ຫວຽດນາມເລື່ອນຂັ້ນຂຶ້ນແບບກ້າວກະໂດດກ່ຽວກັບດັດຊະນີການພັດທະນາມະນຸດ

(VOVWORLD) -ບົດລາຍງານການພັດທະນາມະນຸດທົ່ວໂລກ ໂດຍໂຄງການພັດທະນາ ສະຫະປະຊາຊາດ (UNDP) ປະກາດຫວ່າງແລ້ວນີ້ (13 ມິນາ ຕາມເວລາ ນິວຢອກ ສະຫະລັດ ອາເມລິກາ) ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີການພັດທະນາມະນຸດຢູ່ໃນລະດັບສູງ. ດັດຊະນີການພັດທະນາມະນຸດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງໃນໄລຍະ 30 ປີຜ່ານມາ. ນີ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນຂອງບັນດານະໂຍບາຍເພື່ອມະນຸດຂອງ ພັກ ແລະ ລັດ ຫວຽດນາມ ໃນຫລາຍທົດສະຫວັດຜ່ານມາ.

ຫວຽດນາມເລື່ອນຂັ້ນຂຶ້ນແບບກ້າວກະໂດດກ່ຽວກັບດັດຊະນີການພັດທະນາມະນຸດ - ảnh 1ພາບປະກອບ:TTXVN

ດັດຊະນີການພັດທະນາມະນຸດ (HDI) ແມ່ນຫນຶ່ງໃນບັນດາຄາດໝາຍສັງລວມ, ວັດແທກຄຸນນະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຫນຶ່ງ, ເຂດດິນແດນ ຫລືທ້ອງຖິ່ນຫນຶ່ງ ໂດຍໂຄງການພັດທະນາຂອງ ສປຊ (UNDP) ລິເລີ່ມແຕ່ປີ 1990 ແລະ ໄດ້ປະກາດເປັນປະຈຳ.

ເພີ່ມຂຶ້ນເກືອບ 50%ໃນໄລຍະ 30 ປີຜ່ານມາ

ການພັດທະນາມະນຸດແມ່ນຈຸດສຸມໃນຍຸດທະສາດພັດທະນາຂອງຫວຽດນາມ ໃນຫລາຍທົດສະວັດຜ່ານມາ ແລະ ສິ່ງນີ້ໄດ້ນຳມາເຊິ່ງບັນດາໝາກຜົນຕັ້ງຫນ້າ. ຕາມບົດລາຍງານຂອງ UNDP, ດັດຊະນີພັດທະນາມະນຸດຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ; ເພີ່ມຂຶ້ນເກືອບ 50% ແຕ່ 0,493 ໃນປີ 1990 ຂື້ນເປັນ 0,726 ໃນປີ 2022. ໃນຊຸມປີ 1990 ເມື່ອ UNDP ເລີ່ມແນະນຳ HDI, ຫວຽດນາມ ແມ່ນຢືນອັບດັບທ້າຍຂອງຕາຕະລາງຈັດອັນດັບ ແຕ່ໄດ້ບືນຂຶ້ນຢືນອັນດັບກວ່າເຄິ່ງຫນຶ່ງໃນຕາຕະລາງຈັດອັນດັບ ພາຍຫລັງທີ່ບັນລຸໄດ້ບັນດາຄວາມກ້າວຫນ້າຢ່າງຕໍ່ເນື່ອງໃນໄລຍະ 30 ປີຜ່ານມາ. ແລະ ໃນການຈັດອັນດັບຄັ້ງນີ້ຂອງ ຫວຽດນາມ(ໂດຍອີງໃສ່ຕົວເລກປີ 2022) ແມ່ນຢູ່ໃນລະດັບ 107/193 ປະເທດ ແລະ ເຂດແຄ້ວນ.        

 ຕາມ UNDP ແລ້ວ, ອັນດັບ ຂອງ ຫວຽດນາມ ໄດ້ຫຍັບຂຶ້ນອັນດັບທີ່ດີກວ່າ ກໍ່ຍ້ອນວ່າ ພື້ນຖານເສດຖະກິດຍັງຄົງສືບຕໍ່ເຕີບໂຕໃນໄລຍະເກີດໂລກລະບາດ. ຫວຽດນາມ ໄດ້ຢັ້ງຢືນໃຫ້ເຫັນການເຕີບໂຕເພີ່ມຂຶ້ນສູງໃນປີ 2022 ແລະ ສິ່ງນີ້ໄດ້ຍົກລະດັບການພັດທະນາມະນຸດ. ບັນດາຕົວເລກອື່ນທີ່ກ່ຽວຂ້ອງເຖິງລະດັບວິຊາສະເພາະ ແລະ ອາຍຸຍືນ ກໍ່ສືບຕໍ່ໄດ້ຮັບການປົວແປງ. ເມື່ອຕີລາຄາກ່ຽວກັບບັນດາຄວາມກ້າວຫນ້າຂອງຫວຽດນາມ, ທ່ານນາງ Pauline Tamesis ຜູ້ປະສານງານ ຂອງສປຊ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາຄວາມກ້າວຫນ້າຂອງຫວຽດນາມ ໃນການເຕີບໂຕເສດຖະກິດ, ການຫລຸດຜ່ອນຄວາມທຸກຍາກ, ປັບປຸງບັນດາດັດຊະນີສັງຄົມ ແມ່ນສິ່ງທີ່ເປັນຫນ້າຍ້ອງຍໍ. ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວຫນ້າສຳຄັນໃນການພັດທະນາມະນຸດ. ນັບແຕ່ປີ 2019 ຫວຽດນາມ ໄດ້ຮັບການຮັບຮູ້ຄືດັ່ງປະເທດມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງ. ມາດຖານຜູ້ທຸກຍາກຫລາຍຂົ້ວໄດ້ຫລຸດລົງຢ່າງແຮງ ຈາກອັດຕາ 9% ໃນປີ 2016 ລົງເຫລືອອັດຕາ 3,6% ໃນປີ 2022. ນີ້ແມ່ນການປັບປຸງທີ່ເປັນຫນ້າປະທັບໃຈ ເພາະວ່າ ສິ່ງນີ້ແມ່ນໝາຍຄວາມວ່າ ປະຊາຊົນມີອາຍຸຍືນສູງກວ່າ, ສຸຂະພາບແຂງແຮງກວ່າ ດ້ວຍອາຍຸຍືນສະເລ່ຍຂອງປະຊາຊົນແມ່ນເພີ່ມຂຶ້ນກວ່າ 73,6 ປີ. ປະກັນສຸຂະພາບແມ່ນໄດ້ມາເຖິງ 92% ຈຳນວນປະຊາກອນ.ໃນປີ 2022 ອັດຕາຜູ້ວ່າງງານຂອງຫວຽດນາມ ຫລຸດລົງເຫລືອພຽງ 2,32% ຊ່ວຍຫວຽດນາມ ບັນລຸໄດ້ຄາດໝາຍພັດທະນາແບບຍືນຍົງ(SDG) ທີ່ໄດ້ວາງອອກ”

ການພັດທະນາມະນຸດສືບຕໍ່ແມ່ນບັນຫາຈຸດສຸມໃນຍຸດທະສາດພັດທະນາປະເທດຊາດ

ໃນທັດສະນະຂອງການນຳພາ, ພັກກອມມູນິດ ຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງບົດບາດຂອງປັດໄຈມະນຸດໃນການພັດທະນາ. ໃນພາລະກິດແຫ່ງການປ່ຽນແປງໃຫມ່, ພັກ, ລັດ ຫວຽດນາມ ໄດ້ກຳນົດ ເອົາມະນຸດເຂົ້າເປັນທີ່ຕັ້ງໃຈກາງຂອງບັນດານະໂຍບາຍພັດທະນາ; ການເບິ່ງແຍງດູແລມະນຸດແມ່ນເປົ້າໝາຍສູ້ຊົນສູງສຸດຂອງລະບອບ. ທຸກແຜນນະໂຍບາຍ, ນະໂຍບາຍພັດທະນາລ້ວນແຕ່ເລິ່ມມາຈາກມະນຸດ, ຖືມະນຸດເປັນໃຈກາງ. ທ່ານນາງ Pauline Tamesis ຜູ້ປະສານງານ ຂອງສປຊ ປະຈຳຫວຽດນາມ

 “ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ລົງທຶນເຂົ້າບັນດາຂົງເຂດຄື: ຮູບແບບການເຕີບໂຕນະວັດຕະກຳ; ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ຫັນປ່ຽນພະລັງງານແບບຍຸຕິທຳ; ປົກປັກຮັກສາຊີວະນາໆພັນ, ຊັບພະຍາກອນ; ຫັນເປັນດິຈີຕອນ ແລະລະບົບສະບຽງອາຫານ. UNDP ຈະສືບຕໍ່ສະຫນັບສະຫນູນບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ, ໃນນັ້ນ ມີແຜນການດຳເນີນງານແຫ່ງຊາດ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ”

ຫວຽດນາມເລື່ອນຂັ້ນຂຶ້ນແບບກ້າວກະໂດດກ່ຽວກັບດັດຊະນີການພັດທະນາມະນຸດ - ảnh 2ທ່ານນາງ Pauline Tamesis, ຜູ້ປະສານງານ ຂອງສປຊ ປະຈຳຫວຽດນາມ. ພາບ:un.org

ການພັດທະນາມະນຸດ ຍາມໃດກໍ່ແມ່ນບັນຫາຈຸດສຸມໃນນະໂຍບາຍພັດທະນາຂອງ ຫວຽດນາມ. ບັນດາຜົນງານກ່ຽວກັບການພັດທະນາມະນຸດໂດຍໄດ້ຮັບຮູ້ຈາກສາກົນ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນຈາກບັນດານະໂຍບາຍເພື່ອມະນຸດຂອງພັກ ແລະ ລັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ