ຫຼາຍ​ປະ​ເທດ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ຮີບ​ມື​ກັບ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ

(VOVWORLD) - ຍ້ອນຜົນກະທົບຈາກຫຼາຍປັດໄຈທີ່ໄຮ້ປະໂຫຍດ, ພິເສດແມ່ນອັດຕາໄພເງິນເຟີ້ເພີ່ມຂຶ້ນສູງ, ຫຼາຍພື້ນຖານເສດຖະກິດຕ້ອງປະເຊີນໜ້າກັບໄພຫລຸດຜ່ອນການຈະເລີນເຕີບໂຕ, ຊ້ຳບໍ່ໜຳແມ່ນການຊຸດໂຊມ. ຕໍ່ໜ້າສະພາບການດັ່ງກ່າວ, ພື້ນຖານເສດຖະກິດເກືອບທັງໝົດ ໄດ້ຜັນຂະຫຍາຍບັນດາແຜນການຮັບມືຢ່າງແຮງ.
ຫຼາຍ​ປະ​ເທດ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ຮີບ​ມື​ກັບ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ - ảnh 1

 (ພາບປະກອບ: Reuters)

     ໃນບົດລາຍງານອັບເດັດແງ່ຫວັງດ້ານເສດຖະກິດທົ່ວໂລກສະບັບຫຼ້າສຸດທີ່ປະກາດເມື່ອອາທິດກ່ອນ, ທະນາຄານໂລກ (WB)  ກ່າວເຕືອນວ່າ, ຍ້ອນໄພເງິນເຟີ້ເພີ່ມຂຶ້ນສູງ, ໄພຊຸດໂຊມຂອງຫຼາຍພື້ນຖານເສດຖະກິດແມ່ນສິ່ງທີ່ຫຼີກລ້ຽງບໍ່ໄດ້. ບັນດາປັດໄຈຕົ້ນຕໍໄດ້ ແລະ ພວມກໍ່ຜົນກະທົບທີ່ໄຮ້ປະໂຫຍດ ຕໍ່ແງ່ຫວັງເສດຖະກິດທົ່ວໂລກ ລວມມີ: ການປະທະກັນຢູ່ ຢູແກຼນ, ມາດຕະການປິດລ້ອມເພື່ອປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19 ຢູ່ຈີນ, ສະພາບຂາດວັກຂາດຕອນລະບົບສະໜອງ ແລະ ຄວາມສ່ຽງເກີດໄພເງິນເຟີ້ເພີ່ມຂຶ້ນສູງ…

ຫຼາຍ​ປະ​ເທດ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ຮີບ​ມື​ກັບ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ - ảnh 2

 ຕະຫຼາດແຫ່ງໜຶ່ງຢູ່ນະຄອນ Quezon, Philippines  (ພາບ: Reuters)

ການຮັບມືຂອງບັນດາພື້ນຖານເສດຖະກິດ

      ຕໍ່ໜ້າສະພາບການດັ່ງກ່າວ, ບັນດາພື້ນຖານເສດຖະກິດກໍ່ມີຫຼາຍມາດຕະການຮັບມືຢ່າງແຮງ, ໂດຍສະເພາະແມ່ນດັດປັບອັດຕາດອກເບ້ຍ.

     ຕາມນັ້ນແລ້ວ, ທ້າຍອາທິດຜ່ານມາ, ທະນາຄາສູນກາງເອີລົບ (ECB)  ປະກາດຈະໝູນໃຊ້ອັດຕາດອກເບ້ຍເພີ່ມຂຶ້ນ  0.25% ໃນຕົ້ນເດືອນກໍລະກົດຈະມາເຖິງນີ້ ແລະ ຄາດວ່າ ໃນເດືອນກັນຍາປີ 2022 ຈະດັດປັບອັດຕາຂຶ້ນຫຼາຍກ່ວາອີກ.

        ກ່ອນທະນາຄານ ECB, ທະນາຄານສູນກາງອາເມລິກາ, ອັງກິດ ແລະ ບາງພື້ນຖານເສດຖະກິດໃຫ່ຍອື່ນໆອີກ ກໍ່ໄດ້ປະຕິບັດບັນດາບບາດກ້າວເດີນຄືກັນ. ໃນນັ້ນ, ກົມສະສົມສະຫະລັດອາເມລິກາ (FED) ໄດ້ຍົກອັດຕາດອກເບ້ຍຂຶ້ນໂດຍໄວ ດ້ວຍເລື່ອງຄະນະກຳມະການຕະຫຼາດເປີດສະຫະລັດ (FOMC)  ຕົກລົງເພີ່ມອັດຕາດອກເບ້ຍຂຶ້ນ 0.5 ຄະແນນ % ຂຶ້ນເປົ້າໝາຍ 0.75 ຫາ 1% ໃນວັນທີ 4 ພຶດສະພາ.

      ກໍ່ເຊັ່ນດຽວກັນກັບເອີລົບ ແລະ ຫຼາຍພື້ນຖານເສດຖະກິດໃຫ່ຍອື່ນໆອີກ, ອາເມລິກາ ກໍ່ພວມຕ້ອງປະເຊີນໜ້າກັບລະດັບເພິ່ມໄພເງິນເຟີ້ສະຖິຕິ, ຂຶ້ນເປັນ 8.6% ໃນເດືອນພຶດສະພາທີ່ຜ່ານມາ, ສູງທີ່ສຸດນັບແຕ່ປີ 1981. ການສຳຫຼວດໂດຍທະນາຄານ Deutsche Bank ປະກາດເມື່ອທ້າຍເດືອນພຶດສະພາ, ມີນັກລົງທຶນເຖິງ 65% ຄາດວ່າ ພື້ນຖານເສດຖະກິດອາເມລິກາ ຈະຖືກຊຸດໂຊມໃນປີ 2023.

   ໄປຄຽງຄູ່ກັບມາດຕະການຕົ້ນຕໍ ແມ່ນດັດປັບອັດຕາດອກເບ້ຍ, ບັນດາພື້ນຖານເສດຖະກິດ ກໍ່ໄດ້ພ້ອມກັນປະຕິບັດຫຼາຍມາດຕະການຮັບມືອື່ນໆຄື ສ້າງບັນຊີລາຍຊື່ການລົງທຶນ, ຄ່າໃຊ້ຈ່າຍຄືນໃໝ່…ພິເສດ, ບາງປະເທດພວມພັດທະນາ (ເປັນຕົ້ນແມ່ນຢູ່ອາຊີ) ຍັງຈຳກັດການສົ່ງອອກບາງປະເພດສິນຄ້າຈຳເປັນ, ພິເສດແມ່ນທັນຍາຫານ…. ເພື່ອຮັບມືກັບສະພາບການ.

ແງ່ຫວັງ

  ຄວາມຫຍຸ້ງຍາກສຳລັບພື້ນຖານເສດຖະກິດທົ່ວໂລກ ແມ່ນຮ້າຍແຮງທີ່ສຸດ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາບົດລາຍງານທີ່ກ່ຽວຂ້ອງ ໄດ້ຊີ້ໃຫ້ເຫັນບາງຫຼັກຖານ ເພື່ອສະແດງວ່າ ເສດຖະກິດໂລກ ຍັງຄົງມີບັນດາຈຸດອີງ ແລະ ພື້ນຖານທີ່ດີ. ທີ່ໜຶ່ງແມ່ນພື້ນຖານເສດຖະກິດໃຫ່ຍອັນດັບທີ 2 ໃນໂລກຄື ຈີນ ຍັງມີຫຼາຍສັນຍານທີ່ຕັ້ງໜ້າ.

   ຄຽງຂ້າງນັ້ນ, ບົດລາຍງານຈຳນວນໜຶ່ງໄດ້ໃຫ້ຂໍ້ສັງເກດວ່າ, ສະພາບຄວາມເຄັ່ງຕຶງໃນລະບົບສະໜອງທົ່ວໂລກ ເລີ່ມມີສັນຍານຫລຸດຜ່ອນລົງ ຂະນະທີ່ລາຄາວັດສະດຸເຄິ່ງຊັກນຳໄຟຟ້າ, ຝຸ່ນເຄມີ ແລະ ຄ່າຂົນສົ່ງ containe ….ລ້ວນແຕ່ຮັບຮູ້ລະດັບຫລຸດລົງແຮງ ເມື່ອທຽບກັບໄລຍະຈຸດສຸມໃນກາງປີກາຍ ແລະ ຕົ້ນປີນີ້.

   ພິເສດ,  ນັກຊ່ຽວຊານ ແລະ ກົນໄກການເງິນຈຳນວນໜຶ່ງຖືວ່າ, ໄພເງິນເຟີ້ຂອງໂລກແມ່ນຢູ່ໃນລະດັບສູງສຸດແລ້ວ, ໝາຍຄວາມວ່າ, ໄລຍະຮ້າຍແຮງສຳລັບພື້ນຖານເສດຖະກິດໂລກ ແມ່ນໄດ້ຜ່ານໄປແລ້ວ. ແຕ່ເຖິງແນວນັ້ນກໍ່ຕາມ, ນັກຊ່ຽວຊານ ແລະ ນັກວາງແຜນນະໂຍບາຍຫຼາຍທ່ານຍັງກ່າວເຕືອນວ່າ, ຄວາມສ່ຽງສຳລັບພື້ນຖານເສດຖະກິດທົ່ວໂລກ ແລະ ແຕ່ລະພື້ນຖານເສດຖະກິດສະມາຊິກ ຍັງຢູ່ໃນລະດັບຮ້າຍແຮງ. ຍ້ອນເຫດນັ້ນ, ບັນດາພື້ນຖານເສດຖະກິດ ຕ້ອງຍົກສູງຄວາມລະມັດລະວັງ, ກຽມພ້ອມບັນດາແຜນການຮັບມືທີ່ຈຳເປັນ./.

    

ຕອບກັບ

ຂ່າວ/ບົດ​ອື່ນ