ຫວຽດນາມໃຫ້ຄຳໝັ້ນສັນຍາຍົກສູງຄຸນນະພາບຊີວິດຂອງປະຊາຊົນ


(vovworld)-ປີ​ນີ້​ແມ່ນ​ປີ​ທຳ​ອິດ​ທີ່ຫວຽດນາມ​ ຈັດ​ວັນ​ຄວາມຜາສຸກ​ສາກົນ (20/3) ພາຍຫຼັງ 1 ປີ​ທີ່ ສປຊ ປຸກລະດົມ​ເຫດການ​ນີ້​ໃນ​ທົ່ວ​​ໂລກ. ​ເລື່ອງ ຫວຽດນາມ​ ຈັດ​ວັນ​ຄວາມຜາສຸກ​ສາກົນ ລະດັບ​ຊາດ​ໃນ​ປີ​ທຳ​ອິດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ, ມູ້​ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຫວຽດນາມໃຫ້ຄຳໝັ້ນສັນຍາຍົກສູງຄຸນນະພາບຊີວິດຂອງປະຊາຊົນ - ảnh 1

ຕອບສະໜອງວັນ​ຄວາມຜາສຸກ​ສາກົນຢູ່​ດົ່ງ​ນາຍ

(ພາບ: baodongnai.com.vn)

   ດ້ວຍ​ຫົວ​ຂໍ້​ວ່າ “ຮັກ​ແພງ ​ແລະ ​ແບ່ງປັນຊື່​ງກັນ ​ແລະ ກັນ“, ວັນ​ຄວາມຜາສຸກ​ສາກົນຢູ່​ຫວຽດນາມ ປີ​ນີ້ ​ໄດ້​ສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ຄື: ​ໂຄສະນາ, ຈັດ​ງານ​​ໂຮມຊຸມນຸມ​, ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ, ການ​ຝຶກ​ອົບຮົມ, ​ພົບ​ປະ​ສົນທະນາ, ​ເວທີ​ໄປ​ໄສ, ງານ​ປະ​ກວດ, ບັນດາ​ເຫດການ​ວັດທະນະທຳ, ກິລາ, ການທ່ອງທ່ຽວ. ບັນດາ​ຜູ້​ຈັດ​ຕັ້ງວັນ​ຄວາມຜາສຸກ​ສາກົນປາດ​ຖະໜາ​ວ່າ, ປຊຊ ຫວຽດນາມ ທຸກ​ຄົນ​ຈະ​ຮັກ​ແພງ​ກັນ, ​ແບ່ງປັນ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ພັດທະນາ​ຊີວິດ​ສັງຄົ​ມ.

​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ່ຍລ້ວນ​ແຕ່​ມຸ້ງ​ໄປ​ເຖິງ​ຄວາມ​ຜາ​ສຸກ​ຂອງ ປຊຊ

​  ໃນ​ຫຼາຍ​ປີຜ່ານມາ, ບັນດາແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫ່ຍຂອງ​ພັກ, ລັດ​ເພື່ອ​ໃຫ້ ປຊຊ ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ອີມໜຳ​ສຳລານ, ມີ​ຄວາມຜາ​ສຸກ, ຮັບປະກັນ​ຊີວິດ​ສັງຄົມ​ບ​ັນລຸ​ໄດ້​ປະສິດທິ​ຜົນ​ທີ່​ຕັ້ງໜ້າ. ຕາມ​ໝາກຜົນ​​ແຫ່ງ​ການ​ສຳ​ຫຼວດ “​ໂລກ​ແຫ່ງ​ຄວາມ​ຜາ​ສຸກ“ ​ໂດຍ​ສະ​ຖາ​ບັນ​ໂລກ ສັງກັດ​ມະຫາວິທະຍາ​ໄລ Columbia ປະ​ເທດ​ອາ​ເມ​ລິ​ກາ ປະກາດ​ເມື່ອ​ທ້າຍ​ປີ 2013 ​ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​​ໄດ້​ຈັດ​ອັບ​ດັບ 63 ​ໃນ​ໂລກ ກ່ຽວ​ກັບ​ຄວາມ​ຜາ​ສຸກ. ​ໃນ​ຂະນະ​ນັ້ນ,  ຕາມ​ການ​ຕີ​ລາຄາຂອງ​ກອງ​ທຶນ​ເສດຖະກິດ​ໃໝ່​ໃນ​ປີ 2012, ຫວຽດນາມ ຢືນ​ອັນ​ດັບ 2 ກ່ຽວ​ກັບ​ດັດຊະນີ​ຄວາມ​ຜາ​ສຸກ (HIP-Happy planet index) ​ໃນ​ໂລກ. ທ່ານ​ເຈິ່ງ​ເຮືອງ​ເຢືອງ ຮອງ​ຫົວ​ໜ້າ​ກົມ​ຄອບຄົວ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຕີ​ລາຄາ​ວ່າ:

   “​ໃນ​ຊຸມ​ປີຜ່ານມາ, ພັກ, ລັດ, ລັດຖະບານ​ກໍ່​ຄື​ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ສັງຄົມ, ຊ່ວຍ ປຊຊ ມີ​ຊີວິດ​ອິ່ມໜຳສຳລານ, ມີ​ຄວາມ​ຜາ​ສຸກ. ນັ້ນ​ແມ່ນ​ໝາກຜົນທີ່​ຈະ​ແຈ້ງ​ທີ່​ສຸດ. ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ຊື່​ງ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ຂອງ ປຊຊ ທີ່​ສຸດ. ສະນັ້ນ, ​ເມື່ອ ສປຊ ອອກ​ແຈ້ງ​ການ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ວັນ​ຄວາມ​ຜາ​ສຸກ​ສາກົນຄື​ວັນ​ທີ 20/3, ບັນດາ​ມາດຖານຂອງ​ ສປຊ ກ່ຽວ​ກັບວັນ​ຄວາມ​ຜາ​ສຸກ​ສາກົນ​ຄື: ສຸຂະພາບ, ຈິດ​ໃຈ, ການ​ສຶກສາ, ສິ່ງ​ແວດ​ລ້ອມ, ຄຸນ​ນະພາ​ບການ​ຄຸ້ມ​ຄອງ ​ແລະ ລະດັບ​ຄ່າ​ຄອງ​ຊີບ​ຂອງ ປຊຊ ​ແມ່ນ​ເໝາະ​ສົມ​ກັບ​ບັນດາ​ມາດຖານກ່ຽວ​ກັບ​ຊີວິດ​ສັງຄົມ​ຊື່​ງຫວຽດນາມ ພວມມຸ້ງ​ໄປ​ເຖິງ“

ຫວຽດນາມໃຫ້ຄຳໝັ້ນສັນຍາຍົກສູງຄຸນນະພາບຊີວິດຂອງປະຊາຊົນ - ảnh 2

​ເປັນຄັ້ງທຳ​ອິດ​ຫວຽດນາມ​ຈັດວັນ​ຄວາມຜາສຸກ​ສາກົນ

(ພາບ: .doisongphapluat.com)

 

​​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ ປຊຊ

   ​ໃນ​ໂອກາດ​ປຸກລະດົມວັນ​ຄວາມ​ຜາ​ສຸກ​ສາກົນ​ປີ 2013, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ກ່າວ​ຄຳ​ເຫັນ​ວ່າ: “ພວກ​ເຮົາ​ຕ້ອງການມີ​ຮູບ​ແບບ​ເສດຖະກິດ​ໃໝ່​ທີ່​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ 3 ປັດ​ໄຈ​ທີ່​ຕ້ອງການ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ. 3 ປັດ​ໄຈ​ນັນລວມມີ: ສັງຄົມ-​ເສດຖະກິດ-​ສິ່ງ​ແວດ​ລ້ອມ. ຖ້າ​ເຮັດ​ໄດ້​ທັງ 3 ປັດ​ໄຈດັ່ງກ່າວ, ພວກ​ເຮົາ​ຈະ​ມີ​ໂລກ​ແຫ່ງ​ຄວາມ​ຜາ​ສຸກ“. ດ້ວຍຄຳໝັ້ນສັນຍາ​ວ່າ ວັນ​ຄວາມ​ຜາ​ສຸກ​ສາກົນ ບໍ່​ພຽງ​ແຕ່​ແມ່ນ​ວັນ​ທີ່​ມີ​ຄວາມ​​ເປັນສັນຍາ​ລັກ​ເທົ່າ​ນັ້ນ, ຫວຽ​ດນາມ ພ້ອມ​ກັບ 192 ປະ​ເທດ​ສະມາຊິກ​ ສປຊ ສະໜັບສະໜູນ​ວັນ​ດັ່ງກ່າວ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​, ສ້າງ​ສັງຄົມ​ຍຸດຕິ​ທຳ, ພັດທະນາ​ແບບ​ຍືນ​ຍົງ, ​ເພື່ອ​​ນຳ​​ເອົາຄວາມ​ຜາ​ສຸກ​ມາໃຫ້ ປຊຊ. ສິ່ງ​ດັ່ງກ່າວ​ໄດ້​ພິສູດ​ໃຫ້​ເຫັນ​ຜ່ານ​ບັນດາ​ຈຸດ​ໝາຍ ​ແລະ ມາດ​ຕະການ​ບໍລິຫານ​ເສດຖະກິດ-​ສັງຄົມ​ຂອງ​ລັດຖະບານ​ໃນ​ປີ 2014 ຊື່​ງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ເຕື້ອງ​ເຖິງ​​ໃນ​ກອງ​ປະຊຸມ​ສາ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ທີ່​ຜ່ານ​ມາ:

   “​ປະຕິບັດ​ມະຕິ​ຂອງ​ສູນ​ກາງ​ກ່ຽວ​ກັບ​ບາງ​ບັນຫາ​ນະ​ໂຍບາຍ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ລາຍ​ຮັບ​ຂອງ​ຜູ້​ອອກ​ແຮງ​ງານ,​ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ອອກ​ແຮງ​ງານ​ຊົນນະບົດຢ່າງ​ຄົບ​ຊຸດ​. ຍູ​້​ແຮງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່​ງຊາດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ກວດກາ, ​ເພິ່ມ​ເຕິ​ມນະ​ໂຍບາຍ​ພິ​ເສດ​ໜູນ​ຊ່ວຍ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ຫຍຸ້ງຍາກ​ພິ​ເສດ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ທັນ​ຍາ​ຫານ, ພັດທະນາ​ການ​ລ້ຽງສັດ, ປູກ ​ແລະ ປົກ​ປັກ​ຮັກສາ​ປ່າ. ຈັດຕັ້ງປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ບັນຫາ​ຮີ​ບດ່ວນ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ. ປົກ​ປ້ອງ, ພັດທະນາ​ປ່າ, ອະນຸລັກ​ຮັກສາ​ທຳ​ມະ​ຊາດ ​ແລະ ຊີວະ​ນາໆ​ພັນ. ປັບປຸງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂ​ຊີວິດ​ຂອງ ປຊຊ“.

  ພ້ອມ​ກັບການ​ພັດທະນາ​ດ້ານເສດຖະກິດ, ​ເລື່ອງ​ຫວຽດນາມ ​ເອົາ​ໃຈ​ໃສ່, ຮັບປະກັນ​ຊີວິດ​ສັງຄົມ​ກໍ່​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ໃຫ້ ປຊຊ ມີ​ຊີວິດ​ທີ່​ມີ​ຄວາມຜາ​ສຸກ, ປະກອບສ່ວນ​ສຳຄັນ​​ ຮັບປະກັນ​​ໃຫ້​ແກ່ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ