ຫວຽດນາມໝູນໃຊ້ນະໂຍບາຍເສດຖະກິດໃໝ່ ຂອງ ເລນິນ ຢ່າງມີຫົວຄິດປະດິດສ້າງເພື່ອປ່ຽນແປງໃໝ່

ຫວຽດນາມໝູນໃຊ້ນະໂຍບາຍເສດຖະກິດໃໝ່ ຂອງ ເລນິນ ຢ່າງມີຫົວຄິດປະດິດສ້າງເພື່ອປ່ຽນແປງໃໝ່ - ảnh 1
Vladimir Ilyich Lenin

      ປະຈຸບັນ, ຢູ່ຫວຽດນາມພວມດຳເນີນບັນດາການເຄື່ອນໄຫວສະຫຼຸບ 30 ປີແຫ່ງການປະຕິບັດ ກິດຈະການ ປ່ຽນແປງໃໝ່. ຫວນຄືນໄລຍະທາງແຫ່ງ ປະຫວັດສາດ​ດ້ວຍ​ບັນດາ​ຜົນ​ງານທີ່​ສຳຄັນ, ບັນດາ​ນັກ​ທິດ​ສະ​ດີ​ຢູ່​ຫວຽດນາມ​ຖື​ວ່າ ຫວຽດນາມ​ບໍ່​ອາດປ່ຽນແປງໃໝ່ຢ່າງສຳເລັດຜົນຖ້າຫາກ ບໍ່ໝູນໃຊ້ ນະໂຍບາຍ​ເສດຖະກິດ​ໃໝ່​ຂອງ ​ເລ​ນິນ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ.

     ​ໂດຍ​ຫວນ​ຄືນ​ວິວັດທະນາ​ການ​ປ່ຽນ​ແປງ​ໃໝ່, ຊາວ​ຫວຽດນາມ​ທັງຫຼາຍ​ບໍ່​ອາດ​ຫຼົງ​ລືມ​ໄລຍະ​ໜຶ່ງ​ທີ່​ຍາວ​ນານ​ຊຶ່ງ​ຖືກ​ເອີ້ນ​ວ່າ “ ​ໄລຍະ​ເກື້ອກູນ”. ຕະຫຼອດ​ຊຸມ​ປີ 1970 ມາ​ຮອດ​ປີ 1986, ກຳມະສິດ​ເອກະ​ຊົນ​ຖືກ​ສູນຫາຍ​ໄປ ​​ແລະ ຖືກ​ທົດແທນ​ດ້ວຍ​ກຳມະສິດ​ແຫ່ງ​ລັດ ​ແລະ ກຳມະສິດ​ລວມໝູ່. ຜົນ​ພາຍຫຼັງ​ທີ່​ຕ້ອງ​ເປັນ​ໄປ ​ແມ່ນ​ການ​ຜະລິດ​ກະ​ສີ​ກຳ​ຖືກ​ອຶດ​ອາດ​ຊັກ​ຊ້າ, ສະພາບ​ຂາດ​ແຄນ​ສະບຽງ​ອາຫານ​​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ບັນດາ​ໂຮງ​ຈັກ​ໂຮງ​ງານຖືກ​ຕົກ​ຢູ່​ໃນ​ສະພາບ​ຫຼຸບ​ທຶນ. ການ​ຈໍລະ​ຈອນ, ​ແຈ​ຍຢາຍ​ສິນຄ້າ​ຖືກ​ຢຸດສະ​ງັກ, ຕະຫຼາດ​ຂາດ​ຄວາມ​ສະຫງົບໝັ້ນ​ທ່ຽງ. ​ເງິນ​ເຟີ້​ບັນລຸ​ລະດັບ​ສູງ ​ແລະ ​ແກ່ຍາວ​ດ້ວຍ​ດັດຊະນີ​ເພີ່ມ​ລາຄາ​ຂາຍຍ່ອຍ​ທັງ​ປີ 1986 ​ແມ່ນ 774,7%. ຊີວິດ​ການ​ເປັນ​ຢູ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ​ແຜ່​ລາມ​ອອກ​ສູ່​ວົງ​ກ້ວາງ.

    ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ​ໃໝ່​ຂອງ ​ເລ​ນິນ

    ດ້ວຍ​ຈິດ​ໃຈ “ ​ໄປ​ຕົງ​ສູ່​ຄວາມ​ຈິງ”, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ເມື່ອ​ເດືອນ 12 /1986 ​ໄດ້​ມີ​ການ​ຕົກລົງ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບໄລຍະ​ຂ້າມ​ຜ່ານ​ກ້າວຂຶ້ນ​ສູ່​ສັງຄົມ​ນິຍົມ. ພັກ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ການ​ໝູນ​​ໃຊ້ ​ແລະ ພັດທະນາ​ບັນດາ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ເລ​ນິນກ່ຽວ​ກັບນະ​ໂຍບາຍ​ເສດຖະກິດ​ໃໝ່, ກ່ອນ​ອື່ນ​ໝົດ ​ແມ່ນ​ຍອມຮັບ​ຮູ້​ກ່ຽວກັບ​ການ​ຄົງ​ຕົວ​ໂດຍ​ພາວະ​ວິ​ໃສ​ຂອງ​ພື້ນຖານ​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນ.  ປີ 1979, ຫວຽດນາມ​ໄດ້​ເຊີນ​ບັນດາ​ສະມາ​ຊິກ​ສະພາ​ມະຫາບັນດິດ, ສາດສະດາຈານດອກ​ເຕີ​ຂະ​ແໜງ​ເສດຖະກິດ​ແຖວ​ໜ້າ​ຂອງ​ສະຫະພາບ​ໂຊ​ຫວຽດ (ສະຫະພັນ​ລັດ​ເຊຍ​ປະຈຸ​ບັນ) ມາ​ຖ່າ​ຍທອດກ່ຽວ​ກັບນະ​ໂຍບາຍ​ເສດຖະກິດ​ໃໝ່​ໃຫ້​ແກ່​ບັນດາ​ພະນັກ ງານ​ຊັ້ນ​ກາງ, ຊັ້ນ​ສູງ. ມາ​ຮອດ​ທ້າຍ​ເດືອນ 12/1982, ພາຍ​ໃຕ້ການ​ຊີ້​ນຳ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈືອງ​ຈິງ , ກຸ່ມ​ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບນະ​ໂຍບາຍ​ເສດຖະກິດ​ໃໝ່ຂອງ​ຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ນັກ​ຊ່ຽວຊານ​ເສດຖະກິດ ວໍ້​ດ້າຍ​ເຫຼື​ອກ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ສັງກັດກຸ່ມ​ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບນະ​ໂຍບາຍ​ເສດຖະກິດ​ໃໝ່ ​ໄລຍະ​ນັ້ນ ​ເລົ່າຄືນ​ສູ່​ຟັງ​ວ່າ : ​

   “ ​ໄລຍະ​ທຳອິດ​ຂອງ​ກິດຈະການ​ປ່ຽນ​ແປງ​ໃໝ່, ​ເມື່ອ​ຫັນ​ຈາກ​ພື້ນຖານ​ເສດຖະກິດ​ແບບ​ວາງ​ແຜນ​ໄປ​ສູ່​ການ​ພົວພັນ​ສິນຄ້າ-​ເງິນຕາ​ນັ້ນ, ນະ​ໂຍບາຍ​ເສດຖະກິດ​ໃໝ່​ແມ່ນ​ສຳຄັນ​ທີ່​ສຸດ ດ້ວຍ 2 ​ແນວ​ຄິດ​ຕົ້ນຕໍ. ທີ 1 ​ແມ່ນ​ການ​ພັດທະນາ​ການ​ພົວພັນ​ສິນຄ້າ, ​ເງິນ​ຕາ. ທີ 2 ​ແມ່ນ​ນຳ​ໃຊ້​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ​ເພື່ອ​ພັດທະນາ​ເສດຖະກິດ. ​​ໃນໄລຍະປະຫວັດສາດ​ນັ້ນ, ຖ​້າຫາກ​ພວກ​ເຮົາ​ນຳ​ໃຊ້ 2 ທັດສະນະ​ເສດຖະກິດ​ສິນຄ້າ​ເພື່ອ​ປະຕິ​ເສດ​ພື້ນຖານ​ເສດຖະກິດ​ແບບ​ວາງ​ແຜນ​ນັ້ນ, ຖ້າ​ຫາກ​ບໍ່​ແມ່ນ​ຂອງ ​ເລ​ນິນ, ທັດສະນະ​ນັ້ນ ​ແນ່ນອນ​ວ່າ ຈະ​ບໍ່​ໄດ້​ຮັບ​ຄວາມ​ຍິນ​ຍອມ​ເຫັນ​ດີ ”

   ສາດສະດາຈານດອກ​ເຕີ ​ເຈີ​ນຫງອກ​ຮຽນ ອະດີດ​ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຊຶ່ງ​ແມ່ນ​ຜູ້​ໄດ້​ສະຫງວນ​ເວລາ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຄົ້ນ​ຄ້ວາ ນະ​ໂຍບາຍ​ເສດຖະກິດ​ໃໝ່ຂອງ ​ເລນ​ິນ ພັດ​ຖື​ວ່າ​:

   “ ຈາກ​ປະ​ເທດ​ຫຼ້າ​ຫຼັງ​ເພື່ອ​ກ້າວ​ຂຶ້ນ​ເຊັ່ນ​ນັ້ນ, ນະ​ໂຍບາຍ​ເສດຖະກິດ​ໃໝ່​ແມ່ນ​ທິດ​ກ້າວ​ເດີນ  ​ແລະ ບໍ່​ມີ​ເສັ້ນທາງ​ໃດ​ນອກ​ເໜືອ​ຈາກ​ເສັ້ນທາງ​ນີ້. ນັ້ນ​ແມ່ນ​ການ​ຫັນ​ໄປ​ສູ່​ເສດຖະກິດ​ຕະຫຼາດ, ​ແຕ່​ສິ່ງ​ທີ່​ຫຍຸ້ງຍາກ​ກ່ວາ​ໝູ່ ນັ້ນ​ແມ່ນ​ຕ້ອງ​ໄປ​ທັນ​ ​ແລ​ະ ທັດ​ທຽມ​ລະດັບ​ຄວາມ​ກ້າວໜ້າ​ໃນ​ໂລກ. ພາຍຫຼັງ​ຄວາມ​ຫຍຸ້ງຍາກ​ໃນ​ເບື້ອງ​ຕົ້ນ, ກໍ​ມີ​ບາງ​ປະ​ເທດ​ອື່ນ​ຄື ຈີນ, ຫວຽດນາມ, ​ແລະ ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ ຫັນ​ໄປ​ສູ່ ເສດຖະກິດ​ຕະຫຼາດ. ບັນຫາ​ແມ່ນ​ຢູ່​ບ່ອນ​ວ່າ ຕ້ອງ​ໝູນ​ໃຊ້​ເສັ້ນທາງ​ນີ້​ຄື​ແນວ​ໃດ ​ແມ່ນ​ສິ່ງ​ທ້າ​ທາຍ​ໜັກ​ກ່ວາ​ໝູ່​ສຳລັບ​ບັນດາ​ພັກ​ກຳ​ອຳນາດ ”

   ໝູນ​ໃຊ້​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ພັດທະນາ

   ສຸມ​​ກຳລັງ​​ແຮງພັດທະນາ​ກະສິກຳ, ຖື​ກະສິກຳ​ແມ່ນ​ຂົງ​ເຂດ​ແຖວ​ໜ້າ, ພັດທະນາ​ພື້ນຖານ​ເສດຖະກິດ ຫຼາຍພາກ​ສ່ວນ​ຢ່າງ​ແຮງ, ປະຕິບັດ​ຕາມ​ກົນ​ໄກ​ຕະຫຼາດ, ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ;​ ຮັບ​ຮູ້​ການ​ຄົງ​ຕົວ​ພາວະ​ວິ​ໄສ​ບັນດາ​ພາກ​ສ່ວນ​ເສດ​ຖະກິດ​ດ້ວຍ​ການ​ປະສົມ​ປະສານ​ບັນດາ​ຮູບ​ການ​ກຳມະສິດ,​ ​ເອົາ​ໃຈ​ໃສ່​ຕໍ່​ຜົນ​ປະ​​ໂຫຍ​ດທີ່​ແທດ​ຈິງ​ຂອງ​ຜູ້​ອອກ​ແຮງ​ງານ…..ນັ້ນ​ແມ່ນ​ການໝູນ​ໃຊ້​ຂອງ​ພັກ​ກອມມູນິດ ຫວຽດນາມ​ບົນພື້ນຖານ​ນະ​ໂຍບາຍ​ເສດຖະກິດ​ໃໝ່ຂອງ Lenin. ບໍ່ພຽງ​ແຕ່​ເທົ່າ​ນັ້ນ, ​ແນວ​ຄິດ​ຂອງນະ​ໂຍບາຍ​ເສດຖະກິດ​ໃໝ່ຍັງ​ໄດ້ຮັບ​ການພັດທະນາ, ​ເປີດ​ກວ້າງ​ຢູ່​ລະດັບ​ສູງ​ໃໝ່ຈາກພັກ​ກອມມູນິດ ຫວຽດນາມ. ນັກ​ຊ່ຽວຊານ​ເສດຖະກິດ ຫວໍ້​ດ້າຍ​ເລືອກ ຖື​ວ​່າ:

      “ປະຈຸ​ບັນ, ພວກ​ເຮົ​​າໄດ້ກ້າວ​ໄປ​ໄກ​ກວ່າ​ເນື້ອ​ໃນ​ທັງໝົດຂອງ​ນະ​ໂຍບາຍ​ເສດຖະກິດ​ໃໝ່. ຮອດ​ສົກ​ປີ 1989 1990, ພວກ​ເຮົາ​ໄດ້​ຍອມຮັບວ່າ ​ບໍ່​ແມ່ນ​ເສດຖະກິດ​ສິນຄ້າ, ຫາກ​ນັ້ນ​ແມ່ນ​ເສດຖະກິດ​ການ​ຕະຫຼາດ,​ ຍົກຂຶ້ນ​ສູ່ ລະດັບ​ສູງ​ກວ່າ. ທີ​ສອງ​ແມ່ນ, ພວກ​ເຮົາ​ໄດ້​ເປີດ​ປະຕູ, ​ເຊື່ອມ​​ໂຍງ​ເຂົ້າກັບ​ສາກົນ. ສ່ວນ​ທັດສະນະ​ຂອງ​ເລ​ນິນ ພຽງ​ແຕ່​​ແມ່ນ​ເລື່ອງ​ນຳ​ໃຊ້​ລັດທິ​ທຶນ​ນິຍົມ​ໃນ​ການ​ສຳ​ປະທານ….​ແຕ່ນະ​ໂຍບາຍ​ເສດຖະກິດ​ໃໝ່​ກໍ​ແມ່ນສິ່ງເພື່ອ​ລົບ​ລ້າງ​ກົນ​ໄກ​ຄຳ​ສັ່ງ, ​ອາດຍາສິດ, ​ເກື້ອກູນ, ​ເປີດຊອງ​ທາງ​ໃຫ້​ແກ່​ບັນດາ​ທັດສະນະ​ໃໝ່. ມັນ​ແມ່ນ​ສິ່ງ​ທີ່​ບັນດາ​ນັກ​ກອມ​ມູນິດ​ອາດ​ຈະ​ຮັບ​ຮູ້​ໄດ້​ຢູ່​​ໃນ​ໄລ​ຍະ​ເບື້ອງຕົ້ນຂອງກິດຈະການ​ປ່ຽນ​ແປງ​ໃໝ່”.

        ກິດຈະການ​ປ່ຽນ​ແປງ​​ໃໝ່ຢູ່ ຫວຽດນາມ ​ໄດ້​ຜ່ານ​​ໄລ​ຍະທາງ​ທີ່​ຍາວ​​ໄກຄືເກືອບ 30ປີ. ​ເພື່ອບັນລຸ​ໄດ້​ບັນດາໝາກຜົນ​ທີ່ິຍິ່ງ​ໃຫຍ່​ຄື​ປະຈຸ​ບັນນີ້, ບັນດາ​ນັກ​ທິດ​ສະ​ດີຢູ່ຫວຽດນາມລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນກັນ​ຖື​ວ່າ​ນະ​ໂຍບາຍ​ເສດຖະກິດ​ໃໝ່ຂອງ​ເລ​ນິນມີ​ຄວາມໝາຍອັນ​ສຳຄັນ​ຍິ່ງ​ສຳ​ລັບຫວຽດນາມ​ໃນ​ໄລ​ຍະ​ເບື້ອງ​ຕົ້ນຂອງ​ກິດຈະ​ການ​ປ່ຽນ​ແປງ​ໃໝ່​ໂດຍຫັນ​ຈາກ​ອັນ​ເກົ່າ​​ໄປ​ສູ່​ອັນ​ໃໝ່ດ້ວຍ​ຄວາມ​ຫຍູ້​ງຍາກຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ