ອົງການຈັດຕັ້ງກຳມະບານໃນທ່າອ່ຽງເຊື່ອມໂຍງເຂົ້າກັບເສດຖະກິດໂລກ

(VOVWORLD) -ໃນຊຸມປີຜ່ານມາ, ອົງການຈັດຕັ້ງກຳມະບານທຸກຂັ້ນຍາມໃດກໍ່ປະຕິບັດວຽກງານເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານເປັນຢ່າງດີ. ໃນສະພາບຄືປະຈຸບັນ, ຫວຽດນາມ ພວມນັບມື້ນັບເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ຢ່າງເລິກເຊິ່ງ, ກວ້າງຂວາງ ສິ່ງດັ່ງກ່າວກໍ່ໄດ້ວາງອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃຫ້ອົງການຈັດຕັ້ງກຳມະບານ , ຮຽກຮ້ອງໃຫ້ກຳມະບານ ຕ້ອງມີບັນດາການປ່ຽນແປງໃໝ່, ວິທີການເຄື່ອນໄຫວຢ່າງມີປະສິດທິຜົນກວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງ, ພ້ອມທັງສືບຕໍ່ເສີມຂະຫຍາຍປະສິດທິຜົນພາລະບົດບາດ, ໜ້າທີ່ຂອງຕົນ.
ອົງການຈັດຕັ້ງກຳມະບານໃນທ່າອ່ຽງເຊື່ອມໂຍງເຂົ້າກັບເສດຖະກິດໂລກ - ảnh 1 (ພາບປະກອບ: congdoanquangninh.org.vn)

ໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ຫວຽດນາມ ໄດ້ລົງນາມ, ປະຕິບັດ ແລະ ພວມດຳເນີນການເຈລະຈາສັນຍາການຄ້າເສລີ (FTAs) ທັງໝົດແມ່ນ16 ສະບັບ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ລະບົບກຳມະບານຢູ່ຫວຽດນາມ ຫັນອົງການຈັດຕັ້ງ ແລະ ພາລະໜ້າທີ່ເປັນທັນສະໄໝ ເພື່ອເປັນຕົວແທນໃຫ້ແກ່ທັດສະນະຂອງຄົນງານໃຫ້ເປັນຢ່າງດີກວ່າ ກໍຄືຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາ FTAs.

ສິ່ງທ້າທາຍສຳລັບອົງການຈັດຕັ້ງກຳມະບານໃນສະພາບເຊື່ອມໂຍງ

        ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໃນປະຊາຄົມອາຊຽນ ແລະ WTO, ເຂົ້າຮ່ວມບັນດາສັນຍາການຄ້າເສລີສຳຄັນ ເຊິ່ງໃນນັ້ນມີບັນດາຄຳໝັ້ນສັນຍາກ່ຽວກັບກຳມະບານ ໃນບັນດາສັນຍາ ທີ່ໄດ້ວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍໃຫ້ແກ່ອົງການຈັດຕັ້ງກຳມະບານຫວຽດນາມ.

        ບັນດາສັນຍາການຄ້າເຊິ່ງຫວຽດນາມ ໄດ້, ພວມ ແລະ ຈະເຂົ້າຮ່ວມມີຈຸດພິເສດສະເພາະແມ່ນເນັ້ນໜັກເຖິງສິດອອກແຮງງານ, ກໍຄືປົກປ້ອງລັກສະນະຍືນຍົງຂອງສິ່ງແວດລ້ອມ, ເພື່ອຮັບປະກັນວ່າ ຄວາມເສລີດ້ານການຄ້າຈະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ພ້ອມທັງຊ່ວຍໃຫ້ຜູ້ອອກງານ ແລະ ວິສາຫະກິດພ້ອມກັນໄດ້ຊົມໃຊ້ຜົນປະໂຫຍດດ້ານເສດຖະກິດຢ່າງຍຸຕິທຳ.

        ຫວ່າງແລ້ວນີ້, ວັນທີ 08 ມີນາ 2018, ຫວຽດນາມ ພ້ອມກັບ 10 ພື້ນຖານເສດຖະກິດໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ. ນີ້ທັງແມ່ນກາລະໂອກາດພັດທະນາ, ທັງນຳມາເຊິ່ງບັນດາສິ່ງທ້າທາຍສຳຄັບການເຄື່ອນໄຫວຂອງກຳມະບານ. ທ່ານ ຫງໍ້ຢຸຍຫຽວ, ຫົວໜ້າຄະນະພົວພັນແຮງງານ, ສະຫະພັນໃຫຍ່ແຮງງານຫວຽດນາມ, ຊີ້ແຈ້ງວ່າ.

        “ສັນຍາ CPTPP ແມ່ນສັນຍາເສລີມາດຕະຖານສູງ, ໃນບັນດາບັນຫາກ່ຽວກັບແຮງງານກຳມະບານ ໄດ້ເກີດບັນຫາໃຫຍ່ ນັ້ນແມ່ນ ເລື່ອງໄດ້ອະນຸຍາດໃຫ້ສ້າງຕັ້ງອົງການຕາງໜ້າອື່ນຂອງຜູ້ອອກແຮງງານ ພ້ອມກັບກຳມະບານຫວຽດນາມ, ກໍຄືການປະຕິບັດສິດຮ່ວມສຳພັນຂອງບັນດາອົງການດັ່ງກ່າວໃນໄລຍະເວລາໃດໜຶ່ງ. ສຳລັບອົງການຈັດຕັ້ງກຳມະບານ, ພວກຂ້າພະເຈົ້າໄດ້ກຳນົດວ່າ ນີ້ແມ່ນສິ່ງທ້າທາຍໃຫຍ່ ວາງອອກບັນດາບັນຫາໃນອະນາຄົດອັນໃກ້ໆນີ້, ນັ້ນແມ່ນຢູ່ຂັ້ນຮາກຖານຈະເກີດມີອົງການຜູ້ຕາງໜ້າອື່ນຂອງຜູ້ອອກແຮງງານ ຫຼື ເອີ້ນວ່າກຳມະບານຫຼາຍຂະແໜງ. ເວລານັ້ນ, ກຳມະບານຫວຽດນາມ ຈະບໍ່ແມ່ນອົງການຈັດຕັ້ງໜຶ່ງດຽວທີ່ເປັນຕົນແທນໃຫ້ຜູ້ອອກແຮງງານອີກແລ້ວ ແລະ ບັນຫາແກ່ງແຍ້ງ ແລະ ດຶງດູດສະມາຊິກກຳມະບານໃໝ່ແມ່ນສິ່ງທີ່ອາດຈະເປັນໄປໄດ້. ເລື່ອງຂະຫຍາຍສະມາຊິກກຳມະບານ ແລະ ກຳມະບານຮາກຖານຈະປະສົບກັບຄວາມຫຍຸ້ງຍາກ.”

ກຳມະບານຫວຽດນາມ ປ່ຽນໃໝ່ການເຄື່ອນໄຫວໃຫ້ເໝາະສົມກັບສະພາບການໃໝ່

        ໃນສະພາບເຊື່ອມໂຍງເຂົ້າກັບສາກົນ, ອົງການຈັດຕັ້ງກຳມະບານຫວຽດນາມ ຕ້ອງປ່ຽນແປງໃໝ່ກ່ຽວກັບການຈັດຕັ້ງ ແລະ ວິທີການເຄື່ອນໄຫວຢ່າງແຮງ ເພື່ອສົມເປັນອົງການທີ່ໜ້າໄວ້ເນື້ອເຊື່ອໃຈຂອງຄົນງານ. ບຸລິມະສິດອັນດັບໜຶ່ງຂອງກຳມະບານຮາກຖານແມ່ນສຸມໃສ່ປະຕິບັດບັນດາໜ້າທີ່ກ່ຽວຂ້ອງເຖິງການພົວພັນແຮງງານ, ພ້ອມທັງຍູ້ແຮງວຽກງານເບິ່ງແຍງດູແລຜູ້ອອກແຮງງານ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ທ່ານສາດສະດາຈານ, ປະລິຍາເອກ ຟຸງຮຶວຟຸ໋, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງ, ຖືວ່າ.

        “ການເຄື່ອນໄຫວກຳມະບານຈະມີການແກ່ງແຍ້ງຢ່າງໃຫຍ່ຫຼວງ. ກຳມະບານຕ້ອງປ່ຽນແປງໃໝ່ດ້ວຍຕົນເອງ ນັບທັງສະຕິຄວາມຮັບຮູ້, ເນື້ອໃນ, ວິທີການ ເພື່ອຮັບປະກັນວ່າ ເຖິງວ່າມີຄວາມແກ່ງແຍ້ງ, ກຳມະບານກໍ່ຍັງແມ່ນອົງການຈັດຕັ້ງພື້ນຖານ, ຫຼາຍກວ່າໝູ່, ມີກຳລັງແຮງຢ່າງພຽງພໍເພື່ອປົກປ້ອງສິດຂອງຊົນຊັ້ນກຳມະກອນ, ເສີມຂະຫຍາຍສິດເປັນເຈົ້າ ແລະ ກຳລັງປະດິດຄິດສ້າງ. ຕ້ອງເອົາໃຈໃສ່ໃຫ້ຫຼາຍກວ່າອີກເຖິງການປົກປ້ອງສິດຜົນປະໂຫຍດອັນຊອບທຳ, ແທດຈິງຂອງຄົນງານ, ມຸ່ງໄປເຖິງຮາກຖານຢ່າງແຮງ, ຮ່ວມເດີນທາງພ້ອມກັບຜູ້ອອກແຮງງານ, ທັງໝົດແມ່ນເພື່ອກຳມະກອນຜູ້ອອກແຮງງານ”.

        ພ້ອມກັນນັ້ນ, ການໂອ້ລົມສົນທະນາ, ການຮັບຟັງ, ຮັບເອົາຄຳເຫັນເປັນປະຈຳ, ການສົມທົບກັນແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງສະມາຊິກກຳມະບານ, ຄົນງານຢ່າງທັນການ. ທ່ານນາງ ຮ່ວາງທິແທງ, ຫົວໜ້າຄະນະພົວພັນຕ່າງປະເທດ, ສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ, ກ່ຽວກັບເອກະສານດ້ານກົດໝາຍ, ອົງການຈັດຕັ້ງກຳມະບານສືບຕໍ່ເປັນເສນາທິການໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ປັບປຸງກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກຳມະບານ; ພ້ອມກັນນັ້ນ, ກຳມະບານຕ້ອງປ່ຽນແປງໃໝ່ການເຄື່ອນໄຫວມຸ່ງໄປເຖິງຂັ້ນຮາກຖານ.

        “ປ່ຽນໃໝ່ຂັ້ນຕອນ, ວິທີການເພື່ອຂົນຂວາຍເອົາສະມາຊິກກຳມະບານ, ສ້າງຕັ້ງກຳມະບານຮາກຖານຕາມວິທີການໃໝ່. ປະຈຸບັນ, ຕ້ອງຂົນຂວາຍຜູ້ອອກແຮງງານສ້າງຕັ້ງກຳມະບານດ້ວຍຕົນເອງ, ປ່ອນບັດເລືອກຕັ້ງຄະນະບໍລິຫານງານກຳມະບານດ້ວຍຕົນເອງ. ຄຽງຂ້າງນັ້ນ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງກຳມະບານຈາກໜ່ວຍກຳມະບານຂຶ້ນໄປ, ໂອ້ລົມສົນທະນາ ແລະ ປ່ຽນໃໝ່ວຽກງານພະນັກງານເປັນປະຈຳ ຕາມທິດເພີ່ມອັດຕາພະນັກງານກຳມະບານສະເພາະກິດຢູ່ກຳມະບານຂັ້ນສູງ. ສ່ວນຢູ່ກຳມະບານຂັ້ນຮາກຖານ, ບັນດາຫົວໜ່ວຍມີຄົນງານກວ່າ 1000 ຄົນນັ້ນຈະມີພະນັກງານກຳມະບານສະເພາະກິດ”.

        ປະຈຸບັນ, ສະຫະພັນໃຫຍ່ແຮງງານຫວຽດນາມ ພວມສ້າງແຜນຮ່າງປ່ຽນໃໝ່ອົງການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມະບານຫວຽດນາມ; ກະກຽມການປັບປຸງກົດລະບຽບກຳມະບານ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງກຳມະບານຫວຽດນາມ, ເປັນເສນາທິການຕໍ່ພັກປະກາດໃຊ້ບັນດາແຜນນະໂຍບາຍ, ມະຕິປ່ຽນໃໝ່ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວກຳມະບານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ສະພາບການໃໝ່. ພ້ອມກັນນັ້ນ, ກຳມະບານຫວຽດນາມ ໄດ້ເປັນເຈົ້າການເພື່ອຮັບມືກັບບັນດາສະພາບການ, ຍົກອອກບັນດາມາດຕະການແກ້ໄຂໃນສະພາບການຄືໃນປະຈຸບັນ. ໃນຈຸດເວລານີ້ກໍ່ແມ່ນກາລະໂອກາດເພື່ອປ່ຽນໃໝ່ກຳມະບານຢ່າງຮອບດ້ານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງຂອງທົ່ວປະເທດ ກໍຄືການເຊື່ອມໂຍງຂອງອົງການຈັດຕັ້ງກຳມະບານ.

ຕອບກັບ

ຂ່າວ/ບົດ​ອື່ນ