ຫວຽດນາມແມ່ນຂົວຕໍ່ລະຫວ່າງ ອາເມລິກາ ແລະ ອາຊຽນ

(VOVWORLD) - ໂດຍແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕັ້ງຢູ່ ໃນກາງ ມະຫາສະມຸດອິນເດຍ -ປາຊີຟິກ, ອາຊຽນ ນັບມື້ນັບມີທີ່ຕັ້ງສຳຄັນໃນຍຸດທະສາດ ແລະນະໂຍບາຍການຕ່າງປະເທດຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ. ນະໂຍບາຍການຕ່າງປະເທດຂອງ ອາເມລິກາ ຕໍ່ກັບ ອາຊຽນ ໄດ້ກຳນົດຢ່າງເຫັນໄດ້ຊັດເທື່ອລະກ້າວ, ເປັນຕົ້ນໃນຍຸດທະສາດ ມະຫາສະມຸດອິນເດຍ -ປາຊີຟິກ ແລະ ຫວຽດນາມ ໄດ້ຮັບຖືວ່າ ແມ່ນຄູ່ຮ່ວມມືສຳຄັນ.

ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ວາງອອກຈຸດສຸມບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ອາເມລິກາ ຢູ່ ພາກພື້ນ ອາຊີ -ປາຊີຟິກ ແມ່ນກວ້າງກວ່າຢູ່ ພາກພື້ນ ມະຫາສະມຸດອິນເດຍ -ປາຊີຟິກ, ໃນນັ້ນ ຕີລາຄາສູງບົດບາດຂອງອາຊຽນ.

ບັນດາທ່າໄດ້ປຽບເພື່ອຫັນຄາດໝາຍເປັນເສລີ ແລະ ກວ້າງກວ່າໃຫ້ປະກົດຜົນເປັນຈິງ

ກ່ຽວກັບພູມສາດການເມືອງ, ອາຊຽນແມ່ນ ສະຖານທີ່ສຳຄັນເພື່ອໃຫ້ ອາເມລິກາ ຜັນຂະຫຍາຍ ແລະປະຕິບັດ ຄາດໝາຍ “ເປັນເສລີ” ແລະ “ເປີດກວ້າງ”  ໃນຍຸດທະສາດ ອິນເດຍ - ປາຊີຟິກ ໃຫ້ປະກົດຜົນເປັນຈິງ. ບັນດາກົນໄກ, ຂອບເຂດການຮ່ວມມື ໂດຍ ອາຊຽນ ນຳພາ ພວມສ້າງ “ເດີນຫລິ້ນ” ຮ່ວມ, ແມ່ນບ່ອນທີ່ ອາເມລິກາ  ສາມາດຊອກຫາ ແລະ ສ້າງການພົວພັນກັບບັນດາຄູ່ຮ່ວມມື ພ້ອມກັນແບ່ງປັນວິໄສທັດ, ເປົ້າໝາຍສຳລັບພາກພື້ນກັບ ອາເມລິກາ.

ຫວຽດນາມແມ່ນຂົວຕໍ່ລະຫວ່າງ ອາເມລິກາ ແລະ ອາຊຽນ - ảnh 1 ທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ  ກ່າວຄໍາເຫັນທີ່ພິທີເລີ່ມດໍາເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25  ປີ ແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ອາເມລິກາ ເປັນປົກກະຕິ ໃນວັນທີ 30/1(ພາບ: baoquocte.vn)

ກ່ຽວກັບພູມສາດເສດຖະກິດ, ອາຊຽນ ແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນ ດ້ວຍຈຳນວນພົນລະເມືອງຫລວງຫລາຍ ແລະຫນຸ່ມແຫນ້ນ, ອາຊຽນ ບໍ່ພຽງແຕ່ແມ່ນສະຖານທີ່ລົງທຶນຢ່າງດູດດື່ມເທົ່ານັ້ນ ຫາກຍັງແມ່ນຕະຫລາດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບອາເມລິກາ. ທີ່ຫລາຍເວທີປາໄສຂອງພາກພື້ນ ກໍ່ຄືທົ່ວໂລກ, ອາເມລິກາ ໄດ້ຖະແຫລງຢ່າງເປີດເຜີຍເປັນຫລາຍຄັ້ງວ່າ: ອາຊຽນ ສວມບົດບາດເປັນໃຈກາງໃນວິໄສທັດ ມະຫາສະມຸດອິນເດຍ -ປາຊີຟິກ ຊື່ງ ອາເມລິກາ ມຸ່ງໄປເຖິງ. ສິ່ງດັ່ງກ່າວໄດ້ຢັ້ງຢືນໃນຍຸດທະສາດຄວາມໝັ້ນຄົງແຫ່ງຊາດ ຂອງອາເມລິກາ ເມື່ອປີ 2017, ກົດໝາຍວ່າດ້ວຍຂໍໍ້ລິເລີ່ມການຮັບປະກັນ ອາຊີ ຄືນໃຫມ່ ທີ່ປະກາດໃນກອງປະຊຸມເຈລະຈາ Shangri-La ຄັ້ງທີ 18 (ເດືອນມິຖຸນາປີ 2019)…

ເປັນຫນ້າສົນໃຈ, ໃນກົດໝາຍສະບັບນີ້ ຫວຽດນາມ ແມ່ນຫນຶ່ງໃນ 4 ປະເທດຫລັກແຫລ່ງ ຊື່ງ ອາເມລິກາ ໄດ້ເວົ້າເຖິງເມື່ອເຕື້ອງເຖິງບົດບາດຂອງ ອາຊຽນ ສຳລັບຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງອາເມລິກາ ຢູ່ ພາກພື້ນ ມະຫາສະມຸດອິນເດຍ -ປາຊີຟິກ.  ອາເມລິກາ ກໍ່ໄດ້ເຂົ້າຮ່ວມໃນກົນໄກຮ່ວມມືນອກພາກພື້ນ ໂດຍ ອາຊຽນ ລິເລີ່ມ, ສະຫນັບສະຫນູນ ແລະ ຫນູນຊ່ວຍ ເພື່ອໃຫ້ ອາຊຽນ ສວມບົດບາດໃຈກາງໃນຍຸດທະສາດ ອິນເດຍ -ປາຊີຟິກ.

ອາເມລິກາ ກໍ່ໄດ້ກຳນົດວ່າ ອາຊຽນ ແມ່ນ ກຸ່ມຫລັກແຫລ່ງໃນບັນຫາທະເລຕາເວັນອອກ ເພາະວ່າ ນີ້ແມ່ນເຂດທະເລທີ່ມີຄວາມໝາຍສຳຄັນພິເສດສຳລັບຜົນປະໂຫຍດໃນພາຍພາກຫນ້າ ແລະຍາວນານ,ເພີ່ມລະດັບຜົນສະທ້ອນຂອງອາເມລິກາ ຢູ່ພາກພື້ນ.ສິ່ງນີ້ໄດ້ປະກອບສ່ວນເພີ່ມທະວີຄຸນຄ່າພູມສາດ ຍຸດທະສາດຂອງ ອາຊຽນ ໃນນະໂຍບາຍການຕ່າງປະເທດຂອງອາເມລິກາ ສຳລັບອາຊີ.

 ຫວຽດນາມ - ຂົວຕໍ່ລະຫວ່າງ ອາຊຽນ ແລະອາເມລິກາ

ຄຽງຄູ່ກັບເລື່ອງປັບປຸງການພົວພັນກັບບັນດາປະເທດພັນທະມິດໃນພາກພື້ນຄື: ຟິລິບປີນ, ໄທ, ໃນອາຍຸການຂອງຕົນ, ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ ອາເມລິກາ D. Trump ກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດກັບອາຊຽນ. ພາຍຫລັງ 2 ອາທິດຮັບດຳລົງຕຳແຫນ່ງ (11/2017) ທ່ານປະທານາທິບໍດີ ອາເມລິກາ D. Trump ໄດ້ມາຫວຽດນາມເຂົ້າຮ່ວມ ເວທີປາໄສການຮ່ວມມື ອາຊີ -ປາຊີຟິກ (APEC).ຕົ້ນປີ 2019 ທ່ານປະທານາທິບໍດີ ອາເມລິກາ D. Trump ເດີນທາງມາຫວຽດນາມຄັ້ງທີ 2 ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາເມລິກາ-ສປປເກົາຫລີ ຢູ່ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ແມ່ນການນຳອາຊີຕາເວັນອອກ ຜູ້ທຳອິດທີ່ໄປຢ້ຽມຢາມອາເມລິກາ ເມື່ອເດືອນ ພຶດສະພາປີ 2017. ຫວຽດນາມພວມເພີ່ມທີ່ຕັ້ງບົດບາດ ແມ່ນປະເທດສົ່ງອອກສິນຄ້າໄປຍັງ ອາເມລິກາ ແຖວຫນ້າໃນພາກພື້ນ. ປີ 2020 ຫວຽດນາມຮັບດຳລົງຕຳແຫນ່ງ ບົດບາດເປັນປະທານ ອາຊຽນ ແລະ ພ້ອມກັບອາເມລິກາ ພວມຈັດຕັ້ງຫລາຍການເຄື່ອນໄຫວສະເຫລີມສະຫລອງ 25 ປີແຫ່ງວັນສ້າງການພົວພັນລະຫວ່າງຫວຽດນາມແລະອາເມລິກາ ເປັນປົກກະຕິ (7/1995-7/2020). ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມືຫລັກແຫລ່ງ,ໃນນັ້ນ  ອາເມລິກາແມ່ນຈຸດສຸມບຸລິມະສິດຂອງປີເປັນປະທານ ອາຊຽນ 2020 ຂອງຫວຽດນາມ. ຫວຽດນາມ ສືບຕໍ່ຊຸກຍູ້ຄວາມເຫັນດີເຫັນພ້ອມ,ຄວາມສາມັກຄີ ຂອງ ອາຊຽນໃນການຮັບມືກັບບັນດາການປ່ຽນແປງ, ສິ່ງທ້າທາຍຢູ່ພາຍນອກ, ການປະພຶດຂອງ ອາຊຽນ ຕໍ່ກັບບັນດາຍຸດທະສາດ, ຂໍ້ລິເລີ່ມຮ່ວມມືພາກພື້ນຂອງ ບັນດາປະເທດໃຫຍ່. ໃນເອກະສານ ທັດສະນະຂອງ ອາຊຽນກ່ຽວກັບມະຫາສະມຸດອິນເດຍ -ປາຊິຟິກ ໂດຍບັນດາການນຳຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ໄທປີ 2019, ສືບຕໍ່ກຳນົດທິດໃນບັນດາການເຄື່ອນໄຫວຂອງ ອາຊຽນປີ 2020 ແລະໄລຍະຈະມາເຖິງ. ນີ້ກໍ່ແມ່ນສານຂອງອາຊຽນ ຕໍ່ກັບໂລກ, ປາດຖະຫນາຢາກພ້ອມກັບບັນດາຄູ່ຮ່ວມມື, ໃນນັ້ນ ມີ ອາເມລິກາ ສ້າງພາກພື້ນ ມະຫາສະມຸດອິນເດຍ -ປາຊິຟິກ ໃຫ້ມີຄວາມສັນຕິພາບ,ສະຖຽນລະພາບ ແລະ ພັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ