ ອາ​ຊີ - ອາບ​ຟ​ຣີ​ກາ.  ແລະ ໄດ້​ຮັບ​ຖື​ວ່າ​ເປັນ​ສັນ​ຍາ​ລັກ​ກ່ຽວ​ກັບ​ການ​ຟື້ນ​ຟູ​ຂອງ​ ບັນ​ດາ​ປະ​ເທດທະ​ວີບອາ​ຊີ, ທະ​ວີບອາບ​ຟ​ຣີ​ກາ. ເປັນ​ຄັ້ງ​ທຳ​ອິດ, ກອງ​ປະ​ຊຸມ​ໄດ້​ຍົກ​ອອກ 10 ຫຼັກ​ການ Bandung ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າ​ງ ບັນ​ດາ​ປະ​ເທດທະ​ວີບອາ​ຊີ, ທະ​ວີບອາບ​ຟ​ຣີ​ກາ​ຄື ເຄົາ​ລົບ​ອະ​ທິ​ປະ​ໄຕ, ບໍ່​ແຊກ​ແຊງ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ….ກອງ​ປະ​ຊຸມ​ໄດ​້​ກາຍ​ເປັນ​ກຳ​ລັງ​ໜູນ​ພາ​ໄປ​ເຖິງ​ບັນ​ດາ​ການ​ຫັນ​ປ່ຽ​ນ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ເລື່ອງ​ບັນ​ດ​າ​ປະ​ເທດ​ຍາດ​ໄດ້​ເອ​ກະ​ລາດ​ຢ​ູ່ ອາ​ຊີ - ອາບ​ຟ​ຣີ​ກາ, ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ, ກຸ່ມ 77 ແລະ ຮ່ວມ​ມື ໃຕ້ - ໃຕ້ໃນ​ຊຸມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

    ຫວຽດ​ນາມ​ຕັ້ງ​ໜ້າ​ສ້າງ​ຂອບ​ເຂດ​ຮ່ວມ​ມື ອາ​ຊີ - ອາບ​ຟ​ຣີ​ກາ

  ໂດຍ​ແມ່ນ​ໜຶ່ງໃນ 29 ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ Bandung ເມື່ອ​ປີ 1955 ຊຶ່ງ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ, ໃນ 60 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ຍາມ​ໃດ​ກໍ​ແມ່ນ​ສະ​ມາ​ຊິກ​ຢ່າງ​ຕັ້ງ​ໜ້າ, ພິ​ເສດ​ໃນ​ປີ 2005, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດຶກ​ເລືອງ ໄດ້​ນຳ​ໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂັ້ນ​ສູງອາ​ຊີ - ອາບ​ຟ​ຣີ​ກາ​ປີ 2005 ແລະ ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ດຳ​ເນີນກອງ​ປະ​ຊຸ​ມ Bandung. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄດ້​ມີ​ການ​ປະ​ກອບ​ສ່ວ​ນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່ອາ​ຊີ - ອາບ​ຟ​ຣີ​ກາ, ຍົກ​ອອກ​ຂໍ້​ສະ​ເໜີ້​ແນະຫຼາຍ​ຂໍ້​ກ່ຽວ​ກັບ​ການ​ຮ່ວ​ມມືລະ​ອຽດ​ຄື ຮູບ​ແບບ​ຮ່ວມ​ມື 3 ຝ່າຍ, ເວ​ທີ​ປາ​ໄສ ຫວຽດ​ນາມ  - ອາບ​ຟ​ຣີ​ກາ, ພ້ອມ​ທັງ​ແບ່ງ​ປັນ​ບົດ​ຮຽນ​ການ​ຮ່ວມ​ມື​ ແລະ ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ ອາບ​ຟ​ຣີ​ກາ, ຄະ​ນະ​ຜູ້​ແທນ​ປະ​ມຸກ​ລັດ​ຂອງຫຼາຍ​ປະ​ເທດ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ຫວຽດ​ນາມ ກໍ​ແມ່ນ​ປະ​ເທດ​ດຽວ​ໃນ​ກຸ່ມ​ອາ​ຊຽນ ມີ​ກົນ​ໄກ​ກອງ​ປະ​ຊຸມ​ສຳ​ມະ​ນາສາ​ກົນ​ຫວຽດ​ນາມ - ອາບ​ຟ​ຣີ​ກາ, ມາ​ຮອດ​ປະ​ຈຸ​ບັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ 2 ຄັ້ງ ແລ້ວ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ປະ​ເທດ  ອາບ​ຟ​ຣີ​ກາ ວ່າ ການ​ຮ່ວ​ມ​ມື​ຫວຽດ​ນາມ - ອາບ​ຟ​ຣີ​ກາ ແມ່ນ​ແບບ​ຢ່າງ​ຂອງ​​ການ​ຮ່ວມ​ມື​ໃນ ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ.

     ບໍ່​ພຽງ​ແຕ່​ທາງ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ,  ການ​ພ​ົວ​ພັນ​ດ້ານ​ເສດ​ຖະ​ກິດ- ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາບ​ຟ​ຣີ​ກາ ໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ຫວຽດ​ນາ​ມມີ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ທັງ 55 ປະ​ເທດ ອາບ​ຟ​ຣີ​ກາ, ຍົກ​ວົງ​ເງິນ​ການ​ຄ້າ​ປີ 2013 ບັນ​ລຸ​ປະ​ມານ 4,3 ຕື້ USD. ມີຫຼາຍ​ໂຄງ​ການ​ໄດ້​ຖືກ​ຜັນ​ຂະ​ຫຍາຍ​ລົງ​ທຶນ​ຢູ່​ບັນ​ດາ​ປະ​ເທດອາບ​ຟ​ຣີ​ກາດ້ວຍຍອດ​ຈຳ​ນວນ​ທຶນ​ຂຶ້ນ​ເຖິງກວ່າ 2 ຕື້ USD . ຫວຽດ​ນາມ​ກໍ​ໄດ້​ສົ່ງ​ຜູ້​ຊ່ຽວ​ຊານ​ດ້ານ​ກະ​ສີ​ກຳ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ​ນັບ​ພັນ​ເທື່ອ​ຄົນ​ໄປ​ເຮັດ​ວຽກ​ຢູ່ ບັນ​ດາ​ປະ​ເທດທະ​ວີບອາບ​ຟ​ຣີ​ກາຕາ​ມ​ສັນ​ຍາ 2 ຝ່າຍ ແລະ ຫຼາຍ​ຝ່າຍ.

    ສືບ​ຕໍ່​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ໃນ​ການ​ຮ່ວມ​ມື ອາ​ຊີ - ອາບ​ຟ​ຣີ​ກາ ຢ່າງ​ຕັ້ງ​ໜ້າ

    ຫວນ​ຄືນ 60 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາບ​ຟ​ຣີ​ກາ​ເວົ້າ​ສະ​ເພາະ, ເວົ້າ​ລວມ​ແມ່ນ​ລະ​ຫວ່າງ ອາ​ຊີ - ອາບ​ຟ​ຣີ​ກາ, ພ້ອມ​ກັບ​ບັນ​ດາ​ສິ່ງ​ທີ່​ສະ​ດວກ, ກໍ​ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ໃນ​ໄລ​ຍະ​ໃໝ່, ນັ້ນ​ແມ່ນ​ສະ​ພາບ​ການ​ໂລກ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ໂລກ ແລະ ພາກ​ພື້ນ​ເພີ່ມ​ທະ​ວີ​ຂຶ້ນ. ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ  ອາບ​ຟ​ຣີ​ກາສືບ​ຕໍ່​ແມ່ນ​ຈຸດ​ຮ້ອນ​ດ້ວຍ​ການ​ປະ​ທະ​ກັນ​ແຜ່​ລາມ​ອອກ​ກ້​ວາງ, ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍເກີດ​ຂຶ້ນ​ຢູ່ຫຼາຍ​ແຫ່ງ​ໃນ​ໂລກ.

     ຍ້ອນ​ເຫດນີ້​ເອງ, ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຂັ້ນ​ສູງອາ​ຊີ - ອາບ​ຟ​ຣີ​ກາປີ 2015 ແມ່ນ “ເພີ່ມ​ທະ​ວີ​ການ ຮ່ວມ​ມື ໃຕ້ - ໃຕ້​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ, ອີກ​ຄັ້ງ​ໜຶ່ງ​ໄດ້​ຢືນ​ຢັນ​ ບຸ​ລິ​ມະ​ສິດ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ເຊີດ​ຊູ​ບັນ​ດາຫຼັກ​ການ Bandung ເພື່ອຊຸກ​ຍູ້​ການ​ຮ່ວ​ມ​ມື, ເຊື່ອມ​ຈອດອາ​ຊີ - ອາບ​ຟ​ຣີ​ກາ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ທັງ 2 ພາກ​ພື້ນ. . ພ້ອມ​ກັບ​ຜູ້​ແທນ 109 ທ່ານ ຊຶ່ງ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ບັນ​ດາ​ປະ​ເທດທະ​ວີບອາ​ຊີ, ທະ​ວີບອາບ​ຟ​ຣີ​ກາ ແລະ ຢູ່​ພາກ​ພື້ນ​ອື່ນໆ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມນຳ​ໂດຍທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີນ​ຊາງ ​ທີ່ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ອາບ​ຟ​ຣີ​ກາ, ​ ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ດຳ​ເນີນກອງ​ປະ​ຊຸ​ມ Bandung ແລະ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່ ອາ​ຊີ - ອາບ​ຟ​ຣີ​ກາ” ຢູ່​ນະ​ຄອນຫຼວງ ຈາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ຢືນ​ຢັນ​ວ່າ ຫວຽດ​ນາມ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ດ້ວຍ​ທີ່​ຕັ້ງ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ

ຕອບກັບ

ຂ່າວ/ບົດ​ອື່ນ