ຫາງ​ສຽງ​ໂລກ: ຫວຽດ​ນາມ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ

(VOVWORLD) -ຫວຽດນາມແມ່ນຈຸດພົ້ນເດັ່ນທີ່ສຸດໃນພາກພື້ນ, ແມ່ນໂຕເສືອອາຊີໃໝ່, ເສດຖະກິດ ຫວຽດນາມຈະເພີ່ມຄວາມໄວ, ກັບຄືນໃໝ່ທ່າເຕີບໂຕ, ມີແງ່ຫວັງຕັ້ງໜ້າໃນໄລຍະກາງ…ນັ້ນແມ່ນການຕີລາຄາຂອງຫາງສຽງສື່ມວນຊົນຕ່າງປະເທດ ແລະ ອົງການຈັດຕັ້ງ, ນັກຊ່ຽວຊານສາກົນກ່ຽວກັບຫວຽດນາມ ໃນ 6 ເດືອນຕົ້ນປີ 2022. ສື່ມວນຊົນໃນພາກພື້ນ ແລະ ສາກົນຍັງສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ປະເອີບໃຈກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ແລະ ຖືວ່າ ຫວຽດນາມ ມີການເຕີບໂຕລື່ນກາຍທ່າອ່ຽງ, ປີ 2022 ຫວຽດນາມ ຄາດວ່າ GDP ຈະບັນລຸແຕ່ 5,5% - 7,9%.

ຫາງ​ສຽງ​ໂລກ: ຫວຽດ​ນາມ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ - ảnh 1ພາບປະກອບ: VOV

ບັນດາສຳນັກຂ່າວສານສາກົນລວມມີ: Sputnik, VOA, Business Times …ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນກ່ຽວກັບການຟື້ນຟູເຕີບໂຕເສດຖະກິດ, ແມ່ນສູນຜະລິດຂອງໂລກ, ປະເທດມະຫາອຳນາດການຜະລິດ, ເປັນຕາໂສ້ສຳຄັນໃນລະບົບສະໜອງທົ່ວໂລກ ດ້ວຍສາຍເຫດຄື: ຄ່າແຮງງານທີ່ແກ້ງແຍ້ງ, ທີ່ຕັ້ງພູມີສາດຍຸດທະສາດ ແລະ ທ່າໄດ້ປຽບກ່ຽວກັບການສົ່ງສິນຄ້າ, ການເມືອງມີສະຖຽນລະພາບ ແລະ ແຜນການພັດທະນາຂົງເຂດຜະລິດຂອງລັດຖະບານ, ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ເພີ່ມຂຶ້ນ. ໃນຂະນະນັ້ນ, ທະນາຄານໂລກ WB, ທະນາຄານ Standard Chartered, HSBC.... ຍັງຖືວ່າ ຫວຽດນາມ ພວມແມ່ນສະຖານທີ່ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດເຂົ້າໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ຕະຫຼາດຫຼັກຊັບເສດຖະກິດດີຈີຕອນ, ພະລັງງານທົດແທນ, ການແພດ, Logistic. ຫວຽດນາມ ແມ່ນປະເທດໄດ້ຮັບຜົນປະໂຫຍດຕົ້ນຕໍ່ຈາກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ RCEP ແລະ ບັນດາສັນຍາການຄ້າເສລີ ທີ່ພວມຊຸກຍູ້ການເຄື່ອນໄຫວທາງການຄ້າຢູ່ ຫວຽດນາມ. ຫວຽດນາມ ຍັງແມ່ນປະເທດ ຖື ການສຶກສາເປັນສຳຄັນ, ພວມດຳເນີນການຫັນເປັນອຸດສາຫະກຳ, ຜ່ານຜ່າໄລຍະດີທີ່ສຸດ ດ້ວຍຜົນປະໂຫຍດຈາກຄວາມສະດວກຂອງປະຊາກອນ, ດັ່ງນັ້ນ ມີຫຼາຍວິສາຫະກິດອຸດສາຫະກຳໃຫຍ່ໃນໂລກ ພວມມີແຜນການຫັນການເຄື່ອນໄຫວຜະລິດມາຍັງ ຫວຽດນາມ ເພື່ອແນໃສ່ຫັນລະບົບການສະໜອງເປັນຫຼາຍຮູບແບບ.

ສື່ມວນຊົນຕ່າງປະເທດ ແລະ ບັນດາສຳນັກເສດຖະກິດສາກົນ ລວມມີ DigiTimes, Le Petit journal, InvestAsian, Eurocham...  ຍັງໃຫ້ຂໍ້ສັງເກດວ່າ: ລະດັບການເພີ່ມລາຍຮັບ ແລະ ການຄ້າ ຂອງ ຫວຽດນາມອາດຈະບັນລຸລະດັບສູງທີ່ສຸດໃນຈຳນວນບັນດາສະມາຊິກສັນຍາ RCEP. ຂອບຂະໜາດ GDP ຂອງ ຫວຽດນາມ ໃນປັດຈຸບັນເພີ່ມຂຶ້ນທົບ 2 ເທົ່ານັບແຕ່ປີ 2012. ກ່ຽວກັບສິ່ງນີ້, ສື່ມວນຊົນສາກົນໃຫ້ຄຳວິເຄາະຕື່ມອີກວ່າ: ຫວຽດນາມ ໄດ້ຫຼີກລ້ຽງທຸກການຊຸດໂຊມ ໃນ 30 ປີຜ່ານມາ, ພ້ອມທັງຮັກສາລະດັບການເຕີບໂຕ GDP ເປັນບວກໃນຕະຫຼອດທຸກວິກິດການ ແລະ ນອນໃນຈຳນວນໜ້ອຍປະເທດທີ່ບໍ່ຕົກເຂົ້າສູ່ສະພາບຊຸດໂຊມໃນປີ 2020. ການຟື້ນຟູເສດຖະກິດຢູ່ ຫວຽດນາມ ແມ່ນໄວ ແລະ ແຮງພິເສດ. ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດແກ້ງແຍ້ງ ແລະ ຂະແໜງອຸດສາຫະກຳ ຂອງ ຫວຽດນາມ ມີລະດັບການເຕີບໂຕຂຶ້ນກັບກຸ່ມທີ່ມີລະດັບສູງທີ່ສຸດໃນໂລກ, ແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກທີ່ມີລະດັບການເຕີບໂຕເປັນບວກໃນ 2 ປີຕໍ່ເນື່ອງ ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ - 19.

ກ່ຽວກັບການສົ່ງອອກ, ຕາມສື່ມວນຊົນສາກົນ ແລະ ບັນດາອົງການຈັດຕັ້ງເສດຖະກິດສາກົນ, ຫວຽດນາມ ໄດ້ກາຍເປັນຈຸດນັດພົບພື້ນຖານແຖວໜ້າໃຫ້ແກ່ບັນດານັກລົງທຶນໃນຂົງເຂດຜະລິດ ຍ້ອນທີ່ມີທີ່ຕັ້ງຍຸດທະສາດ ແລະ ທ່າໄດ້ປຽບກ່ຽວກັບການສົ່ງສິນຄ້າ, ຄວາມສາມາດໃນການແກ້ງແຍ້ງດ້ານ ກຳລັງ ແຮງງານ ແລະ ລາຍຈ່າຍໃນການຜະລິດ. ສະມັດຕະພາບ ແລະ ໃບສັ່ງສິນຄ້າໃໝ່ລ້ວນແຕ່ເພີ່ມຂຶ້ນນັບແຕ່ໄຕມາດທີ 1 ປີ 2022.

ກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ, ສື່ມວນຊົນສາກົນ ແລະ ບັນດາອົງການຈັດຕັ້ງເສດຖະກິດສາກົນໄດ້ໃຫ້ຂໍ້ສັງເກດວ່າ, ມາຮອດປັດຈຸບັນ, ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ດຶງດູດໃຈສຳລັບທຸກຮູບແບບດຳເນີນທຸລະກິດ, ແມ່ນຈຸດນັດພົບ ທີ່ ໄດ້ຮັບຄວາມນິຍົມຊົມຊອບ ແລະ ໄວ້ເນື້ອເຊື່ອໃຈຈາກບັນດານັກລົງທຶນຕ່າງປະເທດ ແລະ ບັນດາບໍລິສັດໃຫຍ່ເຕັກນິກທົ່ວໂລກໃນຂົງເຂດອະສັງຫາລິມະຊັບ ແລະ ເຄື່ອງໃຊ້ສອຍ. ບັນດານັກລົງທຶນຕ່າງປະເທດສ່ວນຫຼາຍໄດ້ຕີລາຄາວ່າ ຫວຽດນາມ ໄດ້ສະໜອງສະພາບແວດລ້ອມແຫ່ງການລົງທຶນທີ່ມີຄວາມດູດດື່ມຄື: ແຫຼ່ງແຮງງານທີ່ອຸດົມສົມບູນ, ສະພາບການເມືອງ - ສັງຄົມມີສະຖຽນລະພາບ, ພື້ນຖານໂຄງລ່າງໄດ້ຮັບການລົງທຶນ ແລະ ສິນຄ້າໄດ້ຮັບການຈະລາຈອນເປັນຢ່າງດີ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ພ້ອມກັບສິ່ງບຸລິມະສິດທີ່ດູດດື່ມ.

ບັນດາສຳນັກການເງິນສາກົນລວມມີ: ຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ+ (ສິງກະໂປ), ທະນາຄານໂລກ WB, Business Times... ກໍ່ໄດ້ຍົກອອກການຄາດຄະເນທີ່ຕັ້ງໜ້າກ່ຽວກັບເສດຖະກິດຫວຽດນາມ, ຕາມນັ້ນແລ້ວ ກໍ່ຕີລາຄາຫວຽດນາມ ຈະມີການອັດຕາເຕີບໂຕສູງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ລື່ນກາຍຄາດຫວັງໃນປີ 2022 ແລະ ແງ່ຫວັງການເຕີບໂຕໄລຍະກາງຂອງ ຫວຽດນາມ ສືບຕໍ່ມີຄວາມປະເອີບໃຈ. ຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ມີການເໜັງຕີງແຕ່ 5,5% ຫາ 7,9% ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ